ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ທ່ານໃດທີ່ມີບົດລາຍງນຈົບຊັ້ນກະລຸນາຊ່ວຍສົ່ງໄຟລໃຫ້ແດ່ເພາະວ່າຕອນນີ້ຂ້າພະເຈົ້າກຳລັງຂຽນບົດຈົບຊັ້ນກ່ຽວກັບລະບົບເຄືອຂ່າຍຢູ່ ຊ່ວຍແດ່ເດີ ເພື່ອນໆພັນລາວໃຈດີທຸກຄົນ....!

ຢາກໄດ້ program mysql server 2008

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຄົນລະຫົວຂໍ້ກັນ ບໍ່ຊ່າງຊິຊວ່ຍ ເດີ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກິນງ່າຍເນາະເຈົ້າ
ຫາກມີຂ້ອຍກະບໍ່ໃຫ້ດອກ
ເຮັດເກືອບຕາຍສິມາໃຫ້ເຈົ້າງ່າຍໆໆ



໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ໃຊ້ບົດຮຽນທີ່ຮຽນມາຫັ້ນລະຢ່າຄິດອີງອາໄສເລີຍແບບນີ້ສິ່ງທີ່ຮຽນບໍ່ມີປະໂຫຍດຫຍັງນະ


໐ ກະທູ້
໑໒໑ ໂພສ
ນັກການກະທູ້
very 牛!


໑໖ ກະທູ້
໑໘໗ ໂພສ
ນັກການກະທູ້
ກ່ອນທີ່ຈະໃຫ້ຜູ່ອື່ນຊ່ອຍ ....ທ່ານຊ່ອຍຕົວເອງແລ້ວຫລືຍັງ

ແຫຼ່ງມົ້ວສຸມຂອງຄົນ.........ຮັກ-ຄອມ.....


໒ ກະທູ້
໒໒໓ ໂພສ
ນັກການກະທູ້
ຕອນຂ້ອຍຈົບ ບົດຂອງຂ້ອຍໄດ້ A ຂ້ອຍຂຽນຫົວຂໍ້ “ປັດໄຈທີ່ມີຜົນກະທົບຈາກການລົງທຶນໃນຂະແໜງອຸດສະຫະກຳຕໍ່ການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ”
ມັນຄືບໍ່ກ່ຽວຂ້ອງກັບບົດຂອງເຈົ້າປານໃດ ສົງໄສຄືຊິຊ່ວຍບໍ່ໄດ້


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ຫາກິນງ່າຍເນາະເຈົ້າ
ຫາກມີຂ້ອຍກະບໍ່ໃຫ້ດອກ
ເຮັດເກືອບຕາຍສິມາໃຫ້ເຈົ້າງ່າຍໆໆ



ໂອຍ ສາວເອີຍ ເຈົ້າບໍ່ຢາກໃຫ້ລາວລະກະແລ້ວໄປຕົວ
ຊິໄປວ່າໃຫ້ລາວເຮັດຫຍັງ ບາງເທື່ອລາວຢາກເອົາໄປເປັນແບບຢ່າງກະມີ



໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ຕອນຂ້ອຍຈົບ ບົດຂອງຂ້ອຍໄດ້ A ຂ້ອຍຂຽນຫົວຂໍ້ “ປັດໄຈທີ່ມີຜົນກະທົບຈາກການລົງທຶນໃນຂະແໜງອຸດສະຫະກຳຕໍ່ການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ”
ມັນຄືບໍ່ກ່ຽວຂ້ອງກັບບົດຂອງເຈົ້າປານໃດ ສົງໄສຄືຊິຊ່ວຍບໍ່ໄດ້



ຮືຮື ຫົວຂໍ້ນີ້ໂດນເລີຍ ຢາກໄດ້ເດ


໒ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ຂ້ອຍຂຽນຫຼາຍບົດຢູ່ ແຕ່ບໍ່ກ່ຽວກັບ IT ມີຫນັງສື ພາສາອັງກິດ ກ່ຽວກັບ Intenet Potocal (IP) technology ບາງເທື່ອ ອາດ ຈະຊ່ວຍເປັນ ຂໍ້ມູນອ້າງອີງໄດ້
ຖ້າສົນໃຈກໍ່ ຂຽນ E-mail address ໄວ້ເດີ້ ຈະສົ່ງໃຫ້


