ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ກອນອ່ານຫຼິ້ນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັດນີ້ ຮຽມຈັກໄດ້ກ່າວພື້ນ ຜືນແຜ່ນນະຄອນຄົນ ເຮົາແລ້ວ
ເບິ່ງຕາມເກນການຫັນ ປ່ຽນແປງໄປຫຼາຍດ້ານ
ອິງຕາມຄຳບູຮານເວົ້າ ຕາມຄຳສອນພຸດໂທວາສ
ດູຕາມບູຮານເພີ່ນກ່າວໄວ້ ໃນພື້ນແຜ່ນຕຳລາ
ກອນນີ້ ຊື່ວ່າກອນຫາຍງ້ວງ ຫຼັບໃຈຕາບໍ່ຕີ່
ຊາຍມະຫາຄິດຖີ່ແລ້ວ ຈຶ່ງຂຽນໄວ້ໃສຕຳລາ
ຝູງຄະນາຍາດທັງຜ່ອງປ້າ ນະສາວບ່າວທັງອາວອາ
ໄດ້ໃຄ່ຈຳນຳຈິດ ໃສ່ໃຈຈຳໄວ້
ບາງເທື່ອຢາມອຸກອັ່ງເອົ້າ ເຫງົ່າໜ່ວງໃຈອຸຣາ
ຈັບເອົາກອນມາວາງ ອ່ານໄປໃຫ້ຫາຍງ້ວງ
ຫາກວ່າການເຖິງຢ້າວ ບັນຫາເກນການກ່າວ
ມາທັບຖົມໃຫ້ເສົ້າ ມີທາງແກ້ໄຖ່ຖອນ
ບາງເທື່ອເປັນເຄື່ອງແກ້ ບັນຫາຢາກຍາມຈົນ
ເປີດປ່ອງແປວທາງອັບ ໃຫ້ສ່ອງເຫັນຮູແກ້
ລາງເທື່ອຢາມເຫຍິງຫຍຸ່ງ ມີປັນຍາຍັງໄດ້ຊ່ວຍ
ດີກວ່າຍາມເດືອດຮ້ອນ ອະວິຊຊາກຸ້ມທັບຖົມ
ເຂົາວ່າ ຕາບອດໃບ້ ປັນຍາຄ່ອງກໍຍັງໃຄ
ຄົນຕາດີປັນຍາອັບ ຊົ່ວຊາມເອົາຮ້າຍ
ຄົນຈົນມີທັມປ້ອງ ຍັງພໍຄອງຊິພົ້ນບາບ
ຄົນຮັ່ງບໍ່ມີທັມຫໍ່ຫຸ້ມ ເໝືອນກັບຕຸ່ມໃສ່ປາ
ເຫັນບໍ່ ຕຸ້ມຢູ່ກາງນ້ຳ ເຂົາໃສ່ເອົາປາ
ແຊ່ຢູ່ທາຣາຂອງ ຂວບວັນເວັນມື້
ປາຜູ້ເຫັນກະຫາຍແລ້ວ ບໍ່ສົນຊາກັບການອື່ນ
ບຸໝົ້ນເລັດລອດເຂົ້າ ໄປໃນຕຸ້ມກໍເພາະຫິວ
ຍາມເມື່ອກິນອິ່ມແລ້ວ ພຸງພອງທ້ອງຕື່ງ
ຫາທາງອອກບໍ່ໄດ້ ຢູ່ໃນຕຸ້ມຖ້າແຕ່ຕາຍ
ອັນນີ້ ທຽບໃສ່ຜູ້ບາບໃບ້ ປັນຍາຕ່ຳໂຊມຊາມ
ບໍ່ຫ່ອນເຫັນອັນຕະຣາຍ ໂທດໄພຊິມາຕ້ອງ
ຄິດແຕ່ພຸງພອງທ້ອງ ຫິວໂຫຍເຕັມຕື່ງ
ບາດມັນຍຶ່ງອັ່ງລົ້ນ ຫາທາງແກ້ບໍ່ໄຫວ
ພຣະວ່າຄົນບາບໃບ້ ຕາກໍມືດປັນຍາອັບ
ມອງຫົນທາງນະຣົກ ເປັນດັ່ງທາງງາມລົ້ນ
ບາດວ່າທາງສະຫວັນແທ້ ເໝືອນກັບທາງໄປປ່າ
ບາດວ່າເຖິງຄາດຂ້ອງ ຈຶ່ງຫວນໂອ້ອ່າວຄະນິງ
ຍາມເພິ່ນຍັງໜຸ່ມນ້ອຍ ຫຼືຍົດໃຫຍ່ເງິນຫລາຍ
ບໍ່ຫົວຊານຳທາງບຸນ ລົບລູ່ຫລົງບໍ່ຝັນເຕື້ອງ
ຍາມເພິ່ນມີເງິນໃຊ້ ຫາງານວຽກງ່າຍ
ຢູ່ສະບາຍບໍ່ອ່າວເຕື້ອງ ເຖິງຊ້ຳວັດວາ
ບາດວ່າ ໄພແລ່ນຕ້ອງ ຖົມທັບອັບຍົດສັກ
ເງິນຄຳທອງຂອງເຄີຍຮັກ ຊອກຫາມາໄດ້
