ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເພາະ "ຊາວ" ຊ່ວຍ (ເລື່ອງຈິງ) ພາສາຊ່ວຍແຕ້ໆເນີ.

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ມີດອນໜຶ່ງ ຢູ່ຕາມແມ່ນ້ຳຂອງ ລະຫວ່າງແຂວງຫ້ວຍຊາຍ ກັບແຂວງຊຽງຮາຍຂອງໄທຍ໌ ດອນນີ້ຍາມໜ້າຝົນຈະເປັນດອນໜຶ່ງຕ່າງຫາກ ຫາກຕົກ ຍາມໜ້າແລ້ງບາງປີດອນນັ້ນກໍເປັນຫາດຕິດກັບຝັ່ງດິນໄທຍ໌ ບາງປີກໍບໍ່ຕິດກັບຝັ່ງໄທຍ໌ ແຕ່ກໍສາມາດຢ່ອງຂວ້າມໄປມາໄດ້ສະບາຍ, ເວົ້າລວມ ແລ້ວ ດອນນີ້ຢູ່ຝັ່ງໄທຍ໌ພຸ້ນ ບໍ່ໃກ້ກັບຝັ່ງລາວເລີຍ ແຕ່ບູຮານເປັນຕົ້ນມາພີ່ນ້ອງທາງຝັ່ງໄທຍ໌ເປັນເຈົ້າຂອງມາຕະຫຼອດ, ໝາຍວ່າທາງພີ່ນ້ອງທາງ ຝ່າຍໄທຍ໌ ເປັນຜູ້ທຳມາຫາກະນຊົມໃຊ້ດອນນັ້ນປູກພືດພັນທັນຍາຫານ, ເມື່ອປີ ໑໙໙໘ ຜູ້ຂຽນກໍເຄິຍໄດ້ອ່ານເລື່ອງດອນ ນີ້ຢູ່ ເຊິ່ງນັກຂຽນຊາວບ້ານ ເຂົາຂຽນລົງ ໃນວາຣະສານສະບັບໜຶ່ງ ບໍ່ຈື່ວ່າວ່າຣະສານຫຍັງແລ້ວ ແຕ່ຈື່ພຽງວ່າ ດອນນັ້ນຊື່ວ່າ "ດອນຊາວ".

- ໃນໜັງສືສະບັບນັ້ນ ມີເນື້ອຄວາມຈື່ພໍສະຫຼຸບໄດ້ວ່າ "ດອນນັ້ນໃກ້ຝັ່ງໄທຍ໌ ແລະຄວນຈະເປັນຂອງໄທຍ໌ ແລະໄດ້ເວົ້າເຖິງສົນທິສັນຍາການປັກປັນ ເຂດແດນສຍາມ-ຝຣັ່ງອ້າງອິງ ວ່າຖືເອົາຄອງນ້ຳເລີກເປັນເສັ້ນແບງແດນດັ່ງນີ້ເປັນເຄົ້າ".

- ເມື່ອທ້າຍປີ ໒໐໐໘ ມີຄົນມາເວົ້າໃຫ້ຟັງເລື່ອງດອນຊາວ ກະພໍດີກົງກັບຄວາມຮູ້ຟື້ນຖານທີ່ໄດ້ອ່ານມາ ເຊິ່ງຜູ້ເຫຼົ່ານັ້ນໄດ້ເຫົ່ຼາໃຫ້ຟັງ ບໍ່ຮູ້ວ່າເປັນຈິງ ຫຼືບໍ່ຈິງຂະໜາດໃດ ຫາກເປັນຈິງ ກໍນັບວ່າ ພາສາຊ່ວຍໆແທ້ໆ, ໂຜດຟັງເລື່ອງນີ້ຕໍ່ໄປ.

