ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການໃຊ້ຄຳວ່າ "ທຳ" ກັບ "ເຮັດ" ໃນເພງລາວ

໑ ກະທູ້
໐ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້າພະເຈ້າຮູ້ສຶກວ່າການໃຊ້ພາສາລາວໃນເພງລາວປະຈຸບັນນີ້ບໍ່ຄ່ອຍຖືກຕ້ອງປານໃດ
ຕາມຄວາມເຂ້າໃຈຂອງຂ້າພະເຈ້າແລ້ວໃນພາສາລາວຕ້ອງໃຊ້ຄຳວ່າ "ເຮັດ"ເພື່ອບົ່ງບອກເຖິງການກະທຳ
ສ່ວນ "ທຳ" ທີ່ເປັນຄຳດ່ຽວນັ້ນບໍ່ສາມາດເປັນກິລິຍາໄດ້ "ທຳ" ຕ້ອງປະສົມກັບຄຳອື່ນເຊັ່ນ: "ທຳໃຈ","ທຳທ່າ" , "ກະທຳ", ຯລຯ

ນີ້ແມ່ນຄຳເຫັນສ່ວນຕົວ ຖ້າຜິດຂໍອະໄພດ້ວຍ

໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ເອົາໄປເອົາມາລາວຊິໃຊ້ພາສາໄທເປັນພາສາຫຼັກລະເນາະ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໓ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ກະເຫັນດີນຳຢູ່ ເພາະເວົ້າຄຳນີ້ມາບາດໃດຄົນກະມັກວ່າ ພາສາຄ້າຍກັນ ບາງຄຳໃຊ້ນຳກັນ
ແຕ່ຮູ້ສຶກວ່າແຕ່ນ້ອຍຈົນໃຫຍ່ຄືວ່າ ບໍ່ເຄີຍໃຊ້ຄຳວ່າ "ທຳ" ເປັນ ຄຳກິລິຍາ ຈັກເທື່ອນ່າ

ມີແຕ່ໃຊ້ຕາມເຈົ້າຂອງກະທູ້ວ່າຫັ້ນແຫລະ ໃຊ້ຄຳວ່າ "ເຮັດ"ເພື່ອບົ່ງບອກເຖິງການກະທຳ
ສ່ວນ "ທຳ" ທີ່ເປັນຄຳດ່ຽວນັ້ນບໍ່ສາມາດເປັນກິລິຍາໄດ້ "ທຳ" ຕ້ອງປະສົມກັບຄຳອື່ນເຊັ່ນ: "ທຳໃຈ","ທຳທ່າ" , "ກະທຳ", ຯລຯ

ລະໃນທີ່ສຸດຂ້າພະເຈົ້າກະຂິ້ຄ້ານຖຽງນຳເຂົາເຈົ້າທຸກເທື່ອ ແລ້ວຂ້ອຍກະເລີຍກາຍເປັນ ພວກຕໍ່ຕ້ານ ບໍ່ຮູ້ຈັກສົງເສີມແນວຄິດໃໝ່

ມີຄວາມເຫັນໜ້ອຍດຽວໜຶ່ງກະຜິດຊຳ

Learn from Yesterday Live for Today Hope for Tomorrow

໗ ກະທູ້
໒໑໒ ໂພສ
ນັກການກະທູ້
ຖືກຕ້ອງເຫັນດີນຳ

i love laos '' n u ''

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນ
ບໍ່ສະເໝີໄປຕິເບາະ
ແນວລາວກັບໄທ ມີເຄົ້າມາຈາກພາສາບາລີ-ສັນສະກິດ (ເຄີຍອ່ານເຈິ ແຕ່ບໍ່ແນ່ໃຈວ່າໄທມີ ສັນສະກິດນຳບໍ່)
ຄຳເວົ້າບາງຄຳ ມັນກະມີເຄົ້າອັນດຽວກັນ
ບາງຄັ້ງຄຳເວົ້າພວກນັ້ນລາວເຮົາກະນິຍົມໃຊ້ກັນກ່ອນ ແຕ່ວ່າບໍ່ເປັນທາງການກວ້າງຂວາງ
ກະຊັ້ນແຫຼະ ພາກັນເບິ່ງໜັງ ເບິ່ງໂທລະພາບ ຕິດຕາມຂ່າວບ້ານການເມືອງ ແຟສອກແຟຊັ່ນ ດາຫຼອກດາຣາ ບ້ານເຂົາຫຼາຍ
ບາດເວລາໂຕເອງເຮັດຫຍັງກະຄືວ່າ ບໍ່(ຄ່ອຍ)ດີໝົດ
ດຽວກະຖືກກືນກິນວັດທະນະທຳໄປໝົດແຫຼະ

