ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ທົ່ວທີບທົ່ວແດນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- "ທົ່ວທິບທົ່ວແດນ" ຄົນລາວບູຮານສ້າງສັນພາສາຂອງຕົນເອງ ໂດຍທີ່ບໍ່ມີຂໍ້ຈໍາກັດວ່າ ອັນນັ້ນພາສາຂອງປະເທດນັ້ນ ອັນນີ້ພາສາຂອງປະເທດນີ້, ສະນັ້ນ ພາສາຂອງລາວ ຈຶ່ງກວ້າງຂວາງ ບໍ່ມີຂອບເຂດຈໍາກັດ ທັງຫຼວງຫຼາຍພາຍມາກອີກດ້ວຍ.

- ເຮົາຈະເຫັນຄໍາວ່າ "ທົ່ວທີບທົ່ວແດນ" ເຮົາຄົງຈະສົງໄສວ່າ ຄໍານີ້ເປັນຄໍາລາວລ້ວນໆ ທີ່ແທ້ບໍ່ແມ່ນຄໍາລາວທັງໝົດ "ທົ່ວ" ເປັນຄໍາລາວ ໝາຍເຖິງກວ້າງຂວາງ, ຫຼວງຫຼາຍ ເຊັ່ນຄໍາວ່າ "ໂດຍທົ່ວໄປ" ຄື ໝາຍວ່າ "ໝາຍເອົາທັງໝົດທັງປວງ"

- "ທີບ" ມາຈາກພາສາປາລີ "ທະວີປະ ຄື ທະວີປ" ອັນໝາຍເຂດແດນທາງພູມສາດ, ສ່ວນ "ແດນ" ໝາຍເຖິງອານາເຂດ, ຄໍາວ່າ "ທົ່ວທີບທົ່ວແດນ" ໝາຍເຖິງອະນາເຂດທີ່ກວ້າງໃຫຍ່ທຸກໝ້ອງທຸກແຈ.

- ຄໍາທີ່ມັກເອົາໄປໃຊ້ ເຊັ່ນ ຄົນເວົ້າໂລໆເລ, ມັກຈະໃຊ້ຄໍາວ່າ "ເວົ້າທົ່ວທີບທົ່ວແດນ", ຄືເວົ້າບໍ່ມີບ່ອນເອົາ, ຄົນໄປທຸກທີ່ທຸກບ່ອນກໍວ່າ "ໄປທົ່ວທີບທົ່ວແດນ" ສະນັ້ນ, ຄໍາວ່າທົ່ວທີບທົ່ວແດນ ໝາຍເຖິງໄປໂດຍບໍ່ມີຂອບເຂດນັ້ນເອງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ໄດ້ຄວາມຮູ້ຈາກທ່ານຫລາຍເຕີບລະໃດ໋ນີ້ thank ຫລາຍໆ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ສາທ ສາທຸ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຈ່າງແຈ້ງຂຶ້ນອີກ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

I believe in the IMPOSSIBLE

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Nidnilan ຂຽນວ່າ...



໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
5555555


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສາທຸ ສາທ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທົ່ວທີບທົ່ວແດນ ໄຄກ່ວາຊົງລົງເຊງເລງ ແຮ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ຄິດເຫັນນິທານ ກົບກິນຖົ່ວທີບ ອິ ອິ ແນວໄດກະຂອບໃຈ ສຳລັບສາລະດີດີ ເດີ້.


໐ ກະທູ້
໑໖໗ ໂພສ
ນັກການກະທູ້
ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ແລ້ວເຈົ້າເປັນຂອງໃຜ 55+

ຈຸ໊ອ້າ ຈຸ໊ອ້າ !

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້



໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Zombie4445 ຂຽນວ່າ...
ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ແລ້ວເຈົ້າເປັນຂອງໃຜ 55+


ເປັນຂອງໝົດທຸກຄົນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