ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມື້ນີ້ໄດ້ໄອເດຍມາປ້ຳກະທູ້ແລ້ວອ້າຍນ້ອງພັນລາວທຸກທ່ານ :D ຂ້າພະເຈົ້າຈະນຳເອົາຄຳສັບພາສາລາວມາສະແດງມື້ລະຄຳສັບສອງຄຳສັບ ຖ້າທ່ານໃດສົນໃຈເພີ່ມເຕີມ ຢາກຮູ້ຄວາມໝາຍຂອງຄຳສັບໃດ ກໍສາມາດສອຍຖາມກັນເຂົ້າມາໄດ້ເດີ້ ຂໍ້ມູນແມ່ນເອົາມາຈາກວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌ ສະບັບປັບປຸງໃໝ່ ພ.ສ. 2549 ເລີ່ມກັນເລີຍ ມື້ນີ້ເອົາສອງສາມຄຳສັບກ່ອນ: ຫວ່າງ ນ. ຍາມ, ເວລາ, ເທື່ອ, ຍ່ານ, ບ່ອນກາງ, ບ່ອນເປົ່າ, ລະຍະແຕ່ບ່ອນນຶ່ງໄປເຖິງບ່ອນນຶ່ງ. ຫວ້າງ ນ. ບ່ອນເປົ່າ ກີ້ 1 ນ. ຫອຍແນວນຶ່ງມີກາບສອງອັນຕິດກັນ ໜ່ວຍຍາວຮຽກຫອຍກີ້ (ຖ້າໃຫຍ່ ຮຽກວ່າ ຫອຍກວ້າງ) 2 ນ. ຊື່ນົກແນວນຶ່ງ ຕົວຄືແຂນນົກແຂກ ແຕ່ນ້ອຍ ແລະສົບດຳ ຫາງຍາວ ຂົນສີຂາວ. 3 ວ. ກ່ອນ, ຄັ້ງກ່ອນ (ແຕ່ກີ້) ງີບ ວ. ຫລັບໄປໜ້ອຍນຶ່ງ ເຈິ (ເຈິະ) ກ. ພົບພໍ້ ເຈີ ວ. ເວີ້, ໃຄ່, ກ. ພໍ້, ພົບກັນ ລາມຸກ - ລາມົກ ວ. ຊົ່ວ, ຕ່ຳຊ້າ, ເຮິຮ້າຍ (ປ. ລາມກ) ລີງໂທນ ນ. ລີງໃຫຍ່, ລີງຕົວຜູ້ທີ່ໃຫຍ່ກວ່າໝູ່. ຣັຖບານ - ຣັດຖະບານ ນ. ອົງການປົກຄອງປະເທດບ້ານເມືອງ (ປ. ຣັຕຖະປາລະ), ລັດຖະບານ. ເລືອ ກ. ຄານແໝບໄປ, ເອົາເອິກຖູໄປ ເລົ່າໂລມ ກ. ອອຍ, ເວົ້າເອົາໃຈ ວະກຸລະ ນ. ຕົ້ນພິກຸນ (ປ.) ວິຈາຣະນະຍານ - ວິຈາລະນະຍານ ນ. ປັນຍາອັນເຫັນແຈ້ງໃນເຫດຜົນ (ປ.) ວິຈັຍ - ວິໄຈ ນ. ການຊອກຄົ້ນ, ເຫັນແຈ້ງ, ສະຫຼາດ, ມີປັນຍາ, ຊຳນານ (ປ. ວິຈັກຂນະ) ປັດສິມຊົນ - ປັດສິມມະຊົນ ນ. ຄົນທີ່ເກີດລຸນຫຼັງ (ປ.) ປັດສິມລິຂິດ - ປັດສິມມະລິຂິດ ນ. ການຂຽນໃນພາຍລຸນ ຄືໜັງສືທີ່ຂຽນຕື່ມອີກຂ້າງທ້າຍເມື່ອໄດ້ເຊັນຊື່ແລ້ວ (ອັກສອນຫຍໍ້ວ່າ ປ.ລ.) (ປ. ປັຈສິມລິຂິຕ) ປັດສິມວະຈາ ນ. ວາຈາຄັ້ງສຸດທ້າຍ (ປ. ປັຈສິມວາຈາ) ປັດສິມທັດສະນາ - ປັດສິມມະທັດສະນາ ນ. ການພົບຄັ້ງສຸດທ້າຍ ເປສຸໄນ ນ. ຄວາມສັບສໍ່, ຄວາມເວົ້າສຽດ (ປ. ເປສຸ ເນຍຍ) ປາຣິຍາຍ ກ. ອະທິບາຍ, ສະແດງຢ່າງກວ້າງຂວາງ ນ. ການສອນ, ການເວົ້ານິທານ, ຢ່າງ, ຫົນທາງ, ການເວົ້າອ້ອມ, ນັບທາງອ້ອມ. ສັຕນາຄະນະຫຸດ - ສັດຕະນາຄະນະຫຸດ ນ. ຊ້າງລ້ານນຶ່ງ ຫຼື ລ້ານຊ້າງ (ປ. ສະຕະ ຮ້ອຍ; ນາຄະ ຊ້າງ; ນະຫຸຕະ ໝື່ນ) ຊ້າງ ຮ້ອຍໝື່ນ, ເປັນນາມນະຄອນຫຼວງພຂອງປະເທດລາວແຕ່ບູຮານ ເວົ້າສັ້ນໆວ່າ ສັຕນາກ ສຸຣິຍະຄາດ - ສຸລິຍາຄາດ ນ. ການອົມດວງຕາເວັນ ຄື ເງົາພຣະຈັນບັງຕາເວັນ (ສ. ສຸຣິຍຄຣາສ) ສຸຣິຍຸປຣາຄາ - ສຸລິຍຸປະລາຄາ ນ. ຄວາມເສົ້າໝອງແຫ່ງຕາເວັນ, ກົບກິນຕາເວັນ ສຸລະກາກອນ ນ. ສ່ວນທີ່ໄດ້ທີ່ເກັບຈາກສິນຄ້າເຂົ້າແລະອອກ (ສ. ສຸລກາກຣ) ສຸລະກາຣັກ - ສຸລະກາລັກ ນ. ເຈົ້າໜ້າທີ່ຮັກສາສຸລະກາກອນ (ສ. ສຸລກາຣັກສ) ສຸຈິ ວ. ສະອາດ, ຜ່ອງໃສ ສິວິໄລ ນ. ຄວາມຈຳເລີນ (ອ. civilize) ສຸສານ - ສຸສານະ ນ. ປ່າຊ້າ (ປ.) ສະຖຽນ ວ. ໝັ້ນຄົງ, ຍືນຍາວ (ສ. ສຖິຣ) ໂຄມຸດ ຍ່ຽວງົວ, ເຄື່ອງໝາຍເວລາຂຽນໜັງສືສຸດເລື່ອງ. ຮຽນ ກ. ຈື່ເອົາຄວາມຮູ້ ຫຼື ວິຊາຈາກຄູ, ບອກໃຫ້ຜູ່ໃຫຍ່ຮູ້ຄວາມປະສົງຂອງຕົນ, ໄຫວ້ສາ. ພິສມັຍ - ພິດສະໄໝ ນ. ຄວາມຮັກ, ຄວາມພໍໃຈ (ສ.) ຕເລີດ - ຕະເຫລີດ ວ. ແປນ, ກ້ຽງ, ໜີໄປໝົດ, ເລີຍໄປ ຕາບໃດ ນ. ເວລາໃດ ຕາບນັ້ນ ນ. ເວລານັ້ນ ຕູ້ຍ ວ. ພີ, ກ. ເອົາຄຳເຂົ້າຊວ້ານເອົາອາຫານ, ເຊັດໄປ, ຖູໄປ ດັ່ງ ຕູ້ຍນົມ, ຕູ້ຍແກ້ມ (ຂີ້ມູກຕູ້ຍບໍ່ເປັນໜ້າຢາກຊົມ) ມຶກ ວ. ດຳ, ສີດຳ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄຳວ່າຫວ້າງບໍ່ເຄີຍໄດ້ຍິນ
you will when you believe
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ເຄືຍໄດ້ຍິນຄຳວ່າ ຫວ໊າງ ຄືກັນ
ທ້າວທອງໃສ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍໄດ້ຍິນ ແຕ່ບໍ່ຮູ້ວ່າຂຽນແນວໃດ
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສ່ວນຫລາຍບາງຄົນຍັງຄິດວ່າ ຄຳວ່າ ຫວ່າງເປັນ ພາສາໄທ ລະໃສ ຫວ໊າງ ກັບ ຄຳທີ່ວ່່າ ເວລາຫວ່າງ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
"ຫວ້າງ" ຄຳນີ້ກະເຈົ້າໃຊ້ເປັນພາສາເວົ້າຕິເບາະ ແຕ່ວ່າເວລາພາສາຂຽນລະເປັນ "ຫວ່າງ" We Make Them Cry Who Care 4 Us But We Cry 4 Those Who Never Cry 4 Us & We care 4 Those Who Will Never Cry 4 Us |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເອົາມາຈາກ dictionary lao-lao :D |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫວ້າງ ກັບ ຫວ່າງ ຄ້າຍໆກັນ ຫວ້າງກະແມ່ນຫວ້າງເປົ່າ ຫວ່າງກະເປົ່າ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄຳວ່າຫວ້າງບໍ່ເຄີຍໄດ້ຍິນ ແລະ ໄດ້ໃຊ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄຳວ່າຫວ້າງບໍ່ເຄີຍໄດ້ຍິນ
