ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ບັນຫາການນຳໃຊ້ພາສາລາວໃນປະຈຸບັນ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ເມື່ອໃດທີ່ໝູ່ເພື່ອນໃນພັນລາວເຫັນຄຳສັບຂອງພາສາລາວທີ່ນຳໃຊ້ໃນວຽກງານຕ່າງໆ ຫຼື ເຫັນໃນແຜ່ນປ້າຍໂຄສະນາ ຫຼື ໄດ້ຍິນມາ
ແຕ່ມັນບໍ່ເໝາະສົມ ແລະ ບໍ່ຖືກຕ້ອງ ຫຼື ຄວາມໝາຍມັນບໍ່ສອດຄ້ອງກັບຊີວິດປະຈຳວັນສາມາດອອກຄຳຄິດເຫັນນຳກັນໄດ້ເດີ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດຢ່າງເປັນທາງການ


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ສຳລັບເຈົ້າຂອງກະທູ້ແມ່ນ :

ຍັງສັງເກດເຫັນປ້າຍຂອງຄລີນິກກວດສຸຂະພາບທົ່ວໄປ ບາງແຫ່ງຍັງນຳໃຊ້ຄຳວ່າ :

ຮັບ " ປິ່ນປົວພະຍາດທົ່ວໄປ " ແລ້ວຕົນເອງລອງນຳເອົາໄປຄິດເບິ່ງວ່າມັນຖືກຕ້ອງຫຼືບໍ
ແຕ່ພໍລອງສົມທຽບເບິ່ງກະຮູ້ສຶກວ່າມັນຜິດກັບຕົວຈິງຢ່າງຂາດຂັ້ນເລີຍ ຄື :

ພະຍາດເປັນຕົວເປັນຕົວທີ່ເຮັດໃຫ້ເຮົາເຈັບເປັນຫາກສຸຂະພາບເຮົາອ່ອນແອ
ເມື່ອສຸຂະພາບອ່ອນແອແລ້ວພະຍາດມັນເຂົ້າມາແຊກຊ້ອນເຮັດໃຫ້ເຮົາເຈັບປ່ວຍ
ໄດ້ຢ່າງງ່າຍດາຍ ແຕ່ເປັນຫຍັງລະດັບວ່າເປັນແພດເປັນໝໍຂະໜາດຮູ້ວ່າພະຍາດ
ມັນບໍ່ດີແຕ່ຍັງຊິໄປປິ່ນປົວພະຍາດຢູ່ ເປັນຫຍັງຄືບໍ່ປິ່ນປົວສຸຂະພາບຄົນໃຫ້ແຂງແຮງ
ເພື່ອໃຫ້ຕ້ານທານພະຍາດເພື່ອບໍ່ໃຫ້ເຮົາເຈັບເປັນໄດ້ງ່າຍ ແລະ ຫາຍຈາກການ
ເຈັບເປັນຈະດີກວ່າຈະໄປປິ່ນປົວພະະຍາດໃຫ້ແຂງແຮງແລ້ວເຮັດໃຫ້ຄົນເສຍຊີວິດໄດ້

ສົມທຽບ:

+ ປິ່ນປົວພະຍາດ : ເຮັດໃຫ້ພະຍາດແຂງແຮງສາມາດສູ້ກັບພູມຕ້ານທານເຮົາໄດ້ແລະສຸດທ້າຍຄົນກໍ່ເສຍຊີວິດ

+ ປິ່ນປົວສຸຂະພາບ : ເຮັດໃຫ້ປົວສຸຂະພາບ ແຂງແຮງສາມາດສູ້ກັບພູມຕ້ານທານກັບພະຍາດໄດ້


ໝູ່ເພື່ອນໃນພັນລາວເດຈະຄິດວ່າຈັງໃດ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ໃຫ້ພວກລີເຈທີ່ຈັດລາຍການຕ່າງຕາມສະຖານີວິທະຍຸFM ແລະພິທີກອນໂທລະພາບລາວທຸກຊ່ອງອອກສຽງພາສາລາວໃຫ້ຖືກກ່ອນ ພວກອື່ນຄ່ອຍວ່າຕາມຫຼັງ!


໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ tunna ຂຽນວ່າ...
ສຳລັບເຈົ້າຂອງກະທູ້ແມ່ນ :

ຍັງສັງເກດເຫັນປ້າຍຂອງຄລີນິກກວດສຸຂະພາບທົ່ວໄປ ບາງແຫ່ງຍັງນຳໃຊ້ຄຳວ່າ :

ຮັບ " ປິ່ນປົວພະຍາດທົ່ວໄປ " ແລ້ວຕົນເອງລອງນຳເອົາໄປຄິດເບິ່ງວ່າມັນຖືກຕ້ອງຫຼືບໍ
ແຕ່ພໍລອງສົມທຽບເບິ່ງກະຮູ້ສຶກວ່າມັນຜິດກັບຕົວຈິງຢ່າງຂາດຂັ້ນເລີຍ ຄື :

