ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ລົບບູຣີແປວ່າເມືອງລາວ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຫວັດຄວາມເປັນມາ ໂດຍຫຍ້ຂອງລົບບູຣີ (ລົພບຸຣີ):
- ລົບບຸຣີ ເປັນເມືອງສຳຄັນເກົ່າແກ່ເມືອງໜຶ່ງ ຕັ້ງແຕ່ສະຕະວັດທີ (ພຸດທະສະຕະວັດທີ ໑໑-໑໖) ເຄີຍຢູ່ໃຕ້ອຳນາດຂອງຂອມ ແລະມອນຈົນກະທັງເຖິງຕອນຕົ້ນພຸດທະສະຕະວັດທີ ໑໙ ຄົນໄທ-ລາວ ໄດ້ເຣີ່ມມີອຳນາດຂຶ້ນໃນບັນດາຫົວເມືອງຕ່າງໆບັນສອງຝາກຝັ່ງແມ່ນຳ້ຂອງ ຄື ອານາຈັກລ້ານຊ້າງເ, ລ້ານນາ, ສຸໂຂໄທ, ຊຽງແສນ ອະໂຍທະຍາໃນສະໄໝ ພຣະເຈົ້າອູ່ທອງ ອັນຮ່ວມສະໄໝກັບພຣະເຈົ້າຟ້າງູ່ມມະຫາຣາດ.
- ອານາຈັກທີ່ພົ້ນເດັ່ນ ແລະມີອຳນາດສູງສຸດ ທີ່ພົ້ນອອກຈາກຂອມໂດຍເດັດຂາດ ແລະມີອຳນາດສູງກວ່າຫົວເມືອງຕ່າງໃນສະໄໝນັ້ນ ຄື ໃນລ່ອງແມ່ນຳ້ຂອງສອງຝາກຝັ່ງ ແມ່ນອານາຈັກລ້ານຊ້າງ ເຊິ່ງສະຖາປານຂຶ້ນໂດຍ ສົມເດັດພຣະເຈົ້າຟ້າມງູ່ມມະຫາຣາດ ມີອານາເຂດກວ້າງຈົນເຖິງທົ່ງຮາບໂຄຣາດ ສາຍພູເພັດຊະບູນ ສາຍພູແດນລາວທາງດ້ານຕາເວັນ ຕົກແມ່ນຳ້ຂອງ,
ທາງໃຕ້ຮອດສາຍພຸດົງພຣະຝໍ່(ພໍ່ ຫຼືດົງພຣະຍາໄຟ) ຕໍ່ໃສ່ສາຍພູດົງເຣັກ ລຽບຕາມສາຍພູຫຼວງດ້ານຕາເວັນອອກ ຂຶ້ນໄປຮອດ ເຂດສິບສອງເຈົ້າໄທ (ນຳ້ມ້າສາມແຄວ).
- ສ່ວນອີກອານາຈັກໜຶ່ງ ທີ່ມີອຳນາດລົງໄປທາງໃຕ້ຮອດຝັ່ງທະເລຕາເວັນອອກຂອງອ່າວສຍາມ ໄດ້ແກ່ອານາຈັກອະໂຍທະຍາເຊິ່ງສະຖາປານາຂຶ້ນໂດຍພຣະເຈົ້າອູ່ທອງ (ຣາມາທິບໍດີທີ ໑)ໃນປິ ພ.ສ ໑໘໙໓, ໃນປະຫວັດສາດໄທຍ໌ ໄດ້ກ່າວເຖິງລົບບູຣີນັ້ນ ຄື "ພຣະເຈົ້າອູ່ທອງ ປະຖົມມະກະສັດອາຍຸທະຍາ ຍົກລົບບູຣີໃຫ້ມີຖານະເປັນເມືອງລູກ ຫຼວງ ຄື ພຣະເຈົ້າອູ່ທອງໄດ້ໂຜດໃຫ້ພຣະຣາມເມສວນ ຣາຊະໂອຣົດອົງກົກໄປຄອງລົບບູຣີໃນ ພ.