ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພາລາວ ແລະ ພາສາໄທ ພາສາໄດເກີດກ່ອນກັນ......ໃ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີເພື່ອນໆພັນລາວທຸກທ່ານ ເຮົາຈະສັງເກດເຫັນວ່າພາສາລາວ ແລະ ພາສາໄທຄ້າຍຄືກັນທັງພາສາເວົ້າ ແລະ ພາສາຂຽນ ແຕ່ບໍ່ຮູ້ວ່າພາສາໃດເກີດກ່ອນກັນ ຄຳຖາມນີ້ຍັງຄົງບໍ່ກະຈ່າງແຈ້ງເທື່ອ ຊ່ວຍໃຫ້ຄຳຄິດເຫັນແດ່ຄົນພັນລາວທຸກທ່ານ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນວຽກບ້ານຂອງເຮົາອີກແລ້ວ

<-----ຄົນໃຈດີແຟນຄລັບ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
+ປະເທດລາວມີປະຫວັດສາດຢ້ອນໄປເຖິງສະໄໝອານາຈັກລາວລ້ານຊ້າງເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດ
ທີ XV ໂດຍແມ່ນເຈົ້າຟ້າງຸ່ມເປັນຜູ້ນຳພາເຊິ່ງເປັນກະສັດທີ່ສືບເຊື້ອສາຍມາຈາກຫຼາຍກະສັດລາວດ້ວຍກັນຢ້ອນກັບ
ໄປເຖິງສະໄໝຂຸນບູລົມ.
+ປະຫວັດສາດໄທເລີ່ມຈາກການອົບພະຍົບເຂົ້າມາຂອງກຸ່ມຄົນທີ່ເວົ້າພາສາໄຕ-ລາວທີ່ອາໄສຢູ່ທາງພາກໃຕ້ຂອງຈີນ
ເຊິ່ງຢູ່ໃນດິນແດນໃຫຍ່ອາຊີຕາເວົນອອກສ່ຽງໃຕ້ເມື່ອປະມານສະຕະວັດທີ X ກ່ອນ ຄ.ສ.
+ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ(Tai languages)
+ພາສາໄທກໍຄືກັນ
+ກຸ່ມຊົນເຜົ່າໄຕ (Tai peoples) ແມ່ນກຸ່ມຊົນເຜົ່າທີ່ອາໄສເຕົ້າໂຮມກັນຢູ່ທາງພາກໃຕ້ຂອງຈີນແລະອາຊີຕາເວັນອອກ
ນັບຕັ້ງແຕ່ໄຮນານ(Hainan)ໄປຈົນເຖິງພາກຕາເວັນອອກຂອງອິນເດຍແລະທາງພາກໃຕ້ຂອງສິຈວນ(sichuan)ໄປຈົນ
ເຖິງລາວ,ໄທແລະກວມເອົາຫຼາຍໆເຂດຂອງວຽດນາມທີ່ເວົ້າຕະກຸນພາສາໄຕ.
+ລາວ,ໄທແລະກຸ່ມຊົນເຜົ່າໄຕອື່ນໆມີທີ່ມາທີ່ຄືກັນ.
+ພາສາໄຕ(Tai languages)
ພາສາໄຕເປັນກຸ່ມພາສາຍ່ອຍຂອງຕະກຸນພາສາກະໄດ(Kradai languages)ປະກອບດ້ວຍພາສາໄທ-ກະໄດ
ທີ່ເວົ້າກັນຢ່າງຫຼວາງຫຼາຍທີ່ສຸດເຊິ່ງລວມມີພາສາໄທທີ່ໃຊ້ເປັນທາງການໃນປະເທດໄທ,ພາສາລາວທີ່ທີ່ໃຊ້ເປັນທາງການ
ໃນປະເທດລາວ,ພາສາທີ່ເວົ້າຢູ່ໃນລັດສານມຽນມາແລະພາສາຈ້ວງໜື່ງໃນພາສາຫຼັກທີ່ໃຊ້ຢູ່ແຂວງກວງຊີຂອງຈີນ
ຕອນໃຕ້.
+ພາສາກະໄດຫຼືກຣະໄດ(Kradai languages)
ເປັນຕະກຸນຂອງພາສາທີ່ໃຊ້ສຽງໃນການຈຳແນກຄຳເຊິ່ງພົບເຫັນໃນຈີນຕອນໃຕ້ແລະອາຊີຕາເວັນອອກສ່ຽງໃຕ້.
ມີຄຳຕອບໃຫ້ເລືອກ4ຄຳຕອບ:
1. ພາສາລາວເກີດກ່ອນ
2.ພາສາໄທເກີດກ່ອນ
3.ເກີດພ້ອມກັນ
4.ຂ້ອຍບໍ່ຮູ້
ຂ້າພະເຈົ້າຂໍເລືອກຂໍ້4.
ແຫຼ່ງທີ່ມາ:
http://en.wikipedia.org/wiki/Laos
http://en.wikipedia.org/wiki/History_of_Thailand
http://en.wikipedia.org/wiki/Lao_language
http://en.wikipedia.org/wiki/Thai_language
http://www.thailao.net/both_languages.htm
http://en.wikipedia.org/wiki/Tai_peoples
http://en.wikipedia.org/wiki/Tai_languages
http://en.wikipedia.org/wiki/Kradai_languages
(ແປຜິດພາດປະການໃດຂໍອະໄພນຳ)

