ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ວັງວຽງວັນວົນ(ເວີຣ໌ຊັ່ນພິເສດ)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ອ່ານບໍ່ໄດ້ເລີຍອາຈານ ແມ່ນພາສາອຶຫຍັງນີ ກວ່າຊຶອ່ານ-ພຶມພາສາລາວໄດ້ແຕ່ລະບັນທັດກໍ່ໃຊ້ເວລາດົນເຕຶບແລ້ວ ອັນພາສາທາງເທຶ່ງນີ ຂພຈ ຂອຍອມແພ້ເດີ້


໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ພາສາຂ້າງເທິງນັ້ນມັນແມ່ນ ອັກສອນທຳ ເດີທ່ານ... ມັນເປັນບົດກອນທີ່ຂຽນພັນລະນາ ກ່ຽວກັບ ມ. ວັງວຽງ ຫຼື ວັງວຽງ ວັງວົນ...ຂພຈ ພໍອ່ານໄດ້ປູປູປາປາຢູ່ ແຕ່ບໍ່ເກ່ງ...


ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ມີເວັບສອນອ່ານອັກສອນແບບນີ້ບໍ່ ຢາກອ່ານໄດ້ ອ່ານບໍ່ອອກເລີຍ


໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ບໍ່ແນ່ໃຈເດີທ່ານ...ທາງທີ່ດີຄວນຖາມເຈົ້າຂອງກະທູ້ເອົາເດີໂດຍການສົ່ງຂໍ້ຄວາມຫຼັງໄມຫາທ່ານຈະດີກວ່າ...ຂ້ອຍເຊື່ອວ່າທ່ານຕ້ອງມີຄຳຕອບທີ່ດີ...

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດຍອດເລີຍຖ້າມີສຽງນຳຄືສິດີເນາະ ທ່ານອະຣິຍະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວເຮົານີ້ແລເວ ແຕ່ຂຽນດ້ວຍອັກສອນທັມ(ລາວບູຮານ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຖ້າຢາກອ່ານເປັນພາສາລາວສະໄໝໃໝ່ ແມ່ນສາມາດອ່ານໄດ້ໃນ Diary ຂອງທ່ານ ອະຣິຍະເດີ...ໃນຫົວຂໍ້: ວັງວຽງວັງວົນ.

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ອ່ານໄດ້ໃນໄດອາຣີ ສົມທຽບກັນແລ້ວ ທ່ານຈະເຂົ້າໃຈອັກສອນທັມໂລດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂພຈ ຂອຮຽນພາສາລາວສະໄໝໃໝ່ໃຫ້ດີກວ່ານີ້ຈັກໜ່ອຍກ່ອນ ຈັງຄ່ອຍໄປຣຽນພາສາລາວບູຮານເດີ້ທ່ານ


໙ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຮູ້ໄວ້ທັງສອງຢ່າງຍິ່ງເປັນການດີ...ຮູ້ໄວ້ໄດ້ປະໂຫຍດເດີທ່ານເຮີຍ.

ຊີວິດ ປຽບເໝືອນສາຍນ້ຳທີ່ບໍ່ມີວັນໄຫຼກັບ...

໐ ກະທູ້
໑໒໑ ໂພສ
ນັກການກະທູ້
memory ໃນສະໝອງ ຂພຈ ມີນ້ອຍອີຫຼີ ອີກທັງ bad secter ກໍ່ແມ່ນຫຼວງຫຼາຍ CPU ກໍ່ຮຸ່ນບູຮານ ໃຊ້ງານຫຼາຍ ຍ່ານ Hang ສາກ່ອນ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າໆໆໆໆໆໆໆໆໆໆໆໆໆໆໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີໂຮງຮຽນສອນພາສາທຳບູຮານຄືຊິດີ
ຈິ່ງຈະອ່ານອອກແດ່


໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ອ່າໂຕທຳບໍ່ອອກ ໃຜອ່ານອອກຊອ່ຍບອກແດ່


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຕ(ລາວບູຮານ)ເພື່ອຂຽນ(ພາສາທັມ)
- ນີ້ ຄືການຄິດຜິດແບບໜຶ່ງ ທີ່ມັນມາຕັ້ງແຕ່ບູຮານ (ທີ່ບອກວ່າອັກສອນນີ້ເປັນອັກສອນທັມ-ຄົນດຽວນີ້ ກໍບອກວ່າອັກສອນນີ້ບໍ່ແມ່ນຂອງລາວໄປເລີຍ)
- ຄົນດຽວນີ້ ຢ່າພະຍາມຍາມຄິດຜິດເດັດຂາດ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ອ່ານບໍ່ໄດ້ເລີຍອາຈານ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນມີສອງເວີຣ໌ຊັນ ເອົາໄປທຽບກັນເບິ່ງ ຈະອ່ານໄດ້ເລີຍ (ອາຈານຮຽນອັກອັກສອນທັມສະໄໝນັ້ນກໍແບບນີ້ ຄື ໘໐ % ຈະຮຽນເອງ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ສຸດຍອດເລີຍ..ຕ້ອງໄດ້ຖາມເຈົ້າຂອງໄດ໋ນີ້..ອຶມ!


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືວ່າ ຕອນນັ້ນເປັນເດັກນ້ອຍມັກຟັງນິທານຈາກພໍ່ແມ່ນ ແລະມັກຟັງຄູບາເທດ ເມື່ອປີ ໑໙໘໐ ໄດ້ໄປຮຽນມັດທະຍົມ ທີ່ເມືອງແສນ ຫຼາຍຄົນອາໄສຢູ່ບ້ານພີ່ນ້ອງ, ແຕ່ຜູ່ກ່ຽວອາໄສຢູ່ວັດ ເວລາບໍ່ໄດ້ໄປໂຮງຮຽນນັ້ນ ພຣະເນນເພີ່ນຈະຖືໜັງສືຄົນລະຜູກໄປຮຽນເທດ ຄືໄປຮຽນເອົາເນື້ອເທດຜູ້ຂຽນກໍໄປ ຮຽນນຳເພີ່ນ ໄປນັ່ງເບິ່ງເພີ່ນຮຽນ ກໍບໍ່ມີຫຍັງຫຼາຍ ມີແຕ່ໄປອ່ານໜັງສືໃຫ້ພຣະອາຈານຟັງເທົ່ານັ້ນເອງ ອ່ານຈົບແລ້ວກະແລ້ວ ຜູ້ຂຽນກໍເອົາໜັງສືນັ້ນມາອ່ານ ອ່ານໄປແຖວທຳອິດ ກໍມີຜິດມີຖືກ ພຣະອາຈານເພີ່ນກໍບອກວ່າຜິດ ໃຫ້ອ່ານໃໝ່ ຄືໃຫ້ອ່ານຈົນຖືກ ຖືກແລ້ວເພີ່ນຈຶ່ງໃຫ້ອ່ານຕໍ່ ກັບມາຫ້ອງແລ້ວກໍອ່ານໆໜັງສືທັມນັ້ນ ໂຕໃດບໍ່ໄດ້ ກໍຖາມຄົນອື່ນ ອ່ານໜັງສືທັມມັນມ່ວນ ເພາະມັນເປັນເລື່ອງລາວ ຢາກຮູ້ເລຶ້ອງລາວກໍຕ້ອງອ່ານໜັງສືທັມໃຫ້ໄດ້ ກໍເລີຍອ່ານທຸກໆວັນ ໃນທີ່ສຸດກໍເກ່ອງອັກສອນທັມ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