ສ ໑໘໙໓ " ເມື່ອພຣະເຈົ້າອູ່ທອງສະວັນນະຄົດ ໃນ ພ.ສ ໑໙໑໒ ພຣະຣາມເມສວນ ໄດ້ຖວາຍຣາຊະບັນລັງໃຫ້ພຣະປິຕຸລາຂອງພຣະອົງ ໄດ້ຂຶ້ນຄອງຣາດນາມວ່າ ພຣະບໍຣົມມະຣາຊາທີ ໑ ພຣະຣາມເມສວນຄອງຣາດຢູ່ລົບບູຣີ ສືບຕໍ່ໄປ ຈົນເຖິງ ພ.ສ ໑໙໓໑ ສົມເດັດພຣະບໍຣົມມະຣາຊາທີ ໑ ສະຫວັນນະຄົດ ພຣະຣາມເມສວນຈຶ່ງຂຶ້ນຄອງຣາດ ທີ່ພຣະນະຄອນສີອາຍຸທະຍາ ຄັ້ງທີ ໒ ຫຼັງຈາກນັ້ນລົບບູຣີໄດ້ລົດຄວາມສຳຄັນລົງ ໄປຈົນເຖິງສະໄໝສົມເດັດພຣະນາຣາຍມະກາຣາດ (ພ.ສ ໒໑໙໙-໒໒໓໑) ລົບບູຣີຈຶ່ງໄດ້ຮັບການພັດທະນາຄັ້ງໃຫຍ່ ສືບເນື່ອງມາຈາກການຄຸກຄາມຂອງຊົນຊາດໂຮນລັງ ທີ່ຕິດຕໍ່ຄ້າ ຂາຍກັບສຍາມ ເຮັດໃຫ່້ສົມເດັດພຣະນາຣາຍ ນະຄອນອາຍຸທະຍານັ້ນບໍ່ສູ້ປອດໄຜຈາກການປິດລ້ອມຣະດົມຍິງຂອງຂ້າເສີກຫາເກີດສົງຄາມ ຈຶ່ງໄດ້ສ້າງເມືອງລົບບູຣີເປັນຣາຊະທານີທີ ໒ ສົມເດັດພຣະນາຣາຍໄດ້ສະເດັດປະທັບຢູ່ລົບບູຣີເປັນສ່ວນໃຫຍ່ ເມື່ອສິ້ນຣັດຊະໄໝຂອງພຣະອົງແລ້ວ ລົບບູຣິກໍລົດຄວາມສຳຄັນລົງ ສົມເດັດພຣະເພທະຣາຊາໄດ້ຊົງຍ້າຍພຣະຣາຊະ ອຳນາດທັງໝົດກັບໄປຍັງອາຍຸທະຍາ ຈາກສະໄໝນີ້ເປັນຕົ້ນໄປອາຍຸທະຍາ ແລະລົບບູຣີກໍຜັດປ່ຽນກັນມີອຳນາດ ພາຍໃຕ້ການຄວບຄຸມຂອງກະສັດເຊື້ອສາຍຈາກອາຍຸທະຍາ ລົບບູຣີ ສຶບຕໍ່ກັນຈົນຮອດສະໄໝ ພຣະຈອມເກົ້າ ຣ.໔ ແຫ່ງກຸງເທບ ໃນ ພ.ສ ໒໔໐໖ ເມືອງລົບບູຣີກໍໄດ້ຢູ່ພາຍໃຕ້ອານຈັກຣັດຕະນະໂກສິນ ແລະສືບທອດມາເປັນ ແຂວງໜຶ່ງຂອງໄທຍ ວ່າ "ຈັງຫວັດລົບບູຣີ"
ບົດນີ້ອ້າງອິງ ສະຫຼຸບມາຈາກ ປະຫວັດເມືອງລົບບູຣີ
http://www.lopburi.go.th/history_lopburi.htm
http://www.tourthai.com/province/lop_buri/
ສ່ວນຕໍ່ໄປນີ້ແມ່ນຮູບ ທີ່ຜູ້ຂຽນອະທິບາຍຄວາມ ຕາມປະຫວັດສາດໄທຍ໌, ລ້ານນາ ແລະລ້ານຊ້າງ

