ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ອ໊າາາກກກ ຄົນລາວສ່ວນຄືນຳໃຊ້ພາສາລາວແນວ ນີ້ຫວາ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ຮ້ອຍ (100) ກາຍເປັນ ລ້ອຍ (80% ຄົນລາວເວົ້າລ້ອຍແມ້ແຕ່ໃນໂທລະພາບຕອນໄປສຳພາດທ່ານນັ້ນທ່ານນີ້ກໍເວົ້າ ຫຼືຊິຖຽງ)
ມະເຮັງ ກາຍເປັນ ມະເລັງ
ລຶບ ກາຍເປັນ ລົບ
ຫຼິ້ນ ກາຍເປັນ ເລ່ນ
ຮ້ອງ (ຮ້ອງເພງ) ກາຍເປັນ ລ້ອງ
ບູຮານ ກາຍເປັນ ບູລານ
ກຽມ ກາຍເປັນ ຕຽມ
ກົງ ກາຍເປັນ ຕົງ
ລະຍັງມີອີກຫຼາຍຈື່ບໍ່ໄດ້ນ່ະ "ຖ້າຂ້ອຍເຂົ້າໃຈຜິດເອງກໍຂໍໂທດຂໍອາໄພນຳຫຼາຍໆເດີ :)"


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນແນວນັ້ນ ໃຜຈະຊ່ວຍໄດ້ບັດນີ້?


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ຄືຊິແມ່ນໂຕເຮົາເອງນ່ະຕ້ອງເລີ້ມຕົ້ນເຮົາກະໄດ້. ຂ້ອຍກະໄດ້ແຕ່ລະບາຍລົງໃນຄີບອດບໍ່ສາມາດບອກຜ່ານໂທລະພາບ ຫຼື ຕິດປະກາດໂຄສະນາໄດ້ ເລີ້ມຕົ້ນຈາກເຮົາດີທີ່ສຸດ ຮິຮິ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເນາະ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊອດກະຈາໄປທາງໄທ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນໄປຕາມຍຸກຕາມສະໄໝ ແລະພາສາທຸກໆປະເທດໃນໂລກນີ້ກະຍ່ອມມີການປ່ຽນແປງໄປຕາມໆກັນ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຄວນຄິດໃຫ້ດີກ່ອນຊິເວົ້າຫຍັງມັນຈຶ່ງບໍ່ມີຄຳເວົ້າທີ່ຜິດ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ບາງຄຳແມ່ນເຄີຍເວົ້າ ເຊັ່ນນາຍລອ້ຍ ລອ້ງເພງ ຢືນຕຣົງ ....
ແຕ່ ບໍ່່ເຄີຍມີບາງຄຳ ເຊັ່ນ ໃສ່ກະຈົກ ຕິດຟິມກອງແສງ ປູກຢາງພາລາ ກະດາດ ເອ4 ຮ້ານສຸກຂະພັນ ປູພື້ນ ຕິດພະຫນັງ
ເຂົ້າລ້ານອາຫານ ສັ່ງເຂົ້າຜັດ ຕົ້ມຍຳ ຕຳລວມມິດ ຕຳມົວ ເຂົ້າໂຈກ ກວ້ຍຕຽວ ຢຳປາ ນຳ້ຕົກ
ໄປຊື້ຫນັງ ເບິ່ງຫນັງ .....


໐ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

ແຕ່ຫົວຂໍ້ກໍ່ບໍ່ເຂົ້າໃຈແລ້ວ " ອ໊າາາກກກ ຄົນລາວສ່ວນຄືນຳໃຊ້ພາສາລາວແນວ ນີ້ຫວາ "






















<a href=http://soundfrost.softonic.com.br/ >baixar videos do youtube</a>


໐ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ລາວຢາກເວົ້າວ່າຄົນລາວສ່ວນຫຼາຍຕິເບາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງ ຮ້ານເສີມສວຍ ບໍ່ແມ່ນພາສາລາວໃດ, ເພິ່ນວ່າຕ້ອງແມ່ນຮ້ານເສີມຄວາມງາມ ຈິ່ງຖືກ ແມ່ນບໍ?


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຮ້ານປະດັບຍົນ = ຮ້ານຕົກແຕ່ງລົດໃຫຍ່ ??? ມັນຈັກຈັ່ງໃດບໍ່ຮູ້ນະ ແຕ່ຄວາມຈິງ ຮ້ານປະດັບຍົນ ນີ້ຄົງບໍ່ຖືກນະ ມັນຊິບໍ່ໄດ້ເຮັດເດີນໃຫ້ຍົນລົງເບາະ
ເວົ້າມາລະເຈັບຂະຫມັບ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຕິດຟີມກອ່ງແສງ ກາວ່າ ຕິດແວ່ນມືດ
ຮ້ານປະດັບຍົນ ກາວ່າ ຮ໊ານເອ້ລົດ
ເຂົ້າຜັດ ກໍແມ່ນເຂົ້າຂົ້ວນັ້ນລະ
ກະດາດ ກາແມ່ນ ເຈັ້ຍ
ຕົ້ມຍຳລວມມິດ ກໍວ່າ ຕົ້ມແກງລວມ ກາໄດ້


