ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພາສາລາວມື້ລະຄຳ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ເວີ້ງຫວ໊າງເດ້ ບໍ່ເຄີຍພາກັນໃຊ້ຫວາ

ສະຫລຸບ ຫວ໊າງມີ ບໍ່ຜິດດອກ

ປ.ລ. ມື້ກ່ອນອ່ານຫນັງສືພິມປະເທດລາວ ມີຄໍລຳນຶ່ງເພິ່ນຂຽນເລື່ອງພາສາລາວ ອ່ານແລ້ວກໍຕະຫລົກ ວ່າຜູ່ຂຽນເປັນຫຍັງບໍ່ຊອກຄົ້ນຄວ້າກ່ອນຈັ່ງມາຂຽນ ເມື່ອຂຽນອອກມາ ຄົນອ່ານກໍພາກັນເຂົ້າໃຈຜິດໄປຫມົດ
ໃນນັ້ນເພິ່ນຍົກຄຳວ່າ ເຮືອນ ທີ່ດຽວນີ້ຄົນໄປນິຍົມເວົ້າກັນວ່າ ບ້ານ (ອັນນີ້ເຫັນດີນຳ)

- ຕໍ່ມາເພິ່ນວ່າ ໂຣກ ບໍ່ຖືກ ຕ້ອງເວົ້າວ່າ ພະຍາດ (ອັນນີ້ຂີນຕາຢ່າງແຮງ ອັນທີ່ຈິງມັນກໍໃຊ້ໄດ້ຫມົດສອງຄຳ)

- ລົງມາອີກເພິ່ນວ່າ ຫນັງ ບໍ່ຖືກ ຕ້ອງໃຊ້ຄຳວ່າ ຮູບເງົາ (ເວນອີກແລ້ວ ອັນນີ້ຈື່ໆວ່າເຄີຍລົມນຳນິນ ແລ້ວກໍເປີດວັຈະນານຸກົມເບິ່ງ ຫນັງຫັ້ນຖືກແລ້ວ ໃຊ້ໄດ້ຫມົດສອງ ສົງໄສຜູ່ຂຽນໃນຫນັງສືພິມ ເພິ່ນບໍ່ຮູ້ ຍ້ອນບໍ່ຊອກ)

- ລົງມາອີກ ເພິ່ນວ່າ ກະຈົກ ຫັ້ນຜິດຕ້ອງໃຊ້ຄຳວ່າ ແກ້ວ ເອີອັນນີ້ກະຍອມນຳ ປານນັ້ນເປັນນັກຂຽນໆຫນັງສືພິມ ອັນທໍ່ນີ້ກໍບໍ່ຮູ້ (ຄຳບາງຄຳເຮົາຄຶດແຕ່ວ່າແມ່ນຄວາມໄທ ແຕ່ທີ່ຈິງລາວກໍມີ ແຕ່ເຮົາຫາກລືມແລ້ວບໍ່ໃຊ້ ເມື່ອເຫັນເຂົາໃຊ້ກໍວ່າແມ່ນພາສາເຂົາ)

- ເຈິ ເພິ່ນກໍວ່າຜິດ ໃຫ້ເວົ້າວ່າ ພົບພໍ້ ຍອມນຳອັນນີ້ ຫລັກຖານວ່າຖືກຢູ່ເທິງກໍມີຕາມນິນໂພສ ຫັ້ນລະ.

- ອີກອັນເພິ່ນວ່າ ປັດຈຸບັນຄົນເຮົາມັກປ່ຽນຈາກຄຳວ່າ ໄລຍະເວລາ ໄປເປັນ ຊ່ວງເວລາ ເພິ່ນຢາກຕິວ່າ ຊ່ວງເວລາ ຫັ້ນບໍ່ຖືກ ຂ້າພະເຈົ້າກະຢາກເຈິຜູ່ຂຽນເດ້ ສິໄດ້ບອກວ່າ ໄລຍະ ເຈົ້າກໍຂຽນບໍ່ຖືກ ກ໋າກໆໆໆ ຖືກແທ້ຕ້ອງຂຽນວ່າ ລະຍະ ເດີ້.