ອັນນີ້ແມ່ນຄຳອະທິບາຍຄຳວ່າ "ລົບບູຣີ ແປວ່າເມືອງລາວ"







ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ
ໄດ້ຄວາມຮູ້ຕື່ມ

you will when you believe

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວິທີ່ຄິດອີກແບບໜຶ່ງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກຮູ້ວ່າ ariya ຂຽນຂື້ນມາເອງ ຫລືວ່າ ກອປປີ້ຈາກບ່ອນອື່ນເອົາມາລົງ

ບ່າວເຖົ້າຢາກບອກວ່າ ຂໍ້ມູນຍັງຜິດພາດແລະຂັດແຍ່ງກັນຫລາຍ

ທັງເລື່ອງປະວັຕສາດໄທຍແລະຂໍ້ວິຈັຍຊົນເຜົ່າ ພາສາ ລົວ ລະວ້າ (ຊື່ ລະວ້າ ບັງເອີນຄ້າຍລາວ ແຕ່ບໍ່ແມ່ນຊົນຊາດລາວເດີ)

ຜຂ ຂໍຮ້ອງນຳຫຼາຍໆ ວ່າຢ່າເອົາຄວາມຄິດແບບຊາດນິຍົມງົມງາຍ ມາວິເຄາະຫລືຊີ້ແນະຢ່າງບໍ່ສລາດ

ເພາະມັນຈະບໍ່ສາມາດໂນ້ມນ້າວ ຊັກຊວນໃຫ້ຄົນພໍມີຄວາມຮູ້ຢູ່ເລັກນ້ອຍເຊື່ອຖືຄ້ອຍຕາມໃດ້

ມື້ຫນ້າມື້ຫລັງ ຫາກບ່າວເຖົ້າພໍມີເວລາ ຊິມາແກ້ໄຂຂໍ້ຜິດພາດໃຫ້ (ຕົວຢ່າງງ່າຍໆ ພຮະນັ່ງເກລົ້າບໍ່ແມ່ນ ຮ 4......)


ປລ. ມີເລື່ອງປຽບທ້ຽບໃຫ້ຟັງ ມີນາຍພົນລາວເກົ່າຜູ້ຫນຶ່ງ ເພິ່ນຫມັກຄູຍເລື່ອງພຮະແມ່ມາເຮັຍ ແມ່ພຮະເຢຊູວ່າ ຕອນພຮະແມ່ Maria.ເກີດນັ້ນ ມີຫມາມາເລັຍຕັວເພິ່ນ ພໍ່ແມ່ເພິ່ນຈຶ່ງຕັ້ງຊື່ໃຫ້ເພິ່ນວ່າ ນາງຫມາເລັຍ 5555 ນີ້ເປ໊ນຂໍ້ຄຶດປຽບທຽບເດີ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ baothao ຂຽນວ່າ...
ຢາກຮູ້ວ່າ ariya ຂຽນຂື້ນມາເອງ ຫລືວ່າ ກອປປີ້ຈາກບ່ອນອື່ນເອົາມາລົງ

ບ່າວເຖົ້າຢາກບອກວ່າ ຂໍ້ມູນຍັງຜິດພາດແລະຂັດແຍ່ງກັນຫລາຍ

ທັງເລື່ອງປະວັຕສາດໄທຍແລະຂໍ້ວິຈັຍຊົນເຜົ່າ ພາສາ ລົວ ລະວ້າ (ຊື່ ລະວ້າ ບັງເອີນຄ້າຍລາວ ແຕ່ບໍ່ແມ່ນຊົນຊາດລາວເດີ)

ຜຂ ຂໍຮ້ອງນຳຫຼາຍໆ ວ່າຢ່າເອົາຄວາມຄິດແບບຊາດນິຍົມງົມງາຍ ມາວິເຄາະຫລືຊີ້ແນະຢ່າງບໍ່ສລາດ

ເພາະມັນຈະບໍ່ສາມາດໂນ້ມນ້າວ ຊັກຊວນໃຫ້ຄົນພໍມີຄວາມຮູ້ຢູ່ເລັກນ້ອຍເຊື່ອຖືຄ້ອຍຕາມໃດ້

ມື້ຫນ້າມື້ຫລັງ ຫາກບ່າວເຖົ້າພໍມີເວລາ ຊິມາແກ້ໄຂຂໍ້ຜິດພາດໃຫ້ (ຕົວຢ່າງງ່າຍໆ ພຮະນັ່ງເກລົ້າບໍ່ແມ່ນ ຮ 4......)


