ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ເນື່ອງຈາກວ່າ ພາສາລາວໃນມືຖືລຸ້ນຕ່າງໆຍັງບໍ່ທັນຮອງຮັບໄດ້ທົ່ວເຖິງ, ຄົນລາວຈຳນວນບໍ່ໜ້ອຍກໍຫັນໄປໃຊ້ພາສາໄທ, ພາສາຄາລາໂອເກະ ແລະ ພາສາອັງກິດຈຳນວນໜຶ່ງແທນພາສາລາວ, ຈິ່ງເຮັດໃຫ້ການນຳໃຊ້ພາສາລາວສັບສົນໃນບາງຄັ້ງ, ບາງທີກໍອ່ານເດົາໄປ, ອັນທີ່ໜ້າເສົ້າໄປກວ່ານັ້ນແມ່ນເຮັດໃຫ້ຄົນຕ່າງຊາດຫົວຂວັນເຢາະເຢີ້ຍເອົາຊ້ຳວ່າ: ຄົນລາວບໍ່ໃຊ້ພາສາລາວ.
_______________________________________________
|
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ດຽວນີ້ກໍດີກວ່າແຕ່ກ່ອນຫຼາຍແລ້ວ ທຸກມື້ນີ້ມືຖືຖືກໆກໍຮອງຮັບພາສາລາວ (ເຊັ່ນມືຖືຈາກລາວໂທລະຄົມ ແລະຢູນິເທວ) ພວກມືຖືລະດັບແພງໆ ແບບ iPhone ຫຼືບໍ່ແພງແບບ Android ທີ່ເປັນຮຸ່ນໃໝ່ໆ ກໍຮອງຮັບພາສາລາວ (ໂດຍສະເພາະ Android 4.4 ຂຶ້ນໄປຈະຮອງຮັບທັງການຂຽນແລະອ່ານ) ແຕ່ເໜືອສິ່ງອື່ນໃດແມ່ນການປະຊາສຳພັນໃຫ້ຄົນທົ່ວໄປຮັບຮູ້ວ່າມີລະບົບພາສາລາວທີ່ຮອງຮັບແລ້ວນັ້ນລະ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ... ດຽວນີ້ກໍດີກວ່າແຕ່ກ່ອນຫຼາຍແລ້ວ ທຸກມື້ນີ້ມືຖືຖືກໆກໍຮອງຮັບພາສາລາວ (ເຊັ່ນມືຖືຈາກລາວໂທລະຄົມ ແລະຢູນິເທວ) ພວກມືຖືລະດັບແພງໆ ແບບ iPhone ຫຼືບໍ່ແພງແບບ Android ທີ່ເປັນຮຸ່ນໃໝ່ໆ ກໍຮອງຮັບພາສາລາວ (ໂດຍສະເພາະ Android 4.4 ຂຶ້ນໄປຈະຮອງຮັບທັງການຂຽນແລະອ່ານ)ແຕ່ເໜືອສິ່ງອື່ນໃດແມ່ນການປະຊາສຳພັນໃຫ້ຄົນທົ່ວໄປຮັບຮູ້ວ່າມີລະບົບພາສາລາວທີ່ຮອງຮັບແລ້ວນັ້ນລະ ແມ່ນແລ້ວປັດຈຸບັນໄຄກວ່າແຕ່ກ່ອນ ຫວັງວ່າຕໍ່ໄປມືຖືທຸກລຸ້ນຈະຮອງຮັບພາສາລາວໄດ້ຫມົດ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ແມ່ນໆ
_______________________________________________
|
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ແມ່ນໆ ດີນໍ
ຮ່າກວ່າທຸກເທື່ອ
|