ພະຍາດເປັນຕົວເປັນຕົວທີ່ເຮັດໃຫ້ເຮົາເຈັບເປັນຫາກສຸຂະພາບເຮົາອ່ອນແອ
ເມື່ອສຸຂະພາບອ່ອນແອແລ້ວພະຍາດມັນເຂົ້າມາແຊກຊ້ອນເຮັດໃຫ້ເຮົາເຈັບປ່ວຍ
ໄດ້ຢ່າງງ່າຍດາຍ ແຕ່ເປັນຫຍັງລະດັບວ່າເປັນແພດເປັນໝໍຂະໜາດຮູ້ວ່າພະຍາດ
ມັນບໍ່ດີແຕ່ຍັງຊິໄປປິ່ນປົວພະຍາດຢູ່ ເປັນຫຍັງຄືບໍ່ປິ່ນປົວສຸຂະພາບຄົນໃຫ້ແຂງແຮງ
ເພື່ອໃຫ້ຕ້ານທານພະຍາດເພື່ອບໍ່ໃຫ້ເຮົາເຈັບເປັນໄດ້ງ່າຍ ແລະ ຫາຍຈາກການ
ເຈັບເປັນຈະດີກວ່າຈະໄປປິ່ນປົວພະະຍາດໃຫ້ແຂງແຮງແລ້ວເຮັດໃຫ້ຄົນເສຍຊີວິດໄດ້

ສົມທຽບ:

+ ປິ່ນປົວພະຍາດ : ເຮັດໃຫ້ພະຍາດແຂງແຮງສາມາດສູ້ກັບພູມຕ້ານທານເຮົາໄດ້ແລະສຸດທ້າຍຄົນກໍ່ເສຍຊີວິດ

+ ປິ່ນປົວສຸຂະພາບ : ເຮັດໃຫ້ປົວສຸຂະພາບ ແຂງແຮງສາມາດສູ້ກັບພູມຕ້ານທານກັບພະຍາດໄດ້


ໝູ່ເພື່ອນໃນພັນລາວເດຈະຄິດວ່າຈັງໃດ



ຕາມຄວາມຄິດເຫັນຂອງຂ້າພະເຈົ້າ
ຄັນເວົ້າແນວນີ້ກະຊິບໍເປັນການ ຊອກຫາຈັບຜິດຫຼາຍໂພດຕີ໋ບໍ? ຂ້ອຍເວົ້າເລື່ອງຄວາມເຂົ້າໃຈຫຼາຍກ່ອນ
ປິ່ນປົວພະຍາດທົ່ວໄປ ຄິດວ່າຫຼາຍຄົນເຂົ້າໃຈຄວາມໝາຍແລ້ວ ມັນກໍ່ມີຄວາມຫມາຍວ່າ ປິ່ນປົວສຸຂະພາບຮ່າງກາຍທີ່ເຈັບປ່ວຍຈາກພະຍາດທົ່ວໄປ ນັ້ນລະ
ອີກຢ່າງຄຳວ່າ ປິ່ນປົວສຸຂະພາບ ມັນກໍ່ຍັງໃຫ້ຄວາມຫມາຍບໍ່ຄົບຖ້ວນ (ຕາມຂ້ອຍຄິດ) ຖ້າຈະຊອກຈັບຜິດກໍ່ຄື ຈະປິ່ນປົວເຮັດຫຍັງສຸຂະພາບໃນເມື່ອບໍ່ໄດ້ເປັນພະຍາດ... ຕາມຄວາມຫມາຍທີ່ເຈົ້າໃຫ້ມາດ້ານເທິງນັ້ນ:
ເຫັນວ່າຄວນຈະກົງກັບຄຳ ເບິ່ງແຍງ(ດູແລ) ຮັກສາສຸຂະພາບ (ຍັງບໍທັນເປັນພະຍາດເທື່ອ ຖ້າເປັນແລ້ວຕ້ອງໄປປິ່ນປົວຯ)


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຟັງກໍລະນີຕົວຢ່າງທີ່ເຈົ້າຂອງກະທູ້ຍົກມາແລ້ວ ພາໃຫ້ຄິດຮອດປະໂຫຍກທີ່ວ່າ "ປະກັນຄວາມສະຫງົບ" ແລ້ວກໍຈະມີຄົນທ້ວງວ່າ ຊິປ້ອງກັນເຮັດຫຍັງຄວາມສະຫງົບ ຄວນຈະປ້ອງກັນຄວາມບໍ່ສະຫງົບພຸ້ນ



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ວນໃຫຍ່ກະເຫັນແຕ່ເວົ້າຄວາມໄທເປັນສ່ວນໃຫຍ່

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ: ເລື່ອງພາສາ ເວົ້າກັນມາມັນບໍ່ສິ້ນສຸດຈັກເທື່ອ ແຕ່ຢ່າລືມວ່າ ໃນຫລັກຂອງພາສາ ຍັງມີການເຮັດໃຫ້ຄຳສັບທີ່ເວົ້ານັ້ນສັ້ນໄດ້ ແລະ ຍາວໄດ້ ແຕ່ຮັກສາເນື້ອໃນເດີມໄວ້(ບໍ່ຂີ້ສໍ້) ເຊິ່ງຫລັກການນີ້ເພິ່ນເອີ້ນວ່າ: ທີຄະລັກສະນະ ແລະ ຣັສສະລັກສະນະ....ແຕ່ເສຍດາຍ ທີ່ຄົນລາວຫລາຍຄົນບໍ່ສົນໃຈນຳຫລັກການພາສາຂອງຕົນເອງ ຈຶ່ງໃຊ້ຖືກໆຜິດໆມາຕລອດ...ໂດຍທີ່ບໍ່ມີພາກສ່ວນໃດອອກມາກຳນົດກົດເກນທີ່ຊັດເຈນ