ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເສິກປະລອງກອນສົດ ພາສາກອນເທົ່ານັ້ນ!!!!!!!!!

ໜ້າທີ່ 1 ຈາກທັງໝົດ 7 ໜ້າ <<<1234567>>>


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍເຊີນຊວນ..................................ອ້າຍເອື້ອຍນ້ອງໃນພັນລາວ

ລວມທັງອາວ................................................ລຸງປ້າມິດສະຫາຍ

ເຂົ້າມາຄາຍ.................................................ຄວາມທຸກອຸກອຸລາ

ມາຮ່ວມກັນ..................................................ລັ່ນລ້າ ພາສາກອນ




ມື້ນີ້ໜາ........................................................ກະປູນ້ອຍຂໍຂັບກອ່ມ

ເຊີນພໍ່ແມ່.....................................................ອ້າຍເອື້ອຍນ້ອງມາແຂ່ງຂັນ

ມາຮ່ວມກັນ...................................................ສ້າງສັນແລະປະພັນ

ໂອ້ລົມກັນ....................................................ໃນເລື່ອງຄວາມເປັນລາວ




ຄຳວ່າລາວນີ້ຊ່າງ...........................................ປະເສີດຍິ່ງ

ດັ່ງແມ່ຍິງນຸ່ງສິ້ນໃໝ........................................ໃຈໃຝ່ຫາ

ແຕ່ດຽວນີ້ນາງປ່ຽນໄປ......................................ຕ່າງນານາ

ນ້ອງແກ້ວຕາ................................................ນຸ່ງແອວລອຍປ່ອຍສາຍບື ແລ້ວເອີຍ




ໄປໃສແລ້ວ..................................................ຊົງຜົມເກົ້າທີ່ເຄີຍມີ

ມາມື້ນີ້ເຫັນແຕ່ຜີ.............................................ຜົມປົກໜ້າ

ທາຂອບຕາດຳຄ້ຳ...........................................ຄືນົກກາ

ອະນິດຈາ.....................................................ພາກັນລັ່ນລ້າ ນອກຮົ້ວໂຮງຮຽນເອີຍ




ໂຕປູນີ້........................................................ຫາກໍ່ເລີ່ມປະພັນກອນ

ມີອັນໃດ.......................................................ຍັງອອ່ນບອກແດ່ໜາ

ຈະເອົາໄປ....................................................ປ່ຽນແປງດັດແກ້ມາ

ເພື່ອມື້ໜ້າ.....................................................ຈັກເຮັດຖືກນຳເພິ່ນ ເອີຍ



ເຮົາຄົບກັນສອງປີແລ້ວ.. ^_^

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ສະບາຍດີ ສາວປູຜູ້ຫນ້າຮັກ
ຢາກຮູ້ຈັກ ນອງນາງແທ້ເດ້ຫລ້າ
ອ້າຍນັ້ນເວົ້າ ບໍ່ເກັ່ງ ເປັນພາສາ
ແຕ່ຢາກຈາ ຢາກຕໍ່ກອນ ສອນອ້າຍແນ່



໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ວັດທະນະທຳ ອັນລ້ຳຄ່າຂອງບ້ານເຮົາ ມີຫລາກຫລາຍ
ມີຜ້າໄຫມ ຜືນສິ້ນຜ້າ ນ່າຊົມຍ້ອງ
ແມ່ຍິງລາວ ເຮົາໃສ່ໃຈ ພຽນປະຄອງ
ກະສວຍສອດ ຈົກລວດລາຍ ເອກະລັກ ຄວາມເປັນລາວ

ເປັນສິ້ນຜ້າ ແພບ່ຽງພາດ ເຂົ້າວັດວາ
ພາກັນມາ ຮ່ວມທຳບຸນ ວັນສຳຄັນ
ເຖິງວັນເດືອນ ຈະປ່ຽນຜັນ ຫັນເປັນປີ
ປະເພນີ ຄວາມເປັນລາວ ຍັງຍາວນານ