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ພາສາລາວ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ຖືກໆ.ລາວເຮັດລາວໃຊ້ລາວໄດ້ລາວຈະເລິນ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ຂ້ອຍມີຫມູ່ຕ່າງປະເທດຄົນມາຈາກຫລາຍປະເທດ ກະເຈົ້າກະບໍ່ໄດ້ຫົວຂວັນຫຍັງໃດລະທີ່ບາງຂ້ອຍໃຊ້ພາສາໄທລົມກັບຄົນໄທ ຫລືໃຊ້ພາສາໄທສົ່ງຊໍ້ຄວາມລົມກັບຄົນລາວທີ່ບໍ່ຄ່ອຍເກັ່ງຄາລາໂອເກະ ຫລືຄາລາໂອແກະລົມກັບຄົນລາວ ກະເຈົ້າແປກໃຈຍ້ອງວ່າດີ ວ່າເວົ້າອ່ານຂຽນໄດ້ຫລາຍແບບຫລາຍພາສາ ຫລາຍກວ່າຫົວຂວັນ ແຕ່ຖ້າມືຖືແຕ່ລະລຸ້ນຮອງຮັບການອ່ານແລະຂຽນພາສາລາວຢ່າງສົມບູນກະຄືຊິດີຫລາຍຄືຫລາຍຄົນວ່ານັ້ນແຫລະ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ 93 ຂຽນວ່າ... ຂ້ອຍມີຫມູ່ຕ່າງປະເທດຄົນມາຈາກຫລາຍປະເທດ ກະເຈົ້າກະບໍ່ໄດ້ຫົວຂວັນຫຍັງໃດລະທີ່ບາງຂ້ອຍໃຊ້ພາສາໄທລົມກັບຄົນໄທ ຫລືໃຊ້ພາສາໄທສົ່ງຊໍ້ຄວາມລົມກັບຄົນລາວທີ່ບໍ່ຄ່ອຍເກັ່ງຄາລາໂອເກະ ຫລືຄາລາໂອແກະລົມກັບຄົນລາວ ກະເຈົ້າແປກໃຈຍ້ອງວ່າດີ ວ່າເວົ້າອ່ານຂຽນໄດ້ຫລາຍແບບຫລາຍພາສາ ຫລາຍກວ່າຫົວຂວັນ ແຕ່ຖ້າມືຖືແຕ່ລະລຸ້ນຮອງຮັບການອ່ານແລະຂຽນພາສາລາວຢ່າງສົມບູນກະຄືຊິດີຫລາຍຄືຫລາຍຄົນວ່ານັ້ນແຫລະແມ່ນແລ້ວ ແຕ່ຄົນທີ່ຫົວຂວັນແມ່ນຄົນທີ່ຈົງໃຈດູຖູກ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ມືຖືຫລຸ້ນໃໝ່ຕອນນີ້ 100% ອ່ານ ແລະພີມພາສາລາວໄດ້ຫມົດແລ້ວ Android 4.4+ iPhone Lumia |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
Android 4.0.4 ກະສາມາດເຮັດໃຫ້ພິມ, ອ່ານພາສາລາວໄດ້ ຂໍອະທິບາຍຫຍໍ້: -root ເຄື່ອງໂທລະສັບດ້ວຍໂປຣແກຣມຄອມKingo Rootໂດຍທີ່ຄອມຕ້ອງເຊື່ອມຕໍ່ອິນເຕີເນັດ(ການຣູດໂທລະສັບອາດເຮັດໃຫ້ຫມົດປະກັນ)ປຸ່ມດຽວຈົບ. -ໂດຍທີ່ໂທລະສັບຈະຕ້ອງເຊື່ອມຕໍ່ກັບຄອມແລະໂຫມດ Debugging Mode ໃນໂທລະສັບຈະຕ້ອງຖືກເປີດເອົາໄວ້ ຖອດເມັມພ້ອມ. -ຫາກKingo Rootຄົ້ນຫາໂທລະສັບບໍ່ເຈີພາຍໃນ3ນາທີໃຫ້ໃຊ້ Adb ຊ່ວຍຕິດຕັ້ງໄດຣເວີ(ໃນຄະນະທີ່ເຄື່ອງເຊື່ອມຕໍ່ຄອມຢູ່). -ຣູດເຄື່ອງໂທລະສັບດ້ວຍ Kingo Root ແລ້ວ ໂທລະສັບຈະປິດເປີດໃຫມ່ຂຶ້ນມາບໍ່ຕ້ອງຕົກໃຈ. -ຕິດຕັ້ງແອັບ font changer ໃນໂທລະສັບ ມັນຈະສ້າງໂຟນເດີ font_changer ຂຶ້ນເອງໃນໂທລະສັບ. -ຫາດາວໂຫລດຟ້ອນ droidsans.ttf ໄປໄວ້ໃນໂຟນເດີ font_changer (ໂດຍໃຊ້ແອັບ root explorer ກັອບປີ້ໄປໃສ່) ເພື່ອເຮັດໃຫ້ແອັບfont changer ມອງເຫັນແລະສາມາດຕິດຕັ້ງຟ້ອນດັ່ງກ່າວ. -ແອັບ font changer ຖາມຫາແອັບ BusyBox ກໍ່ໃຫ້ດາວໂຫລດ ເປີດ ແລະ ຕິດຕັ້ງ BusyBox ໃຫ້ຈົນສຳເລັດ. -ເປີດແອັບ font changer ແລ້ວເລືອກຕິດຕັ້ງ droidsans.ttf ທີ່ເຫັນຢູ່ນັ້ນ. ໂທລະສັບຈະປິດເປີດໃຫມ່ຂຶ້ນມາເອງ. ຂ້າງເທິງແມ່ນ ເຮັດໃຫ້ສະມາດໂຟນອ່ານພາສາລາວໄດ້, ສ່ວນດ້ານລຸ່ມນີ້ແມ່ນເຮັດໃຫ້ພິມພາສາລາວໄດ້ -ສຸດທ້າຍຕິດຕັ້ງແອັບຄີບອດເສີມ MultiLing Keyboard ຫລື Multiling O Keyboard ເຮັດຕາມຂັ້ນຕອນແອັບ MultiLing Keyboard ນັ້ນ ມັນຈະພາທ່ານໄປຫາໂຫລດ ຟ້ອນ ລາວ ແລະ ໄທ ກໍ່ໃຫ້ຊອກໄປຕາມມັນຈົນສຳເລັດ. ວ່າຈະຂຽນຫນ້ອຍດຽວວ່າຊັ້ນ ສຸດທ້າຍກະບັກຫລາຍໆ. |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
Android ເວີຊັນອື່ນກະຣູດໄດ້, ຣູດເພື່ອເປັນແອດມິນ ຕົວຢ່າງວ່າ ສາມາດໃຊ້ແອັບເສີມຖອນແອັບທີ່ຫ້າມຖອນໄດ້ ສາມາດຕິດຕັ້ງຣອມROM ໃຫມ່ໃສ່ໂທລະສັບ(ເຊັ່ນດຽວກັບການຕິດຕັ້ງວິນໂດວ໌ໃຫມ່ໃສ່ຄອມນັ້ນແຫລະ) ສາມາດຕິດຕັ້ງແອັບລົງໃນເມັມ(ສ້າງ ext ແບ່ງສ່ວນໃນເມັມສຳຫລັບຕິດຕັ້ງແອັບ). ສາມາດເຮັດ swap memory (ຢ່າງຫນ້ອຍ Jellybean ແອນດຣອຍ 4.2 ຂຶ້ນໄປ)ເພື່ອແບ່ງສ່ວນຫນຶ່ງຂອງເມັມມາເປັນແຣມRAM (ແນະນຳເປັນເມັມ class 10ຈະດີກວ່າ) ສາມາດເລັ່ງ ຫລຸດ cpu ແລະ ຄວາມສາມາດອື່ນໆ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ຂໍອະໄພນຳຫລາຍໆ ໃຊ້ Kingo Root, ຄອມຈະຕ້ອງເຊື່ອມຕໍ່ອິນເຕີເນັດນຳ. |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ໄດ້ຍິນວ່າ Windows Phone 8.1 ມີແປ້ນພິມພາສາລາວມານຳແລ້ວ http://mobiletalk.tv/official-laokeyboard-windows-phone/ |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
