ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ບຸນເຂົ້າປະດັບດິນ ສິ້ນເດືອນ ໙

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຸນເຂົ້າປະດັບດິນ
ຂຽນໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ
ເກັບກຳມາເຜີຍແຜ່ໂດຍ: ອະຣິຍະ ລູກຊາວດອນ ເພື່ອສງວນບົດຂຽນນີ້ ຈຶ່ງຂໍເອົາຊື່ຜູ້ຂຽນມາລົງ ຄົງຊິບໍ່ເປັນຫຍັງ ນຳມາຈາກໃບລານ.
-----------------

ມື້ອື່ນນີ້ ວັນທີ ໒໐ ເດືອນສິງຫາ ໒໐໐໙ ເປັນວັນບຸນເຂົ້າປະດັບດິນ ຈຶ່ງນຳເຣື່ອງມູນເຫດການເຮັດບຸນເຂົ້າປະດິນ ມາເລົ່າສູ່ ທ່ານທັງຫຼາຍຟັງດັ່ງນີ້.
ໃນຄອງ ໑໔ ນັ້ນສັບລັບຂ້າຣາຊະການ ຂໍ້ ໙ ໄດ້ກ່າວໄວ້ດັ່ງນີ້ “ເປັນທ້າວພຣະຍາຄັນເຖິງເດືອນເກົ້າດັບ ໃຫ້ປ່າວ ເຕີນຣາຊະດອນບ້ານ ເມືອງທານຫໍ່ເຂົ້າປະດັບດິນ ໄປຫາປູ່ຍ່າຕາຍາຍ ລູກເຕົ້າຫຼານເຫຼັນ ອັນເຖິງແກ່ອະນິຈຈະກັມໄປ ສູ່ປະຣະໂລກ ທົ່ວທຸກແຫ່ງແລ້ວ ໃຫ້ເຈົ້ານາຍເສນາຂ້າຣາຊະການທົ່ວບ້ານເມືອງສິບຮ້ອຍນ້ອຍໃຫຍ່ ລົງມືຖືພິພັດນິສັຍຍານຸສັດອີກເທື່ອໜຶ່ງ ແລ້ວຊ່ວງເຮືອສະຫຼອງອຸສຸພະນາຄະຣາຊ ປາກດົງ ແລະປາກຄານ ກັບພຣະຍານາກ 15 ຕະກູນ ອັນຮັກ ສາບ້ານເມືອງ ຈຶ່ງຈະຢູ່ເຢັນເປັນສຸກ ເຂົ້າກ້າໄຮ່ນາບໍຣິບູນ”.

