ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ຊ່ວຍກັນພັດທະນາ ເວບ ພັນລາວ ເດີ :)

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານໃດແດ່ຢາກຊ່ວຍຊຸກຍູ້ເວບພັນລາວ :)


ອ້າງອິງຄຳເຫັນຂອງ ທ່ານ ນິນ ຈາກກະທູ້ http://punlao.com/webboard/topic/14/index/287849

ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເວັບໄຊນີ້ເດີມທີແລ້ວຖືກສ້າງຂຶ້ນມາເພື່ອໃຫ້ພວກເຮົາຄົນລາວທຸກຄົນ ໄດ້ລົມກັນ ສົນທະນາກັນ ແລກປ່ຽນຄຳເຫັນກັນ ເປັນພາສາລາວ ເນື່ອງຈາກໃນເວລານັ້ນ (ປະມານ 6 ປີກ່ອນ) ເວັບໄຊສ່ວນໃຫຍ່ຍັງບໍ່ແມ່ນເປັນພາສາລາວເທື່ອ ຫຼາຍຄົນໃຊ້ພາສາໄທ ແລະພາສາທີ່ເປັນ Karaoke​ ໃນການຕິດຕໍ່ສື່ສານກັນ ຈຶ່ງເກີດເປັນຄວາມຕັ້ງໃຈໃຫ້ຂ້າພະເຈົ້າເຮັດເວັບໄຊນີ້ຂຶ້ນມາ ໂດຍບໍ່ຄິດສະແຫວງຫາກຳໄລໃດໆ ທັງສິ້ນ ແລະທຸກເດືອນກໍຕ້ອງຄວັກກະເປົາໂຕເອງອອກມາຈ່າຍເດືອນລະເກືອບສອງລ້ານກີບ ເພື່ອໃຫ້ມັນດຳເນີນຕໍ່ໄປໄດ້ຕະຫຼອດໄລຍະ 6 ປີທີ່ຜ່ານມາ... ຢາກໃຫ້ທຸກຄົນເຂົ້າໃຈ ວ່າເວັບໄຊນີ້ ເຮັດຂຶ້ນມາດ້ວຍຄວາມມີເຈດຕະນາອັນດີ ແລະມີຄວາມຮັກໃນເວັບໄຊນີ້ ດັ່ງນັ້ນ ຈຶ່ງປາສະຈາກບໍ່ໄດ້ທີ່ຈະຕ້ອງມີກົດລະບຽບຕ່າງໆ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍ ແລະບໍ່ເປັນລະບຽບພາຍໃນເວັບ...

ດ້ວຍຄວາມຮັກແພງ!
ນິນ


http://punlao.com/donate.php




໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ຂ້ອຍຈົນເດີ ຍັງບໍ່ມີເງິນເທື່ອ ເອົາເງິນໄປແປງເພດໝົດແລ້ວ 555+


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ຂ້ອຍຈົນເດີ ຍັງບໍ່ມີເງິນເທື່ອ ເອົາເງິນໄປແປງເພດໝົດແລ້ວ 555+

ແທ້ຫວາ


໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ

ສວດມັນຂໍພອນໃຫ້ມີຄົນບໍລິຈາກຫຼາຍໆ
ເພາະຂ້ອຍບໍ່ມີເງິນ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ້ານເຮົາບໍ່ມີບໍລິການໂອນເງິນຜ່ານບັດເຕີມເງິນ ມືຖືເນາະ
ຊິໃຫ້ໄປທະນາຄານກະຈັກຈັ່ງໃດ


໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ຂ້ອຍຈົນເດີ ຍັງບໍ່ມີເງິນເທື່ອ ເອົາເງິນໄປແປງເພດໝົດແລ້ວ 555+


555 ຄຶດໄດ້ເນາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ບ້ານເຮົາບໍ່ມີບໍລິການໂອນເງິນຜ່ານບັດເຕີມເງິນ ມືຖືເນາະ
ຊິໃຫ້ໄປທະນາຄານກະຈັກຈັ່ງໃດ


ໂອນໂລດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດັນອີກຄັ້ງ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ງົງແຕ່ paypao ນິແລະ ບ້ານເຮົາກະໃຊ້ໄດ້ລະຫວາ ຫຼື ວ່າຈັງໃດ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lodsada ຂຽນວ່າ...
ງົງແຕ່ paypao ນິແລະ ບ້ານເຮົາກະໃຊ້ໄດ້ລະຫວາ ຫຼື ວ່າຈັງໃດ


ຄືຊິໄດ້ຢູ່ ເພາະວ່າຜ່ານມາກໍ່ມີຄົນໂອນແຕ່ຝຣັ່ງມາທາງນີ້ ຕິບໍ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lodsada ຂຽນວ່າ...
ງົງແຕ່ paypao ນິແລະ ບ້ານເຮົາກະໃຊ້ໄດ້ລະຫວາ ຫຼື ວ່າຈັງໃດ

PayPal ໃຊ້ໄດ້ ແຕ່ໃຊ້ໄດ້ແຕ່ສົ່ງເງິນ ຮັບເງິນບໍ່ໄດ້ອ່ະ

ຂັ້ນຕອນແມ່ນໄປເປີດບັນຊີນຳທະນາຄານການຄ້າຕ່າງປະເທດລາວ, ANZ ຫຼືຮ່ວມພັດທະນາ ແລ້ວເປີດ Debit card ມາໃຊ້ ຈາກນັ້ນກໍໄປສະມັກ PayPal ແລ້ວກໍຜູກບັນຊີ debit card ໃສ່ ແລະເຮັດຕາມຂັ້ນຕອນທີ່ລະບົບລະບຸ ກໍຈະໃຊ້ໄດ້


ປ.ລ. ພາສຸກໄປ capture ໜ້ານັ້ນມາໃໝ່ແດ່ ມີອັບເດດບັນຊີອ່ະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Lodsada ຂຽນວ່າ...
ງົງແຕ່ paypao ນິແລະ ບ້ານເຮົາກະໃຊ້ໄດ້ລະຫວາ ຫຼື ວ່າຈັງໃດ

PayPal ໃຊ້ໄດ້ ແຕ່ໃຊ້ໄດ້ແຕ່ສົ່ງເງິນ ຮັບເງິນບໍ່ໄດ້ອ່ະ

ຂັ້ນຕອນແມ່ນໄປເປີດບັນຊີນຳທະນາຄານການຄ້າຕ່າງປະເທດລາວ, ANZ ຫຼືຮ່ວມພັດທະນາ ແລ້ວເປີດ Debit card ມາໃຊ້ ຈາກນັ້ນກໍໄປສະມັກ PayPal ແລ້ວກໍຜູກບັນຊີ debit card ໃສ່ ແລະເຮັດຕາມຂັ້ນຕອນທີ່ລະບົບລະບຸ ກໍຈະໃຊ້ໄດ້


ປ.ລ. ພາສຸກໄປ capture ໜ້ານັ້ນມາໃໝ່ແດ່ ມີອັບເດດບັນຊີອ່ະ


ໂດຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງເມັ້ນສອງເທື່ອ