ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໔ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຫລາຍຄົນອາດເຄີຍໄດ້ຍິນສຳນວນນີ້, ເຊິ່ງມັກໃຊ້ກັບຄົນທີ່ລືມບ້ານເກີດເມືອງນອນ, ລືມຮາກເຫງົ້າຂອງຕົນ ແລ້ວໄປຫລົງໄຫລນຳຂອງຜູ້ອື່ນ, ຂອງປະເທດອື່ນ ເປັນຕົ້ນ.

ປັດຈຸບັນນີ້ຂ້າພະເຈົ້າມັກໄດ້ຄົນລາວສ່ວນໜຶ່ງມີໃຊ້ຄຳສັບປະເທດອື່ນຫລາຍ ທັ້ງທີ່ວ່າສັບລາວກໍມີໃຊ້ ໂດຍຄິດວ່າໃຊ້ສັບພາສາປະເທດອື່ນ ແລ້ວມັນຄັກ, ມັນຄືທັນສະໄໝ, ແຕ່ໃນຄວາມເປັນຈິງແລ້ວ ຄົນທີ່ໃຊ້ສັບພາສາອື່ນ ໂດຍທີ່ພາສາລາວເຮົາກໍມີ ນັ້ນແຫລະທີ່ເປັນຄົນຫລ້າສະໄໝ. ຄົນທີ່ໄດ້ຮັບການສຶກສາຢ່າງດີມັກຈະໃຊ້ພາສາລາວໄດ້ຢ່າງຖືກຕ້ອງ, ເຂົ້າໃຈວັດທະນະທຳຂອງຕົນເປັນຢ່າງດີ.

ປັດຈຸບັນການຮຽນພາສາທີ່ສອງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ແຕ່ຈະຮູ້ຈັກແຈ້ງພາສາອື່ນໄດ້ ກ່ອນອື່ນໝົດຕ້ອງຮູ້ຈັກ ແລະເຂົ້າໃຈພາສາຊາດ ໃຫ້ດີສາກ່ອນ ຈຶ່ງຄ່ອຍຈະບໍ່ເປັນຄົນທີ່ຖືກເອີ້ນວ່າ ງົວລືມຕີນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ເຫັນພວກງົວລືມຕີນມີຫຼາຍຢູ່

ຊົ່ວຢ່າງສ້າງສັນ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Seub ຂຽນວ່າ...

ເວົ້າເຖືອກຈາຍ

ຄິດດີ ເວົ້າດີ ເຮັດດີ

໐ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້

ຂ້າພະເຈົ້າວ່າຈົບລະດັບຊັ້ນ ມ. 6 ນີ້ກໍ່ສາມາດໃຊ້ພາສາໄດ້ຢ່າງຖືກຕ້ອງແລ້ວ (ເວັ້ນເສຍແຕ່ວ່າຜູ້ກ່ຽວບໍ່ຕັ້ງໃຈ ຫລື ລະບົບການຮຽນການສອນຂອງລາວບໍ່ດີເອງ) ອີກຢ່າງມັນກໍ່ຂຶ້ນຢູ່ກັບວ່າຄວາມຕັ້ງໃຈຂອງຜູ້ກ່ຽວເອງ ລັກສະນະທີ່ວ່າ: ຮູ້ຢູ່ແຕ່ແກ້ງພາໂລ.

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິອິ ດີເນາະ

ແຕ່ບໍ່ຄ່ອຍໄດ້ຍີນປານໃດ໋ ສັບທີ່ວ່ານີ້ນະ
ຢູ່ບ້ານຂ້ອຍລະໄດ້ຍີນແຕ່ວ່າ ໝາລືມເຈົ້າ ຄວາມໝາຍຂອງຄຳເວົ້ານີ້ເທົ່າທີ່ຂ້ອຍແປໄດ້ລາງໆກະຄືຈິແມ່ນ ບໍ່ຮູ້ຈັກບຸນຄຸນ ຈັກແປຖືກບໍ່ຫຸ ອິອິ
ຜູ້ໃດ໋ຕີຄວາມຫມາຍໄດ້ກວ້າງກວ່ານີ້ກະມາບອກແນ່ເດີ່

