ກະທູ້ມາໃໝ່ | ຫມວດ | ກະດານແຫ... » ຄະນິດສາດ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
Secrets ຫາກໍ່ເຫັນຄຳຖາມນີ້ ມັນກະເປັນໜ້າສົນໃຈນະ ເງິນຈຳນວນທີຫາຍໄປ 1000 ມັນຢູ່ກັບ 3 ຄົນຫັ້ນແຫຼະ ຕາມຫຼັກການຂອງເສດຖະສາດແລ້ວ ເວລາທີ່ຈະລວມສັບສິນເມື່ອມີການຊື້ ຫຼື ຈ່າຍອື່ນໆ (ຕົ້ນທຶນລວມ) ແມ່ນໃຫ້ລວມ ສັບສິນທີ່ຈ່າຍໄປຫຼ້າສຸດກັບສັບສິນທີ່ມີຢູ່ໃນປະຈຸບັນ(ຂອງຕົ້ນທາງ) ໃນທີ່ນີ້ ຕົ້ນທາງແມ່ນ 3 ຄົນທີ່ຈ່າຍເງິນນັ້ນ. ນັ້ນກໍ່ໝາຍຄວາມວ່າ 3 ຄົນ ຖືກຈ່າຍຜູ້ລະ 9 ພັນ ລວມເປັນ 27 ພັນ ແລ້ວ ໃຫ້ບວກກັບສັບສິນທີ່ມີຢູ່ກໍ່ຄື 3 ພັນທີ່ພວກເຂົາມີຢູ່ຜູ້ລະ1ພັນ (ເງິນທອນ). ຫ້າມບວກກັບສັບສິນທີຫາຍໄປແລ້ວກ່ອນໜ້າ ກໍ່ ຄື 2 ພັນກີບທີ່ນາງສາວນັ້ນເອົາ. ເພາະບໍ່ແມ່ນສັບສິນທີຈ່າຍຫຼ້າສຸດ. ຄິດໃຫ້ດີໆນະ ນີ້ຄືຫຼັກການເສດຖະສາດ ຂອບໃຈເຈົ້າຂອງຄຳຖາມ
Expert of Math apply, Math analysis and General Math
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮີ້...ສັບສົນເນາະ ມື້ໜ້າຂ້ອຍຊິໄປຈ່າຍໃຫ້ມັນຈັ່ງບໍ່ໄດ້ໄລ່ຍາກແບບນີ້ ຫຸຫຸ
ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຈົ້າຂອງຮ້ານໄດ້ 25000 ສາວໜ້າຮັກໄດ້ 2000 ບວກ ເຕົ້າຮູ້ຟຣີ ຊາຍອີກສາມຄົນ ມີແຕ່ເສຽ ແຕ່ຄັນເສຽ 10000 ແລ້ວໄດ້ນັ່ງນຳສາວໜ້າຮັກ ຫັ້ນລະກຸ້ມແລ້ວ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມື້ກີ້ແມ່ນຄຶດໃນແບບຫົວງູ. ໃນອີກແບບໜຶ່ງ ເງິນ 1000 ຢູ່ນຳເຈົ້າຂອງຮ້ານຫັ້ນແຫຼະ ຄັນລາວບໍ່ໄດ້ 1000 ນີ້ ລາວກະຊິໄດ້ 24000 ຫຼັງຈາກນັ້ນ ຊາຍໜຸ່ມ 3 ຄົນ ແລະສາວນ້ອຍໜ້າຮັກ ກໍຕ້ອງໄດ້ລ້າງຖ້ວຍ ເພາະຈ່າຍເງິນບໍ່ຄົບ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍມີໝູ່ນັກສຶກສາໄທທີ່ຖາມຄຳຖາມລັກສະນະນີ້ ແຕ່ກໍ່ຕອບໄດ້ຢ່າງຖືກຕ້ອງເຂົາບອກວ່າມີເຫດຜົນ ທາງດ້ານເສດຖະສາດ
Expert of Math apply, Math analysis and General Math
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຮົາບໍ່ເຫັນມັນຈະກ່ຽວກັບເສດຖະສາດ... ຄຳຖາມມັນວົກວົນແລະຕົກໃນກໍລະນີບັນເອີນຊື່ໆ...
