ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ນ.ທິຣະກຸນ(ຄົນເຖົ້າອາຍຸ ໘໐ ປີກວ່າຍັງຫ່ວງຊາດ)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນໜ້ານີ້ຢູ່ຄໍລຳນານາສາລະ ກໍເວົ້າເລື່ອງພາສາລາວ...ມື້ນີ້ ໃນຄໍລຳລົມກັບເພື່ອຜູ້ອ່ານ ກໍເວົ້າຕື່ມ...ແລະ ບ.ກ
ເອງຂໍຮຽກຮ້ອງໃຫ້ທຸກທ່ານອອກມາສະແດງຄຳເຫັນກ່ຽວກັບການໃຊ້ພາສາລາວ... ຢາກໃຫ້ເວົ້າໃນເຊີງວິຊາການແທ້ໆ.
ສຳລັບມື້ນີ້ຂໍລົງພິມຄຳເຫັນຂອງເພື່ອນຜູ້ອ່ານທີ່ໃສ່ນາມວ່າ: ນ.ທີລະກຸນ ເຊິ່ງພວກເຮົາໄດ້ຮັບ ຈ.ມ ຂອງເພິ່ນໃນ
ຫວ່າງມໍ່ໆນີ້ເອງ ເນື້ອໃນ ຈ.ມ ເພິ່ນມີດັ່ງນີ້:
ຂໍມີຄວາມເຫັນ
ຢາກຂໍມີຄວາມເຫັນນຳໜ້ອຍໜຶ່ງ ເລື່ອງວ່າ "ພາສາລາວ" ເຮົາ ພາສາລາວເຮົານີ້ແມ່ນມັນໄດ້ເສຍຫຼັກ ແລະ
ເປັນພະຍາດຊຳເຮື້ອມາດົນແລ້ວ ແຕ່ຄາວບ້ານແຕກເມືອງເພພຸ້ນ ເຖິງວ່າມີບາງຄັ້ງບ້ານເມືອງມີຄວາມອຸດົມສົມບູນ ມີນັກ
ປາດອາຈານຫຼາຍ ການໃຊ້ພາສາເວົ້າຈາຂີດຂຽນກໍຖືກຕ້ອງ ກໍຍັງບໍ່ຢັ້ງຢືນມາເຖິງສະໄໝຂອງພວກເຮົາ ໄດ້ເວົ້າເລື່ອງອັກ
ສອນເຮົາກໍມີແຕ່ 26-27 ໂຕ ການໃຊ້ຂີດຂຽນແມ່ນຟັງເອົາແຕ່ສຽງ ດັ່ງນັ້ນ ການເວົ້າ ການຂຽນດົນໄປມັນກໍຄ່ອຍຄາດຄ່ອຍ
ເຄື່ອນໄປ ຕໍ່ບໍ່ຕໍ່ ກໍເລີຍກາຍເປັນພະຍາດຊຳເຮື້ອໃນການປາກເວົ້າ ຫຼື ຂີດຂຽນ ເຮົາພັດມັກບໍ່ຫົວຊາແດ່ໃນການປາກເວົ້າ
ວ່າແຕ່ພໍຟັງໄດ້ກໍຟັງໄປແລ້ວໄປ ຕົວຢ່າງ ໃນຄູ່ມື້ນີ້ ມີການໃຊ້ຄວາມເວົ້າທີ່ຮ່ວມກັນຢູ່ 2 ຄູ່ ໃນ 2 ຄູ່ນັ້ນກໍເປັນ 4 ຄວາມ ໃນ 4
ຄວາມນັ້ນ ກໍຄື: ເຊິ່ງກັບຊຶ່ງ-ເຝິກກັບຝຶກ ນັ້ນເອງ ໃນ 4 ຄວາມນີ້ ແມ່ນຄວບຄູ່ກັນມາແຕ່ດົນນານແລ້ວ ຫຼາຍປີແລ້ວ ກໍຄືບໍ່
ມີໃຜຜູ້ໃດທັກທ້ວງເວົ້າວ່າຫຍັງ ໄດ້ຍິນໄດ້ຟັງແລ້ວກໍແລ້ວໄປ ເສີຍໄປ ບໍ່ມີໃຜວ່າຫຍັງ ຈົນເຖິງຄູ່ມື້ນີ້ ເລື່ອງຊື່ "ເຈົ້າອະນຸ" ກໍ
ຄືກັນ ຢາກຂໍໃຫ້ຂຽນຖືກ ຄັນຂຽນບໍ່ຖືກກໍເປັນການເສຍກຽດສັກສີຂອງເພິ່ນ ທັງເສຍກຽດສັກສີຂອງຄົນລາວອີກດ້ວຍ ຄັນ
ຂຽນຖືກຕ້ອງດີ ກໍເປັນການເຊີດຊູກຽດສັກສີຂອງເພິ່ນ ພ້ອມກຽດສັກສີຂອງຊາດດ້ວຍເໝືອນກັນ.
ທີ່ເພິ່ນຂຽນໄປຂໍໃຫ້ເພິ່ນລຶບລ້າງ ແລ້ວຂຽນໃໝ່ແດ່!
