ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຊື່ນະຄອນຫຼວງວຽງຈັນ ເປັນຫຍັງຝະລັ່ງ ຈຶ່ງ ຮ້ອງວຽນທຽນ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງຝະລັ່ງ ( ຕ່າງປະເທດ) ຮ້ອງ ViengChan(ວຽງຈັນ) ແລ້ວ ມາຂຽນເປັນ Vientiane(ວຽນທຽນ) ທ່ານ ໃດຮູ້ຊ່ວຍອາທິບາຍແດ່ ຂອບໃຈ

໖ ກະທູ້
໑໕໕ ໂພສ
ນັກການກະທູ້
ມັນກະຄື Bangkok ຄົນໄທເຂົາຍັງເອີ່ນ Krung Theb

໖ ກະທູ້
໑໕໕ ໂພສ
ນັກການກະທູ້
ຄົນລາວເອີ່ນ ປັກກີ່ງ.. ຕ່າງປະເທດເອີ່ນ ເບຈິງ (beijing) ພາສາຕ່າງກັນມັນກະເວົ້າຕ່າງກັນແຫລະເນາະ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວະ ນຶກວ່າ ມີຄວາມໝາຍອື່ນຫຼາຍກວ່ານີ້ ຂອບໃຈເດີ ຊິໄປບອກຫຼານຕໍ່ກ່ອນຊັ້ນນ່າ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ງົງນຳຫົວຂໍ້ກະທູ້ແດ່ (ຊື້)ຫຼື (ຊື່)

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ອານິດຈັງອານິດຈາ,ເລືອງພາສາ,ມັນຊ່າງຫຼາກຫຼາຍ.ພາສາລາວໃຕ້ລາວເໜືອກະຍັງອອກສຽງບໍ່ຄືກັນ.

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເຂົ້າໃຈລະກະພໍ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕາມທີ່ຂ້າພະເຈົ້າໄດ້ຍິນນັ້ນແມ່ນ Vientiane ແມ່ນຂຽນຕາມພາສາຝຣັ່ງ ເພາະລາວເຄີຍເປັນຫົວເມືອງຂຶ້ນຂອງຝຣັ່ງມາກ່ອນ ເຊິ່ງຝຣັ່ງມັນພະຍາຍາມຂຽນໃຫ້ມັນອອກສຽງຄື ວຽງຈັນ ຫຼາຍທີ່ສຸດ ກະເລຍເປັນຈັ່ງຊັ້ນ ແຕ່ປະເທດອື່ນທີ່ເອີ້ນແບບພາສາອັງກິດກະເລຍອອກເປັນ ວຽນທຽນ ຕາມຫຼັກການອ່ານຂອງມັນຫັ້ນລະ
ເຊິ່ງລາວແມ່ນເອີ້ນຊື່ເມືອງຫຼວງຫຼືປະເທດຕ່າງໆ ຖ້າເປັນທາງການແລ້ວ ແມ່ນຈະເອີ້ນແບບພາສາຝຣັ່ງ (ແຕ່ກະບໍ່ໝົດດອກ ສ່ວນໃຫຍ່ຈະມີຢູ່ໃນປະຫວັດສາດລາວທີ່ເຄີຍເອີ້ນກະເລີຍເອີ້ນ ຊູແອ້ດ ເຊີແນວ ລຸກຊຳບວກ ໂອຕຼິສ ໆລໆ ) ແລະ ກໍ່ມີບາງອັນເປັນການຢືມເອີ້ນຕາມຄວາມລື້ງເຄີຍເພື່ອບໍ່ໃຫ້ສັບສົນຕາມພາສາເພື່ອນບ້ານເຮົາ
ປັກກິ່ງ ນີ້ກະບໍ່ແນ່ໃຈວ່າເອີ້ນຕາມ ໄທ ຫຼື ຕາມຝຣັ່ງ ຝຣັ່ງມັນກະອອກຄ້າຍໆ ເປແກ່ງ ຫຼື ລາວເອີ້ນມາແຕ່ໃດກະຍັງບໍ່ມີໃຜພິສູດ
ສ່ວນບາງກອກ ນັ້ນແຕ່ເດີມຕາມປະຫວັດແຕ່ໃດມາມີການເອີ້ນວ່າ ບາງກອກ ຢູ່ແລ້ວ ແຕ່ພໍມີໄລຍະໜຶ່ງມີການປ່ຽນຊື່ເອີ້ນກະບໍ່ຂໍລົງເລິກ ເພາະເປັນປະຫວັດສາດບ້ານເພິ່ນໄປຫາເອງໄດ້...
ໃຫ້ເຂົ້າໃຈວ່າຈັ່ງຊັ້ນ ຕາມຄວາມເຂົ້າໃຈແລະເຄີຍໄດ້ຍິນເພິ່ນເວົ້າມາແຕ່ກະຕ້ອງຊັ່ງຊາ ແລະ ພິຈາລະນາພ້ອມ ເພາະຍັງບໍ່ມີໃຜເຮັດບົດພິສູດເທື່ອ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ BeeToby ຂຽນວ່າ...

