ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ລອງເຂົ້າມາປະເມີນຕົວເອງວ່າເກັ່ງພາສາລາວໄດ້ສ່ຳໃດ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ແຕ່ລະຢ່າງຂໍພຽງ 90% ກະພໍແລ້ວຄິດວ່າປະສະຈາກບໍ່ໄດ້ສິມີອັນພິດພາດ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຂຽນຜິດສອງຮ້ອຍເປິເຊັນ, ເວົ້າບໍ່ຖ້ອງ, ອ່ານ ພໍໄດ້!


໐ ກະທູ້
໓໙ ໂພສ
ຂາປະຈຳເວັບບອດ
ຕັ້ງແຕ່ມາຮຽນຢູ່ຈີນ ພາສາລາວຂອງຂ້ອຍນັບມື້ນັບຖອຍຫລັງ ບາງເທື່ອລົມກັບແມ່ບາງຄຳກະຍັງຫລົງເວົ້າພາສາຈີນ ບາງຄຳກະເວົ້າບໍ່ອອກ ລືມວ່າສາລາວວ່າຈັ່ງໃດ ຍອມເລີຍ ພາສາອັງກິດກະລືມຫມົດ ຕອນນີ້ທີ່ເຮັດໄດ້ກະແມ່ນຮຽນພີມພາສາລາວ

MeTeOriC_ApRiL2089

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tunna ຂຽນວ່າ...
ຢາກໃຫ້ສະມາຊິກພັນລາວທຸກຄົນປະເມີນຕົວເອງລອງເບິ່ງວ່າຕົນເອງເກັ່ງພາສາລາວໄດ້ຈັກ
ເປີເຊັນໂດຍຈະທຽບໃນທຸກໆດ້ານ ຢ່າງເຊັ່ນ: ການເວົ້າຈາໃນສະຖານທີ່ຕ່າງໆ, ການຂຽນໃນ
ເລື່ອງຕ່າງໆເປັນຕົ້ນແມ່ນບົດຄວາມຕ່າງໆ, ບົດແຕ່ງຕ່າງໆ,......


ຖ້າຈະໃຫ້ປະເມີນຕົວເອງ ສິ່ງທີ່ສຳຄັນຕ້ອງມີມາດຕະຖານເພື່ອຈະໃຊ້ໃນການປະເມີນ
ການເວົ້າ ຈະຮູ້ໄດ້ແນວໃດວ່າຕົວເອງເວົ້າສຸພາບໜ້ອຍ-ຫຼາຍສ່ຳໃດ? ເອົາຫຍັງມາວັດແທກ?
ການຂຽນ ແນ່ນອນຢູ່ແລ້ວວ່າຫຼັກການຂຽນຂອງພາສາລາວເຮົາມີ ແຕ່ວ່າ ຄົນສ່ວນຫຼາຍພັດມັກຈະຂຽນຕາມພາສາເວົ້າ ໂດຍບໍ່ຄຳນຶງເຖິງວ່າຫຼັກການຂຽນຂອງຄຳນັ້ນໆທີ່ເວົ້າ ຫຼື ຂຽນອອກໄປຖືກຕ້ອງຫຼືບໍ່ ອັນນີ້ເປັນບັນຫາສຳຄັນທີ່ສຸດສຳລັບຄົນລາວເຮົາ
ແລະສິ່ງທີ່ສຳຄັນບໍ່ນ້ອຍໜ້າກັນກໍແມ່ນການຟັງ ເມື່ອເຮົາສົນທະນາກັນ ເວລາໄດ້ຍິນຄຳສັບໃດນຶ່ງເຮົາຈະຄິດວ່າຄຳສັບນັ້ນເປັນຄຳສັບທີ່ຖືກຕ້ອງ ເພາະຖ້າບໍ່ຖືກຕ້ອງຄົນກໍຈະບໍ່ເອົາມາເວົ້າກັນ ແຕ່ວ່າບັນຫາມັນກໍມັກຈະເກີດກັນຢູ່ຈຸດນີ້ຫຼາຍສົມຄວນ ເພາະວ່າຄົນລາວສ່ວນຫຼາຍບໍ່ໄດ້ສຶກສາເລື່ອງພາສາລາວຢ່າງຄົບຖ້ວນ ແລະຈິງຈັງ ເພາະເກີດມາກໍໄດ້ຍິນ ແລະ ເວົ້າພາສາລາວກັນເປັນໝົດທຸກຄົນ ຕັ້ງແຕ່ຮຽນປາກກໍເປັນພາສາລາວແລ້ວ
ສະນັ້ນ ເວລາທີ່ຈະເຮັດການປະເມີນຕົວເອງ ກ່ອນອື່ນຕ້ອງງມີສິ່ງທີ່ເອີ້ນວ່າ ມາດຕະຖານ ໃນການວັດແທກວ່າເວລາເວົ້າໄປແລ້ວເປັນແນວໃດ, ຂຽນໄປແລ້ວຖືກຕ້ອງໜ້ອຍຫຼາຍປານໃດ. ຫຼັງຈາກນັ້ນ ເຮົາຈິ່ງຈະສາມາດປະເມີນຕົວເອງໄດ້ວ່າເຮົາມີຄວາມສາມາດໃຊ້ພາສາລາວໄດ້ຈັກເປີເຊັນ ຫຼືວ່າ ໄດ້ຫຼາຍສ່ຳໃດ.
ຈົບຂ່າວ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
99.9%ໂດຍປະມານ ອ່ານ ຂຽນ ເຂົ້າ ແຕ່ບໍ່ລວມເຖິງລາຊາສັບເດີ


