ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ລະຫວ່າງຄຳວ່າ"ໃສ່ບາດ" ແລະ "ຕັກບາດ" ຄຳໃດຖືກຕ້ອງແທ້

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ເພາະມີຫລາຍຄົນມັກເວົ້າວ່າ ຄຳວ່າ"ຕັກບາດ" ຫັນຜິດ ,ຕ້ອງເວົ້າວ່າໃສ່ບາດຈຶ່ງຈະຖືກ
ທີ່ເອົາມາຖາມເພາະວ່າບໍ່ເຫັນຄຳວ່າໃສ່ບາດໃນວັດຈະນານຸກົມ ແຕ່ສຳພັດເຫັນແຕ່ຄຳວ່າ "ຕັກບາດ" ຊຶ່ງມີຄວາມຫມາຍວ່າ: ເອົາອາຫານຫລືສິ່ງຂອງທີ່ໃຫ້ທານໃສ່ລົງໃນບາດຂອງພິກຂຸ.ໃຜມີຄວາມຄິດເຫັນແນວໃດ ມາແລກປ່ຽນກັນແນ່ເດີ້ເພາະຈຳເປັນຕ້ອງໃຊ້ຄຳນີ້ (ຫລືວ່າສາມາດໃຊ້ໄດ້ທັງ2 ບໍ?)

♡ເເມ່ລູກອ໋ອນ♡



.

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັດຈະນານຸກົມ ສະບັບຂອງໃຜຫັ້ນ ?


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກໍ່ລື້ງໃຊ້ແຕ່ວ່າໄປຕັກບາດ ຢາກຮູ້ຄືກັນວ່າອັນໃດຖືກກັນແທ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຄວາມຄິດສ່ວນຕົວ..ຄໍາວ່າ “ຕັກ“ ໝາຍຄວາມວ່າ ເອົາ, ເກັບ ເຊັ່ນວ່າ ຕັກນໍ້າ ກໍໝາຍຄວາມວ່າເອົາໂອໄປຕັກເອົານ້ຳ...ດັ່ງນັນຄໍາວ່າ“ຕັກບາດ “ ກໍໝາຍຄວາມວ່າ ເອົາວພັດສະດຸຂອງພຣະພິຂຸສົງ ທີ່ເອີ້ນວ່າບາດ ໄປໃສ່ ໄປໂຕ່ງເອົາສິ່ງຂອງມາບັນຈຸໄວ້ ...ດັ່ງນັ້ນຄໍາວ່າ ໄປ“ຕັກບາດ“ ກໍໝາຍຄວາມວ່າ ໄປເອົາ ສິ່ງຂອງຢູ່ໃນບາດ ຂອງຄູບາ ມາເປັນຂອງເຮົາ..ອິອິ
ແຕ່ຖ້າຄິດໄປອີກໃນມຸມມອງໜຶ່ງແລ້ວ “ຄໍາວ່າ ຕັກບາດ “ ກໍໜ້າຈະມາຈາກ ຜົນບຸນທີ່ເຮົາໄດ້ທໍານັ້ນເອງ ເຮົາໄດ້ໃສ່ບາດ ແລ້ວເຮົາກໍໄດ້ບຸນ ຜົນບຸນນັ້ນຄືສິ່ງທີ່ເຮົາຕັກມານັ້ນເອງ

ແຕ່ຖ້າຖາມວ່າ ເຮົາຜູ້ເປັນພໍ່ອອກ ແມ່ອອກ ຊິໃຊ້ຄຳໃດ ລະວ່າງ “ຕັກບາດ ແລະ ໃສ່ບາດ“ ...ກໍຈະຂໍຕອບວ່າໃຊ້ໄດ້ທັງສອງ ແຕ່ ຄຳທີ່ເໝາະ ໜ້າຈະແມ່ນ ໃສ່ ບາດຫລາຍກວ່າ ເພາະ ວ່າເຮົາເອົາໃຫ້ເພີ່ນ.
ສ່ວນຄໍາວ່າ “ຕັກບາດ“ ໜ້າຈະໃຫ້ຄູບາ ອ້າຍຈົວ ເພີ່ນໃຊ້ສະ...ອິອິ



໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ແຕ່ຖ້າຖາມວ່າ ເຮົາຜູ້ເປັນພໍ່ອອກ ແມ່ອອກ ຊິໃຊ້ຄຳໃດ ລະວ່າງ “ຕັກບາດ ແລະ ໃສ່ບາດ“ ...ກໍຈະຂໍຕອບວ່າໃຊ້ໄດ້ທັງສອງ ແຕ່ ຄຳທີ່ເໝາະ ໜ້າຈະແມ່ນ ໃສ່ ບາດຫລາຍກວ່າ ເພາະ ວ່າເຮົາເອົາໃຫ້ເພີ່ນ.
ສ່ວນຄໍາວ່າ “ຕັກບາດ“ ໜ້າຈະໃຫ້ຄູບາ ອ້າຍຈົວ ເພີ່ນໃຊ້ສະ...ອິອິ



ອັນນີ້ເຫັນດີນຳ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຖວບ້ານຂ້ອຍ ຖ້າແມ່ນພໍ່ອອກແມ່ອອກເພິ່ນເວົ້າ "ໃສ່ບາດ" ແຕ່ຖ້າແມ່ນຝ່າຍສົງເພິ່ນເວົ້າ "ບິນບາດ"