"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ b4510024 ຂຽນວ່າ...
ສະບາຍດີ ສາວປູຜູ້ຫນ້າຮັກ
ຢາກຮູ້ຈັກ ນອງນາງແທ້ເດ້ຫລ້າ
ອ້າຍນັ້ນເວົ້າ ບໍ່ເກັ່ງ ເປັນພາສາ
ແຕ່ຢາກຈາ ຢາກຕໍ່ກອນ ສອນອ້າຍແນ່






ກ່ອນອື່ນໝົດ ໂຕນ້ອງນີ້ຕ້ອງຖະແຫຼງ
ຢ່າງຈະແຈ້ງ ໃຫ້ອ້າຍນັ້ນເຂົ້າໃຈ
ນາມວ່າປູ ຊື່ນີ້ແມ່ຕັ້ງໃຫ້
ເພື່ອລູກຊາຍ ແຂງແຮງດັ່ງປູ ເອີຍ

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MillionairMIND ຂຽນວ່າ...
ວັດທະນະທຳ ອັນລ້ຳຄ່າຂອງບ້ານເຮົາ ມີຫລາກຫລາຍ
ມີຜ້າໄຫມ ຜືນສິ້ນຜ້າ ນ່າຊົມຍ້ອງ
ແມ່ຍິງລາວ ເຮົາໃສ່ໃຈ ພຽນປະຄອງ
ກະສວຍສອດ ຈົກລວດລາຍ ເອກະລັກ ຄວາມເປັນລາວ

ເປັນສິ້ນຜ້າ ແພບ່ຽງພາດ ເຂົ້າວັດວາ
ພາກັນມາ ຮ່ວມທຳບຸນ ວັນສຳຄັນ
ເຖິງວັນເດືອນ ຈະປ່ຽນຜັນ ຫັນເປັນປີ
ປະເພນີ ຄວາມເປັນລາວ ຍັງຍາວນານ






ໂອ້ກອນອ້າຍ ຊ່າງມາເວົ້າຕຳແທ້ໜາ
ອ່ານແລ້ວພາ ໃຫ້ຄິດຮອດວຽງໃນຝັນ
ດົນແລ້ວໜາ ບໍ່ໃດ້ເມືອເມືອງວຽງຈັນ
ຢາກກັບໄປ ຍໍຂັນຕັກບາດ,,ເດ

ເຮົາຄົບກັນສອງປີແລ້ວ.. ^_^

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ເອົ້າຕ໋າຍຕາຍ ອ້າຍຄືດວ່າ ແມ່ນຜູ່ຍິງ

ຄວາມເປັນຈິງ ຜັດກາຍ ເປັນຊາຍເສີຍ

ເບິ່ງໃນຮູບ ຫລືເຈົ້າ ເປັນກະເທີຍ

ຈັ່ງໃດເອີ໋ຍ ບອກອ້າຍແນ່ ຍັງງົງໆ


໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ເມືອງວຽງຈັນ ອັນວ່າງາມ ປະດັບຕາ
ມີລາຄາ ທາງຈິດໃຈ ກໍ່ເມື່ອຈາກ
ຢູ່ຕ່າງດ້າວ ມາຕ່າງແດນ ຄືຈັງເຮົາ
ຄິດແລ້ວເຝົ້າ ມານັ່ງນັບ ວັນກັບລາວ




"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ b4510024 ຂຽນວ່າ...
ເອົ້າຕ໋າຍຕາຍ ອ້າຍຄືດວ່າ ແມ່ນຜູ່ຍິງ

ຄວາມເປັນຈິງ ຜັດກາຍ ເປັນຊາຍເສີຍ

ເບິ່ງໃນຮູບ ຫລືເຈົ້າ ເປັນກະເທີຍ

ຈັ່ງໃດເອີ໋ຍ ບອກອ້າຍແນ່ ຍັງງົງໆ




ໂອ້ຍຕ໋າຍຕາຍ ອ້າຍອັນນີ້ເຈົ້າຊ່າງວ່າ

ຮູບນັ້ນໜາ ແມ່ນຮູບແຟນຂ້ອຍເອີຍ

ຂ້ອຍຄົນນີ້ ບໍ່ເຄີຍຄິດເປັນກະເທີຍ

ຍາກແທ້ເອີຍ ໃຫ້ຂ້ອຍມັກເພດດຽວກັນ

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MillionairMIND ຂຽນວ່າ...
ເມືອງວຽງຈັນ ອັນວ່າງາມ ປະດັບຕາ
ມີລາຄາ ທາງຈິດໃຈ ກໍ່ເມື່ອຈາກ
ຢູ່ຕ່າງດ້າວ ມາຕ່າງແດນ ຄືຈັງເຮົາ
ຄິດແລ້ວເຝົ້າ ມານັ່ງນັບ ວັນກັບລາວ