ມັນລົດຫລຸດສະຫຼາຍແລ້ວ ຫາບໍ່ພໍທັນຈ່າຍ
ຈຶ່ງຫັນໜ້າເພິ່ງຜູ້ ພຣະສົງເຈົ້າໃຫ້ຊ່ວຍຊູ ແດ່ທ້ອນ
ຄັນບໍ່ໄດ້ດັ່ງຢາກໄດ້ ກໍຖູໃສ່ອະເວຈີ
ທັງຊູຊີຈອງຫອງ ໃຫ້ພຣະມົນຄາຖາປ້ອງ
ຂອງຄ້ຳຄູນທັງຫຼາຍລ້ວນ ໃຫ້ຫາມາຊົດຊ່ວຍ
ຄັນພຣະຫາບໍ່ໄດ້ ກໍຫາເຮື່ອງດ່າສົງ
ບາງຄົນ ຕິກ່າວເຕື້ອງ ດ່າວ່າສັງຄະສົງ
ບວດເຮັດຫຍັງຫຼ່າຍປີ ບໍ່ເຫຼົ່າຮຽນມົນປ້ອງ
ໃຫ້ເຜົ່າຊົນຊາວເຊື້ອ ໄດ້ເພິ່ງພາຍາມຍາກ
ບວດກໍບວດລ້າໆ ບໍ່ເຂັດເຂັ້ມດັ່ງຕຳລາ ວ່ານາ
ຄັນເພິ່ງພຣະບໍ່ໄດ້ ກໍຫັນໃສ່ທາງຜີ
ທັງຜີຈິງຜີປອມ ກໍອ່ອນຍອມຫຼົງບ້າ
ຜີນາຄາຜີເຊື້ອ ຜີປູຕາຢູ່ກາງປ່າ
ຜີເຂົ້າຊົງສຳນັກເກ້ ນຳໄປໄຫວ້ໃຫ້ຊ່ວຍເຫລືອ
ທາງພຣະທັມບໍ່ອ່າວເອື້ອ ສະສົມສ້າງທາງກຸສົນ
ໄປເພິ່ງຜີອະເວຈີ ຕ່ຳກວ່າຄົນຫລາຍເທົ້າ
ຄົນຜູ້ສູງສັກຊັ້ນ ເໜືອຜີຕັ້ງຫຼາຍເທົ່າ
ຍັງໄປໄຫວ້ເຄົ້າເມົ້າ ຜີເປົ້າກໍນັ່ງຫົວ ຫັ້ນແລ້ວ
ຄົນເຮົາ ມີສັກຊັ້ນ ນາມວ່າມວນມະນຸດ
ເປັນຜູ້ມີໃຈສູງ ກວ່າເດັຍຣະສານເຊື້ອ
ປັນຍາມີພຽງພ້ອມ ພັດທະນາບໍ່ຫຍຸດຢ່ອນ
ທຳບຸນກໍຜ່ອງໄດ້ ໄປຂຶ້ນສະຫວັນ
ທຳບາບກໍຈັ້ນໆ ລົງສູ່ອະເວຈີ
ສ້າງຄວາມດີກໍດີຫລາຍ ໄດ້ຮັບຜົນຈະແຈ້ງ
ທຳຊົ່ວລົງວັນນີ້ ຕາລາງເຫຼັກຂັງຄອກ
ໄດ້ຮັບຜົນບໍ່ພາດພັງ ຈິງແທ້ແນ່ນອນ
ດັ່ງນັ້ນ ຄົນທີ່ໄປໄຫວ້ເຈົ້າ ຕົ້ນໄມ້ໃຫຍ່ບູຊາຜີ
ເຂົາວ່າຄົນປັນຍາປູ້ ອະວິຊາຕາບອດ
ຫຼືວ່າພວກເຂົ້າເຈົ້າ ຊົງດ້ຳເຜດຜີ
ພວກນີ້ ຜູ້ຕ່ຳແທ້ ນຳໝູ່ອະບາຍ
ສັດເດັຍຣະສານຍັງສູງ ກວ່າເຂົາຝູງນີ້
ພວກເຜດຜີທັງອະຣູປ ອະສຸຣະກາຍສັດຕ່ຳ
ນະຮົກພູມພາກພື້ນ ແຖວນັ້ນແມ່ນຖິ່ນຜີ
ຄັນໃຜ ໄຫວ້ພວກນີ້ ຍອມຮັບນັບຖື
ກໍຕ່ຳເຕັມທັງປັນຍາ ບວກຄຸນນະທຳດ້ວຍ
ບໍ່ແມ່ນກອຍໃຈເວົ້າ ໃຫ້ເຈັບໃນມະນໂນນາດ
ແຕ່ວ່າຍົກເຫດເຣື່ອງ ໃຫ້ເຫັນຮູ້ຮຸ່ງເຮືອງ ວ່ານາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໘ ກະທູ້
໒໐໒ ໂພສ
ນັກການກະທູ້
ຍາວດີ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວແທ້ ແຕ່ກະມີຄວາມໝາຍ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວແທ້ໆຄວາມໝາຍຄົງໝັ້ນສະຖຽນຍົງ


