ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຣ. ມາຈາກໃສ ?

- ຕັ້ງແຕ່ເຫິງແຕ່ເຍີງແລ້ວ ໃນພາສາລາວເຮົາ ຜູ້ທີ່ຈົບແພດ ສາຂາຫຍັງກໍຕາມ ມັກຈະໃຊ້ຄໍາຫຍໍ້ຮຽກຊັ້ນຜູ້ນັ້ນວ່າ "ດຣ" ຜູ້ທີ່ຈົບປະຣິນຍາເອກສາຂາຫຍັງກໍຕາມ ເຂົາກໍຈະຂຽນ "ດຣ" ແທນຄໍາຮຽກ, ຄົນລາວເຮົາໃຜໆກໍຕາມຫາກເຫັນຂຽນ "ດຣ" ນໍາໜ້າຊື່ແບບນີ້ແລ້ວໃຜໆ ກໍອ່ານວ່າ "ດອກເຕີ" ໂລດໂດຍທີ່ບໍ່ຕ້ອງເອະອະໃຈຫຍັງຈັກດີ້.

- ຜູ້ຂຽນສົງໃສ ມານານແລ້ວວ່າລາວເຮົາຂຽນ ຫຍໍ້ "ດຣ" ໄດ້ຈັ່ງໃດ ທັງໆທີ່ໃນພາສາລາວເຮົາ ບໍ່ຍອມໃຊ້ໂຕ "ຣ" ວ່າເປັນອັກສອນໂຕໜຶ່ງໃນໝວດ "ອັກຂະຣະວິທີພາສາລາວ"

- ຈົນມາຮອດປີ ໒໐໐໐ ໃນອັກຂະຣະວິທີພາສາລາວ ເຂົາກໍໄດ້ຍອມຮັບວ່າ ໂຕ "ຣ" ເປັນອັກສອນໂຕໜຶ່ງ ໃນ ໒໗ ໂຕຂອງພາສາລາວ, ເຮັດໃຫ້ອັກສອນລາວ ມີ "໒໗" ໂຕບໍລິບູນ, ແຕ່ວ່າໂຕ "ຣ" ບໍ່ສາມາດຂຽນພາສາລາວໄດ້ ເວັ້ນເສັຍແຕ່ຂຽນພາສາຕ່າງປະເທດ ແລະພາສາຊົນເຜົ່າໃນລາວເທົ່ານັ້ນ(ນີ້ຄືການກີດກັ້ນໂຕ "ຣ" ບໍ່ໃຫ້ມີບົດບາດໃນພາສາລາວ ຢ່າງເຕັມຕົວ ໂຕ "ຣ" ກະເລີຍບໍ່ມີສິດໃນຂອບເຂດພາສາລາວ)

- ເຖິງວ່າໃນພາສາລາວ ການຂຽນ "ດຣ" ຄົນຮູ້ໂລດວ່າມາຈາກ "ດອກເຕີ" ຄວາມຈິງແມ່ນຂຽນທັບຊັບມາຈາກ Dr.ໃນພາສາອັງກິດ ເຊິ່ງຄໍາວ່າ "Dr." ຫຍໍ້ມາຈາກຄໍາພາສາອັງກິດວ່າ "Doctor" ເຖິງປານນັ້ນ, ການຂຽນ "ດຣ" ໃນພາສາລາວ ກໍຍັງບໍ່ສົມເຫດສົມຜົນ, ເພາະໂຕ "ຣ" ໃນພາສາລາວຍັງບໍ່ປະກາດໃຊ້ວ່າໃຫ້ຂຽນຄໍາໃນພາສາລາວ, ອັນໜຶ່ງເຖິງຈະເຂົ້າໃຈວ່າ "ດຣ" ຕ້ອງຫຍໍ້ມາຈາກ "Dr" ກໍຕາມ ເພາະຄໍາຍາວໃນພາສາອັງກິດວ່າ "Doctor" ແຕ່ໃນພາສາລາວພັດຂຽນ "ດອກເຕີ" ເຊິ່ງບໍ່ມີໂຕ "ຣ" ຢູ່ດ້ວຍ ຈຶ່ງບໍ່ສົມເຫດຜົນທີ່ຈະຂຽນວ່າ "ດຣ" ຫາກຈະໃຫ້ສົມເຫດສົມຜົນໃນໃນຄໍາຂຽນພາສາລາວທີ່ໃຊ້ກັນຢູ່ຕ້ອງໃຊ້ "ດຕ" ຈຶ່ງຈະຖືກຕ້ອງ ແຕ່ວ່າຈະຂຽນໄດ້ຈັ່ງໃດ ຄໍາ "ດຣ" ນີ້ໃຊ້ກັນມານານແລ້ວ ແລະມັນກົງກັບຄໍາຫຍໍ້ໃນພາສາອັງກິດ ທີ່ຂຽນວ່າ "Dr." ຫາກຈະໃຫ້ຂຽນໃນພາສາລາວ "ດຣ" ໃຫ້ກົງທັງພາສາອັງກິດ ແລະພາສາລາວ ເຊິ່ງບໍ່ມີການຂັດແຍ້ງກັນໃນພາສາລາວ ທີ່ເປັນຄໍາເຕັມຮູບແບບໃນພາສາລາວ ຄວນຈະຂຽນວ່າ "ດັອກເຕີຣ໌" ຈຶ່ງຈະສົມເຫດສົມຜົນຄັກ, ການຂຽນແບບນີ້ "ດັອກເຕີຣ໌" ຖຶກຕ້ອງຕາມວັດຖຸປະສົງຂອງໄວຍາກອນລາວ ປີ ໒໐໐໐ ຄັກ.http://www.bailane.com/Blog/ViewBlog.aspx?sid=101&hid=35649