ເພິ່ນຂຽນປ້າຍໂຄສະນາຢູ່ແຄມຂອງກໍວ່າ ອານຸ ຄືກັນ
ຢາກໃຫ້ຂຽນວ່າ "ອະນຸ" ຊື່ເພິ່ນ (ອະນຸ) ບໍ່ແມ່ນ (ອານຸ)
ອີກອັນໜຶ່ງ ຢາກຮູ້ວ່າ ເວົ້າແນວໃດຈິ່ງວ່າ ພາສາ "ຊອດກະຈາ" ຢາກຮູ້ຢ່າງຈະແຈ້ງວ່າ ເວົ້າແນວນັ້ນຈິ່ງຖືກ
ເວົ້າແນວນັ້ນບໍ່ຖືກ ມັນເປັນພາສາຊອດ "ກະຈາ" ຢາກໃຫ້ວ່າແນວນັ້ນ ຜູ້ທີ່ເວົ້ານັ້ນກໍເວົ້າແຕ່ພຽງວ່າ "ພາສາຊອດກະຈາ"
ຈັກແມ່ນເວົ້າແນວໃດ ຈິ່ງວ່າ "ຊອດກະຈາ" ເລີຍບໍ່ແຈ້ງບໍ່ຂາວຄັກແນ່ ສະໄໝຄູ່ມື້ນີ້ ບາງຄັ້ງກໍໄດ້ເຫັນເພິ່ນໃຊ້ສັບວ່າ ພະ
ນັກງານລັດຖະກອນ ຫຼື ພິທີກອນ ເປັນຕົ້ນ ເມື່ອອ່ານເຫັນ "ກໍຊຶງໜ້ອຍໜຶ່ງ..." ພໍເຂົ້າໃຈກໍອ່ານຕໍ່ ອັນນີ້ດົນໄປກໍພາໃຫ້ຕົນ
ເອງຫຍຸ້ງ (ຕົນຜູ້ເວົ້າຜູ້ຂຽນນັ້ນ) ຄວນຂຽນໃຫ້ແຈ້ງ ຕາມສັບເດີມວ່າ ພະນັກງານລັດຖະການ ຫຼືວ່າ ພິທີການ ເວົ້າຕາມ
ເດີມດັ່ງນີ້ດີກ່ວາ ເພາະວ່າຟັງໄດ້ງ່າຍບໍ່ຫຍຸ້ງເຫຍີງ ເພາະຄຳທີ່ວ່າ ກອນ ນັ້ນແປວ່າ ແຂນ ຕົວຢ່າງ ກຳມະກອນ ແມ່ນຜູ້
ອອກແຮງງານດ້ວຍມືດ້ວຍແຂນ.
ຄວາມຈິງແລ້ວໃຊ້ຕາມເດີມງ່າຍ ແລະ ສະດວກດີ.
ນ.ທີລະກຸນ

- ບົດຂຽນເທິງນັ້ນ ແມ່ນກ່າຍມາຈາກ ນສພ ວຽງຈັນໃໝ່, ສະບັບວັນນີ້ http://vientianemai.net/news.php?TopicID=4&NewsID=863 ທີ່ເວົ້າ ເຖິງການຂຽນພາສາ.
- ຄວາມຈິງ ນ.ທີຣະກຸນນັ້ນ, ທ່ານຄື ທ່ານອາຈານມະຫານວນ ທີລະກຸນ ທ່ານເປັນອະດີດ ພະນັກງານ ກະຊວງທັມມະການ ແລະກະຊວງວັດທະນະທັມ ຄວາມຮູ້ທີ່ເດັ່ນຫຼາຍດ້ານເຊັ່ນ: ພຸດທະສາສນາ, ພາສາ, ບູຮານວັດຖຸ, ປະຫວັດສາດ, ບູຮານປະເພນີ ແລະອື່ນໆ ມີທ່ານຜູ້ຮູ້ ແລະຄູບາອາຈານຫຼາຍທ່ານ ເປັນລູກສິດຂອງທ່ານ ແລະປັດຈຸບັນກະຍັງໄປຮັບຟັງ ແລະຂໍຄວາມແນະນຳຄວາມຮູ້ຫຼາຍຢ່າງ, ສິ່ງທີ່ຜູ້ຂ້າ ງຶດທີ່ສຸດຄື ທ່ານອາຍຸ ໘໐ ກວ່າປີແລ້ວ ຍັງຂຽນໜັງສື ແລະເຮັດວຽກສັງຄົມຢູ່ ງຶດແທ້ໆໆໆ, ບັນດີດ ບໍ່ວ່າຢູ່ໃນສະຖານະໃດ ກໍສ່ອງແສງແຫ່ງປັນຍາສະເໝີ ຂໍໃຫ້ພໍ່ເຖົ້າຍືນຍົງຕະຫຼອດການເທີ້ນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄົນດີແທ້ໆເນາະ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄົນດີແທ້ໆເນາະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກເຮົາພະຍາຍາມຮຽນເອົາແບບຢ່າງທ່ານ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