ຮັກນ້ອງຕອນເມົາ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Seub ຂຽນວ່າ...
ຫລາຍຄົນອາດເຄີຍໄດ້ຍິນສຳນວນນີ້, ເຊິ່ງມັກໃຊ້ກັບຄົນທີ່ລືມບ້ານເກີດເມືອງນອນ, ລືມຮາກເຫງົ້າຂອງຕົນ ແລ້ວໄປຫລົງໄຫລນຳຂອງຜູ້ອື່ນ, ຂອງປະເທດອື່ນ ເປັນຕົ້ນ.

ປັດຈຸບັນນີ້ຂ້າພະເຈົ້າມັກໄດ້ຄົນລາວສ່ວນໜຶ່ງມີໃຊ້ຄຳສັບປະເທດອື່ນຫລາຍ ທັ້ງທີ່ວ່າສັບລາວກໍມີໃຊ້ ໂດຍຄິດວ່າໃຊ້ສັບພາສາປະເທດອື່ນ ແລ້ວມັນຄັກ, ມັນຄືທັນສະໄໝ, ແຕ່ໃນຄວາມເປັນຈິງແລ້ວ ຄົນທີ່ໃຊ້ສັບພາສາອື່ນ ໂດຍທີ່ພາສາລາວເຮົາກໍມີ ນັ້ນແຫລະທີ່ເປັນຄົນຫລ້າສະໄໝ. ຄົນທີ່ໄດ້ຮັບການສຶກສາຢ່າງດີມັກຈະໃຊ້ພາສາລາວໄດ້ຢ່າງຖືກຕ້ອງ, ເຂົ້າໃຈວັດທະນະທຳຂອງຕົນເປັນຢ່າງດີ.

ປັດຈຸບັນການຮຽນພາສາທີ່ສອງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ແຕ່ຈະຮູ້ຈັກແຈ້ງພາສາອື່ນໄດ້ ກ່ອນອື່ນໝົດຕ້ອງຮູ້ຈັກ ແລະເຂົ້າໃຈພາສາຊາດ ໃຫ້ດີສາກ່ອນ ຈຶ່ງຄ່ອຍຈະບໍ່ເປັນຄົນທີ່ຖືກເອີ້ນວ່າ ງົວລືມຕີນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ອິອິ ດີເນາະ

ແຕ່ບໍ່ຄ່ອຍໄດ້ຍີນປານໃດ໋ ສັບທີ່ວ່ານີ້ນະ
ຢູ່ບ້ານຂ້ອຍລະໄດ້ຍີນແຕ່ວ່າ ໝາລືມເຈົ້າ ຄວາມໝາຍຂອງຄຳເວົ້ານີ້ເທົ່າທີ່ຂ້ອຍແປໄດ້ລາງໆກະຄືຈິແມ່ນ ບໍ່ຮູ້ຈັກບຸນຄຸນ ຈັກແປຖືກບໍ່ຫຸ ອິອິ
ຜູ້ໃດ໋ຕີຄວາມຫມາຍໄດ້ກວ້າງກວ່ານີ້ກະມາບອກແນ່ເດີ່

ຄົນລະຄວາມໝາຍໃດ໋ນິ ໝາລືມເຈົ້າ ກັບ ງົວລືມຕີນ ນິ

ຄິດດີ ເວົ້າດີ ເຮັດດີ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກັ່ງ ທັງ ສອງ ພາສາ ນພແຫລະ ດີທີ່ສຸດ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນພວກງົວລືມຕີນມີຫຼາຍຢູ່

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Seub ຂຽນວ່າ...
ຫລາຍຄົນອາດເຄີຍໄດ້ຍິນສຳນວນນີ້, ເຊິ່ງມັກໃຊ້ກັບຄົນທີ່ລືມບ້ານເກີດເມືອງນອນ, ລືມຮາກເຫງົ້າຂອງຕົນ ແລ້ວໄປຫລົງໄຫລນຳຂອງຜູ້ອື່ນ, ຂອງປະເທດອື່ນ ເປັນຕົ້ນ.