I believe in the IMPOSSIBLE

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ບໍ່ມີໃຜສາມາດກືນກິນວັດທະນະທຳທ່ານໄດ້ ນອກຈາກທ່ານຈະເຕັມໃຈຍອມຖືກກືນ

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜວ່າ...
ໃຜບອກວ່າ ທຳ ຄຳດຽວເປັນກຳມະບໍ່ໄດ້ ?
ທຳ ກະຫມາຍເຖິງການໃຊ້ຕີນຖີບ ຫັ້ນເດ້
ວູ້ ~ ລືມຄິດແມ່ນບໍ່ຫັ້ນ

໒ ກະທູ້
໒໔໐ ໂພສ
ນັກການກະທູ້
ທຳ ກັບ ເຮັດ ອັນດຽວກັນເດີທ່ານ ໄຊ້ແທ່ນກັນໄດ້ເລີຍ ແຕ່ຄົນລາວສ່ວນຫລາຍໄດ້ຍິນພາສາໄທໄຊ້ຄຳວ່າ ທຳ ກະເລີຍມີອະຄະຕິ
ຂ້ອຍເຄີຍອ່ານພົບໃນປື້ມ ບັນລະຍາຍ ເລື້ອງການແຕ້ມຮູບຂອງ ມາກເລີເກ ພີມປີ 1985 ກະໄຊ້ຄຳວ່າ ທຳ ແທນຄຳວ່າເຮັດຫລາຍປະໂຫຍກ ແລະ ໃນເພັງລາວປະຕິຫວັດກະຫລາຍເດີ ລອງຟັງເບີ່ງ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bpp ຂຽນວ່າ...
ບໍ່ມີໃຜສາມາດກືນກິນວັດທະນະທຳທ່ານໄດ້ ນອກຈາກທ່ານຈະເຕັມໃຈຍອມຖືກກືນ

ໃຜຈະຍອມໃຫ້ຖືກກືນກິນເນາະ
ກະຕາຍຫຼະຕິ

I believe in the IMPOSSIBLE

໐ ກະທູ້
໗໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ບໍ່ແມ່ນ ບໍ່ສະເໝີໄປຕິເບາະ
ແນວລາວກັບໄທ ມີເຄົ້າມາຈາກພາສາບາລີ-ສັນສະກິດ (ເຄີຍອ່ານເຈິ ແຕ່ບໍ່ແນ່ໃຈວ່າໄທມີ ສັນສະກິດນຳບໍ່)
ຄຳເວົ້າບາງຄຳ ມັນກະມີເຄົ້າອັນດຽວກັນ

credit : thaigoodview.com

໘ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຢ່າສູ່ເຂົ້າໃຈຍາກຫຼາຍພີນ້ອງເອີ້ຍ ໃນສອງຄຳນັ້ນແມ່ນມີຄວາມໝາຍດຽວກັນຫັນລະຢ່າສູ່ເອົາຄຳຕົວເອງວ່າເປັນຄຳຂອງຄົນອື່ນທັງທີ່ແທ້ພາສາທີ່ເຂົາໃຊ້ຢູ່ສູ່ມື້ ແມ່ນພາສາລາວເກືອບເຄີ່ງ ລອງພິຈາລະນາເບິ່ງດີໆ ມີຄວາມເຫັນນຳຊຳນີ້ລະ