- "ມີດອນໜຶ່ງ ຊື່ວ່າດອນຊາວ, ທາງຄະນະກັມມະການປັກປັນເຂດແດນລາວໄທຍ໌ໄດ້ສຳຫຼວດ ແລະປັກຫຼັກໝາຍເຂດແດນ ພໍໄປຮອດດອນຊາວ ນັ້ນ ທັງສອງຝ່າຍລາວ-ໄທຍ໌, ໄທຍ໌ລາວ ຕົກລົງກັນບໍ່ໄດ້ ເພາະມີບັນຫາວ່າດອນດັ່ງກ່າວຢູ່ຝັ່ງໄທຍ໌ ສິດທຳມາຫາກິນໃນອະດີດກໍແມ່ນພີ່ນ້ອງ ຊາວໄທຍ໌ໄດ້ເປັນເຈົ້າຂອງມາແຕ່ບູຮານ ທັງຍາມແລ້ງບາງປີຫາດຊາຍກໍຜຸດໄປແປະກັບດິນໄທຍ໌ ເມື່ອຍາມຝົນຈຶ່ງເປັນດອນ ແຕ່ໃນສົນທິສັນຍາ ຝຣັ່ງສຍາມນັ້ນ ປາກົດວ່າດອນໃນລ່ອງແມ່ນ້ຳຂອງທັງໝົດເປັນກຳມະສິດຂອງລາວ, ແຕ່ສະພາບທາງພູມສາດກາຍະພາບເປັນດັ່ງທີ່ເວົ້າ ມັນກໍເປັນ ເຣື່ອງຍາກທີ່ຄະນະກັມມະການທັງສອງຈະຕົກລົງກັນໄດ້ ຕ້ອງໄດ້ພິຈາຣະນາກັນທາງກົດໝາຍຢ່າງຮອບຄອບ ກໍບໍ່ສາມາດຕົກລົງກັນ ໄດ້ ແຕ່ໄລຍະສຸດທ້າຍກັມມະການທັງໝົດກໍຖາມຝ່າຍໄທຍ໌ວ່າ ໃນພາສາໄທຍ໌ມີບໍ່ຄຳວ່າ "ຊາວ ແລະຊາວ" ໃນພາສາໄທຍ໌ມີບໍ່ ທາງຝ່າຍໄທຍ໌ ບອກວ່າບໍ່ມີ ຖ້າບໍ່ມີດອນນີ້ ກໍແມ່ນດອນຂອງລາວ ເພາະໃນພາສາລາວມີຄຳວ່າ "ຊາວ" (໒໐) ເຊິ່ງໄທຍ໌ວ່າ "ຍີ່ສິບ".

- ອືມ໌.......ຟັງເບິ່ງແລ້ວ ກໍແມ່ນຄວາມເພີ່ນ "ໄທຍ໌ບໍ່ຮູ້ຈັກຊາວ ລາວບໍ່ຮູ້ຈັກຍີ່ສິບ" ແຕ່ຢ່າໄປປາໝາດລາວກະແລ້ວກັນ "ຍີ່ສິບແປວ່າອະໄຣ" ລາວຈະຕອບວ່າ "ຍີ່ສິບຄຣັບ" ແຕ່ຫາກຖາມໄທຍ໌ວ່າ "ຊາວແປວ່າຫຍັງ ?" ໄທຍ໌ ຈະທຳຕະລຶງແລະບອກວ່າ "ອະໄຣນະໄມ່ຣູ້ເຣື່ອງຄ່ະ".

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
???

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ລະແນວໃດ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ແລ້ວ???

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ພາດຫົວເລື່ອງໄວ້ ແລ້ວກໍໄປວຽກ ກັບມາຂຽນຕໍ່ຈົນຈົບເລື່ອງແລ້ວ ອ່ານຕໍ່ຕະຫຼົກ ແຕ່ເຂົາວ່າເປັນເຣື່ອງຈິງແນ່ ຈັ່ງໃດກໍພິຈາຣະນາທາງພາສາເບິ່ງກະແລ້ວກັນ,

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
mae tae suea done yang bor hoo jak see ern
leow ma yark dai pen khong pern
mae ! khoun nee ka dai ....!!!!!!!!!

