ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
- ກາຣອະພັຍ ເປັນປັຈຈັຍ ໃຫ້ເກີດສຸຂ
ລະລົດທຸກຂ໌ ສັພພະສິ່ງ ຈິ່ງສຸຂສັຣຍ໌
ໃຜໄດ້ຮັບ ຍ່ອມຍັງສຸຂ ທຸກຄືນວັນ
ສັພພະສັນ ໃນທຸກສິ່ງ ຈິ່ງສົມປອງ
- ກາຣອະພັຍ ເປັນສົມບັຕ ຂອງມນຸສຍ໌
ບໍ່ເວັ້ນແທ້ ແຕ່ເມືອງພຸທ ເມືອງໃດໃດ
ຫາກເມືອງຄົນ ເມືອງທັມມະ ສີວິໄລ
ກາຣອະພັຍ ຍ່ອມຕ້ອງມີ ສັກສຣີຄົນ
- ກາຣອະພັຍ ເຣີ່ມທີ່ເຮົາ ເປັນຜູ້ກໍ່
ແລ້ວຈຶ່ງຕໍ່ ໃສ່ລູກຮັກ ທັງຜົວເມັຍ
ຍາດພີ່ນ້ອງ ເພື່ອນຝູງ ຢ່າໃຫ້ເສັຍ
ແລ້ວຄ່ອຍເຄຣັຍ ປະເທສຊາຕ ບ້ານເມືອງຕົນ
- ກາຣອະພັຍ ເພີ່ນວ່າໄວ້ ສິ່ງປະເສິ໗
ຈົ່ງໃຫ້ເກີດ ໃນທຸກທີ່ ທຸກສະຖານ
ຢູ່ທີ່ໃດ ມີອະພັຍ ບໍ່ມີມາຣ
ສຸຂສຳຣານ ອະພັຍມີ ສຸຂີເອີຍ
ໝາຍບອກ : ກອນບົດນີ້ຜູ້ຂຽນແຕ່ງເອງ ເມື່ອກີ້ນີ້ເລີຍ ແຕ່ຂໍຂຽນແບບປີ ໑໙໓໐-໑໙໗໕ ຈັກໜ່ອຍ ເພື່ອໃຫ້ຮູ້ເຄົ້າສັບຈັກໜ່ອຍ ແຕ່ເວລາທ່ານເອົາໄປໃຊ້ກໍໃຫ້ແບບປັດຈຸບັນຫັ້ນແລ້ວ ການຂຽນແບບນີ້ ບໍ່ໝາຍວ່າຊີຖືກຕ້ອງຕາມເຄົ້າອັນບູຮານ ແຕ່ຍັງດີກວ່າທີ່ຂຽນແບບຕາມສຽງຄືປັດຈຸບັນ ການຂຽນແບບນີ້ນັ້ນ ເມື່ອເຮົາເຫັນຮູບຂຽນ ແມ່ນວ່າ ເຮົາບໍ່ເຂົ້າໃຈຮູບສຽງ ເຮົາກໍຮູ້ໂລດວ່າ ຄຳນີ້ເປັນຄຳລາວບໍຣິສຸດບໍ ຫຼືແມ່ນຄຳມາຈາກພາອື່ນໆໂລດ, ຄວາມດີຂອງການຂຽນແບບເຄົ້າມັນ ມີຫຼາຍຢ່າງ ທີ່ສຳຄັນແມ່ນເຮົາຮູ້ທີ່ມາຂອງພາສາແຕ່ທີ່ແທ້ ບໍ່ແມ່ນຢາກໃຫ້ໄປຂຽນແບບເກົ່າ ແຕ່ການຮູ້ອັນເກົ່າໆ ແມ່ນດີກວ່າບໍ່ຮູ້ນັ້ນເອງ.
|