ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ຄັນຊິໃຊ້ຈູມຈີມສ້າງເວບທີ່ເປັນ Dynamic ນີ້ໄດ້ບໍ່ຕ້ອງມີຄວາມຮູ້ PHP ສູງບໍ່ເພາະໃຊ້ຈູມຈີມກະບໍ່ເປັນ
ຂງນ php ກະບໍ່ເປັນແຕ່ວ່າມັນຍາກຄວາມຍາກນີ້ລະຊິເຮັດໃຫ້ເຮົາເຮັດເປັນ

ຊ່ວຍໃຫ້ຄຳແນະນຳແດ່ພີ່ນ້ອງບ້ານເຮົາ

໑ ກະທູ້
໑໗໓ ໂພສ
ນັກການກະທູ້
ເຮົາແຮ່ງບໍ່ຮູ້ ຕົກລົງວ່າບໍ່ມີຄຳເຫັນ ເຫິໆ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເຫັນໄປສະໝັກໃນ joomlalao.com ຄືຊິຮູ້ແລ້ວຊັ້ນ :D

໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຮູ້ດ້ານ php ອີກກະດີຄືກັນ ເວລາເປີດເບິ່ງໂຄດກະຊິຮູ້ເລື່ອງແນ່

ແຕ່ວ່າຊິໄປແກ້ໂຄດຂອງເຂົາຫັ້ນຄືຊິບໍ່ຈຳເປັນດອກ ເພາະເຂົາເຮັດມາດີແລ້ວ

ນອກຈາກນີ້ຄິດວ່າຫນ້າຈະຮູ້ຈັກພວກ css ແນ່ຫນ້ອຍນຶ່ງກະດີ

ແຕ່ຖ້າບໍ່ຮູ້ຫຍັງເລີຍກະເຮັດໄດ້ຄືກັນ

(ເຮົາກະຫາຈັບ joomla ຄືກັນ ຫຸຫຸຫຸ) ^_^

໒ ກະທູ້
໑໐໑ ໂພສ
ນັກການກະທູ້
ບໍ່ຈຳເປັນຕ້ອງຮູ້ php ຫລາຍກະໄດ້ ເພາະທຸກຢ່າງໃນ joomla ເຂົາສ້າງມາພ້ອມໃຊ້ງານຫມົດແລ້ວ ເຮົາກະມີແຕ່ໄປສຶກສາການໃຊ້ joomla ໃຫ້ມັນຄ່ອງແຄ້ວພຽງແຕ່ເທົ່ານັ້ນກະໄດ້ ແລະ ກະສຶກສາເບິ່ງວິທີການປ້ອງກັນ ວ່າເຮົາໃສ່ extension ໂຕໃດເຂົ້າໄປແລ້ວ ມັນຈະເຮັດໃຫ້ເກີດມີຊ່ອງໂຫວ່ ໃຫ້ຖືກເຈາະບໍ່ ຖ້າວ່າໃຊ້ແບບພຽວໆມານຳມັນກໍບໍ່ຕ້ອງເປັນຫ່ວງຫຍັງ ຖ້າມີຊ່ອງໂຫວ່ຫຍັງມາ ທີມພວກພັດທະນາເຂົາຫາກລາຍງານກັນເອງ ຫລັງຈາກນັ້ນເຂົາກໍຈະໄປປິດມັນໄວ້ ກະມີແຕ່ເທົ່ານີ້ແຫລະ ຖ້າວ່າຈະສຶກສາກ່ຽວກັບ joomla ແຕ່ຖ້າຫາກວ່າຢາກຈະສ້າງ component ຂຶ້ນມາໃຊ້ເອງໃນ joomla ກໍຄວນມີຄວາມຮູ້ດ້ານ php ແລະ javascript ຫລາຍພໍສົມຄວນ

໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ birdflu2007dotexe ຂຽນວ່າ...

ສົມມຸດເຮົາສ້າງ guest book ເສີມໃສ່ joomla (guest book ນີ້ເອີ້ນວ່າ component ຕົ່ວ?)
ອັນໂຕສ້າງ component ນີ້ ເຄີຍລອງເຮັດແຕ່ບໍ່ຈັກຊິເລີ່ມຈັ່ງໃດເວີ້ຍ
ລອງເອົາຂອງຂະເຈົ້າມາສຶກສາກະບໍ່ຈັກຊິເລີ່ມຕົ້ນຄືກັນ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍເຂົ້າ

you will when you believe

໓ ກະທູ້
໒໒໙ ໂພສ
ນັກການກະທູ້
ງົງ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງຄືກັນ

໓ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ວ່ອງໄວທັນໃຈໄປສະໝັກ joomlalao.com ມາແລ້ວເດີ້ພີ່ນ້ອງໃຜສົນໃຈກະໄປແວ່ອີກເວບດີໆເວບ

ໜື່ງທີ່ຫົວໜ້າໃຫ່ຍຄົນພັນລາວເພີ່ນໄດ້ສ້າງໃຫ້ຊາວລາວ^^

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄປແວ່ມາແລ້ວ!