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຕິດໜີ້ໄວ້ກັບມາຮຽນກ່ອນເດີ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vat ຂຽນວ່າ...
ຕິດໜີ້ໄວ້ກັບມາຮຽນກ່ອນເດີ້


ໄປຮຽນສາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນແຖວສີບແປດນັບຈາກລຸ່ມຂື້ນໄປ ....ເດັຍ..ສານເຊື້ອ(ໃນອີກແຖວລຸ່ມໆກໍມີເດັຍລະສານ)

ແຖວສອງຫຼຸດລົງມາມີ:..ໄປຂື້ນ...ສະຫວັນ



ຄ່ອງດີ.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປງແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ສົງໄສອ່ານຫລີ້ນບໍ່ໄຫວແລ້ວຄັນຍາວແນວນີ້

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຍາວຫັ້ນແລ້ວຈຶ່ງໃຫ້ອ່ານຫຼີ້ນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ໂອໆໆໆໆຄັກໆຫລາຍຄົນຫລາຍຄວາມເຊື່ອນໍ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍຄວາມເຊື່ອບໍ່ເຫັນຫຍັງ ແຕ່ໃຫ້ເຊື່ອຖືກໃຊ້ໄດ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະໜາດອ່ານຫຼິ້ນຍັງຊ່ຳນີ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓ ກະທູ້
໑໙໓ ໂພສ
ນັກການກະທູ້
yao lai


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງມີຍາວກວ່ານີ້ອີກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໑໐໗ ໂພສ
ນັກການກະທູ້
ຍາວດີມີປະໂຫຍດສຳລັບໂຄສົກ

(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ
ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາໄປລຳກະໄດ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ອ່ານກອນ