ເຮົາຈາກມາ ກໍ່ແມ່ນເພື່ອການສຶກສາ

ເພື່ອມື້ໜ້າ ໄດ້ກັບໄປພັດທະນາ

ຄົນເຮົາເກີດມາຊາດໜຶ່ງ ບໍ່ຕ່າງໝາ

ຖ້າຫາກວ່າ ບໍ່ໃດ້ແທນ ບຸນຄຸນບ້ານເກີດຕົນ


ອົດເອົາເດີ້

ເຮົາຄົບກັນສອງປີແລ້ວ.. ^_^

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ແມ່ນຊັ້ນເບາະ ຄຶດວ່າ ແມ່ນຮູບເຈົ້າ

ຜັດໄປເອົາ ຮູບແຟນ ມາແທນສາ

ຂໍໂທດເດີ້ ເຂົ້າໃຈຜິດ ທີ່ເວົ້າມາ

ໄວ້ເທື່ອຫນ້າ ສິຈື່ໄວ້ ບໍ່ໃຫ້ລືມ ອິອິ


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ເມືອງວຽງຈັນ ຢາກໄປ ແຕ່ໃດມາ

ເຂົາລືສ່າ ວ່າງາມຫລາຍ ໃຈຄຶດຝັນ

ຢາກໄປເດ້ ຢາກໄປເຫັນ ເມືອງວຽງຈັນ

ແຕ່ບໍ່ທັນ ມີເງິນ ຂັດເຂີນຢູ່


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ b4510024 ຂຽນວ່າ...
ແມ່ນຊັ້ນເບາະ ຄຶດວ່າ ແມ່ນຮູບເຈົ້າ

ຜັດໄປເອົາ ຮູບແຟນ ມາແທນສາ

ຂໍໂທດເດີ້ ເຂົ້າໃຈຜິດ ທີ່ເວົ້າມາ

ໄວ້ເທື່ອຫນ້າ ສິຈື່ໄວ້ ບໍ່ໃຫ້ລືມ ອິອິ




ຂອບໃຈອ້າຍ ຫຼາຍໆທີ່ເຂົ້າໃຈ

ນ້ອຍຈົນໃຫຍ່ ຜູ້ໃດກໍທ້ວງທັກ

ວ່າປູນາ ຊື່ນີ້ແສນໜ້າຮັກ

ຫຼັງເກືອບຫັກ ແກ້ສົ້ງເບິ່ງເປັນຜູ້ຊາຍ

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ b4510024 ຂຽນວ່າ...
ເມືອງວຽງຈັນ ຢາກໄປ ແຕ່ໃດມາ

ເຂົາລືສ່າ ວ່າງາມຫລາຍ ໃຈຄຶດຝັນ

ຢາກໄປເດ້ ຢາກໄປເຫັນ ເມືອງວຽງຈັນ

ແຕ່ບໍ່ທັນ ມີເງິນ ຂັດເຂີນຢູ່




ອ້າວຊັ້ນອ້າຍ ແມ່ນຄົນບ້ານໃດຊັ້ນ?

ບໍ່ເຄີຍໄປ ວຽງຈັນອີ່ຫຼີນະ?