- ສຸດທ້າຍ ເພິ່ນຕິ ວ່າ ເວົ້າໃຫ້ຊັດແດ່, ຟັງບໍ່ຊັດ ເພິ່ນວ່າຄຳວ່າຊັດ ບໍ່ແມ່ນພາສາເຮົາ ຕ້ອງເວົ້າວ່າ ເວົ້າໃຫ້ແຈ້ງແດ່ ຟັງບໍ່ແຈ້ງ ອ້າວຢາກຖາມຜູ່ຂຽນຄືນເດ້ (ຄັນໄດ້ເຈິ) ວ່າ ຊັດເຈນ ຜູ່ຂຽນບໍ່ເຄີຍໃຊ້ບໍ???

ອັນນີ້ຍົກ ຄຳທີ່ເພິ່ນຕຳນິສັງຄົມມາເວົ້າ ແຕ່ໃນບົດຂຽນເພິ່ນຫັ້ນ ໃຊ້ພາສາລາວຜິດບັກຫລາຍໆໆ ເຫັນລະເຫລືອໃຈ ໃຜຢາກອ່ານກໍລອງຫາອ່ານຄືນເດີ້ ຫນັງສືພິມປະເທດລາວສະບັບວັນທີ 21 ກໍລະກົດ 2009 ຢູ່ຫນ້າ 10



ປະເທດລາວຄວນຈະເອົາຈິງເອົາຈັງກັບພາສາລາວຕື່ນຂື້ນອີກຫຼາຍຫຼາຍ.ຂຽນໜັງສືພິມປານນັ້ນກໍຍັງໃຫ້ຜິດ.ເງິນກິບໃບ1000
ທີ່ອອກວັ່ງກ່ອນກໍຍັງເຮັດຜິດພາດ. ເລື້ອງໜັງສືພິມນິມັນເປັນເລື້ອງທີ່ຕ້ອງໄດ້ອາໄສຄວາມຊຳນານດ້ານພາສາໂດຍກົງ..
ຄືວ່າຫັ້ນລະຍ້ອນພາສາລາວບໍ່ມີ official standard ຄົນລາວຍັງບໍ່ທັນຮູ້ເລິກເຊິ່ງກ່ຽວກັບພາສາລາວຂອງຕົນບວກກັບອິດທິພົນ
ຈາກໄທທີ່ໄດ້ເຂົ້າມາມີອິດທິພົນຕໍ່ສັງຄົມລາວໂດຍສະເພາະແມ່ນເລື້ອງພາສາເຮັດໃຫ້ເກີດມີການສັບສົນໃນການນຳໃຊ້ເພາະມັນ
ໃກ້ຄຽງກັນຫຼາຍປະກົດການນີ້ຈະດຳເນີນຕໍ່ໄປຢູ່ເລື້ອຍໆຕາບໃດທີ່ພາສາລາວຍັງບໍ່ມີ uniform ເອົາແນ່ເອົານອນກັບພາສາຕົນ
ເອງໄດ້ກໍຈະມີຂໍ້ຖົກຖຽງ discuss ກັນໄປເລື້ອຍໆ.ດັ່ງນັ້ນ Assoc. Prof. Dr. Bualy Paphaphanh, Head of Department
of Lao Language and Mass Communication, Faculty of Letters, the National University of Laos ແລະພາກສ່ວນ
ທີ່ກ່ຽວຂ້ອງ ຕ້ອງໄດ້ work hard ແນ່ນໍ.

ເທບແຫ່ງພາສາລາວ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ເຫັນຢູ່ໃນວັດຈະນານຸກົມລາວມື້ວານນີ້ "ໂລກ" ໂຕນິກະແມ່ນໃຊ້ໃນຄວາມໝາຍດຽວກັນກັບພະຍາດ.


ເຫມືອນກັບທີ່ບອກໄປກ່ອນຫນ້ານີ້ນັ້ນລະ..
ຖ້າບ່ອນອີກຕ່າງກັນກໍ່ຈະເຮັດໃຫ້ໃຊ້ມັນຕ່າງກັນ..

ຕົວທີ່ຍົກຕົວຢ່າງໄປກ່ອນຫນ້ານີ້ຄືຄຳວ່າ ເຜັດ
ພາສາລາວບັນຈຸຄຳນີ້ໃສ່ໃນຄຳຄຸນນາມບອກລົດຊາດ
ແຕ່ວິທະຍາສາດບອກວ່າມັນບໍ່ແມ່ນລົດຊາດແຕ່ມັນເປັນອາການອອກຮ້ອນໃນປາກ..
ປະມານນັ້ນ..


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>