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ OnoyO ຂຽນວ່າ...
ທຳ ກັບ ເຮັດ ອັນດຽວກັນເດີທ່ານ ໄຊ້ແທ່ນກັນໄດ້ເລີຍ ແຕ່ຄົນລາວສ່ວນຫລາຍໄດ້ຍິນພາສາໄທໄຊ້ຄຳວ່າ ທຳ ກະເລີຍມີອະຄະຕິ
ຂ້ອຍເຄີຍອ່ານພົບໃນປື້ມ ບັນລະຍາຍ ເລື້ອງການແຕ້ມຮູບຂອງ ມາກເລີເກ ພີມປີ 1985 ກະໄຊ້ຄຳວ່າ ທຳ ແທນຄຳວ່າເຮັດຫລາຍປະໂຫຍກ ແລະ ໃນເພັງລາວປະຕິຫວັດກະຫລາຍເດີ ລອງຟັງເບີ່ງ

ຂພຈ ເຫັນດີກັບຄວາມຄິດເຫັນນີ້ "ຄົນລາວສ່ວນຫລາຍໄດ້ຍິນພາສາໄທໄຊ້ຄຳວ່າ ທຳ ກະເລີຍມີອະຄະຕິ" ຫລື ຮູ້ເທົ່າບໍ່ເຖິງການອັນເຮັດໃຫ້
ມີຄຳເວົ້າມ່ວນໆຫລາຍຄຳຂອງລາວທີ່ຄົນລາວເຮົາຍົກໃຫ້ເປັນພາສາໄທ...
ຄຳວ່າ ທຳ ພາສາລາວເຮົາກໍ່ມີ ຕ່າງກັນຢູ່ບ່ອນການນຳໃຊ້...

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳ ກັບ ເຮັດ ອັນດຽວກັນ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າ ສັບ ສົນ ເດີ້ ພີ່ ນ້ອງ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ດີຫຼາຍທຸກໆຄົນທີອອກຄໍາເຫັນ ຂ້າພະເຈົ້າວ່າ ທຸກຄົນເວົ້າຖືກຕ້ອງໝົດ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ziix ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ບໍ່ແມ່ນ ບໍ່ສະເໝີໄປຕິເບາະ
ແນວລາວກັບໄທ ມີເຄົ້າມາຈາກພາສາບາລີ-ສັນສະກິດ (ເຄີຍອ່ານເຈິ ແຕ່ບໍ່ແນ່ໃຈວ່າໄທມີ ສັນສະກິດນຳບໍ່)
ຄຳເວົ້າບາງຄຳ ມັນກະມີເຄົ້າອັນດຽວກັນ

credit : thaigoodview.com

ສະຫຼຸບວ່າມີເຄົ້າມາຈາກພາສາ ບາລີ-ສັນສະກິດ ຄືກັນແມ່ນແທ້ບໍ??

I believe in the IMPOSSIBLE

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຄຳວ່າ ທຳ ມັນເປັນພຽງຄຳຫຍໍ້ທີ່ໃຊ້ບາງຕອນຂອງການເວົ້າ ເຊິ່ງມັນກໍ່ເປັນຄຳກິລິຍາຄືກັນ ເຊິ່ງມັນເປັນຄຳເວົ້າທີ່ຫຍໍ້ອອກມາຈາກຄຳວ່າ ກະທຳ ເຊັ່ນຕົວຢ່າງ: ລາວກ້າກະທຳແບບນີ້ກັບເຈົ້າວະ? ຫຼື ລາວກ້າທຳແບບນີ້ກັບເຈົ້າວະ? ຫຼື ລາວກ້າເຮັດແບບນີ້ກັບເຈົ້າວະ? ... ເປັນຕົ້ນ. ຄໍາວ່າ: ກ້າເຮັດ ກ້າທຳ ກ້າ ແມ່ນເປັນຄໍາຂະຫຍາຍໃຫ້ຄໍາກໍາມະ ຫຼືຄໍາກິລິຍາ ກໍ່ຄື ເຮັດ ກັບ ທໍາ ນັ້ນເອງ ເຊິ່ງລ້ວນແຕ່ມີຄວາມໝາຍດຽວກັນ. ນອກຈາກນີ້ຍັງມີຄໍາເວົ້າອື່ນໆທີ່ເຮົາມັກເວົ້າຫຍໍ້ກັນເຊັ່ນຄໍາວ່າ ເສັງ ເຊິ່ງເປັນຄໍາກິລິຍາທີ່ເວົ້າຫຍໍ້ມາຈາກຄໍາວ່າ ສອບເສັງ ເຊັ່ນຕົວຢ່າງ: ມື້ໃດໂຮງຮຽນຊິເສັງວະ? ຫຼື ມື້ໃດໂຮງຮຽນຊິສອບເສັງວະ? ... ເປັນຕົ້ນ.