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ... ເຮົາບໍ່ເຫັນມັນຈະກ່ຽວກັບເສດຖະສາດ...ຄຳຖາມມັນວົກວົນແລະຕົກໃນກໍລະນີບັນເອີນຊື່ໆ... ມັນກ່ຽວແນ່ນອນ ຂ້ອຍໄດ້ອະທິບາຍມື້ກ່ອນນັ້ນແລ້ວ ຄຳຖາມນີ້ເຂົາເຈົ້າລອກແບບມາຈາກຄຳຖາມຂອງອາຈານ ຜຸຍສອນຢູ່ພາກວິຊາຄະນິດສາດຫັ້ນຕອນທີ່ລາວໄປຮຽນຢູ່ Austraria ຖາມລາວເບິ່ງກະໄດ້
Expert of Math apply, Math analysis and General Math
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂຈດມີຢູ່ວ່າ= ມີ ຊາຍ 3 ຄົນ ນັດຊວນນ້ອງສາວຫນ້າຮັກຄົນ1 ໄປກີນນ້ຳເຕົ້າຮູ້ ........ຕ້ອງຈ່າຍ 25 ພັນກີບ ຊາຍ 3 ຄົນ ອອກເງີນຜູ້ລະ 10.000 =30ພັນກີບ ເຈົ້າຂອງຮ້ານທອນເງີນໃຫ້ 5ພັນກີບ. ຍິງສາວທີ່ມານຳກັນນັ້ນຈັບເອົາເງີນທອນນັ້ນ...ແລ້ວກໍ່ປັ້ນຄືນໃຫ້ຊາຍ 3 ຄົນ ທີ່ອອກເງີນກັນ....ຜູ້ລະ 1ພັນກີບ... ສ່ວນທີ່ເຫລືອ 2 ພັນກີບ....ຊາຍທັງ3ຄົນເອົາໃຫ້ຍິງສາວຜູ້ຮັກຄົນນັ້ນ. ມາຄິດເບີ່ງຄືນແລ້ວ....ແທ້ຈິງ.....ຊາຍ3ຄົນນັ້ນ ອອກເງີນຄົນລະ 9 ພັນກີບ ... ຕອບ :ຈະເຫັນວ່າ 3*9= 27-2ພັນກີບທີ່ຢູ່ນຳຜູ້ສາວ=25ພັນກີບຢູ່ນຳແມ່ຄ້າ, ສ່ວນ1000ກີບແມ່ນບໍ່ມີ(ຖ້າອອກຜູ້ລະ9000ກີບ) ຖ້າ(ອອກຜູ້ລະ10ພັນກີບ)ສ່ວນ1000ກີບແມ່ນ ຢູ່ນຳ ຊາຍທັງ3 =3*1000=3000ກິບ =25ພັນກີບຄ່ານ້ຳ+2ພັນກີບໃຫ້ຜູ້ສາວ+1ພັນກີບຊາຍທີ1+1ພັນກີບຊາຍທີ2+1ພັນກີບຊາຍທີ3=30ພັນກີບ ແບບນີ້ເບາະ !! ຈຂກທ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຂົ້າມາແລ້ວເຈັບຫົວເລີຍ ! ສົງໃສຈຳນວນ 1.000 ຕ້ອງຢູ່ນຳເວບໄຊ້ນີ້ຕີ ຊອກຕໍ່ໄປເດີ ອິອິອິ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ລະຜູ້ສາວໜ້າຮັກສິເອົາໄປເຮັດຫຍັງເງິນສອງພັນຫັ້ນຈັ່ງໃດມື້ນີ້ເຂົາກະລ້ຽງລະເດ້ນໍ້າເຕົ່າຮູ້ຫັ້ນ
ໄປຊື້ນໍ້າປາໃຫ້ເມຍກອ່ນເດີ້.........................!!!!!!
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂ້ອຍນິແຫຼະລັກເອົານະ 1000 |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອິກພັນໜຶ່ງມັນຫານບໍ່ໄດ້ເພາະເງິນລາວມັນບໍ່ມີເງີນເປັນເລກຈຸດ ມັນບໍ່ມີ 1.5ກີບ ຫຼື 3.333ກີບ ຖ້າບໍ່ຈິກປັນກັນ ຄຳຕອບບໍ່ເປັນຕົວເລກ ແຕ່ຈະເປັນທິດສະດີ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອິກພັນໜຶ່ງມັນຫານບໍ່ໄດ້ເພາະເງິນລາວມັນບໍ່ມີເງີນເປັນເລກຈຸດ ມັນບໍ່ມີ 1.5ກີບ ຫຼື 3.333ກີບ ຖ້າບໍ່ຈິກປັນກັນ ຄຳຕອບບໍ່ເປັນຕົວເລກ ແຕ່ຈະເປັນທິດສະດີ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເພີ່ນລັອກຄຳຖາມຢູ່ບ່ອນນີ້"ຈະເຫັນວ່າ 3*9= 27 ພັນກີບ ບວກໃສ່ 2 ພັນກີບ ທີ່ນ້ອງສາວຄົນນັ້ນໄດ້ = 29 ພັນກີບ" ແທນທີ່ຈະເປັນ"3*9=27ພັນກີບ ລົບອອກ2ພັນກີບທີ່ສາວເຈົ້າໂກຍໄປ =25ພັນກີບ"
~Vਕਆpïrєی™~
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
the problems kinda confusing ieiei... |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ກະບ່ອມີຜູ້ໃດໄດ້ແລະ 555555555555+ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
Ya khit laiy .kham tham mun loc hao xue2.. |