ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເກມແຕ່ງກອນດ້ວຍ ພະຍັນຊະນະ ໂຕດຽວ ຫລື ໂຕຄືກັນກໍ່ໄດ້.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊີນ ທ່ານແຕ່ງກອນຫລືກາບດ້ວຍ ພະຍັນຊະນະ ໂຕດຽວ ກັນ ຫລືໂຕຄືກັນກໍ່ໄດ້ .
ໂຕຄືກັນແມ່ນໝາຍຄວາມວ່າ ພະຍັນຊະນະທີ່ມີສຽງຄ້າຍຄືກັນ ເຊັ່ນ ໂຕ ດລ;ຄຂ;ທຖ;ຫຮ;ພຟ;ຜຝ;ສຊ.
ຖ້າຫາກເລືອກເອົາ ຄຂ ກໍ່ຕ້ອງແຕ່ງ ຄຂ ໄປຈົນຈົບ ເຊັ່ນ ບົດກອນຢູ່ທາງລຸ່ມ.
ຈຸດປະສົງຂອງເກມນີ້ແມ່ນ ເພື່ອພັດທະນາສະໝອງຂອງຄົນເຮົາໃນການຄົ້ນຄິດ, ເພື່ອເຝິກຜົນໃນການໃຊ້ສັບພາສາລາວໃຫ້ຖືກຕ້ອງ
ແລະ ເພື່ອການ ອະນຸຣັກ ພາສາລາວເຮົາໄວ້ຕະຫລອດໄປ.

ກົດກະຕິກາ: 1 ບົດກອນນັ້ນຕ້ອງແຕ່ງໃຫ້ໄດ້ ໝຶ່ງວັກ (ໝຶ່ງແຖວ) ບາດ 1-2-3 ບາດແຮງດີ.
2 ເນື້ອໃນບົດກອນຕ້ອງໃຫ້ມີຄວາມໝາຍແດ່ໜ່ອຍໜຶ່ງກະໄດ້.
3 ບົດກອນນັ້ນ ຖ້າແຕ່ງພະຍັນຊະນະໂຕໃດຕ້ອງໂຕນັ້ນ ເຊັ່ນ ຖ້າແຕ່ງກ່ຽວກັບໂຕ ກ ກໍ່ຕ້ອງເອົາໂຕ ກ ຈົນຈົບ.
4 ຖ້າຫາກເລືອກເອົາ ຄຂ ກໍ່ຕ້ອງແຕ່ງ ຄຂ ໄປຈົນຈົບ ເຊັ່ນ ບົດກອນຢູ່ທາງລຸ່ມ.






ພະຍັນຊະນະ ໂຕ “ດ“

ເດິກດື່ນໂດດດ່ຽວ............ດູໂດດດຽວດາຍ
ດວງເດືອນດວງດຽວ........ໂດດເດັ່ນເດັດດ່ຽວ
ດູໄດ້ເດິກດື່ນ..................ເດືອນເດັ່ນດວງດາວ
ດູດົນດວງເດືອນ.............ໄດ້ດັ່ງດວງດາວ.


ຂອບໃຈທີ່ອ່ານ



໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອງທີ່ໄວ້ ອິອິ ດຽວມາ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນວນນາງນ້ອງ ນົງນາງນອນນາ....


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບົວບັງໃບ...........ບັງບ່ອນບົວບານ
ບົວບອນບານ........ບ່ອນບົວບຶງບ້ານ
ບົວບານບ້ອງ........ບອນໃບບົວບ່ອງ
ບົວບ່ອງບັ້ນ ........ບົວແບ້ເບັ່ງບານ....


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດກ່ອນລະຈະມາແຕ່ງໃຫ້ອ່ານ


໐ ກະທູ້
໒໖໒ ໂພສ
ນັກການກະທູ້
ມຶງເມົາ ມຶງເມືອແມ ເມັຽມຶງມາ ມືເມັຽມຶງມີມີດ ມຶງມິເມືອ ມຶງມັບມຶງມັບ.


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມົາມີດເມຍ.............ມົວມຶ່ນມືດມົນ
ເມຍມີມົນ................ມີດມັນແມ໊ບແມ໊ບ
ເມຍມັນແມບ............ມັນມາມິດມິດ
ມັນມີມີດ.................ມູບມາມ່ອຍມ້ວນ.



໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີ່ຕູ່ ກັບ ບັກເຕ້ຍ.

ເຕ້ຍຕ້ຳຕອຍ.............ຕີນຕ່ອຍຕົກຕຽງ
ເຕ້ຍຕົກຕຽງ..............ຕີນຕູ່ເຕະຕ່ອຍເຕ້ຍ
ເຕ້ຍຕຳຕັ່ງ...............ເຕ້ຍຕາຍຕັ້ງຕິ
ເຕ້ຍຕິງຕັ້ງ..............ເຕ້ຍຕີຕົບຕູ່.....


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫລົງຫລັບໄຫລຕາຍຄາອົກສາວ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ຫລົງຫລັບໄຫລຕາຍຄາອົກສາວ



ເຈົ້າຜິດກົດແລ້ວເດີ້ !



໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ຫລົງຫລັບໄຫລຕາຍຄາອົກສາວ



ເຈົ້າຜິດກົດແລ້ວເດີ້ !




