ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຕ : ມັກໃຊ້ວ່າ ໂຕເອງ, ຕົນໂຕ, ຂອງໂຕ, "ກິນເຂົ້າໂຕໂສຄວາມເພິ່ນ" ແລະອື່ນໆ
ຕົວ : ມັກໃຊ້ຄູ່ກັນ "ຕົວເອງ, ຕົນຕົວ, ຂອງຕົວ, (ຄໍາເທິງນັ້ນ ບໍ່ປາກົດເຫັນໃຊ້).

- ທີ່ນີ້ ລະຫວ່າງ "ໂຕ" ກັບ "ຕົວ" ມີການໃຊ້ໃນພາສາລາວເຮົາຢ່າງແຜ່ຫຼາຍໃນທ້ອງຖິ່ນ, ໃນສັງຄົມ, ຊຸມຊົນ, ສ່ວນທາງການພັດບອກວ່າ "ໂຕ" ເປັນຄໍາລາວ, "ຕົວ" ເປັນຄໍາໄທຍ໌ ມີການເຂົ້າໃຈກັນແບບນີ້ ຜູ້ຂຽນຈຶ່ງໄດ້ທໍາການສຶກສາລົງເລິກ ສຶກສາທີ່ໄປທີ່ມາຂອງຄໍາວ່າ "ຕົວກັບໂຕ" ມາຈາກໃສກັນແທ້.

- ຕົວ ກັບ ໂຕ ນີ້ມາການເວົ້າກັນຢ່າງແຜ່ຫຼາຍໃນຊຸມຊົນຊາວລາວ ບໍ່ວ່າສັງຄົມເມືອງ ແລະສັງຄົມບ້ານນອກໂດຍສະເພາະທ້ອງຖິ່ນຫ່າງໄກສອກຫຼີກ ສັງຄົມຊົນເຜົ່າ ລ້ວນແຕ່ມີຄໍາສອງຄໍານີ້.

- ໃສສັງຄົມຊາວຜູ້ໄທ(ພູໄທ) ແຕ່ທ່າແຂກຈົນຮອດສະຫວັນ ເດັ່ນທີ່ສຸດແມ່ນສະຫວັນ "ສອງໂຜເມໄປລ້ຽງໂງຢູ່ຢູ່ໜອງໂກ" ຄົນທົ່ວໄປຈະບໍ່ເຂົ້າໃຈ ຄໍານີ້ ຕ້ອງແປ "ສອງຜົວເມັຍໄປລ້ຽງງົວຢູ່ໜອງໂກ"

- ສະແດງໃຫ້ເຫັນວ່າ ສະຣະ "ໂອ" ເປັນສະຣະ "ອົວ" ຜົວ, ເປັນ "ໂຜ, ງົວ ເປັນ ໂງ" ສະນັ້ນ ຄໍາວ່າ "ຕົວ" ຈະມັກເປັນ "ໂຕ" ໃນພາສາລາວ ດ້ວຍເຫດນັ້ນ "ໂຕ" ກັບ "ຕົວ" ຈຶ່ງເປັນພາສາລາວທັງສອງຄວາມ ຕ່າງແຕ່ຈະເວົ້າຕອນໃດເທົ່ານັ້ນເອງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
thank 2


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ານ້ອຍລະໃຊ້ອັຍໃດກະໄດ້
ເອົາແຕ່ຄິດອອກ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ຂ້ານ້ອຍລະໃຊ້ອັຍໃດກະໄດ້
ເອົາແຕ່ຄິດອອກ



ຄັນໃຊ້ຖືກກະດີເນີ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຄຳໄທ ໂຕກັບຕົວ ຄວາມໝາຍຂອງເຂົາເຈົ້າແຕກຕ່າງກັນຊັດເຈັນໄດ໋ເນາະ


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ຂອບໃຈສໍາລັບຄວາມຮູ້ດີໆ ຈະພະຍາຍາມນໍາໄປໃຊ້ໃນຊີວິດໂຕຈິງ?ຕົວຈິງ?

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ຄຳໄທ ໂຕກັບຕົວ ຄວາມໝາຍຂອງເຂົາເຈົ້າແຕກຕ່າງກັນຊັດເຈັນໄດ໋ເນາະ


ຕົວເອງ,
- ປາ ໑ ຕົວ
- ສ່ວນມາກໂຕ ເຂົາບໍ່ຄ່ອຍໃຊ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ໂຕ ເຂົາເຈົ້າໃຊ້ກັນຍູ່ ແຕ່ຄົນລະຄວາມໝາຍກັບຄຳວ່າ ຕົວ
ໂຕ=ໃຫຍ່


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແບບນີ້ໆເອງ



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ຂ້ານ້ອຍລະໃຊ້ອັຍໃດກະໄດ້
ເອົາແຕ່ຄິດອອກ



ຄັນໃຊ້ຖືກກະດີເນີ້

ໂດຍໆໆ ຂ້ານ້ອຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