ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ປະຕິບັດ ແລະ ປະຕິວັດ ຕ່າງກັນແນວໃດ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນໃຊ້: ປະຕິບັດງານ, ການປະຕິວັດ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຕິບັດງານ = ລົງມືເຮັດວຽກ
ການປະຕິວັດ = ໂຄ່ນລົມລັດທະບານ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ປະຕິບັດງານ = ລົງມືເຮັດວຽກ
ການປະຕິວັດ = ໂຄ່ນລົມລັດທະບານ


ຕົກລົງຕາມອີ່ຕາຫົວງູູູluffyນີ້ເດີເຈ້...(ເຈ້ພາສຸກ)


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ປະຕິບັດງານ = ລົງມືເຮັດວຽກ
ການປະຕິວັດ = ໂຄ່ນລົມລັດທະບານ


ຕົກລົງຕາມອີ່ຕາຫົວງູູູluffyນີ້ເດີເຈ້...(ເຈ້ພາສຸກ)


ອອຍ! ປະຕິວັດຄືບໍ່ແມ່ນແນວນັ້ນນ໋າ, ປະຕິວັດແມ່ນການປະຕິວັດເຊັ່ນວ່າ: ການປະຕິວັດລາວຫັ້ນເດ, ພັກປະຊາຊົນປະຕິວັດລາວຫັ້ນເດ, ປະຕິວັດສ່ອງແສງຫັນເດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ປະຕິບັດງານ = ລົງມືເຮັດວຽກ
ການປະຕິວັດ = ໂຄ່ນລົມລັດທະບານ


ບາງຄັ້ງ f ໃຊ້ໄດ້ ໃດ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ເອົາຈັ່ງຊີ້ສາເຈ໊ພາສຸກເອີຍ ເວົ້າໃຫ້ເປັນເລື່ອງເປັນລາວເລີຍ
ອິງຕາມວັດຈະນານຸກົມ ພາສາລາວ(ລາວແປລາວ) ສະບັບປັບປຸງໃໝ່ພິມປີ2010 ໜ້າ869 ແຖວທີ່1 ແລະ2 ເພິ່ນວ່າຈັ່ງຊີ້:

ປະຕິວັດ1 ນ.(ປ) ການປ່ນແປງຈາກເດີມ, ການປ່ຽນແປງລະບົບເຊັ່ນ: ການປະຕິວັດການປົກຄອງ, ການປະຕິວັດອຸດສະຫະກຳ.
ການປະຕິວັດ2ກ.(ປ)ປ່ຽນແປງ, ປ່ຽນແປງລະບົບການປົກຄອງ, ປ່ຽນແປງລະບົບອຸດສະຫະກຳ.

ຖ້າເຈ໊ມີຂໍ້ມູນຈາກວັດຈະນານຸກົມສະບັບອື່ນທີ່ແປຕ່າງນີ້ເອົາມາເວົ້າສູ່ຟັງແດ່!

ຂອບໃຈ!


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ເອີ...ລືມໄປ! ສ່ວນວ່າ"ປະຕິບັດ" ອິງຕາມວັດຈະນານຸກົມສະບັບດຽວກັນ ໜ້າ867ເພິ່ນແປວ່າ: ເຮັດ, ທຳ, ປະພຶດ, ດຳເນີນການໄປຕາມແຜນການ!

ຂອບໃຈ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ເອີ...ລືມໄປ! ສ່ວນວ່າ"ປະຕິບັດ" ອິງຕາມວັດຈະນານຸກົມສະບັບດຽວກັນ ໜ້າ867ເພິ່ນແປວ່າ: ເຮັດ, ທຳ, ປະພຶດ, ດຳເນີນການໄປຕາມແຜນການ!

ຂອບໃຈ!




໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ປະຕິບັດ : ປະຕິບັດໜ້າທີ່ວຽກງານ.ປະຕິບັດຂໍ້ກຳນົດກົດລະບຽບ ແລະ ກົດລະບຽບ ຂອງ ບ້ານເມືອງ
ປະຕິວັດ : ເວົ້າເລື່ອງທາງດ້ານການເມືອງ ຄື ປະຕິວັດຊາດ ໝາຍເຖີງການປ່ຽນແປງຂອງສັງຄົມ ປະຕິວັດຈາກລະບອບໜືງ ໄປເປັນອີກລະບອບໜື່ງ
ເວົ້າເຖີງທາງດ້ານ ອຸດສາຫະກກໍາ ແມ່ນການ ປະຕີວັດ ຈາກອຸດສາຫະກໍານ້ອຍໄປເປັນອຸດສາຫະກໍາໃຫ່ຍ.ປະຕິວັດຈາກອັນເກົ່າທີ່ຫຼ້າຫຼັງ ໄປເປັນອັນໃໝ່


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຕິວັດ ​ເປັນ​ຜົນ​ຂອງ ປະຕິບັດ​ທີ່​ສຳ​ເຫຼັດ ຂອງ​ວຽກ​ນັ້ນ​ນັ້ນ


ນິຍາມ​ສັບ​ລາວ:

ປະຕິວັດ=ການ​ປ່ຽນ​ແປງ
ປະຕິບັດ​= ການ​ເຮັດ, ການ​ທຳ




໓ ກະທູ້
໑໖໘ ໂພສ
ນັກການກະທູ້
ປະຕິການ ເດຊັ້ນ ແປວ່າຫຍັງ?


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືໍ່ມ.....ຕາມນັ້ນແລະ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ເອົາຈັ່ງຊີ້ສາເຈ໊ພາສຸກເອີຍ ເວົ້າໃຫ້ເປັນເລື່ອງເປັນລາວເລີຍ
ອິງຕາມວັດຈະນານຸກົມ ພາສາລາວ(ລາວແປລາວ) ສະບັບປັບປຸງໃໝ່ພິມປີ2010 ໜ້າ869 ແຖວທີ່1 ແລະ2 ເພິ່ນວ່າຈັ່ງຊີ້:

ປະຕິວັດ1 ນ.(ປ) ການປ່ນແປງຈາກເດີມ, ການປ່ຽນແປງລະບົບເຊັ່ນ: ການປະຕິວັດການປົກຄອງ, ການປະຕິວັດອຸດສະຫະກຳ.
ການປະຕິວັດ2ກ.(ປ)ປ່ຽນແປງ, ປ່ຽນແປງລະບົບການປົກຄອງ, ປ່ຽນແປງລະບົບອຸດສະຫະກຳ.

ຖ້າເຈ໊ມີຂໍ້ມູນຈາກວັດຈະນານຸກົມສະບັບອື່ນທີ່ແປຕ່າງນີ້ເອົາມາເວົ້າສູ່ຟັງແດ່!

ຂອບໃຈ!


ການປ່ນແປງຈາກເດີມ, ການປ່ຽນແປງລະບົບເຊັ່ນ: ການປະຕິວັດການປົກຄອງ, ການປະຕິວັດອຸດສະຫະກຳ. ນີ້ແມ່ນ ປະຕິຮູບ ຕິເບາະ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຫາຫາ ປະຕິການ: ກະພວກສັດຕູ,ພວກທໍລະຍົດຕໍປະເທດຊາດ,ພວກຂາຍຊາດ