ປັດຈຸບັນນີ້ຂ້າພະເຈົ້າມັກໄດ້ຄົນລາວສ່ວນໜຶ່ງມີໃຊ້ຄຳສັບປະເທດອື່ນຫລາຍ ທັ້ງທີ່ວ່າສັບລາວກໍມີໃຊ້ ໂດຍຄິດວ່າໃຊ້ສັບພາສາປະເທດອື່ນ ແລ້ວມັນຄັກ, ມັນຄືທັນສະໄໝ, ແຕ່ໃນຄວາມເປັນຈິງແລ້ວ ຄົນທີ່ໃຊ້ສັບພາສາອື່ນ ໂດຍທີ່ພາສາລາວເຮົາກໍມີ ນັ້ນແຫລະທີ່ເປັນຄົນຫລ້າສະໄໝ. ຄົນທີ່ໄດ້ຮັບການສຶກສາຢ່າງດີມັກຈະໃຊ້ພາສາລາວໄດ້ຢ່າງຖືກຕ້ອງ, ເຂົ້າໃຈວັດທະນະທຳຂອງຕົນເປັນຢ່າງດີ.

ປັດຈຸບັນການຮຽນພາສາທີ່ສອງເປັນເລື່ອງທີ່ຈຳເປັນຢ່າງຍິ່ງ, ແຕ່ຈະຮູ້ຈັກແຈ້ງພາສາອື່ນໄດ້ ກ່ອນອື່ນໝົດຕ້ອງຮູ້ຈັກ ແລະເຂົ້າໃຈພາສາຊາດ ໃຫ້ດີສາກ່ອນ ຈຶ່ງຄ່ອຍຈະບໍ່ເປັນຄົນທີ່ຖືກເອີ້ນວ່າ ງົວລືມຕີນ

ຂ້ອຍຄິດວ່າ ການຊຸກຍູ້ສົ່ງເສີມການໃຊ້ພາສາຂອງຕົນກໍເປັນສິ່ງທີ່ສຳຄັນ ໂດຍສະເພາະແລ້ວ ບັນດາຜູ້ທີ່ມີແນວຄວາມ
ຄິດຢາກອະນຸລັກພາສາລາວກໍຍິ່ງເຂັ້ມງວດຕໍ່ບັນຫານີ້. ການຊຸກຍູ້ສົ່ງເສີມການໃຊ້ພາສາຂອງຕົນກໍເປັນການຊັກຊວນ
ທີ່ດີແລະຄວນປະຕິບັດ. ບັນຫາການໃຊ້ພາສາຢູ່ໃນອິນເຕີເນັດ ເຊັ່ນ ຜູ້ທີ່ເປັນຄົນລາວແຕ່ໃຊ້ພາສາໄທ ພິມແຕ່ພາ
ສາໄທ ບໍ່ໃຊ້ພາສາລາວຈັກດີ້, ຜູ້ທີ່ພິມຕົວອັກສອນໄທແຕ່ລັກສະນະພາສາທີ່ໃຊ້ເປັນພາສາລາວ, ຜູ້ທີ່ພິມອັກສອນລາວ
ແຕ່ລັກສະນະພາສາທີ່ໃຊ້ເປັນພາສາໄທ, ຄົນລາວໃຊ້ຄຳລາວບໍ່ຖືກ, ຜູ້ທີ່ໃຊ້ແຕ່ພາສາຄາຣາໂອເກະ ບໍ່ພິມລາວຈັກ
ດີ້, ແລະການອອກກົດລະບຽບຄວບຄຸມການໃຊ້ພາສາຂອງແຕ່ລະເວັບບອດ. ບັນຫາເຫຼົ່ານີ້ຍິ່ງເປັນບັນຫາທີ່ສຳຄັນ
ກວ່າແລະເຮົາກໍຄວນຈຳແນກບັນຫາການໃຊ້ສັບລາວປົນສັບຕ່າງປະເທດກັບບັນຫາທີ່ກ່າວມານີ້ອອກຈາກກັນເພາະວ່າ
ມັນບໍ່ໄດ້ຄືກັນ.