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດອນຊາວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
.........???

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາວ ຄື ຍີ່ສິບ ໃນພາສາລາວບູຮານກໍມີ "ຍີ່" ເປັນຊື່ຂອງເດືອນສອງ ຊາວ ຄົນຕະກຸນລາວໄທທັງໝົດໃຊ້ມາກ່ອນ ເບິ່ງຄົນລ້ານນາ, ຄົນອີສານ ຄົນຊຽງຮຸ່ງ ລ້ວນແຕ່ເວົ້າເໝືອນລາວ ເມື່ອໄທຍ໌ເຫັນລາວວ່າຊາວ ກໍແປງ "ຍີ່ກັບສິບ" ປະສົມກັນ ເປັນ ຍີ່ສິບ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ພາສາໄທກໍມີຄຳວ່າ ຊາວ ຄືກັນອາຈານ ຄືຄຳວ່າ ຊາວສຽງ ແປວ່າ ຂອລອງຟັງສຽງສ່ວນຫຼາຍເບຶ່ງ ແຕ່ມັກໃຊ້ພ້ອມກັນທັ່ງ ໒ ໂຕຄູ່ກັນ
ກັບອີກຄຳໜຶ່ງ ຊາວເຂົ້າ ຄືຄົນໄທພາກກາງຂະເຈົ້າກຶນເຂົ້າຈ້າວ ກ່ອນຈະຫຸງເຂົ້າ ຂະເຂົ້າຕ້ອງຊາວເຂົ້າເສຍກ່ອນ ກໍຄືການລ້າງເຂົ້າກ່ອນຫຸງຄັບ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
่่้ท่านอภิชาติ ที่รักแพง
---------------
ที่ว่าชาวด์ คือเสียงเป็นภาษาไทยนั้นไม่น่าจะใช่เลย

Suond ເປັນພາສາອັງກິດ ຂຽນ ซาวด์
ซาวข้าวม่า
ແຕ້ສຽງ ຊາວ ໒໐ ໃນພາສາລາວເປັນຈັ່ງຊີ້ ຊາວຄືກັນ ແຕ່ຄວາມໝາຍຕ່າງກັນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ເວົ້າແລ້ວເປັນຕາຫົວ ເມື່ອບໍ່ດົນມານີ້ລ່ະ ຂ້ອຍໄປນັ່ງຂາຍໂປສກາດກັບແຟນ ເປັນໂປສກາດທີ່ຖ່າຍຮູປເອງ ໂດຍໄປນັ່ງຂາຍຢູ່ =ຖະໜົນຄົນຕຽວ=(ຖະໜົນຄົນຍ່າງ) ຫຼືແປເປັນໄທຍສຍາມວ່າ ຖະໜົນຄົນເດີນ ເຊິ່ງເຂົາຈະປິດຖະໜົນຂາຍຂອງກັນ ອອກແນວອະນຸລັກວັດທະນະທຳ ເວົ້າຈາພາສາກຳເມືອງກັນ ຢູ່ຊຽງໃໝ່ນີ້ ນັ້ນລ່ະ ຂາຍໃບລະ 15 ບາທ ສອງໃບ 20(ຊາວ) ບາທ ມີຄົນໄທຍສຍາມເຂົ້າມາເບິ່ງໂປສກາດຂ້ອຍແລ້ວກະຖາມເປັນພາສາໄທຍວ່າ =ໂປສກາດນີ້ເທົ່າໄຫຣ່ຄະ= ແຟນຂ້ອຍກະຕອບວ່າ =ໃບລະ 15 ບາທ ເຈົ້າາາາ(ຄຳວ່າເຈົ້ານີ້ເປັນຫາງສຽງຂອງແມ່ຍິງພາກເໜືອຕອນເທິງຂອງປະເທດໄທຍ ກະແປວ່າ ຄ່ະ ຂອງສາວໄທຍສຍາມຫັ້ນລ່ະ) ສອງໃບ ຊາວບາທ ທີນີ້ລ່ະ ສາວກຸງເທພຄົນນັ້ນກະງົງ ວ່າຊາວບາທມັນແມ່ນຈັກບາທໄທຍວະ ຂ້ອຍເບິ່ງແລ້ວກະຫັວນ້ອຍຯ ກ່ອນຈະບອກວ່າ ຊາວບາທກະແປວ່າຍີ່ສິບຈັງໃດລ່ະສາວນ້ອຍ ເຂົາເຈົ້າຈຶ່ງເຂົ້າໃຈ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ບໍເຂົາວ່າ ໄທຍ໌ ບໍ່ຮູ້ຈັກຊາວ ແຕ່ລາວຮູ້ຍີ່ສິບ
- ລາວຮູ້ຈັກຍີ່ (ເດືອນຈຽງ-ຍີ່)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພາະຊື່ດອນວ່າ..ຊາວ..ເຮົາເລີຍໄດ້ຊາວເອົາ..
ເຂົ້າໃຈບໍ່ຄຣັບ..???
(ສຳນຽງທ່າບໍ່..ກອງນາງ)