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Dr

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Dr

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ເປັນກະທູ້ທີ່ດີແລະມີປະໂຫຍດຫລາຍເພາະວ່າຂ້າພະເຈົ້າກໍຄ່ອນຂ້າງງົງກັບມາດຕະການ ຂໍ້ບັງຄັບ ຫລືອິຫຍັງ ທີ່ກ່ຽວກັບການນຳໃຊ້ພາສາລາວທີ່ແປມາຈາກພາສາສາກົນ ເພາະວ່າມັນບໍ່ຄ່ອຍຈະແຈ້ງ ກ່ຽວກັບການບັງຄັບໃຊ້ໃຫ້ເປັນທາງການ
ແຕ່ໃນຄວາມເຫັນສ່ວນຕົວແລ້ວຢາກໃຫ້ມີກົດຫມາຍບັງຄັບຢ່າງເປັນທາງການໃນການຂຽນພາສາສາກົນມາເປັນພາສາລາວໂດຍສະເພາະແມ່ນພາສາອັງກິດ
ແລະແນວທາງຂອງຂ້າພະເຈົ້າເຫັນວ່າການເອົາພາສາສາກົນມາຂຽນເປັນພາສາລາວຫລືແປຈາກສາກົນມາເປັນລາວ ຢາກໃຫ້ສະກົດໃຫ້ມັນຖືກຕ້ອງຕາມ ພາສາເຄົ້າ(ພາສາສາກົນທີ່ເອົາມາແປຫລືຂຽນ) ໃຫ້ຫລາຍທີ່ສຸດ ເພື່ອວ່າຈະໄດ້ສື່ໃຫ້ເຫັນວ່າຄຳໆນັ້ນອ່ານວ່າຫຍັງ ແປວ່າຫຍັງ ແລະສະກົດຈັງໃດ ຂ້າພະເຈົ້າຂໍຍົກຕົວຢ່າງພໍສັງເຂບດັ່ງນີ້
1. Doctor ເວລາແປຫລືຂຽນໃຫ້ຂຽນ ດ໊ອກເຕີຣ໌ ບໍ່ໃຫ້ຂຽນວ່າ ດອກເຕີ່
2. Like ເວລາແປຫລືຂຽນໃຫ້ຂຽນ ໄລຄ໌ ບໍ່ໃຫ້ຂຽນວ່າ ໄລ້ ຫລື ລ້າຍ
3. Friend ເວລາແປຫລືຂຽນໃຫ້ຂຽນ ເຟຣນດ໌ ບໍ່ໃຫ້ຂຽນວ່າ ເຟັນ ຫລື ເຟຣັນ
ທີ່ຕ້ອງການໃຫ້ຂຽນແບບນີ້ເພາະວ່າມັນມີຂໍ້ດີຫລາຍຢ່າງຄື:
- ເພື່ອໃຫ້ເຮົາຮູ້ວ່າຄຳໆນັ້ນແມ່ນຫຍັງແປວ່າຈັງໃດ
- ເພື່ອໃຫ້ເຮົາຂຽນພາສາອັງກິດໄດ້ງ່າຍຂຶ້ນ ເພາະວ່າຕົວສະກົດມັນຄົບຖ້ວນ
- ເພື່ອໃຫ້ເປັນລະບຽບໃນການພິມຫລືຂຽນໃນວາລະສານແລະຫນັງສືທົ່ວໄປ (ໃຫ້ເປັນມາດຕະຖານດຽວກັນ)

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...

ພາສາລາວ ຂຽນຕາມສຽງ ແລະມັນກໍຜິດ ດັ່ງທີ່ເຮົາຮູ້ກັນຫັ້ນແຫລະ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວ ຂຽນຕາມສຽງ ແລະມັນກໍຜິດ ດັ່ງທີ່ເຮົາຮູ້ກັນຫັ້ນແຫລະໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເດີ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຣ = ດ໋ອກເຕີຣ໌

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນດີນຳ
ການໃຊ້ພາສາລາວ ຂຽນເປັນພາສາຕ່າງປະເທດ ຕາມປ້າຍໂຄສະນາ ສື່ມວນຊົນ ວາລະສານບາງສະບັບ ແມ່ນບໍ່ຄ່ອຍຖືກ

ອາດຍ້ອນຄວາມມັກງ່າຍ, ຖືເບົາ, ບໍ່ມີການກວດແກ້ ຫຼືຢ່າງໃດ??

I believe in the IMPOSSIBLE

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ ດຣ ບໍ່ແມ່ນຂະເຈົ້າເອົາມາຈາກ ດາກລິງໂທນຕິເບາະ ອິອິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !