ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການອອກສຽງສະຫລະໃນພາສາລາວ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຂ້ອຍລະງົງແທ້ທັ້ງໆທີ່ເປັນຄົນລາວໝົດທັງຕົວ ແລະ ຫົວໃຈທີ່ວ່າການນຳໃຊ້ພາສາລາວເຊັ່ນ:
ໄX ແລະ ໃX ພວກທ່ານວ່າສອງສະຫລະນີ້ຂຽນຄືກັນບໍ່ ແລະ ເປັນຫຍັງຄົນພາກກາງຈິ່ງອ່ານອອກສຽງຄືກັນ.
ຂ້ອຍວ່າມັນຂີດໄປເກືອບຄືກັນຊື່ໆ, ແຕ່ໜ້າຈະບໍ່ອ່ານອອກສຽງດຽວກັນດອກ, ອີກຕົວຢ່າງເດີ ິ ແລະ ີ ນີ້ກະຄ້າຍຄືກັນແຕ່ຕ່າງຢູ່ທີ່ຫ່າງຂອງມັນ ແລະ ກະບໍ່ອອກສຽງຄືກັນ, ນີ້ເປັນເງື່ອນໄຂທີ່ອ່າງອີງວ່າຄົນພາກກາງອອກສຽງບໍ່ຖຶກຄືໄທບ້ານນອກ ແມ່ນບໍ່ ຫລື ບັນດາທ່ານລອງອອກຄຳເຫັນເບິງດຸ.


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ມັນບໍອອກສຽງຄຶກັນ ໄ ອ່່ານວ່າສະຫລະໄອໄມ້ມາຍ ແຕ ໃ ອ່ານວ່າສະຫລະໄອໄມ້ມວນ ພາສາລາວສ່ວນໃຫຍ່ຈະໃຊ້ ໃ ນີ້ ຫລາຍກວ່າ ໄ ນີ້

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄ ກັບ ໃ ອອກ ສຽງ ຄື ກັນ ແຕ່ ສະ ກົດ ບໍ່ ຄືກັນ
ມັນ ບໍ່ ມີ ສັ້ນ ຫລື ຍາວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ມັນບໍອອກສຽງຄຶກັນ ໄ ອ່່ານວ່າສະຫລະໄອໄມ້ມາຍ ແຕ ໃ ອ່ານວ່າສະຫລະໄອໄມ້ມວນ ພາສາລາວສ່ວນໃຫຍ່ຈະໃຊ້ ໃ ນີ້ ຫລາຍກວ່າ ໄ ນີ້


ສຸດທ້າຍກະອອກສຽງສະະໄອຄືກັນຫັ້ນລະ.


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ແມ່ນຂ້ອຍເຫັນດີນຳ,ການອອກສຽງສອງສະຫຼະນີ້ບໍ່ຄືກັນ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ທາງພາກເຫນືອໄ ເຂົາກະວ່າ ໄ
ແຕ່ໃນີ້ ເຂົາວ່າສະຫລະເອີ ແຕ່ບໍແມ່ນ
ສະຫລະເີ ໃດເນີ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີວິທີ ຈຳແນກ ກ່ຽວກັບ ການໃຊ້ ໄ ກັບ ໃ ແນວໃດ
ເຊັ່ນ : ໄຫ້ ,ໃຫ້
ໄຫ້: ຮ້ອງໄຫ້
ໃຫ້: ເອົາໃຫ້
ບໍ່ຈື່ປານໃດ ຕອນຮຽນ ມໍປາຍຄືໄດ້ຍິນເຂົາວ່າ ໃຫ້ລອງເວົ້າ ເປັນສຳນຽງເຜົ່າ ຜູ້ໄທ
ຫາກ ອອກສຽງຄື ກັນ ແມ່ນ ໄ ຫາກຕ່າງກັນ ແມ່ນ ໃ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