ປລ. ມີເລື່ອງປຽບທ້ຽບໃຫ້ຟັງ ມີນາຍພົນລາວເກົ່າຜູ້ຫນຶ່ງ ເພິ່ນຫມັກຄູຍເລື່ອງພຮະແມ່ມາເຮັຍ ແມ່ພຮະເຢຊູວ່າ ຕອນພຮະແມ່ Maria.ເກີດນັ້ນ ມີຫມາມາເລັຍຕັວເພິ່ນ ພໍ່ແມ່ເພິ່ນຈຶ່ງຕັ້ງຊື່ໃຫ້ເພິ່ນວ່າ ນາງຫມາເລັຍ 5555 ນີ້ເປ໊ນຂໍ້ຄຶດປຽບທຽບເດີ



ເຂົາບໍ່ໄດ້ບອກວ່າ "ເມືອງລົບບູຣີເປັນເມືອງລາວ = ຫາກທ່ານພໍເຂົ້າໃຈເປັນນັກອ່ານທີ່ດີ ທ່ານຈະຮູ້ວ່າ" ລົບບູຣີ =(ແປ) ວ່າເມືອງລາວ.
ອັນນັ້ນວິເຄາະ ຄຳວ່າ "ລົບບູຣີ" ເຂົາແປວ່າເມືອງລາວ ໃນບົດນີ້ ບໍ່ໄດ້ບອກວ່າລົບບູຣີເປັນຂອງລາວ ທ່ານຈະຮອບຄອບໃນການອ່ານໜັງສືໃຫ້ໄດ້ ຈຶ່ງຈະເປັນເລື່ອງດີ

ຄົນຮູ້ປະຫວັດສາດນັ້ນ ມີຫຼາຍ
ແຕ້ຄົນເຂົ້າໃຈປະຫວັດສາດນັ້ນ ຫາຢາກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ແຕ່ເດຶມຫຼາຍຣ້ອຍປີລົບບູຮີບໍ່ໄດ້ເອຶ້ນ ວ່າລົບບູຮີ ແຕ່ເອຶ້ນວ່າ ເມືອງລະໂວ້ ຫາກກໍ່ມາໄຊ້ຊື່ໃໜ່ເປັນລົບບູຮີບໍ່ຣອດ100 ປີນີ້ເອງ(ປະມານເອາເດີ້) ຫຼາຍຄົນບອກວ່າມາຈາກຄຳວ່າລົວະ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ເຖິງບ່າວທ່າວ
- ບົດຂຽນທັງໝົດ ຂຽນເອງທັງນັ້ນ(ຄົ້ນຄວ້າ) ເອງ, ເອົາໄປສະໜີໃນທີ່ຕ່າງໆແລ້ວ ແມ່ນກະທັງນັກປະຫວັດສາດຂອງໄທຍ໌ເຫັນດ້ວຍ ບໍ່ໄດ້ເວົ້າເຖິງຊາດນິຍົມ ແຕ່ເວົ້າເຖິງ ປະຫວັດການເຄື່ອນໄຫວຂອງລາວ-ໄທຍ໌ ຈາກເໜືອລົງໃຕ້.
- ເວົ້າເຖິງຄຳວ່າ ລົບບູຣີ ແປວ່າ ເມືອງລາວ ເປັນການພິສູດອັກສອນເຊີງນິຣຸກກະສາດ.
- ຜູ້ຂຽນພະຍາຍາມກວດເບິ່ງບົດຂຽນແລ້ວ ບໍ່ປະກົດເຫັນວ່າບົດຂຽນໃດກ່າວຖິງຳພຣະນັ່ງເກົ້າ ເປັນ ຣ.໔ ແຕ່, ທີ່ໃຊ້ນັ້ນເປັນ ພຣະຈອມເກົ້າເປັນ ຣ.໔ ຖືກແລ້ວ.
- ບໍ່ແມ່ນຊົນຊາດລົ້ວະ ແຕ່ພວກລາວະ" ທີ່ມີຊື່ເມືອງວ່າ "ລະໂວ້" ທີ່ເວົ້າພາສາຕະກູນໄທຍ໌ ຫາກເຮົາສຶກສາຝ່າຍດຽວກໍກາຍເປັນພາກຊາດນິຍົມແອບແຝງ ເປັນແນວຄິດທີ່ອຳມະພາດໄດ້
- ທຸກຢ່າງມີຫຼັກຖານ ເວັ້ນເສັຍແຕ່ທ່ານບໍ່ມັກອ້າງຫຼັກຖານ ຫຼືຄວາມຮູ້ບໍ່ເທົ່າເຖິງ


