ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາຝາຫາງ ເປັນຊື່ປາຊະນິດໜຶ່ງ ທີ່ໄດ້ຖືກຕັ້ງຊື່ວິທະຍາສາດວ່າ Dasyatis laosensis ຫຼື Amphotistius laoensis ຢູ່ໃນວົງປາຝາທຸງ (Dasyatidae) ມີຮູບຮ່າງເໝືອນປາຝາທົ່ວໄປ ແຕ່ສ່ວນຫົວຈະເປັນລັກສະນະຮູບຊົງຫ້າຫຼ່ຽມ ຕາໃຫຍ່ຫາງຣິ້ວ ໜັງບາງໆ ກົກຫາງຈະມີໄລທີ່ມີພິດ ໑ ຫຼື ໑ ໄລເມື່ອຫຼຸດ ຫຼືຫັກອອກໄປແລ້ວ ຈະງອກອອກມາໃໝ່ແທນໄດ້ ລົວຕົວດ້ານເທິງສີນ້ຳຕານນວນ ກາງຫຼັງສີເກັດເປັນຕຸ່ມຊາໆ ລຳຕົວດ້ານລຸ່ມສີ ຂາວ ແລ້ວມີປິກສີເຫຼືອງອ່ອນ ຫຼືສົ້ມປົນ ຄວາມກວ້າງຂອງລຳຕົວປະມານ ໔໐ ຊມ. ໃຫຍ່ສຸດ ໘໐ ຊມ. ນ້ຳໜັກຫຼານສຸດ ໑໐໐ ກມ. ຫາກິນຕາມພື້ນນ້ຳ ອາ ຫານໄດ້ແກ່ສັດໜ້າດິນ, ປານ້ອຍແລະສັດເປື້ອກຕ່າງໆ ຈະລອຍຂຶ້ນມາຫາກິນເທິງໜ້ານ້ຳກໍເປັນບາງຄັ້ງ.

- ພົບສະເພາະແມ່ນ້ຳຂອງ ໃນລາວເທົ່ານັ້ນ. (ຊາຍແດນລາວ-ໄທຍ໌)
- ເປັນປາທີ່ພົບເຫັນນ້ອຍທີ່ສຸດໃນປັດຈຸບັນ ເນື່ອງຈາກລົດຊາດດີ ຈຶ່ງຖືກຈັບມາເປັນອາຫານ, ປັດຈຸບັນນີ້ ທີ່ເມືອງໄທຍ໌ມີການລ້ຽງເປັນປາສວຍ ງາມດ້ວຍ.
- ປາຝາຫາງ ມີການຮຽກຊື່ອື່ນອີກຄື "ປາຝາໄລ" ສຳລັບຢູ່ເມືອງໄທຍ໌ ຮຽກວ່າປາກະເບນນ້ຳໂຂງ ແລະປາກະເບນລາວ, ສ່ວນຄົນອີສານກັບລາວ ຮຽກປາຝາເໝືອນ ກັນ.
--------------------------------------------------------------------------------------------------
- ຄວາມຈິງແລ້ວປາຝາຫາງນີ້ ຜູ້ຂຽນເຄີຍພົບເຫັນຊາວບ້ານດອນຂະເໝົາຈັບໄດ້ ຊື່ຜູ້ໄດ້ທ້າວສຸວັນ ຫຼັງຈາກກິນເບັດຂອງລາວ ທີ່ວັງເມືອງແສນ ບໍຣິເວນຫາງດອນເຫຼັກໄຟ ກວ້າງ ໘ ແມັດກວ່າ, ໜັກບໍ່ໄດ້ມີການຊັ່ງ ຄົງຈະໜັກເກີນ ໓໐໐ ກິໂລ, ເຂົາຈັບໄດ້ໃນເດືອນຈຽງ ປີ ໑໙໘໓



ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ກ່ອນ(ປະມານປີ ເຈັດສີບ)ກະຖຶກມອງກວາດຢູ່ແຖວທ່າເຮຶອບັກຂ້າມໄປວັດພູຫັ້ນ
ຈົນວ່າເຂົາເອົາຣົຖຈິບສອງຄັນດຶງຂຶ້ນມາຈຶ່ງໄດ້.ບາດເຂົາຕັດເອົາຝາມັນຮອບໃຈກາງໂຕມັນອອກ ກະເອົາມາໃສ່ຣົຖຈິບກະເປັນວ່າກວມທົ່ວຣົຖເລີຍ!!ໃຫຍ່ສົມຄວນ,

ໄດ້ງິນວ່າຢູ່ກ້ອງຖ້ຳປາຝາຢູ່ທ່າແຂກກະຍັງມີຢູ່ ແຕ່ບໍ່ສູ້ເຫັນມັນ ຊາວບ້ານຖຶວ່າປາຝານັ້ນເປັນຜູ້ເຝົ້າຖ້ຳ!!ຈະແມ່ນແທ້ຫຼຶໃດກະບໍ່ມີໃຜທັນໄດ້ພິສູດ.


