ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຮູບເງົາເລື່ອງຮັກອຳລ່ຳ ຄຳວ່າ ອຳລ່ຳຫັ້ນໝາຍຄວາມວ່າແນວໃດບໍ່ເຂົ້າໃຈເລີຍ (ພໍດີວ່າຊິເອົາໂຕTrailerໄປແປແລະອັບໂຫຼດເຂົ້າເວັບຈີນໂປຣໂມດໜັງລາວຈັກໜ່ອຍໜື່ງ) ໃຜຮູ້ກະຊ່ວຍຕອບແນ່ ປລ ເຈົ້າຂອງກະທູ້ເປັນຄົນພາກເໜືອບໍ່ເຄີຍໄດ້ຍິນຄຳວ່າອຳລ່ຳມາກ່ອນເລີຍ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຮັກສີດໍາ ,ຮັກສີເທົາ,ຮັກສີຄາມ,,,,,,,,,,,,,,,,, |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຕາມຄວາມເຂົ້າໃຈເດີ ແປວ່າ ເປັນຕາແພງແທ້ໆ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຮູ້ແຕ່ວ່າມັນເປັນຄຳໂຕ່ງໂຕຍ ແຕ່ບໍ່ຮູ້ຄວາມໝາຍວ່າແມ່ນຫຍັງ
ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ປີ້ງນ້ຳຕົກ ຈ້ຳກັບແຈ່ວເພ້ຍ ຈັ່ງແມ່ນມັນເຂົ້າກັນອໍ່າຫລໍ່າ, ມາແມ ສະຫລອງ ວັນທີ 8/3 ນະ, |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄືຊິແມ່ນແມ່ນວ່າ: ແທ້ໆ ( ຢ້ຳຄຳເກົ່າໃຫ້ໜັກແໜ້ນຄືປະມານນີ້ ) |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄວາມໝາຍກະຄືການເຂົ້າກັນໄດ້ດີ ແລະ ກະບໍ່ມີຫຍັງປຽບທຽບໄດ້ກະເລີຍວ່າອ່ຳຫຼ່ຳ ພາກໃຕ້ມັກເວົ້າຫຼາຍທີ່ສຸດ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມີຄວາມໝາຍໃນທາງທີ່ດີກໍ່ແລ້ວກັນ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Ninu ຂຽນວ່າ... ປີ້ງນ້ຳຕົກ ຈ້ຳກັບແຈ່ວເພ້ຍ ຈັ່ງແມ່ນມັນເຂົ້າກັນອໍ່າຫລໍ່າ, ມາແມ ສະຫລອງ ວັນທີ 8/3 ນະ, ໂດຍສະຫຼອງໄປແລ້ວ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ... ມີຄວາມໝາຍໃນທາງທີ່ດີກໍ່ແລ້ວກັນ ຮູ້ວ່າຄວາມໝາຍມັນດີແຕ່ຢາກໃຫ້ຮູ້ຄວາມໝາຍແທ້ໆຂອງມັນຫັ້ນນາທ່ານ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄວາມຮັກເຫມືອນຢາຂົມ ອໍ່າລໍ່າ ມາຈາກ ຂົມອໍ່າລໍ່າ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ມັນແປໄດ້ ຫລາຍຢ່າງ ແລ້ວ ແຕ່ ກໍລະນີ
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ຄຳວ່າຮັກອຳລ່ຳນີ້ມີຄວາມຫມາຍວ່າທັງສອງຄົນມີຄວາມຮັກທີ່ຫວານຊື່ນເຂົ້າກັນໄດ້ໄປນຳກັນໄດ້ແບບບໍ່ມີບັນຫາ ທັງສອງຄິດແລະມີຈຸດປະສົງດຽວກັນ ແບບວ່າເຂົ້າກັນອ່ຳລ່ຳຄືແບບກົມກືນຫັ້ນນ່ |
|
ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບໍ່ຮູ້ເດີ |