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ໄປຫາດອກເຕີ້ກູໂກ້ ຫນ້າຈະມີເປັນພາສາໄທ
ຕອນຂ້ອຍຂຽນບົດກະຍັງຊອກເອົາຢູ່ຫັ້ນ


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ບໍ່ຮູ້ນຳເດີ ຂ້ອຍຍັງບໍ່ເຄີຍຂຽນປ້ອງກັນບົດ



໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊອກຍູ່ຄືກັນ ຖ້າເຈົ້າຊອກໄດ້ແລ້ວບອກແດ່ເດີ 6666


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
​ໂອ​ໝູ່​ບໍ່​ຕ້ອງ​ຮຽນ​Copy ຫລາຍ, ​ເຮົາ​ຕ້ອງ​ກັ່ນ​ກອງ​ອອກ​ຈາກ​ຫົວ​ຂອງ​ຕົນ​ເອງ​ກ້າ​ສະ​ແດງ​ອອກ​ມາ​ໂລດ​ບໍ່​ເປັນ​ຍັງ, ຜິດ​ແລ້ວ​ແກ້​ນີ້​ຄື​ນັກ​ສຶກສາ​ເດີ. ​ແຕ່​ຂ້ອຍ​ຂໍ​ແນະ​ນຳ​ໜ້ອຍ​ໜຶ່ງ​ເຈົ້າ​ຕັ້ງຫົວ​ຂໍ້​ມັນ​ໄດ້​ແລ້ວ, ​ເຈົ້າກໍ່​ຫາ​ປະ​ຫວັດ​ຄວາມ​ເປັນ​ມາ​, ຄວາມ​ສຳຄັນ, ບັນຫາ​ຄື: ຈຸດ​ອ່ອນ ​ແລະ ຈຸດ​ດີ​ຂອງ​ມັນ, ວິທີ​ແກ້​ໄຂ ​ແລະ ຂໍ້​ສະ​ເໜີ​ແນະ​ຕໍ່​ກັບ​ຫົວ​ບົດ​ນັ້ນ, ຈົບ​ການ​ຂຽນ​ບົດ,ຕອນ​ຂ້ອຍ​ຂຽນ​ບົດ​ຊັ້ນ​ສູງ​ຂ້ອຍ​ກໍ່​ເຮັດ​​ແບບ​ນີ້​ແລະ.


໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຂ້ອຍຂຽນແລ້ວລະເດີ ຕອນນີ້ຈົບແລ້ວ....

ຢາກໄດ້ program mysql server 2008

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ຫາກິນງ່າຍເນາະເຈົ້າ
ຫາກມີຂ້ອຍກະບໍ່ໃຫ້ດອກ
ເຮັດເກືອບຕາຍສິມາໃຫ້ເຈົ້າງ່າຍໆໆ


ເວົ້າຖືກເລີຍເຈົ້າ ຄົນທີ່ເລີ່ມຕົ້ນຂຽນບົດເປັນຕົ້ນສະບັບ ຈະຍາກທີ່ສຸດບໍວ່າຈະເປັນການຫາຂໍ້ມູນ ການລຽງຄຳສັບ ການກວດແກ້ຄຳຜິດ ການສ້າງງົບການເງິນ ການວິເຄາະສະຖານະການທາງການຕະຫລາດ ວິເຄາະຜົນຕອບແທນ ວິເຄາະຄວາມເປັນໄປໄດ້ຂອງໂຄງການແລະອື່ນໆອີກເປັນສັບປະປິ ຢູ່ໆຈະໃຫ້ສົ່ງຟາຍໃຫ້ເລີຍມັນງ່າຍເກີນໄປ ຖ້າມີຄົນໃຫ້ໄປເຈົ້າກໍ່ໄປແປງເລັກໆນ້ອຍທບົດເຈົ້າກໍ່ແລ້ວໆ ຄົນຂຽນເອງໃຊ້ເວລາເປັນເດືອນສອງເດືອນກວ່າຈະແລ້ວ ແຕ່ເຈົ້າເອົາໄປແປງບໍ່ຮອດ2ມືແລ້ວມັນງ່າຍໂພດ...
ອ້າງເຖິງຂໍ້ຄວາມຈາກ Kimjongzu ຂຽນວ່າ...
ຂ້ອຍຂຽນແລ້ວລະເດີ ຕອນນີ້ຈົບແລ້ວ....


