ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ລວມຜົນງານແຕ່ງກອນຂອງນັກກະວີບໍ່ມີຊື່(ຂ້ອຍເອງ)

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ນ້ຳຕາໄຫຼ

ຫົວໃຈສັ່ນ

ເມື່ອຄົນທີ່ຮັກກັນ

ບໍ່ມີວັນຈະກັບມາ



ຄຳວ່າຮັກທີ່ບອກກັນ

ຄຳວ່າບໍ່ມີວັນຈະຈາກໄປ

ຄຳວ່າຮັກສຸດຫົວໃຈ

ສຸດທ້າຍກາຍເປັນນ້ຳຕາ



ຄຳວ່າຮັກທີ່ເຄີຍຫວານ

ຈົນນ້ຳຕານຍັງຍອມແພ້

ຄຳວ່າຮັກທີ່ທ່ຽງແທ້

ເຫຼືອພຽງແຕ່ຄວາມຂົມ.....(ຂອງນ້ຳຕານໄໝ້)

...................................................................



ຮູ້ວ່າຊ້ຳຍັງເຮັດ

ຮູ້ວ່າເຈັບຍັງທຳ

ຮູ້ວ່າເສຍໃຈຍັງຈຳ

ສຸດທ້າຍທັງເຈັບທັງຊ້ຳທັງເສຍໃຈແລະມີນ້ຳຕາ

....................................................................

ເສຍໃຈທີ່ເກີດມາຈົນ

ເສຍໃຈທີ່ເປັນຄົນບໍ່ເອົາຖ່ານ

ເສຍໃຈທີ່ເປັນຄົນຊົມຊານ

ເສຍໃຈທີ່ທຸກຄົນເບິ່ງຂ້າມໄປ

ເສຍໃຈທີ່ນິດໃສບໍ່ດີ

ເສຍໃຈທີ່ບໍ່ມີໃຜສົນ

ເສຍໃຈທີ່ບໍ່ມີໃຜຈັກຄົນ

ແຕ່ທຸກໆຫົນທາງຍັງມີທາງອອກ

ພຽງແຕ່ເຮົາລອງຊອກແລະຄົ້ນຫາເບິ່ງ

ແລ້ວທຸກໆຄຳທີ່ເສຍໃຈຈະກາຍເປັນຄວາມສຸກ

ຢ່າງໜ້ອຍເຮົາກໍ່ຍັງພູມໃຈທີ່ເກີດເປັນລູກຂອງພໍ່ຂອງແມ່ເຮົາ

......................................................................................

ດີກະຮັກ

ຊົ່ວກະຮັກ

ເຖິງຈະອົກຫັກ

ແຕ່ກະຍັງຮັກຢູ່

"ນີ້ແລະຄວາມຮັກຂອງຂ້ອຍ"

..........................................

ກິນກະບໍ່ໄດ້

ຊິໃຫ້ກະເສຍດາຍນ້ຳຕາ

ຊິລືມກະເສຍດາຍເວລາ

ຈັກບໍ່ຮູ້ວ່າຊິເຮັດຈັ່ງໃດ<ກັບຄວາມອົກຫັກ>

...........................................................................

ຝັນທີ່ໝັ້ນຄົງ

ຄືບໍ່ລົງມືເຮັດ

ຝັນທີ່ສຳເລັດ

ຄືໄດ້ລົງມືທຳ

.............................

ລົງມືທຳ

ດີກ່ວາຝັນລ້າໆ

ກ້າວໄປຂ້າງໜ້າ

ສ້າງຝັນໃຫ້ເປັນຈິງ

................................

ຝັນຊົ່ວຊີວິດ


ຄິດຊົ່ວນິລັນ


ຖ້າບໍ່ລົງມືທຳ


ຝັນນັ້ນກໍ່ບໍ່ເປັນຈິງ

...............................