ມາໂລດເດີ້ ວຽງຈັນ ຍິນດີຕອ້ນຮັບ

ເລື່ອງເງິນຄຳ ບໍ່ນັບດອກ ເຄື່ອງບໍ່ແພງ

ເຮົາຄົບກັນສອງປີແລ້ວ.. ^_^

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ໄປກ່ອນເດີ້ ວ່າສິໄປ ຫາກິນເຂົ້າ

ຄວາມສິເວົ້າ ເອົາສ່ຳນີ້ ສາກ່ອນນະ

ຕອນນີ້ຫິວ ຫລາຍໆ ຈົນລາຍຕາ

ແຕ່ຕື່ນມາ ບໍ່ທັນໄດ້ ກິນເຂົ້າຊ້ຳ


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ອງກະວ່າ ຊິໄປຢູ່ຄືກັນ

ໃຈຫວັ່ນໆ ຝົນຕົກຕະຫຼາດປິດ

ຢ້ານມື້ແລງ ນອນຫຼັບບໍ່ສະໜິດ

ທ້ອງໂລກຈິດ ຮ້ອງໝົດຄືນຫິວເຂົ້າເອີຍ

ເຮົາຄົບກັນສອງປີແລ້ວ.. ^_^

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບໆ...............ແອບຊອບເຈົ້າຂອງກະທູ້
ໃຈຫົດຫູ່.................ຢູ່ໆ ກະຕອບໄດ້
ຂໍຖາມຈາກໃຈ........ຍັງຄ້າງໃຈມີ1ຂໍ້
ແມ່ນໃຜນໍ.........ມາຂໍຢືມເງີນຂ້ອຍແລ້ວບໍ່ ໄຊ້

ບໍມີວັນໄດ້ຮັກກັນ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຊກບໍ່ດີ ຕົວເຮົານັ້ນ ສຶກສາໜ້ອຍ
ໄດ້ແຕ່ຄອຍ ເຂົ້າມາອ່ານ ກອນເພິີ່ນຂຽນ
ຢາກຈະຮຽນ ຂຽນໃຫ້ເກັ່ງ ຄືດັ່ງເພິ່ນ
ແຕ່ຕົວຂ້ອຍ ພອນສະຫວັນ ມັນບໍ່ມີ
ຂຽນສ່ຳນີ້ ຖືວ່າດີ ແທ້ໜັກໜາ




໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍແຕ່ພິມລາວໄດ້


໑ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ສະບາຍດີ ກັບເຈົ້າຂອງກະທູ້
ຢາກຕໍ່ສູ້ ພາສາກ່ອນນຳເຈົ້າຢູ່
ແຕ່ບໍ່ຮູ້ ຈະສູ້ເຈົ້າໄດ້ຈັ່ງໃດ
ເພາະຂ້ອຍຍັງ ເປັນມືໃໝ່ຫັດແຕ່ງກ່ອນ... (ຜິດພາດປະການໃດກະຂໍໂທດຂໍອະໄພເດີ້)

you still a lots more to work on ຍັງອ່ອນຫັດຢູ່ເດີ້!!!

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົມນ້ຳໜ້າ ກະປູເນົ່າແສນເສົ້າໃຈ
ທີ່ໃຜໆ ຕ້ອງຄິດວ່າເປັນກະເທີຍ
ຍ້ອນມັກເລີຍ ເມີນເສີຍຕໍ່ຜູ້ຍິງ
ອັນທີ່ຈິງລາວເປັນລິງ ຈຽກໆ


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ...
ສົມນ້ຳໜ້າ ກະປູເນົ່າແສນເສົ້າໃຈ
ທີ່ໃຜໆ ຕ້ອງຄິດວ່າເປັນກະເທີຍ
ຍ້ອນມັກເລີຍ ເມີນເສີຍຕໍ່ຜູ້ຍິງ
ອັນທີ່ຈິງລາວເປັນລິງ ຈຽກໆ



ໂຫນາງຫລ້າ ຄືວ່າ ໃຫ້ເຂົາເຈົ້າ

ຄືໄປເວົ້າ ໃຫ້ເຂົາ ຄັກແທ້ຫນາ

ອາດເປັນຍ້ອນ ເຂົາມີແຟນ ຍ້ານຖືກດ່າ

ກະເລີຍບໍ່ ມັກເວົ້າຈາ ກັບຜູ່ຍິງ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼົງເຂົ້າມາກະທູ້ ໃຈຫົດຫູ່ເພາະແຕ່ງກ່ອນບໍເປັນ
ເວັ້ນກະເວັ້ນບໍໄດ້ ເລີຍຈຳໃຈຂີດຕໍ່
ຄັນພໍ້ຄວາມຜິດ ກະວ່າໄດ້ ຊິເຕັມໃຈຮັບເອົາ
ບາດເຂົ້າມາ ອີກຄັ້ງ ຈັງຊິໄດ້ກ່າວຕໍ່ ເດ໊