ໜ້າຈະແມ່ນ
ແຕ່ ພາສາເວົ້າກັບພາສາຂຽນ ຖືກກັນ ທີ່ ມາຂອງກຸງເທບ ແມ່ນຄຳພັງເພີຍຊາວບ້ານ ຄື ກຸງເທບ = ເມືອງໃຫຍ່ ຕິດປາກກັນມາ ກໍ່ເປັນ ຊື່ກຸງເທບ ນີ້ ບໍ່ແມ່ນເລື່ອງແປກ ແຕ່ລາວ ຕີ ວຽງຈັນ ກາຍ ເປັນວຽນທຽນ ເນາະວ່າບໍ 555

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈແລ້ວ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ເວົ້າມາລະຄຶດເຫັນຕາລົກເລື່ອງນັ້ນທີ່ຝຣັ່ງບອກສາມລໍ້ວ່າຊິໄປວຽງຈັນແຕ່ຝຣັ່ງພັດເວົ້າວ່າໄປວຽນທຽນສາມລໍ້ກະເລີຍພາໄປວັດຕາມຄຳເວົ້າ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...

ເພິ່ນກະຊິວ່າ ໄປໃສວ່າຕິ, ອ້າຍຝຣັ່ງ ກໍ່ຄືຊິວ່າ ປາຍວຽນທຽນ ເຊືອກສັດຮອດວັດພຸ້ນແມ່ນບໍ ຖືກວັນສິນແດ່ຕິມື້ນັ້ນແມ່ນບໍລະ ວ່າລະນ່າ

໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ppbop ຂຽນວ່າ...
ເວົ້າມາລະຄຶດເຫັນຕາລົກເລື່ອງນັ້ນທີ່ຝຣັ່ງບອກສາມລໍ້ວ່າຊິໄປວຽງຈັນແຕ່ຝຣັ່ງພັດເວົ້າວ່າໄປວຽນທຽນສາມລໍ້ກະເລີຍພາໄປວັດຕາມຄຳເວົ້າ

ເພິ່ນກະຊິວ່າ ໄປໃສວ່າຕິ, ອ້າຍຝຣັ່ງ ກໍ່ຄືຊິວ່າ ປາຍວຽນທຽນ ເຊືອກສັດຮອດວັດພຸ້ນແມ່ນບໍ ຖືກວັນສິນແດ່ຕິມື້ນັ້ນແມ່ນບໍລະ ວ່າລະນ່າ

໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ຕັ້ງຄໍາຖາມແລ້ວ..ກໍ່ໄປຊອກເອງແຫລະ$$

ທ່ານ ອັລເບີ ໄອສະໄຕສ ເວົ້າວ່າ: ທຸກຄໍາຖາມມັນມີຄໍາຕອບໃນໂຕຂອງມັນ... ຈົງຢ່າຢຸດໃນການຕັ້ງຄໍາຖາມ.
ສໍາຄັນແມ່ນວິທີຫາຂໍ້ມູນ...ສັງລວມຂໍ້ມູນ...ພິສູດຂໍ້ມູນ..ແລະ ຕີລາຄາຂໍ້ມູນເພື່ອຈະໄດ້ຄໍາຕອບທີ່ດີແລະຖືກຕ້ອງທີ່ສຸດ.

ສໍາລັບການອອກສຽວ ວຽນທຽນ ແມ່ນອອກແບບພາສາອັງກີດ
ພາສາຝຮັງ: ວຽງຈັນ ເພາະ Vien ແມ່ນສະຫລະxຽງ ໃນພາສາລາວ. ສ່ວນ tiane ແມ່ນສະຫລະ xັນ ໃນພາສາລາວ.
ແຕ່ກ່ອນ ເພື່ອຈະຂຽນວ່າ Vienchane ປະມານນີ້ລະ.. ແຕ່ຕໍ່ມາເພີ່ນມາປ່ຽນເປັນ tiane .

ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ເປັນຫຍັງຝະລັ່ງ ( ຕ່າງປະເທດ) ຮ້ອງ ViengChan(ວຽງຈັນ) ແລ້ວ ມາຂຽນເປັນ Vientiane(ວຽນທຽນ) ທ່ານ ໃດຮູ້ຊ່ວຍອາທິບາຍແດ່ ຂອບໃຈ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
​ຢາກ​ຮູ້​ຄື​ກັນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ HukLao2011 ຂຽນວ່າ...
ຕັ້ງຄໍາຖາມແລ້ວ..ກໍ່ໄປຊອກເອງແຫລະ$$

ທ່ານ ອັລເບີ ໄອສະໄຕສ ເວົ້າວ່າ: ທຸກຄໍາຖາມມັນມີຄໍາຕອບໃນໂຕຂອງມັນ... ຈົງຢ່າຢຸດໃນການຕັ້ງຄໍາຖາມ.
ສໍາຄັນແມ່ນວິທີຫາຂໍ້ມູນ...ສັງລວມຂໍ້ມູນ...ພິສູດຂໍ້ມູນ..ແລະ ຕີລາຄາຂໍ້ມູນເພື່ອຈະໄດ້ຄໍາຕອບທີ່ດີແລະຖືກຕ້ອງທີ່ສຸດ.

ສໍາລັບການອອກສຽວ ວຽນທຽນ ແມ່ນອອກແບບພາສາອັງກີດ
ພາສາຝຮັງ: ວຽງຈັນ ເພາະ Vien ແມ່ນສະຫລະxຽງ ໃນພາສາລາວ. ສ່ວນ tiane ແມ່ນສະຫລະ xັນ ໃນພາສາລາວ.
ແຕ່ກ່ອນ ເພື່ອຈະຂຽນວ່າ Vienchane ປະມານນີ້ລະ.. ແຕ່ຕໍ່ມາເພີ່ນມາປ່ຽນເປັນ tiane .

ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ເປັນຫຍັງຝະລັ່ງ ( ຕ່າງປະເທດ) ຮ້ອງ ViengChan(ວຽງຈັນ) ແລ້ວ ມາຂຽນເປັນ Vientiane(ວຽນທຽນ) ທ່ານ ໃດຮູ້ຊ່ວຍອາທິບາຍແດ່ ຂອບໃຈ

ເພີ່ມຕື່ມ...
ຕາມທີ່ເຄີຍໄດ້ຍິນມາບາງຄຳທີ່ມີ t ເຂົາມັກຈະອອກສຽງເປັນ ch ຊ ບ້ານເຮົາເຄີຍຊິນກັບ ຈ (champasak) : like Fortune, Picture, Century, and Venture...

ສ່ວນ "Vient" ເປັນ ວຽງ ເພາະວ່າ (nt ທຽບເທົ່າກັບ ງ ຄ້າຍຄືກັບກໍລະນີ Thanks, nk=ງ)

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lem ຂຽນວ່າ...

ວ່າຢູ່

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ia=ສະລະ ຽ, ne = ນ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ເປັນຫຍັງຝະລັ່ງ ( ຕ່າງປະເທດ) ຮ້ອງ ViengChan(ວຽງຈັນ) ແລ້ວ ມາຂຽນເປັນ Vientiane(ວຽນທຽນ) ທ່ານ ໃດຮູ້ຊ່ວຍອາທິບາຍແດ່ ຂອບໃຈ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kroopop ຂຽນວ່າ...
ia=ສະລະ ຽ, ne = ນ
ອ້າງເຖິງຂໍ້ຄວາມຈາກ laolovelao ຂຽນວ່າ...
ເປັນຫຍັງຝະລັ່ງ ( ຕ່າງປະເທດ) ຮ້ອງ ViengChan(ວຽງຈັນ) ແລ້ວ ມາຂຽນເປັນ Vientiane(ວຽນທຽນ) ທ່ານ ໃດຮູ້ຊ່ວຍອາທິບາຍແດ່ ຂອບໃຈ

1. Viane

2. Vieng
3. Viang
4. Veing

ປະໂຫຍກໃດອອກສຽງ "ວຽງ"

໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ມີແຕ່ ດຣ ຕົວນິມາອະທິບາຍນິ

໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ຫາກບໍ່ຮູ້ວ່າແມ່ນ ດຣ ໃດ ເດີ້

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soulivong ຂຽນວ່າ...
ຫາກບໍ່ຮູ້ວ່າແມ່ນ ດຣ ໃດ ເດີ້