ສຳລັບການໃຊ້ສັບລາວນຳ ສັບຕ່າງປະເທດປົນນຳແລະຄຳຢືມ (ສ່ວນຫຼາຍແມ່ນພາສາອັງກິດແລະພາສາໄທ) ນັ້ນ
ຜູ້ທີ່ມີແນວຄວາມຄິດຢາກອະນຸລັກພາສາລາວອາດຈະບໍ່ມັກການໃຊ້ພາສາໃນລັກສະນະແບບນັ້ນແລະກໍອາດຕັ້ງຄຳ
ຖາມທີ່ວ່າ: “ເປັນຫຍັງຈັ່ງໃຊ້ສັບລາວນຳ ສັບຕ່າງປະເທດນຳ? ເປັນຫຍັງຕ້ອງໃຊ້ສັບຕ່າງປະເທດທັງໆທີ່ສັບລາວ
ກໍມີຢູ່ແລ້ວແລະສາມາດໃຊ້ແທນໄດ້? ແລະການໃຊ້ພາສາໃນລັກສະນະແບບນັ້ນມັນເປັນພຶດຕິກຳທີ່ບໍ່ສົມຄວນເນື່ອງ
ຈາກວ່າເຮົາເປັນຄົນລາວ ເຮົາຄວນໃຊ້ພາສາລາວ ແລະເຮົາຄວນອະນຸລັກການໃຊ້ພາສາລາວຮ່ວມກັນບໍ່ແມ່ນບໍ່?”
ຕາມຄວາມຄິດເຫັນຂອງຂ້ອຍ ຂ້ອຍຄິດວ່າ ການໃຊ້ພາສາໃນລັກສະນະແບບນີ້ ມັນເປັນການໃຊ້ທີ່ບໍ່ໄດ້ມີພຽງແຕ່
ຜູ້ດຽວ ສອງຄົນ ຫຼືສາມຄົນໃຊ້ ມັນມີຄົນໃຊ້ເປັນຈຳນວນຫຼວງຫຼາຍ ກາຍມາເປັນວັດທະນະທຳໜຶ່ງຂອງການໃຊ້ພາ
ສາແລ້ວ ຂ້ອຍເອີ້ນວັດທະນະທຳນີ້ວ່າ “ວັດທະນະທຳການໃຊ້ຄຳ.” ເຮົາມັກຈະເຫັນການໃຊ້ພາສາໃນລັກສະນະແບບ
ນີ້ໃນຮູບແບບຂອງການໃຊ້ພາສາທີ່ບໍ່ເປັນທາງການ ບໍ່ວ່າຈະເຫັນຢູ່ໃນພາສາເວົ້າ ພາສາທີ່ໃຊ້ໃນເນື້ອຮ້ອງທຳນອງ
ເພງກໍໃຊ້ສັບລາວປົນສັບຕ່າງປະເທດ. ພາສາທີ່ໃຊ້ໃນເນື້ອງຮ້ອງຈະບໍ່ໄດ້ເນັ້ນເຖິງການໃຊ້ພາສາໃຫ້ຖືກຕ້ອງຕາມ
ມາດຕະຖານພາສາລາວ ແຕ່ຈະເນັ້ນເຖິງທຳນອງ ຈັງຫວະຫຼາຍກວ່າ ເພາະສະນັ້ນຈຶ່ງເວົ້າໄດ້ວ່າ ພາສາທີ່ໃຊ້ໃນ
ເນື້ອຮ້ອງທຳນອງເພງແມ່ນພາສາທີ່ບໍ່ເປັນທາງການ. ໂດຍສະເພາະໃນປັດຈຸບັນນີ້ ດົນຕີລາວໄດ້ມີການຂະຫຍາຍ
ຕົວຢ່າງວ່ອງໄວເມື່ອທຽບໃສ່ເມື່ອກ່ອນ ເນື້ອເພງລາວ ບໍ່ວ່າຈະຢູ່ໃນຮູບແບບ Rock, Rap, Hip-hop ແລະອື່ນໆ