iOS ອ່ານໄດ້ ແຕ່ພິມຍັງບໍ່ໄດ້ ຖ້າບໍ່ໂຫລດແອັບ ຫລືບໍ່ jailbreak ແລະຫວັງວ່າ iOS ໂຕໃຫມ່ຄົງຈະຍັດຄີບອດມາໃຫ້ |
|
ຂຽນເມື່ອ ຫລາຍກວ່າ 8 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ 93 ຂຽນວ່າ... ຂ້ອຍມີຫມູ່ຕ່າງປະເທດຄົນມາຈາກຫລາຍປະເທດ ກະເຈົ້າກະບໍ່ໄດ້ຫົວຂວັນຫຍັງໃດລະທີ່ບາງຂ້ອຍໃຊ້ພາສາໄທລົມກັບຄົນໄທ ຫລືໃຊ້ພາສາໄທສົ່ງຊໍ້ຄວາມລົມກັບຄົນລາວທີ່ບໍ່ຄ່ອຍເກັ່ງຄາລາໂອເກະ ຫລືຄາລາໂອແກະລົມກັບຄົນລາວ ກະເຈົ້າແປກໃຈຍ້ອງວ່າດີ ວ່າເວົ້າອ່ານຂຽນໄດ້ຫລາຍແບບຫລາຍພາສາ ຫລາຍກວ່າຫົວຂວັນ ແຕ່ຖ້າມືຖືແຕ່ລະລຸ້ນຮອງຮັບການອ່ານແລະຂຽນພາສາລາວຢ່າງສົມບູນກະຄືຊິດີຫລາຍຄືຫລາຍຄົນວ່ານັ້ນແຫລະເຂົາບໍ່ຫົວຂວັນຕ່ໜ້າຢ່າຄຶດວ່າເຂົາບໍ່ຫົວລັບຫຼັງເດີ ພໍໂຕ້ຖຽງຜິດໃຈກັນ ເຂົາຍົກຄວາມໃນໃຈທີ່ເຂົາບໍ່ເຄີຍເວົ້າມາດູຖູກເຈົ້າຈົນໝົດໃສ້ໝົດພຸງ ບາງເທື່ອ ເຂົາເວົ້າດູຖູກເຮົາກໍ່ແມ່ນຄວາມເຂົາຫັ້ນແຫຼະ ຈິດສຳນຶກຊາດນິຍົມຂອງຄົນລາວສ່ວນຫຼາຍຈະຖືກໃຊ້ແບບຜິດໆ ຈະຕິແຕ່ເຂົາຝ່າຍດຽວກໍ່ບໍ່ຖືກດອກ |
|
ຂຽນເມື່ອ ຫລາຍກວ່າ 7 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ... ດຽວນີ້ກໍດີກວ່າແຕ່ກ່ອນຫຼາຍແລ້ວ ທຸກມື້ນີ້ມືຖືຖືກໆກໍຮອງຮັບພາສາລາວ (ເຊັ່ນມືຖືຈາກລາວໂທລະຄົມ ແລະຢູນິເທວ) ພວກມືຖືລະດັບແພງໆ ແບບ iPhone ຫຼືບໍ່ແພງແບບ Android ທີ່ເປັນຮຸ່ນໃໝ່ໆ ກໍຮອງຮັບພາສາລາວ (ໂດຍສະເພາະ Android 4.4 ຂຶ້ນໄປຈະຮອງຮັບທັງການຂຽນແລະອ່ານ)ແຕ່ເໜືອສິ່ງອື່ນໃດແມ່ນການປະຊາສຳພັນໃຫ້ຄົນທົ່ວໄປຮັບຮູ້ວ່າມີລະບົບພາສາລາວທີ່ຮອງຮັບແລ້ວນັ້ນລະ ຍັງແຕ່ Land rower
ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/
|
|
ຂຽນເມື່ອ ຫລາຍກວ່າ 7 ປີ ກ່ອນໜ້ານີ້
ເຫັນການຂຽນຂອງຄົນລາວບາງຄົນຂຽນຜິດຫລາຍ ເຊັ່ນຄຳວ່າ ຂຽນ ເຫັນຂຽນເປັນ ຂງນ ເນື່ອງຈາກຄວາມເຄີຍຊິນຈາກການຂຽນຈາກຄີຍ໌ບອຣ໌ດພາສາໄທ |