ຄຳລາວມີບໍ່ອຶດ ມີແຕ່ຄຳເວົ້າງາມໆ ຍັງບໍ່ເອາມາໃຊ້



໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ນີ້ລະຂັ້ນຕອນເລີມຕົ້ນຊິກຽມຂາຍຊາດລະບໍ.
ພາສາບອກຊາດ,​


໗ ກະທູ້
໙໗ ໂພສ
ນັກການກະທູ້
ເລື່ອງພາສາມັນຕ້ອງມີການພັດທະນາໄປຕາມຄວາມຈະເລີນຂອງບ້ານເມືອງ ຕ້ອງມີການປັບປ່ຽນຕາມຍຸກຕາມສະໄໝ ຕ້ອງໃຊ້ຄຳສັບໃຫ້ມັນເໝາະສົມກັບສະຖານະການ ຈະຕິກັນບໍ່ໄດ້ດອກ ແຕ່ເຫັນໄວລຸ້ນຫລາຍໆຄົນມັກເວົ້າເປັນພາສາໄທໝົດເຊັ່ນ เธอ ฉัน เจอ รัก ... ອັນນັ້ນມັນກໍໂພດເກີນ ສ່ວນທີ່ ຈຂກທ ຍົກມາ ມັນບໍ່ຜິດໝົດດອກເພາະມັນຕ້ອງປັບຕາມຍຸກຕາມສະໄໝ ແຕ່ທັງນີ້ທັງນັ້ນຄຳໃດທີ່ພາສາລາວເຮົາມີກໍໃຊ້ເປັນສັບພາສາລາວຈະດີທີ່ສຸດ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຫາກປ່ຽນໂອໂຕເອງບາງເທື່ອເຮົາເອງກໍ່ຮູ້ວ່າມັນບໍ່ຖືກຕ້ອງແຕ່ເພີ່ນເວົ້າຫລືໃຊ້ເຮົາກໍ່ເວົ້າຫລືໃຊ້ນຳເພີ່ນໄປ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ ! ຂໍຫຍຸ້ງນຳເດີກ່ຽວກັບການໃຊ້ພາສາລາວ, ຫຼາຍໆທ່ານທີ່ຍົກມາຂ້າງເທີງ ຂພຈ ກະເຫັນດີນຳ.ພວກເຮົາລອງຄິດເບີ່ງ ມີຫຼາຍໆປະເທດໃຫ່ຍໆ ແລະ ຮັ່ງມີແຕ່ບໍ່ມີຮອດພາສາປະຈຳຊາດຂອງຕົນເອງຈຳເປັນຕ້ອງໃຊ້ພາສາອັ່ງກິດເປັນພາສາປະຈຳຊາດ.ດັ່ງນັ້ນປະເທດລາວເຖີງຈະເປັນປະເທດນ້ອຍ
ດ້ອຍພັດທະນາແຕ່ມີພາສາເປັນຂອງຕົນເອງ,ມີວັດທະນະທຳເປັນຂອງຕົນເອງຈົ່ງພາກພູມໃຈເທີດພີ່ນ້ອງຊາດລາວທັງຫຼາຍ.


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາກອາກອາກບໍ່ຮູ້ຄີໍກັນ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອັນທີ່ວ່າ "ລ້ອຍ" (100) ນິໜາມັນຕິດປາກທ່ານທັງຫຼາຍດີແທ້ອອກໂທລະພາບແລ້ວຍັງເວົ້້າ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ freedom ຂຽນວ່າ...

ແຕ່ຫົວຂໍ້ກໍ່ບໍ່ເຂົ້າໃຈແລ້ວ " ອ໊າາາກກກ ຄົນລາວສ່ວນຄືນຳໃຊ້ພາສາລາວແນວ ນີ້ຫວາ "



ກະຍ້ອນຢາກໃຫ້ຄົນແບບເຈົ້າລະເຂົ້າມາເບິ່ງ


















<a href=http://soundfrost.softonic.com.br/ >baixar videos do youtube</a>



໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ມັນເປັນໄປຕາມຍຸກຕາມສະໄໝ ແລະພາສາທຸກໆປະເທດໃນໂລກນີ້ກະຍ່ອມມີການປ່ຽນແປງໄປຕາມໆກັນ


ປຽນກະປ່ຽນຈົນເວີ້ ກະຮັກສາພາສາຕົນເອງແນ່ໂຕໃດເວົ້າລາວໄດ້ກະເວົ້າອັນນິ ຮ້ອຍ ກະຍັງ ລ້ອຍ ຢູ່ບໍ່ແມ່ນວ່າຍ້ອງເຂົາດອກ ໄທ ຫັ່ນເດເຂົາເຈົ້າຮັກສາພາສາເຂົາໂດຍການຂຽນໂຕເລກເຂົາເອງຈັກເຂົາຊິເອີ້ເລກຫຍັງເລກແບບເລກລາວຫັ່ນບາດຂອງລາວເຮົາຍັງໃຊ້ເລກ ໂຣມັນ ຢູ່ຫາກເລກລາວນຳຄີຍ໌ບອດ໌ຊິພິມກະບໍ່ມີ (ຫຼື ຂ້ອຍຫາບໍ່ເຫັນເອງໃຜຮູ້ແນະນຳແນ່ເລກລາວໃນຄີຍ໌ບອດ໌ນິ)