ເທບແຫ່ງພາສາລາວ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຂ້ອຍວ່າພາສາເວົ້າລາວສິເກີດກ່ອນ ແຕ່ວ່າພາສາຂຽນຂ້ອຍບໍ່ແນ່ໃຈ ອັນນີ້ບໍ່ມີແຫຼ່ງທີ່ມາເດີ້


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
+ປະເທດລາວມີປະຫວັດສາດຢ້ອນໄປເຖິງສະໄໝອານາຈັກລາວລ້ານຊ້າງເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດ
ທີ XV ໂດຍແມ່ນເຈົ້າຟ້າງຸ່ມເປັນຜູ້ນຳພາ..........




..........ເຈົ້າຂຸນລໍກ່ອນເຈົ້າຟ້າງຸ່ມ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍຮູ້ບໍ່ຢາກຕອບ ຈັກຫນ້ອຍເປັນບັນຫາການເມືອງ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
lao......sure

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ອ່ານການເປັນມາຂອງພາສາລາວຢູ່ໃນ ອິນລາວແຕ່ກະບໍ່ຮູ້ອທ້ຢ່າງແຈ້ງຂາວວ່າພາສາໃດເກິດກ່ອນເກິດລຸນ!!
ບໍ່ຂໍອອກຄວາມເຫັນເກິນກວ່ານີ້.


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ກ້າເວົ້າຕາມຄວາມຄິດເຫັນສ່ວນຕົວ

ຢ້ານພິດການເມືອງ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພາະບໍ່ແນ່ໃຈ ເຕັມ100ວ່າຄວາມຄິດໂຕເອງ