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ ທຳ ນັ້ນແມ່ນໜຶ່ງໃນພາສາລາວ..
ເຊັ່ນ: ການກະທຳ,​ທຳໃຈ, ທຳນາ...
ຄວາມໝາຍແມ່ນອັນດຽວກັບຄຳວ່າ ເຮັດ ແຕ່ສາມາດໃຊ້ທົດແທນກັນໄດ້..

ຄວາມຈິງແລ້ວ ຈຂກທ ຕ້ອງເຂົ້າໃຈໃນ 2 ປະເດັນຄື:
1.. ພາສາລາວ ແລະ ພາສາໄທຍ ຕ່າງກໍມີເຄົ້າມາຈາກພາສາບາລີ ແລະ ສັນສກິຕ..
2.. ຖ້າ ຈຂກທ ເຄີຍແຕ່ເພງ ຈະຮູ້ວ່າກາຣໃຊ້ພາສາໃຫ້ສອດຄ່ອງກັນນັ້ນ ບາງເທື່ອມັນບໍ່ຈຳເປັນໃຫ້ຄືພາສາເວົ້າກໍໄດ້..

ຂ້ອຍຈະຂໍຍົກຕົວຢ່າງວັກໜຶ່ງ ໃນເພງລາວທີ່ແຕ່ງໃນຍຸກປີ 60s..
ເພງທີ່ມີຊື່ວ່າ: ຈູບຝາກຮັບ
ປຣະພັນທ໌ໂດຍ: ທ່ານ ພົມມະ ພິມມະສອນ
ຮ້ອງໂດຍ: ທ່ານ ພົມມະ ພິມມະສອນ, ລ່າສຸດແມ່ນ ອູ່ແກ້ວ ໄຊຍະວົງ

.. ຈູບພຽງນ້ອຍດຽວ ເຈົ້າຢ່າຂັດຂວາງ
ຮັກນ້ອງລົ້ນຊວງ ອ້າຍທົນບໍ່ໄຫວ
ໃຫ້ຂໍສາບານ ອ້າຍຍັງທຳໄດ້
ຂໍຢູ່ພາຍໃຕ້ ບັງຄັບບັນຊາ..

<object width="425" height="349"><param name="movie" value="http://www.youtube.com/v/eUOCRgy-rNU?version=3&amp;hl=en_GB&amp;rel=0"></param><param name="allowFullScreen" value="true"></param><param name="allowscriptaccess" value="always"></param><embed src="http://www.youtube.com/v/eUOCRgy-rNU?version=3&amp;hl=en_GB&amp;rel=0" type="application/x-shockwave-flash" width="425" height="349" allowscriptaccess="always" allowfullscreen="true"></embed></object>

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ຄຳວ່າ ທຳ ນັ້ນແມ່ນໜຶ່ງໃນພາສາລາວ..
ເຊັ່ນ: ການກະທຳ,​ທຳໃຈ, ທຳນາ...
ຄວາມໝາຍແມ່ນອັນດຽວກັບຄຳວ່າ ເຮັດ ແຕ່ສາມາດໃຊ້ທົດແທນກັນໄດ້..

ຄວາມຈິງແລ້ວ ຈຂກທ ຕ້ອງເຂົ້າໃຈໃນ 2 ປະເດັນຄື:
1.. ພາສາລາວ ແລະ ພາສາໄທຍ ຕ່າງກໍມີເຄົ້າມາຈາກພາສາບາລີ ແລະ ສັນສກິຕ..
2.. ຖ້າ ຈຂກທ ເຄີຍແຕ່ເພງ ຈະຮູ້ວ່າກາຣໃຊ້ພາສາໃຫ້ສອດຄ່ອງກັນນັ້ນ ບາງເທື່ອມັນບໍ່ຈຳເປັນໃຫ້ຄືພາສາເວົ້າກໍໄດ້..