ຍັງມີຄຳກອນກ່າວເຖີງຮີດເດືອນ ໙ ໄວວ່າ “ຮີດໜຶ່ງນັ້ນ ພໍເມື່ອເຖິງເດືອນເກົ້າແລ້ວ ເປັນເຂດກາງວັດສາການ ຝູງປະຊາຊົນຊາວເມືອງ ກໍເລົ່າກຽມຕົວພ້ອມ ພາກັນທານຍັງເຂົ້າປະດັບດິນກິນກ່ອນ ທານໃຫ້ເຈົ້າພຣະເຈົ້າພຣະສົງພ້ອມສູ່ພາຍ ທຳຈັ່ງຊີ້ບໍ່ຢ້ອນຢ້ານ ເຖິງຂວບປີມາ ພຣະຣາຊາໃນເມືອງ ກໍຈົ່ງທຳແນວນີ້ ຮີດຫາກມີມາແລ້ວວາງລົງໃຫ້ຖືຕໍ່ ຈຳໄວ້ເດີພໍ່ເຖົ້າຫຼານເວົ້າກ່າວຈາ”
ການທຳບຸນເຂົ້າປະດັບດິນ ເປັນການທຳບຸນເພື່ອອຸທິດໃຫ້ແກ່ຍາຕິພີ່ນ້ອງທີ່ລ່ວງລັບ ເພື່ອບູຊາວິນຍານພຣະບູຣຸດ ແລະຜູ້ໄຮ້ຍາດຂາດມິດ ໂດຍຍາດໂຍມຈະຈັດເຂົ້າປາອາຫານ ປະກອບດ້ວຍເຂົ້າ ເຄື່ອງຄາວຫວານ ໝາກພູ ຢາສູບ ກ້ວຍອ້ອຍ ຫຼືສິ່ງຂອງຕ່າງໆ ທີ່ພໍຫາໄດ້ໃນຄອບຄົວ ຫຼືທ້ອງຖິ່ນຕົນ ໄດ້ມາແລ້ວຫໍ່ໃສໃບຕອງກ້ວຍ ຮ້ອຍເປັນພວງແລ້ວເອົາ ໄປແຂວນໄວ້ໃນງ່າໄມ້ ຕ້າຍບ້ານ ຫຼືວັດ ຫຼືວາງໄວໃນດິນກ່ອນຕາເວັນຈະຂຶ້ນໃນມື້ ໑໔ ຄ່ຳເດືອນ ໙ ດັບ ພ້ອມທັງກ່າວເຊີນວິນຍາຂອງເຫຼົ່າຍາດພີ່ນ້ອງຂອງເຮົາໃຫ້ມາຮັບສ່ວນກຸສົນຄັ້ງນີ້ ຕໍ່ມາຕອນເຊົ້າກໍເຮັດພາເຂົ້າ ເຄື່ອງຕັກບາດເຂົ້າໄປຍັງວັດ ເພື່ອທຳບຸນຕັກບາດຖວາຍສັງຄະທານ ບາງຄົນກໍຖວາຍເປັນພັດຕາຫານ ບາງຄົນກໍຖວາຍເປັນພາເຂົ້າທິບ ໃນຕອນເຂົ້າ ເວລາ ໗ ໂມງເປັນຕົ້ນໄປ.
ການທຳບຸນເຂົ້າປະດັບດິນ ເປັນປະເພນີໜຶ່ງທີ່ມີໃນ ຮີດ ໑໒ ຄອງ ໑໔ ນິຍົມກັນເຮັດໃນ ໑໔ ຄ່ຳ ດັບເດືອນ ໙ ບາງທ້ອງຖິ່ນກໍຮຽກວ່າບຸນເດືອນ ໙ ມູນເຫດຂອງການເຮັດບຸນເຂົ້າປະດັບດິນນັ້ນ ແມ່ນມີທີ່ມາຈາກທັມມະບົດວ່າ “ຍາດຂອງພຣະເຈົ້າພິມພິສານໄດ້ຍັກຍອກຂອງວັດແນ່ ຂອງສົງແນ່ ແລະຂອງຫຼວງຕ່າງໆ ໄປເປັນຂອງຕົນເອງໃນສະໄໝ ຂອງ ພຣະກັດສະປະສັມມາສັມພຸດທະເຈົ້າ ພວກອະດີດຍາດຂອງພຣະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍແລ້ວກໍຕາຍໄປເປັນ ເຜດສະເຫວີຍທຸກຂະເວທະນາຕລອດພຸດທັນດອນ ເມື່ອພຣະເຈົ້າພິມພິສານຖວານທານແກ່ພຣະໂຄຕະມະສັມມາສັມພຸດທະເຈົ້າຂອງເຮົາໃນພັດທະກັບນີ້, ບໍ່ໄດ້ຢາດນ້ຳອຸທິດໄປຫາພວກຍາດພີ່ນ້ອງເຫຼົ່ານັ້ນ ພວກເຜດເຫຼົ່ານັ້ນກໍໄດ້ມາສະແດງນິມິດຕ່າງໆ ມີສຽງດັງມີ່ກ້ອງໄປທົ່ວ ພຣະເຈົ້າພິມພິສານໄດ້ເຫັນ ແລະໄດ້ຍິນນິມິເຫຼົ່ານັ້ນແລ້ວ ກໍສະເດັດເຂົ້າໄປເຝົ້າພຣະ ພຸດທະເຈົ້າ ພຣະພຸດທະເຈົ້າໄດ້ຊາບການຂາບທູນແລ້ວ ພຣະພຸດທະອົງກໍຊົງເຫຼົ່າເຣື່ອງຣາວ ແລະບຸບພະກັມຂອງບັນດາ ເຜດເຫຼົ່ານັ້ນໃຫ້ພຣະເຈົ້າພິມພິສານໄດ້ຊົງຊາບ ພຣະເຈົ້າພິມພິສານກໍໄດ້ຊົງຖວາຍທານອີກ ແລ້ວອຸທິດໄປຫາດວງວິນ ຍານແກ່ຍາດພີ່ນ້ອງເຫຼົ່ານັ້ນ ການເຮັດບຸນຂອງພຣະເຈົ້າພິມພິສານນັ້ນກົງກັບດັບເດືອນເກົ້ານີ້ເອງ, ເພາະເຊື່ອວ່າຍົມມະໂລກ ໄດ້ປ່ອຍສັດນະຣົກໄດ້ປ່ອຍເຜດຜູ້ມີບາບໜັກອອກມາຮັບຜົນທານ ດ້ວຍເຫດນັ້ນຊາວລາວເຮົາຈຶ່ງນິຍົມກັນເຮັດບຸນເຂົ້າປະດັບດິນ.





ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ໄປນອນກ່ອນ....ເດີກແລ້ວ
ຕິດໜີ້ອ່ານກ່ອນເດີ້ຂະນ້ອຍ ອິອິ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ໄປຕັກບາດບໍ່ລະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປແນ່ນອນ ວ່າແຕ່ທ່ານຈະໄປບໍລະ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