ຮ່າໆໆໂທດໆໆເປັນອັນວ່າມາຈອບສະ ຮ່າໆໆໆ ຈອບອ່ານ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດທ້າຍກະລົງເອີຍທີ່ເມຍ...........


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່ອງແສງເຖິ່ງໄວລຸ້ນທີ່ບໍດີບາງກຸ່ມ ທີ່ຖືກຄຸກ ຖືກຕາລາງ.
ລູກຫລານລາວ...........ລຸລັ່ງລອກລວງ
ເລາະເລືອນລອຍ.........ລ່ອງລົງເລີຍຫລີ້ນ
ລາງລາຍຫລິ້ນ............ຫລົງລືມລະລ່ວງ
ຫລາຍລື່ນລົ້ນ.............ລຸລັ່ງລົງລາງ....




໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຂ້ອຍຂຶ້ນຂອນຂີ້ເຂັບຂົບຂ້ອຍຂາຂ້ອຍໄຂ່ຂ້ອຍຂ້າຂີ້ເຂັບ

ຮັກເມຍໃຫ້ຜູກ ຮັກລູກໃຫ້ຕີ

໑ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ສາວເສັກສີໃສ່ເສື້ອສີສົ້ມໃສ່ສາຍສ້ອຍສາມສິບສອງເສັ້ນ

ຮັກເມຍໃຫ້ຜູກ ຮັກລູກໃຫ້ຕີ

໑ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຂ້ອຍຂຸດຂຽດຂ້ອງຂຽດຂ້ອຍຂາດຂຽດຂາຂາດຂ້ອຍຂາຍຂາຂຽດ

ຮັກເມຍໃຫ້ຜູກ ຮັກລູກໃຫ້ຕີ

໑ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ມອງເມຍເຂົາບໍ່ຄືເມຍເຮົາເມຍຂອງເຂົາເລົ້າໃຈອີຫຼີ

ຮັກເມຍໃຫ້ຜູກ ຮັກລູກໃຫ້ຕີ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 7uly ຂຽນວ່າ...
ສາວເສັກສີໃສ່ເສື້ອສີສົ້ມໃສ່ສາຍສ້ອຍສາມສິບສອງເສັ້ນ




ສາວເສັກສີ່...........ໃສ່ສິ້ນສັ້ນໆ
ສິ້ນສີສົ້ມ...............ເສື້ອສາວສິ້ນໆ
ສາວໃສ່ສ້ອຍ..........ສາຍໂສ້ສາມເສັ້ນ
ໃສ່ສອງເສັ້ນ...........ສິ້ນຊີບຊ້ຳ.


໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ກິນກົ້ນໄກ່ .........ກິນແກ້ມ ເຫລົ້າຂາວ....ໂທດເດີ້ຄິດບໍອອກ.


໑ ກະທູ້
໖໘໘ ໂພສ
ຊຳນານການເວັບບອດ

ໜ້າຕາບໍ່ສຳຄັນ ທີ່ສຳຄັນຄື ແຮງດັນແລະຈັ່ງຫວະ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຶກດື່ນ ໂດດດ່ຽວ ດຽວດາຍ
ດວງດາວ ດູເດ່ນ ດາດດື່ນ
ດວງເດືອນ ດວງດຽວ ເດັດດ່ຽວ
ດູເດັ່ນ ໄດ້ດັງ ດວງດາວ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໔໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ມຶງເມົາ ມຶງເມືອແມ ເມັຽມຶງມາ ມືເມັຽມຶງມີມີດ ມຶງມິເມືອ ມຶງມັບມຶງມັບ.






໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ດຶກດື່ນ ໂດດດ່ຽວ ດຽວດາຍ
ດວງດາວ ດູເດ່ນ ດາດດື່ນ
ດວງເດືອນ ດວງດຽວ ເດັດດ່ຽວ
ດູເດັ່ນ ໄດ້ດັງ ດວງດາວ




ມ່ວນເນາະ


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ກາກິນກ້ວຍ ກັດກິນກົ້ນກ່ອນ
ແກະກາບກ້ວຍ ກອງກົ້ນກ່າຍກັນ

ຢູ່ຫ່າງໆ ຢ່າງຫ່ວງໆ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຕົວ ຂ: ຂ້ອຍຂຶ້ນຂອນ ຂີ້ເຂັບຂົບຂ້ອຍ ຂາຂ້ອຍໃຂ່ ຂ້ອຍຂ້າຂ້າເຂັບ
ຕົວ ສ: ສາວສົມສີ ໃສ່ເສື້ອສີແສດ ໃສ່ເສັ້ນສ້ອຍສາມສິບສອງເສັ້ນ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກມນີ້ເບິ່ງຄືວ່າບໍຄ່ອຍມ່ວນປານໄດເນາະ.


໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ມ່ວນເເຕ່ພະຍັນຊະນະທີ່ໃຊ້ມັນຈຳກັດໂພດ


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ມັນມືດມິດ.............ມຸດມິດ..............ເມືອຍມ້ອຍມິ່ງ
ຈົບ..........ກກ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ສາວສີໃສ່ເສື້ອສີສົ້ມ ສາວສົມໃສ່ສິ້ນສີສິ້ວ ສາວສິ່ວໃສ່ໂສ້ງສີແສດ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>