ຈົບແບບອີລາກອີເລືອ

ຮັກແທ້ຄືແມ່

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ White ຂຽນວ່າ...
ຫຼົງເຂົ້າມາກະທູ້ ໃຈຫົດຫູ່ເພາະແຕ່ງກ່ອນບໍເປັນ
ເວັ້ນກະເວັ້ນບໍໄດ້ ເລີຍຈຳໃຈຂີດຕໍ່
ຄັນພໍ້ຄວາມຜິດ ກະວ່າໄດ້ ຊິເຕັມໃຈຮັບເອົາ
ບາດເຂົ້າມາ ອີກຄັ້ງ ຈັງຊິໄດ້ກ່າວຕໍ່ ເດ໊

ຈົບແບບອີລາກອີເລືອ


ຈົບແບບອີລາກອີເລືອແລ້ວຍັງບໍ່ພໍ
ແຖມກອນຍັງບໍ່ສຳຜັດກັນ ອ່ານແລ້ວມັນຂັດໆວາດໃດວາດໜຶ່ງ
ແຕ່ກໍຖືວ່າມີຄວາມພະຍາຍາມສູງ
why don't you write this poem into English
I think It must be better than this


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ທັນໄດ້ເປັນຜູ້ທຳອິດສຳ:

ເອຟ1 ເປີດເວບບອນທັ້ງທີ່

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຍຄັກໆໆໆ ລົມກັນພາສາກອນວ່າຊັ້ນ555+

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ວ່າເວົ້າກ່ຽວກັບຫຍັງຢາກຈະໂຊກອນຕາຍໆໆ ກອນໜື່ງທີ່ແຕ່ເອງ 555+

ບໍ່ມີໃຜຢາກເປັນທີ່ສອງ ບໍ່ມີໃຜຢາກເປັນຕົວສຳຮອງ

ບໍ່ມີໃຜທີ່ບໍ່ຢາກເປັນຕົວຈິງ ຂອງຄົນທີ່ເຮົາຮັກ.....

ບາງຄົນພັດອົກຮັກ ຫຼົງມັກເຂົາຂ້າງດຽວ

ບາງຄົນພັດໂດດດຽວ ຫຼຽວໄປບໍ່ມີໃຜ

ບາງຄົນພັດສຸກໃຈ ທີ່ໄດ້ເຮັດເພື່ອໃຜສັກຄົນ

ບາງຄົນພັດບໍ່ສົນ ດິ້ນລົ້ນຫາຄົນໃໝ່...

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ໋າກກກກກກກກກກກກ ສາວປູວ່າຊັ້ນເດະ555+ ສາວປູ ເອຟ1 ກັກໆ

21 3-15-13-16-12-5-20-5 13-5


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກຫຼາຍນໍ ຄົນເຂົາມາຕໍ່ຄີວຫຼາຍຂະໜາດ ມາຫຼັງບໍ່໖ໍຄິວດອກ ລັດຄີວໂລດຄືຊິດີນໍ ? ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັກແທ້ ບໍ່ແຟ້ ບໍ່ຮັກ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນສູ່ມື້...............ກະປູໄຕ່ຄັນຄູ
ຢາກເກັບຫງ່າມກະປູ..ມາດອງເປັນຂອງແກ້ມ
ແຕ່ກະປູບໍ່ໃຫ້...........ສາວ ຈ ໄດ້ຈັບຫງ່າມ
ເພາະເກັບໄວ້............ໃຫ້ສາວງາມປະຈຳໃຈ!!


ໜ້າທີ່ 1 ຈາກທັງໝົດ 7 ໜ້າ <<<1234567>>>