ກໍມັກໃຊ້ສັບລາວປົນກັບສັບຕ່າງປະເທດນຳ ແລະອີກຢ່າງໜຶ່ງ ກໍໄດ້ຢືມຄຳໄທມາໃຊ້ນຳເພາະຖືວ່າມີຄວາມຈຳເປັນ
ຕໍ່ຄຳຮ້ອງຂອງຕົນ. ແລະນອກຈາກນີ້ ເຮົາຍັງພົບເຫັນການໃຊ້ສັບລາວປົນສັບຕ່າງປະເທດໃນການແປອີກດ້ວຍ ບໍ່
ວ່າຈະເປັນການແປພາສາທີ່ຢູ່ໃນຮູບແບບພາສາເປັນທາງການຫຼືບໍ່ເປັນທາງການ ອີງຕາມຮູບແບບລັກສະນະການ
ໃຊ້ຄຳໃຫ້ເໝາະສົມໃນການແປຄວາມໝາຍໃນພາສາໜຶ່ງໄປເປັນອີກຄວາມໝາຍໃນພາສາອື່ນເພາະເນື່ອງຈາກການ
ແປເປັນງານວິຊາການ ງານທີ່ຕ້ອງໄດ້ໃຊ້ຄວາມຮູ້ໃນດ້ານພາສາ ບໍ່ວ່າຈະເປັນພາສາທາງການແລະບໍ່ເປັນທາງການ
ແລະຜູ້ແປຕ້ອງມີຄວາມຮູ້ໃນການທີ່ຈະວິເຄາະຢ່າງເໝາະສົມອີກວ່າ ໃນກໍລະນີໃດເຮົາຄວນໃຊ້ຮູບແບບຄຳແປ ໃນກໍ
ລະນີໃດເຮົາຄວນໃຊ້ຮູບແບບການທັບສັບແລະຄຳຢືມ ຕົວຢ່າງ ຄຳວ່າ "diary" ແປເປັນຄວາມໝາຍໃນພາສາລາວ
ວ່າ ບັນທຶກປະຈຳວັນ ຫຼື ປຶ້ມບັນທຶກປະຈຳວັນ ແຕ່ໃນເວລາດຽວກັນນີ້ກໍໃຊ້ຮູບແບບການທັບສັບເອົາ “ໄດອາຣີ”
ທັງໆທີ່ມີຄຳແປໃນພາສາລາວຢູ່ແລ້ວ ທັງນີ້ກໍຍ້ອນວ່າ ການແປແມ່ນສິ່ງທີ່ຕ້ອງໄດ້ຄຳນຶງເຖິງຫຼາຍປັດໄຈ ບໍ່ວ່າຈະ
ເປັນ ຄວາມຖືກຕ້ອງເໝາະສົມໃນການໃຊ້ຄຳແລະນອກຈາກນີ້ ຍັງມີຄວາມນິຍົມໃນການໃຊ້ຄຳອີກດ້ວຍ. ພາສາ ມັນ
ເປັນສິ່ງທີ່ແບບວ່າ…ເຮົາຈະໄປກຳນົດກົດເກນໃຫ້ເປັນໄປໃນທິດທາງດຽວເລີຍກໍບໍ່ໄດ້ ບາງຄັ້ງ ເຮົາກໍຕ້ອງເບິ່ງວ່າ
ມັນເປັນແນວໃດ ແທນທີ່ຈະໄປກຳນົດໃຫ້ມັນເປັນແນວໃດ ເພາະມັນມີຫຼາຍປັດໄຈທີ່ກ່ຽວຂ້ອງເຮັດໃຫ້ມັນບໍ່ເປັນ
ໄປທິດທາງດຽວ.