໐ ກະທູ້
໒໖໒ ໂພສ
ນັກການກະທູ້
ຕອນນີ້ຄົນລາວບໍ່ເກັ່ງພາສາລາວແລ້ວ!!!!!!!! ເພາະຢູ່ລາວວິຊາພາສາລາວມີແຕ່ຂັ້ນປຣິນຍາໂທ ຖ້າຢາກໄດ້ ປຣິນຍາເອກພາສາລາວຕ້ອງໄປເອົາຢູ່ຕ່າງປະເທດ. ແປກບໍທ່ານວ່າ!!!!!!!!!!!!!!!


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະມານ20%

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
write 70%
read 75%
understand 85%


໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ຂຽນ 100%
ເວົ້າ 99.99%


are u sure that u can write 100% and speak 99,99%
impossible . but if u thing you can do it the best . i will believe u 60%


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາຂຽນ ເກັ່ງກວ່າ ໄວຍະກອນ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍ ເວົ້າ50% ຂຽນ50% +ກັນເປັນ100%

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາ 50 ລແະ 50 ຊະ...
ບໍ່ໝັ້ນໃຈ


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ປະມານ ຂຽນ 80%
ເວົ້າ 85%





໒ ກະທູ້
໑໗໘ ໂພສ
ນັກການກະທູ້
ຂຽນ 65%
ອ່ານ 100%
ເວົ້າ 90%


Just cuase I Love anime doesn't mean I don't have a life

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍເວົ້າໄດ້ ອ່ານໄດ້ ຂຽນເປັນ, ແຕ່ບໍ່ເຂົ້າໃຈໝົດດອກ


໘ ກະທູ້
໑໑໒ ໂພສ
ນັກການກະທູ້
ເວົ້າ ອ່ານ ຟັງ ຂຽນ ເປັນ ແຖມຮ້ອງເພງພາສາລາວກໍ່ໄດ້

ສາວລາວເຂົ້າໜຽວຈ້ຳປາແດກ

໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ຂຽນ 85
ເວົ້າ 65


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ApriL2089 ຂຽນວ່າ...
ຕັ້ງແຕ່ມາຮຽນຢູ່ຈີນ ພາສາລາວຂອງຂ້ອຍນັບມື້ນັບຖອຍຫລັງ ບາງເທື່ອລົມກັບແມ່ບາງຄຳກະຍັງຫລົງເວົ້າພາສາຈີນ ບາງຄຳກະເວົ້າບໍ່ອອກ ລືມວ່າສາລາວວ່າຈັ່ງໃດ ຍອມເລີຍ ພາສາອັງກິດກະລືມຫມົດ ຕອນນີ້ທີ່ເຮັດໄດ້ກະແມ່ນຮຽນພີມພາສາລາວ



ຄິດວ່າສ່ວນຫຼາຍເປັນຄືກັນຫັ້ນລະ


໐ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ເວລາຂຽນບົດວິທະຍານິພົນຈະຮູ້ດີທີ່ສຸດວ່າເກັ່ງຫລືບໍ່ເກັ່ງພາສາລາວຫລາຍສ່ຳໃດ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພໍໄດ້ແຕ່ບໍ່ເກັ່ງ
ຂະໜາດວ່າເປັນຄົນລາວແທ້ໆແຕ່ຂ້ອຍກະຍັງຕົກພາສາລາວ



໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
100% ບໍ່ໄດ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ພາສາລາວຂ້ອຍກະພ້ຽນ ທັງສຳນຽງພ້ອມ ເປັນເພາະລົມກັບຄົນຕ່າງປະເທດຫຼາຍຕີ້ເບາະ(ລົມເປັນພາສາລາວຫັ້ນນະ) ບາງເທື່ອຕ້ອງໄດ້ເວົ້າແບບໃຫ້ຂະເຈົ້າເຂົ້າໃຈນຳ ແລະ ບາດມາເວົ້າກັບຄົນລາວນຳກັນ ບາງເທື່ອກະເວົ້າອອກມາແບບຄ້າຍໆຄືເວົ້າຂະເຂົ້າ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແລ້ວຄົນຕັ້ງກະທູ້ເດ ເກັ່ງພາສາລາວສ່ຳໃດ


໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຢາກຮູ້ກະມາວັດເບິ່ງໂລດແລ້ ໃຜຊິຮູ້ໃຫ້ເປີເຊັນໂຕເອງ ຖ້າຄົນອື່ນບໍ່ໃຫ້ນາ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ເກີນ 100 ທຸກຢ່າງທັງອ່ານທັງຂຽນທັງເວົ້າແລະຟັງ 555555

ສອຍໆ ຄຸສອງໜ່ວຍ ເປັນຫາບ

໖ ກະທູ້
໙໗ ໂພສ
ນັກການກະທູ້
ບໍ່ຮູ້ຊິປະເມີນຕົນເອງແນວໄດເພາະວ່າເຮົາປະເມີນເຮົາເອງມັນຍ່ອມບໍ່ຫນ້າເຊື່ອຖື
ແຕ່ສຳລັບຂ້າພະເຈົ້າແລ້ວເປັນຄົນຫນື່ງທີ່ເຄັ່ງຄັດເລື່ອງການໃຊ້ພາສາທີ່ສຸດເຖີງ
ຂັ້ນທີ່ວ່າໄດ້ເຫັນຫລືໄດ້ຍີນຄົນອື່ນເວົ້າພາສາລາວຜິດໆຂ້ອຍກາທ້ວງໂລດກາມີ
ຈົນບາງຄັ້ງເຂົາເຈົ້າເຮັດຕາຂຽວໃສ່ພຸ້ນລະແຕ່ຈະເຮັດແນວໄດໄດ້ໃນເມື່ອມັນຂີນ
ຫູຂີນຕາເຮົາເດຢາກໃຫ້ຄົນລາວໃຊ້ພາສາລາວໃຫ້ເປັນໃຊ້ໃຫ້ຖຶກແມ່ນດີທີ່ສຸດ
ດຽວນີ້ພາສາຊ໋ອດກະຈາເຂົ້າມາມີບົດບາດຫລາຍໃນບ້ານເຮົາບັນຫານີ້ຫນ້າເປັນຫ່ວງ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>