ປລ. ຫາກທ່ານພໍອ່ານໜັງສືໄທຍ໌ໄດ້ແນ່ ກໍເຊີນອ່ານຊື່ກະສັດໄທຍ໌ ຈັກກີວົງໃນນີ້.
http://www.thaigoodview.com/library/teachershow/sakaew/am-on_d/opp/unit04-2.htm
http://203.144.136.10/service/mod/heritage/nation/pastevent/past_ram41.htm

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂພຈ ບໍ່ມີຄວາມຣູ້ເຮື່ອງນີ້ປານໄດ່ ພຽງແຕ່ຂຽນມາບອກຂ້ອມູນທາງໄທໃຫ້ອາຂານເບຶ່ງທໍ່ນັ້ນດອກ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
่ທ່ານອະພິຊາດ ຂໍ້ມູນທີ່ຜູ້ຂຽນອ້າງເຖິງນັ້ນ ບໍ່ແມ່ນຂໍ້ມູນຂອງລາວດອກ ເປັນຂໍ້ມູນຂອງໄທຍ໌ທັງນັ້ນເດີ/ຂຽນຕາມຂໍ້ມູນຂອງໄທຍ໌ຢ່າງດຽວ ລາວບໍ່ໄດ້ເວົ້າເຖິງເລື່ອງລົບບູຣິເລີຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຖິງທ່ານ baothao
- ທ່ານ ເປັນຄົນທີ່ຕໍ່ຕ້ານໂດຍໄຮ້ຜົນແທ້ນໍ ? ທ່ານອ່ານບໍ່ຄົບທັງໝົດ ແລະບໍ່ເຂົ້າໃຈໃນບົດຂຽນ ກັບອ້າງເຫດຜົນຜິດໆ ພາດໆ ເພື່ອທຳລາຍບົດຄວາມ ໂດຍອ້າງອິງຜິດໆ ເຊັ່ນນັ້ນ, ມັນທຳລາຍວິຊາການ ແລະມອງເຫັທັດສະນະແບບແຄບຂອງທ່ານໄດ້,
- ທ່ານວ່າ "ມື້ຫນ້າມື້ຫລັງ ຫາກບ່າວເຖົ້າພໍມີເວລາ ຊິມາແກ້ໄຂຂໍ້ຜິດພາດໃຫ້ (ຕົວຢ່າງງ່າຍໆ ພຮະນັ່ງເກລົ້າບໍ່ແມ່ນ ຮ 4......)"
ຕອບທ່ານ: ໃນບົດຂຽນຂອງຂ້ອຍ ກໍບໍ່ໄດ້ບອກວ່າ "ພຣະນັ່ງເກລົ້າແມ່ນ ຣ.໔ ນີ້".
- ທ່ານຂຽນກະບໍ່ຖືກດ້ວຍ ເປັນ ຮ.4 (ລະດັບຂອງທ່ານ, ກັບຄວາມຮັບຜິດຊອບຂອງທ່ານ, ຄວາມມີສະຕະຂອງທ່ານມັນຊໍ່ານັ້ນມັນກະເຮັດໃຫ້ທ່ານພາດໄດ້;
ຢ່າລືມວ່າ ເປັນບົດວິເຄາະໃຜເຊື່ອກໍໄດ້, ບໍ່ເຊື່ອກໍໄດ້ ແຕ່ບົດວິເຄາະແມ່ນອີງຕາມຫຼັກຖານ.
//////////////////////
ບ່າວເຖົ້າ-ບ່າວທ້າວວ່າ

