ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພະຍາງອັດພະຍາງໄຂ

໔ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ວອນຜູ້ຮູ້ຊ່ວຍອະທິບາຍໃຫ້ແດ່ວ່າທີ່ມາຂອງພະຍາງອັດພະຍາງໄຂມັນເປັນຈັງໃດ ແລະ ເປັນຫຍັງຈື່ງເອີ້ນພະຍາງອັດພະຍາງໄຂ
ຂອບໃຈລ່ວງໜ້າຫຼາຍໆໆ


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ
ມາເປີດສົດ 555+

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ: ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າ“ພະຍາງ” ແມ່ນຫຍັງ ?
ພະຍາງແມ່ນສຽງເວົ້າທີ່ເປັ່ງອອກມາພ້ອມກັບສຽງສະລະ, ພະຍັນຊະນະ ແລະ ວັນນະຍຸດ ອາດມີຄວາມໝາຍຫລືບໍ່ມີຄວາມໝາຍກໍໄດ້ເຊັ່ນ: ລິ, ຈຸ, ນາ, ໄຮ່, ສວນ…ສ່ວນຄວາມໝາຍຂອງພະຍາງ(ໄຂ)ເປີດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ ຕົວຢ່າງ: ກູ, ກາ, ປາ, ປ້າ, ນ້າ…ສ່ວນຄວາມໝາຍຂອງພະຍາງ(ອັດ)ປິດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ+ສຽງພະຍັນຊະນະສະກົດ(ຕົວສະກົດ) ຕົວຢ່າງ: ເດັກ, ຫລິ້ນ,ເມືອບ້ານ ດັ່ງນີ້ເປັນຕົ້ນ.
(ພໍເຂົ້າໃຈບໍ່ນໍ້...555 ນຸ້ນກໍງົງ)


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ອີ່ປາວ່າ: ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າ“ພະຍາງ” ແມ່ນຫຍັງ ?
ພະຍາງແມ່ນສຽງເວົ້າທີ່ເປັ່ງອອກມາພ້ອມກັບສຽງສະລະ, ພະຍັນຊະນະ ແລະ ວັນນະຍຸດ ອາດມີຄວາມໝາຍຫລືບໍ່ມີຄວາມໝາຍກໍໄດ້ເຊັ່ນ: ລິ, ຈຸ, ນາ, ໄຮ່, ສວນ…ສ່ວນຄວາມໝາຍຂອງພະຍາງ(ໄຂ)ເປີດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ ຕົວຢ່າງ: ກູ, ກາ, ປາ, ປ້າ, ນ້າ…ສ່ວນຄວາມໝາຍຂອງພະຍາງ(ອັດ)ປິດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ+ສຽງພະຍັນຊະນະສະກົດ(ຕົວສະກົດ) ຕົວຢ່າງ: ເດັກ, ຫລິ້ນ,ເມືອບ້ານ ດັ່ງນີ້ເປັນຕົ້ນ.
(ພໍເຂົ້າໃຈບໍ່ນໍ້...555 ນຸ້ນກໍງົງ)


ຂອບໃຈທ່ານອາຈານທີ່ນຳມາແບ່ງປັນ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໔ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ອີ່ປາວ່າ: ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າ“ພະຍາງ” ແມ່ນຫຍັງ ?
ພະຍາງແມ່ນສຽງເວົ້າທີ່ເປັ່ງອອກມາພ້ອມກັບສຽງສະລະ, ພະຍັນຊະນະ ແລະ ວັນນະຍຸດ ອາດມີຄວາມໝາຍຫລືບໍ່ມີຄວາມໝາຍກໍໄດ້ເຊັ່ນ: ລິ, ຈຸ, ນາ, ໄຮ່, ສວນ…ສ່ວນຄວາມໝາຍຂອງພະຍາງ(ໄຂ)ເປີດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ ຕົວຢ່າງ: ກູ, ກາ, ປາ, ປ້າ, ນ້າ…ສ່ວນຄວາມໝາຍຂອງພະຍາງ(ອັດ)ປິດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ+ສຽງພະຍັນຊະນະສະກົດ(ຕົວສະກົດ) ຕົວຢ່າງ: ເດັກ, ຫລິ້ນ,ເມືອບ້ານ ດັ່ງນີ້ເປັນຕົ້ນ.
(ພໍເຂົ້າໃຈບໍ່ນໍ້...555 ນຸ້ນກໍງົງ)


ເຈົ້າໆໆ ຂອບໃຈຫຼາຍໆໆເດີ