ທຸກເມື່ອເຂົາລາ

ເສຍນ້ຳຕາເມື່ອເຂົາຈາກ

ຫົວໃຈຕ້ອງລຳບາກ

ເມື່ອຕ້ອງຂາດອາກາດຫາຍໃຈ



ສຽງເອີ້ນຂອງຫົວໃຈ

ບໍ່ມີໃຜໄດ້ຍິນ

ຕ້ອງຢູ່ກັບຄວາມເປັນຈິງ

ຄືເຂົານັ້ນຖິ້ມເຮົາໄປ



ຈາກຄວາມເສຍໃຈ

ເຮັດໃຫ້ຄົນບ້າ

ຈາກວັນມີນ້ຳຕາ

ເຮັດໃຫ້ຄົນເກືອບຂ້່າຕົວຕາຍ




ຮູ້ຕົວເມື່ອສາຍ

ຮູ້ໃຈເມື່ອຊ້າ

ເມື່ອເຂົາຈາກລາ

ນ້ຳຕາຄືສິ່ງຕອບແທນ




ສິ່ງສຸດທ້າຍທີ່ເຫຼືອຢູ່

ເທົ່າທີ່ຮູ້ຄືຄວາມຈຳ

ສິ່ງທີ່ເຂົາທຳ

ຈະຈົດຈຳຈົນວັນຕາຍalt

..............................................................................

ເພື່ອນຄືອານາຄົດ(ກວດກາ,ເສັງ ກ່າຍແຕ່ມັນ)





ເພື່ອນຄືຊີວິດ(ກິນຫັຍງກະໃຫ້ມັນຈ່າຍ ບໍ່ຊັນອົດອາຫານ)



ເພື່ອນຄືລົມຫາຍໃຈ(ອີ່ຫັຍງກະໃຫ້ມັນເຮັດໃຫ້ ຖ້າຫາຍໃຈແທນໄດ້ກະຄືຊິໃຫ້ມັນເຮັດໃຫ້)

....................................................................................................................

altເລີກແລ້ວຕ້ອງລືມ

ກ່ອນລືມຕ້ອງຕຽມໃຈ

ບໍ່ມີໃຜຊ່ວຍເຮົາໄດ້ alt

ຕ້ອງທຳໃຈໃຫ້ລືມ

ຄົບໝູ່ໃຫ້ຫຼາຍໆ alt

ເຮດໃຈໃຫ້ມ່ວນຊື່ນ

ແລ້ວລືມວັນອັນຂົມຂື່ນ alt

ແລ້ວຢືນຢ່າງສະຫ່ງາ alt

ຄົບຄົນໄໝ່ທີ່ເຂົ້າມາ

ຢ່າເສຍນ້ຳຕາກັບຄົນເກົ່າ alt

ຢ່າຄິດໃຫ້ໂຕເອງສົ້າ alt

ຢ່າເຫົງາຢູ່ຄົນດຽວ alt

ມີໝູ່ໃຫ້ໄປທ່ຽວ

ຢ່າຫຼຽວຄືນກັບຫຼັງalt alt alt alt alt alt

ຈົ່ງຍ່າງໄປທາງໜ້າ

ຕ້ອງເຮັດໃຫ້ເຂົາຮູ້ວ່າ

ຄົນໜ້າຕາດີເລືອກໄດ້ ຮິຮິຮິໆໆໆໆໆໆໆໆໆໆ........alt



..............................................................................