ຈະຖືກຫລືຜິດຊໍ່າດາຍ ຫັ້ນນ່າ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ພາສາໃດເກີດກ່ອນວ່າຊັ້ນເບາະ?
ພາສາເວົ້າ ຫລື ພາສາຂຽນກັນແນ່? ບໍ່ປາກົດຫລັກຖານທີ່ພໍສາມາດຊີ້ຂາດໄດ້ ...
ແຕ່ສຳລັບພາສາຂຽນນັ້ນ ທາງຝ່າຍໄທອ້າງມາຕລອດວ່າລາວລອກລຽນແບບຕົວອັກສອນຈາກໄທ ໂດຍອ້າງເຖິງຫລັກສີລາຈາລຶກຫລັກທີ 1 ຂອງພໍ່ຂຸນຣາມຄຳແຫງ ທີ່ມີລັກສະນະແປກປະຫລາດກໍຄື ມີອາຍຸຍາວນານ ແຕ່ຫາກໍ່ພົບເຫັນໃນຣາຊສມັຍ ຣ.5 ເຊິ່ງຫລາຍ ໆ ສິ່ງ ຫລາຍ ໆ ຢ່າງກໍໂພ່ມາໃນຣ!ຊສມັຍນີ້! ...?...
ຫລັງຈາກທີ່ມີການຖອດຄຳອ່ານຈາກຫລັກສີລາຈາຣຶກໜຶ່ງໃນຫ້າຂອງວັດວິຊຸນນະຣາຊ ນະຄອນຫລວງພຣະບາງ ພໍໄດ້ໃຈຄວາມວ່າ ພາສາລາວໃນຫລັກສີລາຈາຣຶກນັ້ນ ມີອາຍຸແກ່ກວ່າຂອງ ຂຸນຣາມຄຳແຫງເຖິງ 128 ປີເລີຍທີ່ດຽວ; ຍິ່ງຫລັກສີລາຈາຣຶກທີ່ລຶບເລືອນລາງທີ່ພຣະທາດຫລວງຍິ່ງຊີ້ບອກວ່າພາສາຂຽນຂອງລາວອາດມີອາຍຸຣອດຣາວ ໆ 3.000 ປີເລີຍທີ່ດຽວ!
ຖ້າສັງເກດພາສາທີ່ປາກົດໃນຫລັກສີລາຈາຣຶກຂອງ ຂຸນຣາມຄຳແຫງ ມີການໃຊ້ສຣະ ໃx ແລະ ໄx ເຊິ່ງພາສາໄທຍ ຖ້າບໍ່ມີສຣະ ໄx ກໍຂຽນແລະເວົ້າຖືກຕ້ອງໄດ້, ແຕ່ຖ້າຄົນລາວ ຕັ້ງແຕ່ຜົງສາລີ, ຊຳເໜືອ, ຊຽງຂວາງ, ຫລວງພຣະບາງ, ນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູຣີ, ແຂວງວຽງຈັນ ແລະ ສ່ວນໜຶ່ງຂອງບໍຣິຄຳໄຊ, ຮວມເຖິງ ພິຈິດ, ພິສນຸໂລກ ແລະ ເລີຍ ໃນປະເທດໄທຍເອງ ຖ້າບໍ່ມີສຣະ ໃx ຈະຂຽນບໍ່ຖືກຕ້ອງຕາມສຳນຽງເລີຍ. ສະນັ້ນ ຂຸນຣາມຄຳແຫງ ຄົງບໍ່ປະດິດອັກສອນເຫລືອໃຫ້ສັບສົນດອກ ຖ້າບໍ່ໄດ້ກ່າຍ ຫລື ຖອດແບບຈາກຕົ້ນພາສາອື່ນທີ່ໃຊ້ຂຽນສຳນຽງຕົນເອງໃຫ້ຖືກຕ້ອງ ... ນີ້ເປັນຂ້ໍສັງເກດທີ່ພໍມີຫລັກຖານທາງວິທະຍາສາດສົມຄວນ ເຊິ່ງມັນຕ້ອງໃຊ້ເວລາສຶກສາວິຈັຍຮ່ວມກັນ. ບັນດາມະຫາທັງຫລາຍ ເຊ່ນ: ມະຫາບຸນຍົກ, ມະຫາສີສະເຫວີຍ ແລະ ບຸກຄົນໜຶ່ງທີ່ມີຄວາມຊ່ຽວຊານ ແລະ ມີຊື່ສຽງໃນດ້ານນີ້ໃນປະເທດລາວເຮົາກໍຄື ອາຈານຫຸມພັນ ຣົຕນະວົງສ໌ ໄດ້ຂຽນບົດຄວາມກ່ຽວກັບພາສາລາວໄວ້ຫລາຍພໍສົມຄວນ ແນະນຳໃຫ້ຊອກຫາມາສຶກສາເພີ້ມຕື່ມ.


