ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ວ່າງ ກັບ ຫວ່າງ ຕ່າງກັນແນວໃດ??

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ຂ້ອຍຕົກພາສາລາວລະສັບສົນກັບຄຳສອງຄຳນີ້ຢູ່.....
ໃຜໃຈດີອະທິບາຍໃຫ້ແນ່ເດີ ຂອບໃຈລ່ວງຫນ້າ

♡ເເມ່ລູກອ໋ອນ♡



.

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການສະກົດກໍ່ຕ່າງແລ້ວ ເດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
^
^
^
ເລື່ອງນັ້ນຮູ້ແລ້ວ ວິທີໃຊ້ມັນສອງອັນນີ້ນະ
ຕົວຢ່າງ ເວລາຫວ່າງ ຫລື ເວລາວ່າງ

♡ເເມ່ລູກອ໋ອນ♡



.

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ວ່າງ ຂ້ອຍກະບໍ່ຮູ້ ຂ້ອຍໄດ້ໃຊ້ແຕ່ ຫວ່າງ


໒໘ ກະທູ້
໑໘໔ ໂພສ
ນັກການກະທູ້
ວ່າງ ຄື ວ່າງ ເປົ່າ ບໍ່ມີ ເຊັ່ນ ຫ້ອງຮຽນຫ້ອງນີ້ຍັງວ່າງ,ຫົວໃຈຍັງວ່າງ

ຫວ່າງ ຄື ລະຫວ່າງ ຄືອາດຈະມີວັດຖຸ ສອງ ຫຼື ຫຼາຍຢ່າງ ເຊັ່ນ ຂ້ອຍນັ່ງຢູ່ຫວ່າງກາງ ຜູ່ຍິງສອງຄົນ, ຂ້ອຍຢືນຖ່າຍຮູບ ລະຫວ່າງ ຕົ້ນສົນກັບ ຕຶກສາມຊັ້ນ


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ:
“ຫວ່າງ ເປັນປະເພດຄຳນາມ ໝາຍເຖິງ ຍາມ, ເວລາ, ຍ່ານ, ບ່ອນກາງ, ບ່ອນເປົ່າ, ໄລຍະຈາກບ່ອນໜຶ່ງໄປຫາບ່ອນໜຶ່ງ, ໃນນັ້ນບໍ່ມີຫຍັງ....
“ວ່າງ” ເປັນປະເພດຄຳວິເສດ ໝາຍເຖິງ ບໍ່ມີຫຍັງ, ວ່າງເປົ່າ ຫລື ເປົ່າວ່າງ ກໍວ່າ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ເຄີຍໃຊ້ " ເວລາວ່າງ, ລະຫວ່າງ, ວ່າງກີ້ນີ້, ລະຫວ່າງກາງ, ວ່າງຫັ້ນ = ອະດີດ, ວ່າງນີ້ = ປັດຈຸບັນ "
ຂ້ອຍມັກໃຊ້ " ວ່າງ " ກັບເຄື່ອງວັດແທກທີ່ເປັນເວລາ ແລະ " ຫວ່າງ " ກັບສິ່ງວັດຖຸ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.