ການໃຊ້ສັບລາວປົນສັບຕ່າງປະເທດ ມັນກໍມີຂໍ້ດີແລະຂໍ້ເສຍ. ຂໍ້ດີກໍຄື ມັນຈຳເປັນຕໍ່ການໃຊ້ຄຳທັງໃນພາສາເປັນທາງ
ການແລະບໍ່ເປັນທາງການແລະມັນກໍບັງຄັບໃຫ້ຜູ້ທີ່ບໍ່ຮູ້ຈຳເປັນຕ້ອງໄດ້ຮູ້ ຂໍ້ເສຍກໍຄື ຜູ້ຟັງອາດບໍ່ເຂົ້າໃຈແລະອາດລຳ
ຄານໄດ້ ອັນນີ້ມີບັນຫາຖ້າໃຊ້ຢ່າງບໍ່ເໝາະສົມ.

ໝາຍເຫດ: ສຳນວນທີ່ວ່າ “ງົວລືມຕີນ” ແມ່ນສຳນວນທີ່ບໍ່ເປັນທາງການເພາະມີຄຳວ່າ “ຕີນ” ນຳ ຟັງແລ້ວ ບໍ່ມ່ວນຫູ ຄືກັນ
ກັບສຳນວນ “ຄໍຂາດບາດຕາຍ” ໃນເວລາໃຊ້ພາສາທີ່ເປັນທາງການຫຼາຍ ເຊັ່ນວ່າ ເວລາພິມເອກະສານບົດລາຍງານບັນຫາໃດ
ໜຶ່ງເຖິງເຈົ້ານາຍຫຼືຜູ້ທີ່ມີຕຳແໜ່ງສູງ ຖ້າຢາກສື່ຄວາມໝາຍບັນຫາໃດໜຶ່ງດ້ວຍການໃຊ້ສຳນວນເຫຼົ່ານີ້ ກໍຕ້ອງໄດ້ປ່ຽນຄຳອື່ນ
ໃຊ້ແທນເພາະຜູ້ທີ່ກວດແກ້ການນຳໃຊ້ພາສາຈະຕ້ອງແນະນຳບໍ່ໃຫ້ໃຊ້ສຳນວນເຫຼົ່ານີ້ແນ່ນອນ ແຕ່ຍົກເວັ້ນ ຖ້າໃຊ້ໃນຮູບແບບ
ທີ່ບໍ່ເປັນທາງການຫຼືໃນກໍລະນີທີ່ຈຳເປັນຕ້ອງໄດ້ໃຊ້ເພື່ອຊີ້ສະເພາະຄວາມໝາຍຂອງສຳນວນ ກໍສາມາດນຳໃຊ້ໄດ້.

ເທບແຫ່ງພາສາລາວ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ລືມເດີ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພາະບໍ່ແມ່ນງົວ ແຕ່ເປັນຄວາຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Anonymous ຂຽນວ່າ...

ນັ່ງອ່ານຈົນຈົບ ເຫັນດີນຳ ອະທິບາຍໄດ້ດີ *-*

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ภาษาเป็นเพียงส่วนหนื่ง

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ອິອິ ດີເນາະ

ແຕ່ບໍ່ຄ່ອຍໄດ້ຍີນປານໃດ໋ ສັບທີ່ວ່ານີ້ນະ
ຢູ່ບ້ານຂ້ອຍລະໄດ້ຍີນແຕ່ວ່າ ໝາລືມເຈົ້າ ຄວາມໝາຍຂອງຄຳເວົ້ານີ້ເທົ່າທີ່ຂ້ອຍແປໄດ້ລາງໆກະຄືຈິແມ່ນ ບໍ່ຮູ້ຈັກບຸນຄຸນ ຈັກແປຖືກບໍ່ຫຸ ອິອິ
ຜູ້ໃດ໋ຕີຄວາມຫມາຍໄດ້ກວ້າງກວ່ານີ້ກະມາບອກແນ່ເດີ່

ຄວາມໝາຍແປນຂອງໝາລືມເຈົ້າ ກໍ່ຄື ໝາທີ່ເຄີຍອາໄສກັບເຈົ້າຂອງທີ່ລ້ຽງມາຈົນໃຫ່ຍເຄີຍກິນອາຫານແບບມື້ອີ່ມມື້ບໍ່ອີ່ມ ແຕ່ພໍເຈິຄົນອື່ນທີ່ລ້ຽງອາຫານດີໆ ແລ້ວກໍ່ລືມເຈົ້າຂອງເດີມ "ຄວາມກະຕັນຍູ ຮູ້ບຸນຄຸນ"