ຂຽນແລ້ວໆກໍ່ດີໃຈນຳເດີ ຂໍໃຫ້ປ້ອງກັນບົດໃຫ້ຜ່ານ...

ຕອນສະໄໝຂ້ອຍຮຽນປະລິນຍາຕີຂ້ອຍກໍ່ຂຽນບົດເອງໝົດຢາກບອກວ່າປວດຫົວສຸດໆ ຂຽນໄປແກ້ໄປ ສົ່ງໃຫ້ອາຈານກວດຕັ້ງ3-4ເທື່ອຈິ່ງຜ່ານ ກ່ຽວກັບການນຳສິ່ງເສດເຫລືອມາຜະລິດເປັນສິນຄ້າເພື່ອສົ່ງອອກ ຕອນນັ້ນຈື່ໄດ້ວ່າມີທັງໝົດ 170 ກວ່າຫົວບົດ ປາກົດວ່າບົດຂອງກຸ່ມຂ້ອຍສາມາດສ້າງຄະແນນໄດ້ເປັນອັນດັບທີ5 ຂອງນັກຮຽນຊຸດນັ້ນ ພໍເຫັນຄະແນນອອກມາ ອື່ມ....ແອບຍິ້ມໃນໃຈເລີຍ (^_____^) ມັນເປັນຄວາມພາກພູມໃຈຢ່າງໜຶ່ງຂອງຂ້ອຍທີ່ຂ້ອຍຍັງບໍເຄີຍລືມ

ຖ້າມີຄົນມາຂໍຟາຍບົດຂ້ອຍ ຂ້ອຍກໍ່ບໍ່ໃຫ້ຄືກັນ ແຕ່ຈະແນະນຳວິທີການຂຽນບົດ ການຫາຂໍ້ມູນ ການຈັດລຽງຄຳເວົ້າ ແລະອື່ນໆຕາມທີ່ຂ້ອຍເຄີຍມີປະສົບການໃຫ້ເຂົາເຈົ້າແທນ ຢາກໃຫ້ເຂົາເຈົ້າຮຽນຊ່ວຍເຫລືອໂຕເອງຫລາຍກວ່າທີ່ເຮົາຈະຊ່ວຍເຂົາທຸກຢ່າງແບບງ່າຍໆ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົນເປັນທີ່ເພີ່ງຂອງຕົນ ຈົບເອງ ແຕ່ງບົດເອງ ຢ່າເອົາປຽບຄົນອື່ນ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໕ ກະທູ້
໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ somdeth ຂຽນວ່າ...
ທ່ານໃດທີ່ມີບົດລາຍງນຈົບຊັ້ນກະລຸນາຊ່ວຍສົ່ງໄຟລໃຫ້ແດ່ເພາະວ່າຕອນນີ້ຂ້າພະເຈົ້າກຳລັງຂຽນບົດຈົບຊັ້ນກ່ຽວກັບລະບົບເຄືອຂ່າຍຢູ່ ຊ່ວຍແດ່ເດີ ເພື່ອນໆພັນລາວໃຈດີທຸກຄົນ....!



ເຂົ້າພັນລາວມາອ່ານຫົວຂໍ້ນີ້ ເຫັນຄຳຕອບແຕ່ລະຄົນຄືຊິຊ່ວຍຫຍັງບໍ່ໄດ້ ກະເລີຍເຫັນໃຈຜູ້ຂໍ ໃຫ້ເມວມາຫາອ້າຍເດີຖ້າຕັ້ງໃຈແທ້ mitsamay@gmail.com ອ້າຍມີບົດພີຣເຊັນຂອງຊ່ຽວຊຽນຈາກປະເທດເກົາຫຼີ ບໍລິສັດ Dongbu CNI ເລື່ອງໂຄງການລະບົບ TaxRIS ຂອງລັດຖະບານລາວ ເຊີ່ງໄດ້ອະທິບາຍລະບົບເຄືອຂ່າຍແບບ Centralized ກັບ Distributed ເຫັນວ່າໜ້າຈະເປັນປະໂຫຍດ ກັບຜູ້ທີ່ກໍາລັງສຶກສາເລື່ອງເຄືອຂ່າຍຢູ່.