ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເສິກປະລອງກອນສົດ ພາສາກອນເທົ່ານັ້ນ!!!!!!!!!

ໜ້າທີ່ 7 ຈາກທັງໝົດ 7 ໜ້າ <<<1234567>>>


໘ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ອົດເອົາເດີ.................ຫາກອ່ານແລ້ວມັນຂັດຄໍ
ຄຳກ່າຍເກາະ..............ບໍ່ໄພເລາະສະເນາະຫູ
ເພາະຄວາມຮູ້..............ໃນດ້ານນີ້ຂ້າບໍ່ມີ
ທີ່ຂຽນມາເທົ່ານີ້............ເກືອບແທບຕາຍ


໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ

ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ນ້ອງກະປູຢູ່ໆປ່ຽນເພດໄປ ເຮັດແນວໃດຊິໄດ້ເພດຄືນມາ
ອ້້າຍນີ້ຂໍອອກຄຳເຫັນ ໃຫ້ນ້ອງສາ
ເອົາເພດມາປະສົມເຂົ້າ ຢູ່ເບົ້າດຽວ


ຂໍໂທດເດີ້ເວົ້າຍອກຊື່ໆ ຫ້າມຄຽດເດີ້


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຊອມລອມອ່ານ

ຮັກແທ້ຄືແມ່

໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ vaanhsone ຂຽນວ່າ...
ນ້ອງກະປູຢູ່ໆປ່ຽນເພດໄປ ເຮັດແນວໃດຊິໄດ້ເພດຄືນມາ
ອ້້າຍນີ້ຂໍອອກຄຳເຫັນ ໃຫ້ນ້ອງສາ
ເອົາເພດມາປະສົມເຂົ້າ ຢູ່ເບົ້າດຽວ


ຂໍໂທດເດີ້ເວົ້າຍອກຊື່ໆ ຫ້າມຄຽດເດີ້



ກະເພດດຽວ................. ມາແຕ່ໃດ.............. ໃດ໋ລະອ້າຍ
ຊື່ລະມ້າຍ ....................ຄ້າຍແມ່ຍິງ .............ຊື່ໆໜາ
ໂຕຈິງແທ້ ...................ມີເຄົາແບ້ ................ແຜ່ລົງມາ
ເຫັນກັບຕາ ..................ໃຜກະວ່າ ...............ຂ້ອຍໂຄດແມນ!!




ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ມາຊອມລອມອ່ານ



ມາຊອມລອມ................ ແຊມແລມ............... ກິນກະແລ້ມ
ມາລັກແນມ ...................ເບິ່ງຫຍັງ ................ນໍ້ເອື້ອຍຄູ
ຢ່າຊູ່ແນມ ......................ເບິ່ງລ້າ ...................ແຕ່ຕາດູ
ເຊີນເອື້ອຍຄູ ...................ຂຽນມາຄູ່ ..................ຮ່ວມແຈມກັນ


ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gapoo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ vaanhsone ຂຽນວ່າ...
ນ້ອງກະປູຢູ່ໆປ່ຽນເພດໄປ ເຮັດແນວໃດຊິໄດ້ເພດຄືນມາ
ອ້້າຍນີ້ຂໍອອກຄຳເຫັນ ໃຫ້ນ້ອງສາ
ເອົາເພດມາປະສົມເຂົ້າ ຢູ່ເບົ້າດຽວ


ຂໍໂທດເດີ້ເວົ້າຍອກຊື່ໆ ຫ້າມຄຽດເດີ້



ກະເພດດຽວ................. ມາແຕ່ໃດ.............. ໃດ໋ລະອ້າຍ
ຊື່ລະມ້າຍ ....................ຄ້າຍແມ່ຍິງ .............ຊື່ໆໜາ
ໂຕຈິງແທ້ ...................ມີເຄົາແບ້ ................ແຜ່ລົງມາ
ເຫັນກັບຕາ ..................ໃຜກະວ່າ ...............ຂ້ອຍໂຄດແມນ!!





ນ້ອງກະປູພາຍນອກ ໃຈກ້າໃຫ່ຍດັງເເມນ
ມີເເຕ່ເເຄນ ບໍ່ກ້າບອກຮັກສາວ
ເຫັນຜູ້ບ່າວ ນຳໄລ່ສາວຝັນໄປ
ກະປູຄີດເຈັບໃຈ ໄດ້ເເຕ່ຮ້ອງໄຫ້...ພາຍໃນໃຈ


໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ໃຊ້ກະວີ ........................ມາລະບາຍ...................... ໃຫ້ຄາຍເຫງົາ
ຄາຍຄວາມເສົ້າ ...............ເຫງົາຈິດ ........................ທີ່ຕິດໃຈ
ຫາກເກີດເລື່ອງ ...............ເຄືອງຄ້າງ...................... ໃນວັນໃດ
ຮວມມັນໄວ້ ...................ມາລະບາຍ ......................ຢູ່ທີ່ນີ້


ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຈັງເເມ່ນຕໍ່ໄວນໍຫາກະຄີດເເລ້ວຕໍ່ເລີຍ


໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
...


ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gapoo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...




ນ້ອງກະປູພາຍນອກ ໃຈກ້າໃຫ່ຍດັງເເມນ
ມີເເຕ່ເເຄນ ບໍ່ກ້າບອກຮັກສາວ
ເຫັນຜູ້ບ່າວ ນຳໄລ່ສາວຝັນໄປ
ກະປູຄີດເຈັບໃຈ ໄດ້ເເຕ່ຮ້ອງໄຫ້...ພາຍໃນໃຈ




ລູກຜູ້ຊາຍ ......................ຮ້ອງໃຫ້....................... ມັນໜ້າອາຍ
ເຈັບແທບຕາຍ ............ດ້ວຍເປັນຊາຍ ..................ຕ້ອງອົດໄວ້
ເຖິງຢາກຮ້ອງ .................ອອກສຽງ ......................ດັງກ້ອງໄປ
ຕ້ອງເກັບໄວ້ ..................ຮ້ອງໃນໃຈ .....................ພຽງຜູ້ດຽວ

ແຟນທີ່ຮັກ ......................ເຂົາຖິ້ມ ......................ເຮົາເສຍໃຈ
ແຕ່ຍັງໃດ້ .........................ໝູ່ໄກ້ .........................ປອບໃຈໜາ
ໃນຄືນວັນ ......................ໂດດດ່ຽວ ......................ປ່ຽວເອກາ
ມີສຸລາ ...........................ແລະໂຊດາ .....................ຄຽງຂ້າງເຮົາ

ກັບຄວາມຮັກ ....................ທີ່ເຮົາ ........................ເຄີຍຜ່ານພົບ
ອາດຈະຈົບ ....................ດ້ວຍການທີ່ ...................ເຂົາໜີໄປ
ອາດຈະຈົບ ....................ເຮົາຕ້ອງເຈັບ .................ຊ້ຳຫົວໃຈ
ເຖິງຢ່າງໃດ .......................ສູ້ຕໍ່ໄປ .......................ຊີວິດເຮົາ

ຢາຈະລົບ .........................ໃຫ້ສິ້ນ...................... ກິ່ນຮັກເກົ່າ
ໃຊ້ຄວາມເມົາ ...................ບັນເທົາ .......................ຂັດເກົາໃຈ
ຢາກຈະລືມ ......................ໂລະຖິ້ມ ......................ຄວາມເສຍໃຈ
ພັດເກັບໄວ້ ....................ເພາະວ່າໃຈ ....................ບໍ່ອາດລືມ

ຄວາມຮັກຄື..................... ການຮຽນ ....................ອີກແບບໜຶ່ງ
ເຈັບໜຶ່ງຄັ້ງ ....................ພັ້ງໜຶ່ງທີ ....................ດີແທ້ໜາ
ທຽບກັບຄວາມ .................ສຸກລົ້ນ .......................ຜ່ານພົ້ນມາ
ຄວາມເຈັບໜາ ................ສົມລາຄາ .....................ມັນອີ່ຫຼີ

ເຖິງແມ່ນເຈັບ ...................ແຕ່ຍັງ ......................ຈະຂໍຮັກ
ບໍ່ຂໍປັກ ...........................ທຸງຂາວ .......................ຕ່າວກັບຫາ
ຢາກຈະຮັກ ......................ໃຫ້ມັນຮູ້ ......................ຄືກັນວ່າ
ກູນີ້ໜາ ..........................ຄາສໂນວາ ...................ໂຕຈິງເອີຍ




ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ລືມ.. ຂ້ອຍ20ປີແລ້ວ ຈິມ ເອີ້ຍ.. ນ້ອງວ່າຊັ້ນ

ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໐ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ສົກຮຽນໃໝ່...................... ຫຍັບໄກ້..................... ມໍ່ເຂົ້າມາ
ໝົດເວລາ ............................ຢູ່ລ້າ .......................ແທ້ແລ້ວໜາ
ຕ້ອງຫາຮ່ຳ .........................ຮຽນຮູ້ .......................ກູ້ວິຊາ
ໜີສຸລາ ...............................ນາລີ .......................ພີ່ຕຳລາ

ບໍ່ມັກສຽງຟົດ.. ແຕ່ກໍບໍ່ໄດ້ຫົດຫົວແຕ່ໃນກະດອງ..

໐ ກະທູ້
໑໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ bpp ຂຽນວ່າ...
ຜູກສັມພັນໃນວັນນີ້ ມື້ຫນ້າມີ.
ໄມຕີຈິດພິດສະໝັຍ...ຄວາມໃນໃຈ
ໃຫ້ໄປໃນສາຍຝົນ..ຝາກໃຫ້ຄົນອີກຝັ່ງ
ໄດ້ຄືດເຖີງ....


ฝั่งซ้าย ฝั่งขาวคืนดี คงมีรักร่วมสุขสม.








ອິອິ
ມັກໆໆໆໆ



ໜ້າທີ່ 7 ຈາກທັງໝົດ 7 ໜ້າ <<<1234567>>>