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ພາສາປ່ຽນໄປຕາມຍຸກສະໄໝມັນບໍ່ແປກ ແຕ່ທີ່ມັນແປກເພາະວ່າປ່ຽນໄປໃຊ້ຄຳຂອງໄທໝົດຫັ້ນແຫລະ ຄຳລາວເຮົາກໍ່ມີພະຍາຍາມໃຊ້ໃຫ້ຫລາຍໆເດີ້ ຖ້າຄຳໃດສັບລາວບໍ່ມີກໍ່ໃຊ້ສັບພາສາອັງກິດແທນເອົາບໍ່ຕ້ອງໄປໃຊ້ຄຳຂອງໄທດອກ ທຸກມື້ນີ້ຖືກຄົນໄທບາງກຸ່ມດູຖູກປະເທດເຮົາຢ່າງເຈັບແສບ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ jingwin ຂຽນວ່າ...
ພາສາປ່ຽນໄປຕາມຍຸກສະໄໝມັນບໍ່ແປກ ແຕ່ທີ່ມັນແປກເພາະວ່າປ່ຽນໄປໃຊ້ຄຳຂອງໄທໝົດຫັ້ນແຫລະ ຄຳລາວເຮົາກໍ່ມີພະຍາຍາມໃຊ້ໃຫ້ຫລາຍໆເດີ້ ຖ້າຄຳໃດສັບລາວບໍ່ມີກໍ່ໃຊ້ສັບພາສາອັງກິດແທນເອົາບໍ່ຕ້ອງໄປໃຊ້ຄຳຂອງໄທດອກ ທຸກມື້ນີ້ຖືກຄົນໄທບາງກຸ່ມດູຖູກປະເທດເຮົາຢ່າງເຈັບແສບ


ແມ່ນລະນະ ຕົວຢ່າງວ່າ: "ທີມ" ກະແມ່ນໄດ້ມາຈາກພາສາອັງກິດພໍໃຊ້ໄດ້ ແຕ່ວ່າ "ລ້ອຍ" ນິໜາຕິດປາກຄົນດີແທ້ :(


໖ ກະທູ້
໒໙໒ ໂພສ
ນັກການກະທູ້
ເປັນບັນຫາໃນຊີວິດປະຈຳວັນເລີຍ
ເພາະຄົນລາວເສບສື່ຈາກໄທຫລາຍໂພດ

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໒໓ ກະທູ້
໖໙ ໂພສ
ຂາປະຈຳເວັບບອດ
ຄຳວ່າ ລອ້ຍ ມີຄົນເວົ້າມາແຕ່ດົນແລວ້
ແຕ່ຄຳເວົ້າໃຫມ່ໆ ນັັ້ນຕີ ສົມຄວນຕອ້ງໄຫ້ປຽ່ນ
ເຊັ່ນກຽ່ວກັບ ອາຫານ ຢຳ ກໍວ່າ ຍຳ ຜັດກໍວ່າ ຂວົ້ ລວມມິດ ກໍວ່າ ປະສົມ
ເຂົ້າຂວັ້ ຂວົ້ຜັກລວມ ຈືນປາ ຍຳຜັກ .....

ກຽ່ວກັບລົດ ຮ້ານເອ້ລົດ ຕິດແວ່ນມືດ ເຮັດສີລົດ
ບໍ່ຄວນວົ້າເລີຍ ປະດັບຍົນ ຕິດຟີມກອ່ງແສງ ຕິດເຄື່ອງສຽງ


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ເຊົາເດີ ຂ້ອຍບໍ່ເຄີຍພູດໄທຈັກເທື່ອ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
ເຊົາເດີ ຂ້ອຍບໍ່ເຄີຍພູດໄທຈັກເທື່ອ


ຢ່າພູດໄທນະ ສັນໄມ່ຣູ້ເຣື່ອງ


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ໄທເວົ້າກະຣຸນາ ລາວເຮົາຊິບໍ່ເວົ້າກະຮຸນາບໍ່ ທີ່ຈິງໄທກະເອົາຄຳລາວໄປເວົ້າຄືກັນຢ່າງເຊັ່ນ:ພູຫົວໂລ້ນ,ປະກວດນາງງາມ ຊັງ...ໆລໆ
ແລະບາງຄຳກະເວົ້າຮ່ວມກັນເຊັ່ນ:ສວຍງາມ,ກຽດຊັງ,(ຍັງຫລາຍແຕ່ລືມແລ້ວ) ...ໆລໆ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ເຮີ...!!! ຄິດມາລະອຸກໃຈນຳຄົນທີ່ໃຊ້ພາສາລາວແບບຜິດໆ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>