໔ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ພາສາລວເກີດກ່ອນຫລາຍລ້ອຍປີ
ພາສາໄທໃຊ້ພາສາລາວໄປ 70 ກວ່າ % ແຫຼ່ງຂ່າວບໍ່ຈືທີ່ຢູ່


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຄັນເປັນແບບນັ້ນເຂົາເອົາພາສາລາວເຮົາໄປໃຊ້ດ່ຽວນິ
ເຮົາຊິບໍ່ໄດ້ເອົາພາສາເຂົາມາໃຊ້ລະບໍເພາະລາວໄດ້ຮັບ
ອິດທິພົນຈາກພາສາໄທກໍນັບວ່າຫຼາຍບາງຄົນກໍຈຳແນກ
ບໍ່ໄດ້ຊຳວ່າຄຳໄດເປັນຄຳທີ່ຢືມມາຈາກພາສາໄທ.ແຕ່ກ່ອນ
ກໍບໍ່ມີໃຜເວົ້າວ່າໄອ້ເຮ້ຍ,ໄອ້ສັດ, ແອບແບ໋ວ..ເມື່ອວັດທະນະ
ທຳນີ້ໄດ້ເກີດຂຶ້ນຢູ່ໄທແລະລາວເຮົາໄດ້ຮັບສື່ຈາກໂທລະພາບໄທ
ກໍຈື່ງເອົາມານຳໃຊ້ແບບນີ້ຕໍ່ໄປຈັກຊິເປັນ slang ແບບໄດອີກເຖິງວ່າມັນເປັນພາສາ
ເວົ້າກໍຕາມ..
ມັນຊິບໍ່ຄືກັນກັບໄທແລະກຳປູເຈຍທີ່ກຳທີ່ລັງມີບັນຫາກັນກ່ຽວກັບຜາສາດເປຣັ້ຽວິເຮັ້ຽຢູ່ວ່າ..555

ເທບແຫ່ງພາສາລາວ


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຂ້ອຍວ່າແຕ່ກີ້ແຕ່ກ່ອນເຮົາເປ້ນປະເທດດຽວກັນ ແຕ່ວ່າມີປັນຫາການເມືອງກະເລີຍແຍກເປ້ນປະເທດໄທແລະປະເທດລາວ ແລະທັ້ງ2ປະເທດກະໄດ້ພັດທະນາພາສາຂຽນຂອງແຕ່ລະປະເທດ ທຳໃຫ້ມີຂ້ອແຕກຕ່າງ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຮອດນີ້ຂ້າພະເຈົ້າກໍ່ຊື່ນຊົມຫຼາຍທ່ານໂດຍສະເພາະແມ່ນທ່ານ MahaHaipayok ແລະ ທ່ານ ນາງ Miniskirt ທີ່ໃຫ້ຄຳຄິດເຫັນ ຖືວ່າພວກທ່ານດັ່ງກ່າວສາມາດຈົດຈຳເລື່ອງຂອງປະຫວັດສາດລາວໄດ້ດີ, ແຕ່ສະເພາະຂ້າພະເຈົ້າເຫັນວ່າສາລາວມີພະຍັນຊະນະໜ້ອຍກ່ວາພາສາໄທ, ເຮົາຈະສັງເກດເຫັນວ່າພາສາໄດທີ່ເກີດກ່ອນຈະໜ້ອຍກວ່າ ແລະ ພາສາພັດທະນາຕາມຫຼັງຈະຫຼາຍກວ່າແມ່ນບໍ່ ,,,ຜູ່ໜື່ງເປັນຜູ້ຄົ້ນຄິດ ແລະ ອີກຄົນໜື່ງເປັນຜູ້ຕາມຜູ້ໄດຈະຫຼາກຫຼາຍກວ່າກັນ,,

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຄັນເປັນແບບນີ້ເມື່ອຄົນໄທເຂົາເຫັນເຂົາກະຊິບໍ່ວ່າພາສາເຂົາເກີດກ່ອນບໍແພາະພາສາເຂົາມີຫຼາຍຕົວກ່ວາ555
ໃຜກໍເຂົ້າຂ້າງພາສາໃຜມັນ . ພາສາອັງກິດກັບພາສາຝຣັ່ງນິພາສາໄດເດນໍເກີດກ່ອນ