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ບໍ່ເປັນຫຍັງເລີຍຂ້ອຍກະດາຍ

何よりも真実を貴ぶ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kom555 ຂຽນວ່າ...
ບໍ່ເປັນຫຍັງເລີຍຂ້ອຍກະດາຍ

ສັງມາຄືກັບຂ້ອຍແທະ.. ອິອິ

<-----ຄົນໃຈດີແຟນຄລັບ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ pisces ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ birdflu2007dotexe ຂຽນວ່າ...
ບໍ່ຈຳເປັນຕ້ອງຮູ້ php ຫລາຍກະໄດ້ ເພາະທຸກຢ່າງໃນ joomla ເຂົາສ້າງມາພ້ອມໃຊ້ງານຫມົດແລ້ວ ເຮົາກະມີແຕ່ໄປສຶກສາການໃຊ້ joomla ໃຫ້ມັນຄ່ອງແຄ້ວພຽງແຕ່ເທົ່ານັ້ນກະໄດ້ ແລະ ກະສຶກສາເບິ່ງວິທີການປ້ອງກັນ ວ່າເຮົາໃສ່ extension ໂຕໃດເຂົ້າໄປແລ້ວ ມັນຈະເຮັດໃຫ້ເກີດມີຊ່ອງໂຫວ່ ໃຫ້ຖືກເຈາະບໍ່ ຖ້າວ່າໃຊ້ແບບພຽວໆມານຳມັນກໍບໍ່ຕ້ອງເປັນຫ່ວງຫຍັງ ຖ້າມີຊ່ອງໂຫວ່ຫຍັງມາ ທີມພວກພັດທະນາເຂົາຫາກລາຍງານກັນເອງ ຫລັງຈາກນັ້ນເຂົາກໍຈະໄປປິດມັນໄວ້ ກະມີແຕ່ເທົ່ານີ້ແຫລະ ຖ້າວ່າຈະສຶກສາກ່ຽວກັບ joomla ແຕ່ຖ້າຫາກວ່າຢາກຈະສ້າງ component ຂຶ້ນມາໃຊ້ເອງໃນ joomla ກໍຄວນມີຄວາມຮູ້ດ້ານ php ແລະ javascript ຫລາຍພໍສົມຄວນ

ສົມມຸດເຮົາສ້າງ guest book ເສີມໃສ່ joomla (guest book ນີ້ເອີ້ນວ່າ component ຕົ່ວ?)
ອັນໂຕສ້າງ component ນີ້ ເຄີຍລອງເຮັດແຕ່ບໍ່ຈັກຊິເລີ່ມຈັ່ງໃດເວີ້ຍ
ລອງເອົາຂອງຂະເຈົ້າມາສຶກສາກະບໍ່ຈັກຊິເລີ່ມຕົ້ນຄືກັນ

ກໍເຮັດໜ້າໃໝ່ຂຶ້ນມາແລ້ວໃສ່ຊື່ວ່າ Guest book ແລ້ວຊອກ component ທີ່ເຮັດໃຫ້ຂຽນຄຳເຫັນໄດ້ມາໃສ່ ຄົນອື່ນເຂົ້າໄປໜ້າ guest book ແລ້ວກໍຂຽນຄຳເຫັນໄດ້ ຫັ້ນເດ້ ຮະຮະ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຮົາກະໃຊ້ບໍ່ເປັນແຕ່ວ່າຢາກເຮັດWeb ໃຜມີວີທີຊ່ວຍແນະນຳແນ່ເດີ້ ! ຂອບໃຈ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບອກແດ່ເດີ້ເຮັດຈັ່ງໃດຊີເກັ່ງ

໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
Joomla ແມ່ນເວັບໄຊເຄີ່ງສຳເລັດຮູບ ຄື ມີ ໄວໄວ ຫັ້ນລະ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Sneaker3.01
ຂອບໃຈທີ່ສອນຈູມຈິມໃຫ້ເຮົາ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
Do you think Joomla is safe?

ເທບແຫ່ງພາສາລາວ