何よりも真実を貴ぶ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ນືກວ່າ ບໍ່ມີຄຳວ່າ ເຈີ ໃນພາສາລາວຊັ້ນດອກ
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຍາກເນາະ ພາສາລາວນິ
何よりも真実を貴ぶ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ງີບ ວ. ຫລັບໄປໜ້ອບນຶ່ງ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ວ່າ ລະໄປ ງີບ ກ່ອນ ລະຈັງໄປໂຮງຮຽນ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂສພາ-ໂສພີ ວ. ງາມ ( ປ. ) ໂສເພນີ ( ມາຈາກ ນະຄອນໂສເພນີ ) ນ. ນາງງາມ. ເມືອງ: ແມ່ຄຳຮາງ ( ປ. ນຄຣ ໂສເພນີ ) ໂສພົນ ວ. ງາມ ( ປ. ) ໂສມະນັດນ.ຄວາມເບີກບານ, ຄວາມຊື່ນໃຈ ( ປ. ໂສມນັສສ )
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອັບເດດລະເດີ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫາກະໄດ້ຍິນເດີພີ່ນ້ອງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອືມ ຣັດຖະບານຫວາ??? ລະ ລັດຖະບານ ເດ່?? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
^ ^ ^ ອ່ານໃຫ້ຈົບ -*- |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
^ ^ ^ ^ ອ່ານຈົບແລ້ວ ເຂົ້າໃຈອີກ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເວີ້ງຫວ໊າງເດ້ ບໍ່ເຄີຍພາກັນໃຊ້ຫວາ ສະຫລຸບ ຫວ໊າງມີ ບໍ່ຜິດດອກ ປ.ລ. ມື້ກ່ອນອ່ານຫນັງສືພິມປະເທດລາວ ມີຄໍລຳນຶ່ງເພິ່ນຂຽນເລື່ອງພາສາລາວ ອ່ານແລ້ວກໍຕະຫລົກ ວ່າຜູ່ຂຽນເປັນຫຍັງບໍ່ຊອກຄົ້ນຄວ້າກ່ອນຈັ່ງມາຂຽນ ເມື່ອຂຽນອອກມາ ຄົນອ່ານກໍພາກັນເຂົ້າໃຈຜິດໄປຫມົດ ໃນນັ້ນເພິ່ນຍົກຄຳວ່າ ເຮືອນ ທີ່ດຽວນີ້ຄົນໄປນິຍົມເວົ້າກັນວ່າ ບ້ານ (ອັນນີ້ເຫັນດີນຳ) - ຕໍ່ມາເພິ່ນວ່າ ໂຣກ ບໍ່ຖືກ ຕ້ອງເວົ້າວ່າ ພະຍາດ (ອັນນີ້ຂີນຕາຢ່າງແຮງ ອັນທີ່ຈິງມັນກໍໃຊ້ໄດ້ຫມົດສອງຄຳ) - ລົງມາອີກເພິ່ນວ່າ ຫນັງ ບໍ່ຖືກ ຕ້ອງໃຊ້ຄຳວ່າ ຮູບເງົາ (ເວນອີກແລ້ວ ອັນນີ້ຈື່ໆວ່າເຄີຍລົມນຳນິນ ແລ້ວກໍເປີດວັຈະນານຸກົມເບິ່ງ ຫນັງຫັ້ນຖືກແລ້ວ ໃຊ້ໄດ້ຫມົດສອງ ສົງໄສຜູ່ຂຽນໃນຫນັງສືພິມ ເພິ່ນບໍ່ຮູ້ ຍ້ອນບໍ່ຊອກ) - ລົງມາອີກ ເພິ່ນວ່າ ກະຈົກ ຫັ້ນຜິດຕ້ອງໃຊ້ຄຳວ່າ ແກ້ວ ເອີອັນນີ້ກະຍອມນຳ ປານນັ້ນເປັນນັກຂຽນໆຫນັງສືພິມ ອັນທໍ່ນີ້ກໍບໍ່ຮູ້ (ຄຳບາງຄຳເຮົາຄຶດແຕ່ວ່າແມ່ນຄວາມໄທ ແຕ່ທີ່ຈິງລາວກໍມີ ແຕ່ເຮົາຫາກລືມແລ້ວບໍ່ໃຊ້ ເມື່ອເຫັນເຂົາໃຊ້ກໍວ່າແມ່ນພາສາເຂົາ) - ເຈິ ເພິ່ນກໍວ່າຜິດ ໃຫ້ເວົ້າວ່າ ພົບພໍ້ ຍອມນຳອັນນີ້ ຫລັກຖານວ່າຖືກຢູ່ເທິງກໍມີຕາມນິນໂພສ ຫັ້ນລະ. - ອີກອັນເພິ່ນວ່າ ປັດຈຸບັນຄົນເຮົາມັກປ່ຽນຈາກຄຳວ່າ ໄລຍະເວລາ ໄປເປັນ ຊ່ວງເວລາ ເພິ່ນຢາກຕິວ່າ ຊ່ວງເວລາ ຫັ້ນບໍ່ຖືກ ຂ້າພະເຈົ້າກະຢາກເຈິຜູ່ຂຽນເດ້ ສິໄດ້ບອກວ່າ ໄລຍະ ເຈົ້າກໍຂຽນບໍ່ຖືກ ກ໋າກໆໆໆ ຖືກແທ້ຕ້ອງຂຽນວ່າ ລະຍະ ເດີ້. - ສຸດທ້າຍ ເພິ່ນຕິ ວ່າ ເວົ້າໃຫ້ຊັດແດ່, ຟັງບໍ່ຊັດ ເພິ່ນວ່າຄຳວ່າຊັດ ບໍ່ແມ່ນພາສາເຮົາ ຕ້ອງເວົ້າວ່າ ເວົ້າໃຫ້ແຈ້ງແດ່ ຟັງບໍ່ແຈ້ງ ອ້າວຢາກຖາມຜູ່ຂຽນຄືນເດ້ (ຄັນໄດ້ເຈິ) ວ່າ ຊັດເຈນ ຜູ່ຂຽນບໍ່ເຄີຍໃຊ້ບໍ??? ອັນນີ້ຍົກ ຄຳທີ່ເພິ່ນຕຳນິສັງຄົມມາເວົ້າ ແຕ່ໃນບົດຂຽນເພິ່ນຫັ້ນ ໃຊ້ພາສາລາວຜິດບັກຫລາຍໆໆ ເຫັນລະເຫລືອໃຈ ໃຜຢາກອ່ານກໍລອງຫາອ່ານຄືນເດີ້ ຫນັງສືພິມປະເທດລາວສະບັບວັນທີ 21 ກໍລະກົດ 2009 ຢູ່ຫນ້າ 10
ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ດີໃຈທີ່ໄດ້ເຫັນການຄຶບໝ້າທີ່ມີປະໂຫຍດ ໃຫ້ໜູ່ພັນລາວໄດ້ຮູ້ເຖິງການຂີດຂຽນຄວາມລາວ. ແລ້ວຫຼານນິນ ຢາກຖາມວ່າຢາກບໍ່ທີ່ຈະເອົາເຂົ້າທັງໜົດໃນແວບນີ້(ໜາຍເຖິງພົດຈະນານຸກົມ ລາວ-ຝຣັ່ງ-ອັງກິດ...) |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ... - ຕໍ່ມາເພິ່ນວ່າ ໂຣກ ບໍ່ຖືກ ຕ້ອງເວົ້າວ່າ ພະຍາດ (ອັນນີ້ຂີນຕາຢ່າງແຮງ ອັນທີ່ຈິງມັນກໍໃຊ້ໄດ້ຫມົດສອງຄຳ) ໂຕນີ້ເຫັນດີນຳ HITMII.. ເພາະໂຣກທີ່ວ່າອາດຈະບໍ່ໄດ້ເກີດຈາກພະຍາດສະເຫມີໄປ. ເຊັ່ນ ໂຣກຄວາມອ້ວນ(ຄວາມອ້ວນແພດຖືວ່າເປັນໂຣກຊະນິດຫນຶ່ງເນີ້ພີ່ນ້ອງເນີ້) ມັນບໍ່ໄດ້ເກີດຈາກພະຍາດ ແຕ່ເກີດຈາກການບໍລິໂພກອາຫານທີ່ບໍ່ຖືກຕາມຫລັກໂພສະນາການ ເອົາງ່າຍໆຄືກິນຫລາຍ ແຕ່ໃຊ້ພະລັງງານຫນ້ອຍ.. ປະມານນັ້ນ.. ສະຫລຸບຄື ຖ້າຈະຈຳກັດໃຫ້ໃຊ້ພຽງແຕ່ຄຳວ່າ ພະຍາດ ມັນຈະແຄບເກີນໄປ..