alt ຄິດເຖິງເມື່ອໄດ້ຮັກ



ອົກຫັກເມື່ອເຂົາລືມ



ເຖິງເຈັບກໍ່ຕ້ອງຝືນ



ໃນເມື່ອລືມເຂົາບໍ່ໄດ້



ກໍ່ເລີຍຕ້ອງເສຍໃຈ



ເພາະບໍ່ມີໃຜທີ່ຮັກຈິງ



ໝົດສັດທາກັບຄວາມຮັກ



ເພາະອົກຫັກຂາກຄົນເກົ່າ



ໄດ້ແຕ່ຄິດເຖິງຄວາມເສົ້າ



ກັບວັນເກົ່າໆທີ່ເຄີຍສຸກ



ຊາດນີ້ໄດ້ແຕ່ທຸກ



ເພາະຄວາມສຸກຢູ່ກັບເຂົາ



ເຮົາເອງໄດ້ແຕ່ເຝົ້າ



ວ່າຈະລືມວັນເກົ່າທີ່ເຄີຍມີ



ຈາກນີ້ຂໍຢູ່ຄົນດຽວ



ບໍ່ຫຸ້ຍງກ່ຽວກັບຄວາມຮັກ



ຊິຢູ່ໂດຍປາດສະຈາກ



ຄຳວ່າຮັກທີ່ຫຼອກລວງ............alt

+++****Good Bye****++

..................................................

.......*ການຈາກຄືຄວາມເສົ້າ

ຄວາມເຫົງາຄືການລາ

ດີໃຈແຕ່ກໍ່ມີນ້ຳຕາ

ເພາະການລຳລາຂອງເພື່ອນຮັກ......*




......* ເຖິງຈາກກັນໄກ

ຄວາມຫ່ວງໃຍຍັງຢູ່

ຕ່າງຄົນຕ່າງກໍ່ຮູ້
ຄຳວ່າໝູ່ນັ້ນສຳຄັນ....*





.....*ເສົ້າທຸກຄັ້ງທີ່ຄິດຖຶງ

ຊຶ້ງທຸກຄັ້ງທີ່ຫ່ວງຫາ

ເສຍໃຈທຸກຄັ້ງທີ່ຈາກລາ

ຈົນມີນ້ຳຕາກັບການຈາກໄປ

ທີ່ວ່າຈາກຄືໄປຮຽນ

ທີ່ຂ້ອຍຂຽນເພາະຄິດຮອດ

ຖ້າມັນມາຢາກຈະກອດ

ໃຫ້ຫາຍຄິດຮອດບັກໝູ່LOVE.

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ອ່ານລະເມັ້ນໃຫ້ແນ່ເດີ້............... ຫຼື້ແຕ່ງກອນເພີ່ມກໍ່ໄດ້..... ກະທູ້ນີ້ມີແຕ່ເສົ້າ....

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
w0w! ຍາວໆໆໆລະຊື້ງແແລະຖືກໃຈ

ຄົນຄິດຮອດບ້ານ

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
khop jai t yong....

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໓ ກະທູ້
໒໐໑ ໂພສ
ນັກການກະທູ້


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ປ່າໂທ້

ຂ້ອຍ ແຮງ ບໍ່ແຄສື່


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ມີແຕ່ກອນເສົ້າໆ ຊຶ້ງໆ

"no one is perfect"

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ceng ຂຽນວ່າ...
ມີແຕ່ກອນເສົ້າໆ ຊຶ້ງໆ


kop jai t arn jon jop

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ຖືກໃຈສຸດໆ.........ທ່ານແຕ່ງເກັ່ງນໍ ຄິດວ່າຄືຊິຖືກໃຈຫຼາຍຄົນ....


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
yarng noi ka thuek jai khoi.. kup jao

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໜ້າຈະເຮັດເປັນເພງເລີຍ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ນັກກະວີເອກ

Sin tu amor en mi vida, mi vida no se
como podre yo vivir

໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
bor kha nart nun dock

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາອ່ານອີກຮອບ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໓໓໓ ໂພສ
ຊຳນານການເວັບບອດ
wooooow yao thae an jon muery
sau dai jai nc mue na ja ma an eik hob



໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກແຕ່ງເປັນເດ່ເນາະ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ຢາກບອກວ່າສຸດຍອດເລີຍ.......


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
ma jop bg phon ngarn to eng hu wa thuek jai khon arn khon taeng ka d jai soud3 lery

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)