໙ ກະທູ້
໒໑໙ ໂພສ
ນັກການກະທູ້
ບ້ານຂ້ອຍເອີ້ນປາຝາໄລເ

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດຽວນີ້ຄົນກິນປາຊີວ ປາຝາເລີຍດັບ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນກິນຫຼາຍເລີຍບໍ່ເຫັນແລ້ວ ປາຝາ


໖ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ຍັງບໍ່ເຄີຍກິນປາຝາເລີຍ ມັນແຊບບໍ່


໑ ກະທູ້
໒໒໓ ໂພສ
ນັກການກະທູ້
ຢູ່ລາວຄືຊິບໍ່ມີເນາະປາຝາໄລນ້ຳຈືດນີ່....ແຮ່ແຮ່


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາຝາຫາງ ເປັນຊື່ປາຊະນິດໜຶ່ງ ທີ່ໄດ້ຖືກຕັ້ງຊື່ວິທະຍາສາດວ່າ Dasyatis laosensis ຫຼື Amphotistius laoensis ຢູ່ໃນວົງປາຝາທຸງ (Dasyatidae) ມີຮູບຮ່າງເໝືອນປາຝາທົ່ວໄປ ແຕ່ສ່ວນຫົວຈະເປັນລັກສະນະຮູບຊົງຫ້າຫຼ່ຽມ ຕາໃຫຍ່ຫາງຣິ້ວ ໜັງບາງໆ ກົກຫາງຈະມີໄລທີ່ມີພິດ ໑ ຫຼື ໑ ໄລເມື່ອຫຼຸດ ຫຼືຫັກອອກໄປແລ້ວ ຈະງອກອອກມາໃໝ່ແທນໄດ້ ລົວຕົວດ້ານເທິງສີນ້ຳຕານນວນ ກາງຫຼັງສີເກັດເປັນຕຸ່ມຊາໆ ລຳຕົວດ້ານລຸ່ມສີ ຂາວ ແລ້ວມີປິກສີເຫຼືອງອ່ອນ ຫຼືສົ້ມປົນ ຄວາມກວ້າງຂອງລຳຕົວປະມານ ໔໐ ຊມ. ໃຫຍ່ສຸດ ໘໐ ຊມ. ນ້ຳໜັກຫຼານສຸດ ໑໐໐ ກມ. ຫາກິນຕາມພື້ນນ້ຳ ອາ ຫານໄດ້ແກ່ສັດໜ້າດິນ, ປານ້ອຍແລະສັດເປື້ອກຕ່າງໆ ຈະລອຍຂຶ້ນມາຫາກິນເທິງໜ້ານ້ຳກໍເປັນບາງຄັ້ງ.

- ພົບສະເພາະແມ່ນ້ຳຂອງ ໃນລາວເທົ່ານັ້ນ. (ຊາຍແດນລາວ-ໄທຍ໌)
(ກອບມາຈາກກະທູ້)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໑໗໒ ໂພສ
ນັກການກະທູ້
ບໍ່ແມ່ນຫລົງໝວດບໍ່


໕ ກະທູ້
໑໗໒ ໂພສ
ນັກການກະທູ້
ເນື້ອຫາດີແລ້ວ ແຕ່ບໍ່ເຂົ້າໃຈເປັນຈຶ່ງມາຕັ້ງກະທູ້ໃນຫມວດນີ້


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພາະເວົ້າເລື່ອງປາຝາ ທີ່ມີຫຼາຍຊື່ມັນກ່ຽວກັບພາສາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ຈັບໄດ້ທີ່ແມ່ນ້ຳບາງປະກງ ໄທ 400 ກວ່າກິໂລ


໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ເພາະເວົ້າເລື່ອງປາຝາ ທີ່ມີຫຼາຍຊື່ມັນກ່ຽວກັບພາສາ

ແມ່ນແລ້ວ ຊື່ຂອງປາຊນຶດນີ້ ມີຫຼາຍຊື່ເຕິບ


໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ຈັບໄດ້ເມື່ອ ປີ 2551 ຫຼັງຈາກຈັບໄດ້ 1 ຊັ່ວໂມງກໍ່ເກິດລູກ 1 ໂຕ


໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ຈັບໄດ້ທີ່ແມ່ນ້ຳໂຂງກໍ່ມີເດິ້ 4.2 ແມົດ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Pman ຂຽນວ່າ...
ຈັບໄດ້ເມື່ອ ປີ 2551 ຫຼັງຈາກຈັບໄດ້ 1 ຊັ່ວໂມງກໍ່ເກິດລູກ 1 ໂຕ


ປາຝານີ້ມັນອອກລູກແລ້ວ ເມື່ອລູກມັນຍັງອ່ອນ ມັນເອົາລູກມັນໄວ້ກ້ອງດັງ ແລະເງີບ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ອາຈານ ເອົາເລື່ອງປາບຶກນ້ຳໂຂງມາອ່ານແດ່ ໃກ້ຈະສູນພັນຄືປາຝາຫາງຄຶໆກັນ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາເອົາມາຂາຍໃຫ້ຕະຫຼອດ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດແກງກີນບັກແຊບແຊບ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SOUKTHAPHONE ຂຽນວ່າ...
ເຮັດແກງກີນບັກແຊບແຊບ


ເອາະ (ປາຝາເຂົາບໍ່ແກງມັນຄາວ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