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົນລາວມັກຈະຖຽງກັນເລື່ອງຂອງພາສາຕົນເອງຕະຫຼອດ ຍ້ອນວ່າໄວຍາກອນພາສາລາວນີ້ຍັງບໍ່ແຂງແຮງ ເວລາເຮົາຖືກ ແລະ ຜິດສ່ວນຫຼາຍຈະບໍ່ມີຫຼັກຖານມາອ້າງອີງກັນ , ເຫັນມາຕັ້ງແຕ່ເລີ່ມຮຽນປະຖົມພຸ້ນລະ ຕຳລາຮຽນໄວຍາກອນລາວກາຍັງບໍ່ທັນສົມບູນເທື່ອ ຜູ້ໃດຢາກຂຽນແນວໃດກາຂຽນຄິດວ່າແຕ່ຖຶກຢູ້ຕະຫຼອດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພາສາລາວ ບໍ່ໄດ້ຍາກ ແຕ່ບໍ່ຮູ້ເປັນຫຍັງ ຄົນລາວບໍ່ມັກເອົາໃຈໃສ່ ໃຊ້ໃຫ້ມັນຖືກ.....
.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕາມທີ່ໄດ້ຮຽນມາ ເຫັນໄດ້ເລີຍວ່າ ພາສາລາວບໍ່ມີການຕົກແຕກກັນເລື້ອງຄວາມໝາຍຂອງຄຳ ລະຫວ່າງ ວິຊາການ ສະນັ້ນຈື່ງເຮັດໃຫ້ຄົນລາວມັກໃຊ້ພາສາລາວຜິດ ເພາະໄດ້ຂໍມູນມາຈາກວິຊາການທີມີຄວາມເຫັນແຕກຕ່າງກັນ
Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present) |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢາກຮູ້ຄວາມຫມາຍຄຳວ່າ ຈັນຍາບັນ ກັບ ສັດຕະຍາບັນ
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
^ ^ ^ ຊອກບໍ່ເຫັນທັງສອງ ແຕ່ວ່າ ສັດຕະ ຄຳນີ້ແປວ່າ 7 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ... - ຕໍ່ມາເພິ່ນວ່າ ໂຣກ ບໍ່ຖືກ ຕ້ອງເວົ້າວ່າ ພະຍາດ (ອັນນີ້ຂີນຕາຢ່າງແຮງ ອັນທີ່ຈິງມັນກໍໃຊ້ໄດ້ຫມົດສອງຄຳ) ໂຕນີ້ເຫັນດີນຳ HITMII.. ເພາະໂຣກທີ່ວ່າອາດຈະບໍ່ໄດ້ເກີດຈາກພະຍາດສະເຫມີໄປ. ເຊັ່ນ ໂຣກຄວາມອ້ວນ(ຄວາມອ້ວນແພດຖືວ່າເປັນໂຣກຊະນິດຫນຶ່ງເນີ້ພີ່ນ້ອງເນີ້) ມັນບໍ່ໄດ້ເກີດຈາກພະຍາດ ແຕ່ເກີດຈາກການບໍລິໂພກອາຫານທີ່ບໍ່ຖືກຕາມຫລັກໂພສະນາການ ເອົາງ່າຍໆຄືກິນຫລາຍ ແຕ່ໃຊ້ພະລັງງານຫນ້ອຍ.. ປະມານນັ້ນ.. ສະຫລຸບຄື ຖ້າຈະຈຳກັດໃຫ້ໃຊ້ພຽງແຕ່ຄຳວ່າ ພະຍາດ ມັນຈະແຄບເກີນໄປ.. ເຫັນຢູ່ໃນວັດຈະນານຸກົມລາວມື້ວານນີ້ "ໂລກ" ໂຕນິກະແມ່ນໃຊ້ໃນຄວາມໝາຍດຽວກັນກັບພະຍາດ.
ເທບແຫ່ງພາສາລາວ
|