Expert of Math apply, Math analysis and General Math

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ secrets ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ອິອິ ດີເນາະ

ແຕ່ບໍ່ຄ່ອຍໄດ້ຍີນປານໃດ໋ ສັບທີ່ວ່ານີ້ນະ
ຢູ່ບ້ານຂ້ອຍລະໄດ້ຍີນແຕ່ວ່າ ໝາລືມເຈົ້າ ຄວາມໝາຍຂອງຄຳເວົ້ານີ້ເທົ່າທີ່ຂ້ອຍແປໄດ້ລາງໆກະຄືຈິແມ່ນ ບໍ່ຮູ້ຈັກບຸນຄຸນ ຈັກແປຖືກບໍ່ຫຸ ອິອິ
ຜູ້ໃດ໋ຕີຄວາມຫມາຍໄດ້ກວ້າງກວ່ານີ້ກະມາບອກແນ່ເດີ່

ຄວາມໝາຍແປນຂອງໝາລືມເຈົ້າ ກໍ່ຄື ໝາທີ່ເຄີຍອາໄສກັບເຈົ້າຂອງທີ່ລ້ຽງມາຈົນໃຫ່ຍເຄີຍກິນອາຫານແບບມື້ອີ່ມມື້ບໍ່ອີ່ມ ແຕ່ພໍເຈິຄົນອື່ນທີ່ລ້ຽງອາຫານດີໆ ແລ້ວກໍ່ລືມເຈົ້າຂອງເດີມ "ຄວາມກະຕັນຍູ ຮູ້ບຸນຄຸນ"

ก่อนสิเป็นหมาลืมเจ้า ส่วนมาก จะเป็นหมาหลายเจ้ากินข้าวหลายเฮือน ก่อน

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄໍາວ່າ ” ງົວລືມຕີນ” ນອກຈາກເລື່ອງພາສາ ກໍ່ຍັງໝາຍເຖິງເລື່ອງອື່ນໆນຳ

ເຫັນດີນຳກັບການອະນຸລັກພາສາລາວ ເພາະເຫັນຄົນລາວຫຼາຍຄົນໃຊ້ພາສາລາວຍັງບໍ່ສອດຄ່ອງປານໃດ
ແມ່ນແຕ່ຂ້ອຍເອງ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາບໍໄດ້ເປັນ ເດີ

ຮັກແທ້ຄືແມ່

໑໓ ກະທູ້
໒໓໗ ໂພສ
ນັກການກະທູ້
ມີຫຼາຍດຽວນີ້....

໗ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ຂ້ອຍວ່າບັນຫານີ້ມັນກໍ່ໜ້າສົນໃຈ, ບາງຄົນຈົງໃຈໃຊ້ພາສາອື່ນ ເພາະຄິດວ່າມັນມ່ວນ ຫຼື ຮູ້ສຶກວ່າຕົນມີລະດັບ, ແຕ່ຂ້ອຍວ່າບາງຄັ້ງມັນກໍ່ເປັນຕາລຳຄານ
ແຕ່ບາງຄົນກໍ່ຈຳຕ້ອງໄດ້ໃຊ້ ເພາະພາສາລາວເຮົາມີຫຼາຍສັບທີ່ບໍ່ທັນຄົບຖ້ວນ ຫຼື ຄວາມໝາຍມີຈຳກັດ.
ແຕ່ຂ້ອຍຄິດວ່າ ຄົນທີ່ເປັນໂຕຕັ້ງໂຕຕີງໃຊ້ພາສາລາວໃຫ້ຖືກຕ້ອງ, ຄວນເບິ່ງໃນເລື່ອງການພິມປຶ້ມທົ່ວໄປ ໜ້າຈະຈັດຕັ້ງໃຫ້ມີໜ່ວຍງານກວດສອບ ວ່າໃຊ້ຄຳຖືກບໍ່, ຈ້ຳຈຸດ ຫຼື ພິມຜິດ...
ເພາະເຫັນເອກະສານທາງການຫຼາຍອັນກໍ່ຍັງອ່ານລະງົງ, ບາງທີຍັງມີຂຽນຜິດ ຫຼື ຈັກເວົ້າຫຍັງບຸຢ້ຳຄືນອັນເກົ່າ ແບບນ້ຳຖ້ວມທົ່ງ...
ຄວນຈະເນັ້ນການໃຊ້ສັບພາສາລາວທີ່ຖືກຕ້ອງແຕ່ຍັງນ້ອຍ ແລະ ເຜີຍແພ່ອີກຕື່ມ, ເພາະຄົນລາວບາງຄົນໄດ້ຍິນແຕ່ໂທລະທັດ, ວິທະຍຸ ເພື່ອນບ້ານຈົນບໍ່ຮູ້ວ່າພາສາລາວແມ່ນແນວໃດແທ້
ອັນນີ້ບໍ່ໄດ້ເວົ້າໃສ່ໃຜເດີ້, ເພາະຂ້ອຍເອງບາງທີກະຍັງບໍ່ຮູ້ວ່າຄຳນີ້ພາສາລາວແມ່ນຫຍັງ, ພັດຄິດພາສາອື່ນອອກ.
ຄົນລາວໃຊ້ພາສາລາວ!!!