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາວໄປຊາວມາ ບໍ່ໄດ້ຊ້ຳ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ບ່າວເບລ ນາມສະກຸນຄືນາຍົກລັດທະມົນຕີປະເທດໄທພີ້ແທ້ວ່າ 5555555 ອະພິສິດ ເວດຊາຊີວະ ເປັນຍາດກັນບໍ່ນ່ະ ອິອິອິອິ


໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຄືຊຶແມ່ນຄຳອາຈານຣັ່ນແຫຼະ ຂ້ອຍກໍ່ບໍທັນໄດ້ຄຶດ ໃຊ້ຄຳວ່າຊາວສຽງມາແຕ່ດົນຈົນຄຶດວ່າເປົນພາສາໄທ ແທ້ໆກໍ່ຄືຊຶແມ່ນຄຳອັງກິດ ຂອບໃຈອາຂານຫຼາຍເດີ້


໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຍາກຖາມອາຈານອາຮຶຍະວ່າ ໃນປື້ມພາສາລາວ ບາງບ່ອນເຫັນຂ້າເຈົ້າຂຽນ ປະຫວັດສາດ ບາງບ່ອນກໍ່ຂຽນ ປະຫັວດສາດ ແມ່ນຊຽນແບບໄດຈີ່ງຖືກ ຫລືວ່າຂ້າເຈົ້າພຶມຜຶດ
ຂອບໃຈອາຈານມາລ່ວງໜ້າເດີ້ ( ບໍ່ຣູ້ວ່າພາສາລາວໃຊ້ຄຳວ່າ ລ່ວງໜ້າຄືກັນກັບພາສາໄທບໍ)


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ແລ້ວຄຳວ່າ ຊາວ ນອກຈາກຈະແປວ່າ 20 ແລ້ວ ຍັງແປເປັນຄວາມໝາຍອື່ນໃນພາສາລາວວ່າໃດອີກ?


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
Apichart ຫັດອ່ານ ຫັດຂຽນພາສາລາວບ່ອຍຯ ດຽວກະໄດ້ເອງລ່ະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າບໍ່ໄດ້ໃດເນີ້ະ/ລາວໄທຍ໌ ບໍ່ແມ່ນພຽງພີ່ນ້ອງກັນສະເພາະຊົນເຜົ່າເທົ່ານັ້ນ - ອັນວ່າ ຄອບຄົວວົງວານນີ້ກໍເປັນພີ່ນ້ອງກັນບໍ່ຂອງຄ່ອຍ ເຊັ່ນ ເມກສະຫວັນ, ອິນທະວົງ, ໄຊຍະເດຊ, ຈິນດາວົງ, ແລະອື່ນໆໆ ແຕ່ກໍລະນີຄົນທີ່ທ່ານວ່ານີ້ ຈັ່ງວ່າເດີ ຖາມເຂົາເບິ່ງດູ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