(ຜຂ ຂໍຮ້ອງນຳຫຼາຍໆ ວ່າຢ່າເອົາຄວາມຄິດແບບຊາດນິຍົມງົມງາຍ ມາວິເຄາະຫລືຊີ້ແນະຢ່າງບໍ່ສລາດ)


- ເທິງຫັ້ນເປັນຄຳເວົ້າຂອງບ່າວເຖົ້າເດີ
(ບ່າາວເວົ້າວ່າ ຊາດນິຍົມງົມງາຍ ບ່າວເຖົ້າເວົ້າແຮງເກີນໄປ- ທ່ານບໍ່ເຂົ້າໃຈຊ້ຳວ່າ ບົດຄົ້ນຄວ້າເປັນສົມມຸດຕິຖານທັງມີຈິງ ແລະບໍ່ມີຈິງ ແຕ່ບ່າວ ເຖົ້າບໍ່ເຂົ້າໃຈວິເຄາະເຫດຜົນ, ຮູ້ບໍ່ເທົ່າທັນ ກໍເລີຍວ່າຄົນອື່ນງົມງາຍ)

- ທ່ານຕ້ອງກັບໄປຮຽນ ວິທີວິໄຈໃໝ່ ສາແລ້ວແລ, ບໍ່ຊັ້ນໂລກບໍ່ພັດທະນາແນ່ນອນຫາກມີຄົນມີແນວຄິດແບບທ່ານ, ອັນໜຶ່ງ ແນວຄິດຂອງທ່ານນີ້ ອາດໃຊ້ການບໍ່ໄດ້ດ້ວຍ ເພາະທ່ານເຫັນຫຍັງທ່ານຈະເຊື່ອແບບບໍວິໄຈ ແນວຂອງທ່ານອັນຕະລາຍສຸດໃນໂລກແຫ່ງຂໍ້ມູນຂ່າວສານ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາອ່ນຊື່ໆບໍ່ມີຄວາມເຫັນຫຍັງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ບໍ່ຕ້ອງ serious ດອກ ອາຈານ ທ່ານອາຈານຂຽນມາໃຫ້ສະມາຊຶກອ່ານກໍ່ຂອບໃຈຫຼາຍແລ້ວ ລາງຄົນມີຂ້ອຂັດແຍ້ງກໍ່ເປັນເຮື່ອງທຳມະດາທີ່ຄວາມຄຶດບໍ່ກງກັນ ຂພຈ ເຂົ້າໃຈວ່າອາຈານເປົນຜູ້ຊ່ຽວຊານດ້ານນຶຮຸກກະສາດ ກໍ່ຖືກຕ້ອງຕາມຫຼັກພາສາຕາມທີ່ທ່ານອາຈານວ່າມາ ສ່ວນ ຂພຈ ເຣດງານດ້ານການກໍ່ສ້າງບໍ່ກ່ຽວຫຍັງກັບດ້ານພາສາດ້ານປະຫວັດສາດເລຍ ທີ່ຂຽນມາກໍ່ເປັນຄວາມຣູ້ ງູໆປາໆ ຄົນອື່ນສະເໜີຄວາມຄຶດຜິດແນຖືກແນ ກໍ່ຂອໃຫ້ອາຈານກໍ່ຖືອວ່າເປົນການແລກບຽນຄວາມເຫົນກັນ ....ເດີ້ທ່ານ..ເດີ້

