ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ປິດສະຫນາພາສາເວົ້າ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ເປັດເປັນຜູ້ໄຂ່ ໄກ່ເປັນຜູ້ພັກ
ຂີ້ກະເດືອນເປັນຜູ້ລ້ຽງ ບຸນນັ້ນຊິໄດ້ແກ່ໃຜ ?
ຈົ່ງໃຫ້ຄວາມກະຈ່າງແຈ້ງ ດ້ວຍການອະທິບາຍ ໃນແງ່ສັງຄົມ Thanks alot for answers

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນິຍາຍ ສາມເສົ້າ

ຂໍຕອບເປັນຄຳຕອບສຸດທ້າຍ ຜູ້ລ້ຽງໄດ້ບຸນ ຖືກບໍ?


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຂພຈ ບໍ່ຮູ້

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
"ໄກ່ເປັນຜູ້ພັກ" ບໍ່ແມ່ນຟັກບໍ

ເປັດເປັນຜູ້ໄຂ່ ໄກ່ເປັນຜູ້ພັກ
ຂີ້ກະເດືອນເປັນຜູ້ລ້ຽງ ບຸນນັ້ນຊິໄດ້ແກ່ໃຜ ?

ໝາຍເຖິງເຮັດວຽກຮ່ວມກັນ ເປັດໄຂ່ແລ້ວກະໃຫ້ໄກ່ຟັກ ແລ້ວເປັດນ້ອຍອອກມາກະກິນຂີ້ກະເດືອນ

ບຸນນັ້ນກໍ່ຈະໄດ້ແກ່ທຸກໂຕ....ຄວາມໝາຍທີ່ແທ້ແມ່ນບໍ່ວ່າເຮົາຈະເປັນຫົວຫນ້າຫລືຄົນອານາໄມກໍ່
ຕ້ອງເຮັດວຽກຮ່ວມກັນ ຄົນລະຫນ້າທີ່ ເພື່ອຈຸດປະສົງດຽວກັນ ແລະໃຫ້ເບິ່ງຄຸນຄ່າທຸກຄົນເທົ່າທຽມກັນ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ແປໄດ້ໜ້້ອຍໜຶ່ງ ເປັດ້້ເປັນຜູ້ໄຂ່ ໄກ່ເປັນຜູ້ພັກ
ປະມານວ່າລູກນ້ອງເຮັດວຽກແຕ່ຫົວໜ້ານັ່ງແອຣ໌ ບຸຍແປໄປເລີຍເພິ່ນ 555


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຍາກສ່ອງແສງໃຫ້ເຫັນວ່າເຣັດຫຍັງກະຢ່າຕ້ອງເປັນທີມແລ້ວຊິປະສົບ
ຜົນສຳເລັດແລະສ່ວນບຸນນັ້ນປະຊາຊົນເປັນຜູ້ໄດ້ຣັບເພາະປະຊາຊົນເປັນ
ເຈົ້າ


໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ເປັດເປັນຜູ້ໄຂ່ ໄກ່ເປັນຜູ້ຝັກ
ເປັນການຊ່ວງເຫຼືອກັນໃນສິ່ງທີ່ຕົນບໍ່ສາມາເຮັດໄດ້ : ເປັດບໍ່ສາມາດຝັກໄຂ່ໄດ້ ຍ້ອນຕົນໂຕປຽກ(ມັກລອຍນໍ້າ)
ຊິວ່າໄປໄກ່ກໍ່ໃຈດີໃດ໋ເນາະ
ສ່ວນຜູ້ທີ່ຊວຍແມ່ນຂີ້ກະເດືອນ 55555


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ເວົ້າໃນແງ່ດີແມ່ນ ການຮ່ວມແຮງຮວມໃຈການ . ຄວາມສາມັກຄີກັນ ເຮັດວຽກຄົນລະໜ້າທີ່ກັນ
ເວົ້າໃນແງ່ທີບໍ່ດີ ໃນຄອບຄົວພໍ່ແມ່ແມ່ນ ລູກທໍລະພີ ບໍ່ຟັງຄວາມພໍ່ແມ່ ໄປຕິດມ້າ ຕິດຊາ ໃນທີ່ສຸກຄວາມເດືອດຮ້ອນກໍ່ມາເຖີງພໍ່ແມ່


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜເຮັດຫລາຍໄດ້ຫລາຍ ໃຜເຮັດນ້ອຍກະໄດ້ນ້ອຍ ປະມານນີ້ແຫລະ
ທຽບໃສ່ຄົນ: ພໍ່ໄຂ່ໃຊ້ເວລາ 1 ຄັ້ງ ແຍ່ເຂົ້າໄປເທື່ອດຽວຫນຶ່ງ ຮາ ໆ ແຕ່ແມ່ຟັກ 9 ເດືອນ
ອອກມາ ພໍ່ແມ່ບໍ່ສົນ ໃຫ້ສອງຜູ້ເຖົ້າລ້ຽງຈົນອາຍຸຮອດ 20 ປີ ຈຶ່ງມາຖາມວ່າໃຜມີບຸນຫລາຍກ່ວາກັນ ??
ແລ້ວທ່ານວ່າໃຜມີບຸນຫລາຍກ່ວາລ໋ະ​ ??

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳນີ້ ຫາກໍ່ເຄີຍໄດ້ ຍິນ


ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຈົ່ງທຳເຮັດແຕ່ຄວາມດີໄວ້ເທີດ.ເກີດຊາດໜ້າສັນໃດຈະໄດ້ສຸກສະບາຍ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ກົດແຫ່ງກຳ


໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ກຳໃດໃຜກໍ່ຜູ່ນັ້ນຈະຮັບເອງ.