ເທບແຫ່ງພາສາລາວ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົງຈະບໍ່ມີໃຜຍອມໃຜເນາະ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຍອມຫລືບໍ່ຍອມນັ້ນມັນບໍ່ແມ່ນປະເດັນ ແລະ ບໍ່ແມ່ນວິສັຍທັດຂອງນັກວິຊາການ, ນັກຮຽນຮູ້. ແຕ່ສິ່ງທີ່ຕ້ອງຄົ້ນຄວ້ານຳກັນກໍຄືຫລັກຖານ! ຫລັກຖານເທົ່ານັ້ນທີ່ຈະພິສູດໃຫ້ຊັດເຈນໄດ້. ການຈະວິຈານ ຫລື ສົນທະນາແລກປ່ຽນຄຳຄິດເຫັນໃນປະເດັນນີ້ຕ້ອງບໍ່ມີອະຄະຕິ (Bias) ແລະ ສິ່ງຕ່າງ ໆ ທີ່ນຳມາສະເໜີແມ່ນຕ້ອງຮູ້ ຫລືເຂົ້າໃຈທ່ອງແທ້, ບໍ່ແມນສາບສວຍຢິບຫັ້ນ, ຢືມນີ້ມາ. ຖ້າເຮັດບໍ່ໄດ້ກໍຖອຍໄປດີກວ່າ ... ແນວໃດກໍຕາມຊາວພຸທທັງຫລາຍກໍຢຶດຖືຕາມຫລັກ ກາລາມສູຕ ຢູ່ແລ້ວ ...
ສ່ວນຄຳຖາມທີ່ວ່າ ພາສາອັງກິດ ແລະ ຝຣັ່ງເສດ ພາສາໃດເກີດກ່ອນກັນນັ້ນມີຄຳຕອບຊັດເຈນແລ້ວເຕັມທົ່ວເນັທ ແລະ ທ່ານກະໂປງຫ້ຽນ ເອີ້ຍບໍ່ແມ່ນ Miniskirt ກໍເກັ່ງພາສາອັງກິດຢູ່ແລ້ວ ແມ່ນບໍ່?


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ແມ່ນລະແມ່ນຄວາມທ່ານ MahaHaipayok . Discuss ກັນນັ້ນຂ້າພະເຈົ້າບໍ່ໄດ້ຄິດວ່າຈະ Discuss ເພື່ອເອົາຊະນະແຕ່ຢ່າງໃດສຳລັບຂ້າ
ພະເຈົ້າແລ້ວຄິດວ່າຢາກຮູ້ຄວາມເປັນຈິງຫຼາຍກວ່າ. ຕາບໃດທີ່ຍັງບໍ່ທັນໄດ້ຮູ້ຄວາມຈິງເຮົາກໍຕ້ອງໄດ້ Discuss ກັນ. Discuss ກະຕ້ອງໄດ້
Discuss ໃຫ້ມັນຖືກຕ້ອງອີງຕາມເຫດຕາມຜົນມີທີ່ມາອ້າງອີງຄັກແນ່ກໍ່ຈະດີ. ບໍ່ແມ່ນ Discuss ກັນຈົນໄປເຮັດໃຫ້ກັນເຄືອງຫຼືຜິດກັນຕີກັນກະບໍ່ດີລະນໍ.
ແລະຝ່າຍໃດຜິດກໍຕ້ອງຍອມຮັບດ້ວຍເຫດດ້ວຍຜົນໂດຍທີ່ບໍ່ຜິດເຄືອງໃຈກັນ. ຖ້າເຮັດໄດ້ແນວນີ້ກໍຈະດີ.