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃສ່ ແປວ່າ ເອົາໃສ່......................ໃສ່ບາດ............ເອົາເຂົ້າ ອາຫານໃສ່ບາດ
ຕັກ ແປວ່າ ເອົາຂຶ້ນມາ.................ຕັກບາດ............ຄູບາໄປຕັກບາດ
ຄິດເອງເດີ!.............ແຕ່ກໍ່ເຫັນເຂົາເວົ້າທັງສອງຫັ້ນແຫລະ ແລ້ວແຕ່ຖ້ອງຖິ່ນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃສບາດ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ເກົ່າກ່ອນມາເຮົາກະວ່າຕັກບາດໝົດນັ້ນແຫລະ
ແລ້ວຊ່ວງຫລັງກະມີພວກຂີ້ສໍ້ພາສາລາວ ຈັບຜິດ ຫັ້ນນະ ວ່າຕ້ອງວ່າໃສ່ບາດ
ຕາມທຳມະດາແລ້ວກະເວົ້າໃດ້ຫມົດສອງ ນະແຫລະ ເຂົ້າໃຈຢູ່
ບໍ່ມີໃຜ ກ້າໄປຕັກເອົາຂອງກິນໃນ ບາດຂອງ ພະສົງດອກ ບາບ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ຂ້າພະເຈົ້າຂໍ ສະແດງຄວາມເຫັນນຳເດີ ຕາມທີ່ຂ້າພະເຈົ້າໄດ້ຍິນມາ ແລະ ໄດ້ອ່ານຕາມປື້ມຕ່າງໆເນາະ ເຫັນວ່າ ຕັກບາດ ຫລື ໃສ່ບາດ ທັງສອງ ກໍ່ມີຄວາມໝາຍຄືກັນ ແມ່ນການເອົາເຂົ້າ ແລະ ພັດຕາຫານ ໃສ່ລົງໄປໃນບາດ ພຣະສົງ, ອີກດ້ານໜື່ງ ຂ້າພະເຈົ້າໄດ້ອ່ານຢູ່ປື້ມຫົວໜື່ງວ່າ ຄຳວ່າ ຕັກ ເປັນຄຳລາວທີ່ຢືມມາຈາກ ພາສາຂະເໝນ(ກຳປູເຈຍ) ມີຄວາມໝາຍວ່າ ໃສ່, ເອົາໃສ່ ສະນັ້ນ ຕັກບາດ ກໍ່ໝາຍຄວາມວ່າການໃສ່ບາດນັ້ນເອງ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຂ້ອຍເອງມັກເວົ້າວ່າ ໃສ່ບາດ ຫລາຍກວ່າ


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຄຶດວ່າໃສ່ບາດ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄູບາໄປຕັກບາດ ສ່ວນຄົນດາຍໄປໃສ່ບາດ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vivanh ຂຽນວ່າ...
ຄູບາໄປຕັກບາດ ສ່ວນຄົນດາຍໄປໃສ່ບາດ



ຄົນດາຍ...........ນຶກວ່າຄົນຕາຍ..............

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໗໘ ໂພສ
ນັກການກະທູ້
ໃສ່ບາດ nar ja pen kham vao jark Thai

Just cuase I Love anime doesn't mean I don't have a life

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ BongBong ຂຽນວ່າ...
ຂ້າພະເຈົ້າຂໍ ສະແດງຄວາມເຫັນນຳເດີ ຕາມທີ່ຂ້າພະເຈົ້າໄດ້ຍິນມາ ແລະ ໄດ້ອ່ານຕາມປື້ມຕ່າງໆເນາະ ເຫັນວ່າ ຕັກບາດ ຫລື ໃສ່ບາດ ທັງສອງ ກໍ່ມີຄວາມໝາຍຄືກັນ ແມ່ນການເອົາເຂົ້າ ແລະ ພັດຕາຫານ ໃສ່ລົງໄປໃນບາດ ພຣະສົງ, ອີກດ້ານໜື່ງ ຂ້າພະເຈົ້າໄດ້ອ່ານຢູ່ປື້ມຫົວໜື່ງວ່າ ຄຳວ່າ ຕັກ ເປັນຄຳລາວທີ່ຢືມມາຈາກ ພາສາຂະເໝນ(ກຳປູເຈຍ) ມີຄວາມໝາຍວ່າ ໃສ່, ເອົາໃສ່ ສະນັ້ນ ຕັກບາດ ກໍ່ໝາຍຄວາມວ່າການໃສ່ບາດນັ້ນເອງ



ໄດ້ໄປຖາມຄູບາຢູວັດເພີ່ນກໍເວົ້າແບບນີ້ ຂອບໃຈຫລາຍໆ

♡ເເມ່ລູກອ໋ອນ♡



.

໐ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ແຕ່ລະເທື່ອໃຊ້ ແຕ່ຄຳ ຕັກບາດ ອິອິອິອິ

SIMPLE PLAN

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ nixsona ຂຽນວ່າ...
ວັດຈະນານຸກົມ ສະບັບຂອງໃຜຫັ້ນ ?



ວັດຈະນານຸກົມ ພາສາລາ ໂດຍສີວຽງແຂກ ກອນນິວົງ 2005
ໂປແກມ dictionary professional v2.1
enhlish-lao & lao-english ໂດຍ Dr phone bouaravong

3 ອັນນີ້ແລະ

♡ເເມ່ລູກອ໋ອນ♡



.

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລະແມ່ນຄຳໃດຖືກແທ້ລະ


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
thuek mod

ຄອຍເຈົ້າກັບມາ

໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ເຮົາຄິດວ່າ ໃສ່ບາດ