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າລືມ ເຊາະກຣາວເດີໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແຕ່ວ່າຈຸດຫມາຍຄືຕ້ອງໄປໃຫ້ເຖິງສິ່ງທີ່ຫວັງໄວ້...

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...

ສູ້ໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຄົນລາວເຮົາບໍ່ຄ່ອຍໄດ້ໃສ່ໃຈພາສາຕົນເອງປານໃດເພາະບາງຄົນເຫັນວ່າພາສາລາວລ້າຫລັງແລ້ວບໍ່ຕ້ອງການຢາກເວົ້າ ແລະຄົນລາວເຮົາກໍ່ໃຊ້ຄຳເວົ້າຂອງປະເທດອື່ນໂດຍບໍ່ຮູ້ສືກໂຕກໍ່ມີຫລາຍເຊັ່ນວ່າພາສາໄທກະບໍ່ແປກຫຍັງທີ່ຄົນລາວເຮົາມັກເວົ້າພາໄທກັນຫລາຍເພາະທຸກຄົນໄດ້ຍິນໄດ້ຟັງພາສາໄທກັນທຸກມື້ທຸກວັນໃນທໍລະທັດ ພາສາລາວເວົ້າງ່າຍແຕ່ຟັງຢາກບາງຄົນຍັງບໍ່ເຂົ້າໃຈຄວາມໝາຍ ເຊັ່ນຄຳວ່າ ບັກ ອີ່ ຄິດວ່າເປັນຄຳທ່ີແຂງແຕ່ບໍ່ຮູ້ຄວາມໝາຍຂອງມັນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຮູ້ແຕ່ວ່າຈຸດຫມາຍຄືຕ້ອງໄປໃຫ້ເຖິງສິ່ງທີ່ຫວັງໄວ້...

ສູ້ໆໆໆໆ

ບໍ່ຢາກສູ້ໄປດ້ວຍກັນວະ ອິອິ

ເຮົາໄປກັນບໍ່ໄດ້ (ຕ່າງຄົນຕ່າງສູ້ຊະໆໆ) ໄດ້ດີແລ້ວຢ່າລືມຕີນກະພໍແລ້ວໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຮູ້ແຕ່ວ່າຈຸດຫມາຍຄືຕ້ອງໄປໃຫ້ເຖິງສິ່ງທີ່ຫວັງໄວ້...

ສູ້ໆໆໆໆ

ບໍ່ຢາກສູ້ໄປດ້ວຍກັນວະ ອິອິ

ເຮົາໄປກັນບໍ່ໄດ້ (ຕ່າງຄົນຕ່າງສູ້ຊະໆໆ) ໄດ້ດີແລ້ວຢ່າລືມຕີນກະພໍແລ້ວໆ

ຮ່າາາາາາາາ ໄດ້ຫຍັງລະ ຄືສິບໍ່ລືມດອກຄັນລືມຕີນກະບໍ່ມີອັນສິຍ່າງໂອ່ະ ອິອິ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>