ພຸ້ນນະສາວກະໂປງຫ້ຽນພຸ້ນນະ 555. ບໍ່..ສາວກະໂປງຫ້ຽນເອີ້ຍບໍ່ແມ່ນ Miniskirt ບໍ່ໄດ້ເກັ່ງພາສາດອກຈ່າ..ເອີມ...ແມ່ນວະອັນທີ່ວ່າ
ພາສາອັງກິດ ແລະ ຝຣັ່ງເສດ ພາສາໃດເກີດກ່ອນກັນນັ້ນມີຄຳຕອບຊັດເຈນແລ້ວເຕັມທົ່ວເນັທ ທ່ານ MahaHaipayok ຄັນບໍ່ເປັນການລົບ
ກວນຂໍ url ແນ່ໄດບໍ໋ ຂ້າພະເຈົ້າກະຢາກຮູ້. ຂ້າພະເຈົ້າບໍ່ຄ່ອຍຈະໄດ້ວົນເລື່ອງແນວນັ້ນປານໄດ໋.

ເທບແຫ່ງພາສາລາວ


໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຢູ່ວິກິພີເດຍຫັ້ນຫຼາຍອັນມີແຕ່ຄົນໄທຍໄປຂຽນເອງ(ຂຽນເຂົ້າຂ້າງຕົນເອງ)
ຂະໜາດວິກິພີເດຍພາສາລາວຄົນໄທຍຍັງໄປຂຽນແທນຄົນລາວ(ຂຽນແບບພິດໃຫ້ຄົນລາວ)


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bububu ຂຽນວ່າ...
ຢູ່ວິກິພີເດຍຫັ້ນຫຼາຍອັນມີແຕ່ຄົນໄທຍໄປຂຽນເອງ(ຂຽນເຂົ້າຂ້າງຕົນເອງ)
ຂະໜາດວິກິພີເດຍພາສາລາວຄົນໄທຍຍັງໄປຂຽນແທນຄົນລາວ(ຂຽນແບບພິດໃຫ້ຄົນລາວ)



ທ່ານເວົ້າມາຫັ້ນອາດເປັນຄວາມຈິງເນາະ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ເຖິງ Miniskirt

ຂ້າພະເຈົ້າກໍບໍ່ຄ່ອຍວົນເຣື່ອງນີ້ພໍເທົ່າໃດ ເໝືອນກັນ ແຕ່ບັງເອີນວ່າ ຜູ້ຂ້າມີຣະດັບການສຶກສາບໍ່ສູງ (ຊື່ກາບອກຢູ່ແລ້ວ) ກໍເລີຍໄຝ່ຮູ້ໄຝ່ຮຽນດ້ວຍຕົນເອງ, ສັນຫາໜັງສືມາອ່ານ ແລະ ຖອດຖອນບົທຮຽນນຳບັນດາ ກູຣູ, ມັກສະສົມໜັງສືທຸກປະເພດ ກໍເລີຍໄດ້ຮັບຮູ່ເຣື່ອງຕ່າງ ໆ ເຫລົ່ານີ້, ອີກອັນໜຶ່ງແມ່ນສົນໃຈໄປທຸກເຣື່ອງ ຕັ້ງແຕ່ electron, positron to universe, ຈາກເລິກລັບຈົນຮອດຈະແຈ້ງ ... ສ່ວນທີ່ທ່ານຂໍຮ້ອງມານັ້ນ search engine ຫລາຍຕົວຄົງຊ່ອຍໄດ້.

ນັບຖື


໐ ກະທູ້
໑໑໒ ໂພສ
ນັກການກະທູ້
ບໍ່ຮູ້ນະ ຕົກລົງວ່າ ພາສາໃດເກີດກ່ອນກັນລະ ບອກແດ່ເດີ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າພ້ອມຯກັນນ່ະ..
ເພາະວ່າທັງສອງປະເທດມີກົກເຄົ້າມາຈາກກຸ່ມຄົນດຽວກັນ..


໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
khong biet


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວເກີດກ່ອນ
ແນ່ນອນທີ່ສຸດ

strawberry

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
koy kit wa lao nae nong


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈ ກໍ່ວ່າພາສາລາວແນ່ນອນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>