ຣັກແພງ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຮ່າໆໆໆໆ-----ບໍ່ໄດ້ຊິຣຽດ,
ດີທີ່ເຂົາອອກຄວາມຄິດມາ
ແຕ່ບາງຄັ້ງ ກໍຕ້ອງສອນໄປໃຫ້ເຂົາຕື່ນໆໆໆແນ່
ເພາະເທົ່າ ໄປສຳພາດ, ສອນ ແລະສັງເກດທັດສະນະຄະຕິຂອງຄົນລາວແລ້ວນັ້ນເຂົາຈະເຊື່ອງ່າຍຫຼາຍໃນສິ່ງທີ່ເຂົາເຫັນ, ບາງຄັ້ງເຕືອນຜູ້ດຽວ ກໍເປັນຜົນດີສຳລັບຄົນອື່ນກະໄດ້.
ຂອບໃຈ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກເຫັນບົດຂຽນຂອງບ່າວເຖົ້າ ແຕ່ຄິດວ່າ ອາດຈະບໍ່ໃດ້ເຫັນແລ້ວຊາດນິ
ເພາະຄືຊິບໍ່ມີເວລາ ຫລືບາງທີ ເວລາເພີ່ນມີຫລາຍ ແຕ່ບໍ່ມີຄວາມຮູ້ທີ່ຈະມາຂຽນເລ້ອງນີ້
ຈັງໄດກະຮັກແພງເດີ້ ຈະຖ້າ ອ່ານົດຂຽນຂອງບ່າວເຖົ້າ

ຂໍຂອບໃຈອາຈານ ອະຣິຍະ(LXD) ທີ່ຂຽນໃຫ້ອ່ານເປັນຄວາມຮູ້

ຮັກແພງ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາຈັ່ງຊີ້ ທ່ານບ່າວເຖົ້ານັ້ນ, ເຂົາສົງໄສບໍ່ເຂົ້າມາແລ້ວ ແຕ່ຢາກໃຫ້ບັນດາທ່ານທັງຫຼາຍ ອ່ານບົດຄວາມຕ່າງໆນັ້ນລະອຽດກ່ອນຊິຕອບໃດ? ເພາະບົດຂຽນບາງບົດນັ້ນ ແມ່ນໄດ້ອີງຕາມເງື່ອນໄຂ່ຂອງຫຼັກຖານ, ມັນເປັນບົດຫັຍງກັນແທ້ ຄັນແມ່ນບົດຄົ້ນຄວ້ານັ້ນ ມັນຍ່ອມເຫັນຕ່າງຢູ່ແລ້ວ, ຫາກເຫັນຕ່າງ ຫຼືບໍ່ເຫັນດ້ວຍ ມັນກໍຄວນທີ່ຈະອອກຄວາມເຫັນກວ້າງຂວາງ ຫາຫຼັກຖານມາຫັກລ້າງກັນ ດວຍເຫດແລະຜົນ, ຢ່າຟ້າວດ່ວນຕັດສິນເຂົາຜິດຜິດໆໂລດ, ເຊັ່ນບ່ວເຖົ້າ ຫາວ່າຜູ້ຂຽນໃຊ້ແນວຄິດງົມງວາຍ ຊາດນິຍົມເຊັ່ນນີ້, ມັກກະເສັຍຫາຍທັງຜູ້ຂຽນ ແລະບົດຂຽນໄປດ້ວຍ, ຄັນຄົນອື່ນເຊື່ອ ມັນຍິ່ງເສັຍ, ແຕ່ຜູ້ຂຽນເຊື່ອວ່າ "ບ່າວເຖົ້າ" ຫາຫຼັກຖານມາອ້າງອິງບໍ່ໄດ້ ກໍເລີຍຫາບຈ້ອຍ.
------------------------
ບໍ່ເປັນຫຍັງວິຊາກການມັນບໍ່ມີໃຝຜຖືກໃຜຜິດຢູ່ແລ້ວ ຄວາມຜິດ ຕໍ່ຍອດຄວາມຖືກ ຫາກສິ່ງໜຶ່ງທີ່ສະເໜີອອກໄປແລ້ວ ຍັງບໍ່ມີສິ່ງໜຶ່ງທີ່ດີກວ່າມາຫັກລ້າງ ສິ່ງນັ້ນກໍຄືຖືກ.




ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