ຂ້ອຍຈະຂໍຍົກຕົວຢ່າງວັກໜຶ່ງ ໃນເພງລາວທີ່ແຕ່ງໃນຍຸກປີ 60s..
ເພງທີ່ມີຊື່ວ່າ: ຈູບຝາກຮັບ
ປຣະພັນທ໌ໂດຍ: ທ່ານ ພົມມະ ພິມມະສອນ
ຮ້ອງໂດຍ: ທ່ານ ພົມມະ ພິມມະສອນ, ລ່າສຸດແມ່ນ ອູ່ແກ້ວ ໄຊຍະວົງ

.. ຈູບພຽງນ້ອຍດຽວ ເຈົ້າຢ່າຂັດຂວາງ
ຮັກນ້ອງລົ້ນຊວງ ອ້າຍທົນບໍ່ໄຫວ
ໃຫ້ຂໍສາບານ ອ້າຍຍັງທຳໄດ້
ຂໍຢູ່ພາຍໃຕ້ ບັງຄັບບັນຊາ..

<object width="425" height="349"><param></param><param></param><param></param><embed src="http://www.youtube.com/v/eUOCRgy-rNU?version=3&hl=en_GB&rel=0" width="425" height="349"></embed></object>

ເອັກແຊມໂປ້ ອີກ ເນາະ ສະຫາຍ Bell

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຄວາມ

ຮັກແທ້ຄືແມ່

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ຄິດແນວນີ້ລະ ມັນບໍ່ຈະເລີນ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນໃຊ້ໄປທົ່ວແລ້ວປັດຈຸບັນນີ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີຫຍັງກັນ

໓໑ ກະທູ້
໑໘໘ ໂພສ
ນັກການກະທູ້
ອານາຄົດ ລາວ ຄືຊິບໍ່ມີ ພາສາ ຫຍັງເວົ້າ ລະ, ເພາະ ໄທ ມັກເອົາຄຳລາວ ໄປຕະຫຼອດ ແລະ ມີໃໝ່ເລື້ອຍໆ
ພໍເດັກນ້ອຍລຸ້ນໃໝ່ໆໃຫຍ່ຂຶ້ນມາ ແລະໄດ້ຍິນແຕ່ນ້ອຍ ກະຟັງ ເບິ່ງ ນຳໂມດ ເຂົາ ລະກະວ່າ ແຕ່ຂອງ ເຂົາ
ເລື້ອງນີ້ ຂພຈ ໄດ້ຍິນເປັນປະຈຳ ແຕ່ຍັງນ້ອຍ ຈົນ ເຖິງທຸກວັນນີ້ລະ

ຖ້າຮັກຊາດ ແທ້ : ຄວາມ ນິຍົມ ສິນຄ້າ ຂອງ ລາວ ໜ້າຈະ ດີ ກວ່າ ເລື້ອງ ນີ້

ບາດ ຟັງເພງ ບ່ອນ ໃດ ກະມີ ແຕ່ ເພງ ເຂົາ ເຕັມ ບ້ານເຕັມເມືອງ
ບາດບາງຄົນວ່າ ເພງລາວ ບາງເພງ ຟັງແລ້ວວ່າບໍ່ມ່ວນ , ທີ່ເຂົາເອົາໄປ ຮ້ອງ ແລ້ວ ຊຳພັດມັກ, ນຳຮ້ານ ຕ່າງໆ ບໍ່ເຄີຍເປີດຟັງ ກະເປີດຕາມກະແສ ເຕັມ ບ້ານເຕັມເມືອງ

ທຸກຢ່າງ ຂຶ້ນຢູ່ກັບ ໃຈ ຂອງ ເຮົາເອງ ນັ້ນລະ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khavy ຂຽນວ່າ...

you are right !!

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ທຳມະດານີ້ບໍ່ຜິດດອກແຕ່ສຳນຽງຫັ້ນຕີລອງຟັງເບິ່ງຕິລລະເພງລາວ(ບາງເພງ)ກັບເພງໄທບໍ່ມີຫຍັງຕ່າງກັນເລີຍ