ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອັນວ່າວຽງຈັນນັ້ນ.................................ມີນາມວ່າຈັນທະບູຣີ ບໍ່ແມ່ນເມືອງໄຜ່ໜາມ.............................ດັ່ງທີ່ຈາດອກເດີທ້ານ ອັນວ່າເມືອງໄຜ່ໜາມນັ້ນ.........................ພະຍາເພົາເນົານັ່ງ ເມືອງຈັນທະບູຣີທີ່ວ່ານີ້............................ພະຍາເຝົ້າຕ່າງຄົນ ກັນແລ້ວ ດັ່ງທີ່ປະຫວັດສາດເວົ້າ...........................ເຂົາກ່າວໃຫ້ເຫັນຫຼັກ ຫຼັງຈາກເຈົ້າຟ້າງຸ່ມລົງມາ.........................ຈາກເມືອງຊຽງທອງພຸ້ນ ກໍມາເນົາໃນຫ້ອງ....................................ຈັນທະບູຣີນະຄອນຣາຊ ກໍສັ່ງໃຫ້ຂຸນບາທ້າວ................................ສົ່ງສານໃຫ້ເຈົ້າໄຜ່ໜາມ ເມື່ອນັ້ນພະຍາຄອງເມືອງນ້ອຍ..................ນາມເພົາເນົານັ່ງ ນະຄອນນັ້ນ ອ່ານສານຮູ້ເຫດເຣື່ອງ...............................ກໍຂັງຂໍ້ບໍ່ອ່ອນຍອມ ເພາະວ່າເມືອງພຣະອົງນັ້ນ.........................ມີກໍໄຜ່ເປັນກຳແພງ ສັດຕູມານບໍ່ຫານຮົບ................................ຕ່ອຍຕີພຣະອົງໄດ້ ເຖິງວ່າອົງກະສັດໄທ້................................ຣາຊາຟ້າງຸ່ມ ກໍຕາມທ້ອນ ມີຣິດເດດອຳນາດກ້າ................................ກໍຂໍທ້າບໍ່ອ່ອນຍອມ ອັນວ່າອົງກະສັດໄທ້..................................ກໍແຕ່ງທັບກຳລັງຫຼວງ ຈາກຈັນທະບູຣີນະຄອນຄາມ.......................ສູ່ໄຜ່ໜາມເມືອງນ້ອຍ ສ່ວນວ່າຣີພົນເຈົ້າ......................................ກະສັດຕາຟ້າງຸ່ມ ຫຸ້ມຫໍ່ອັດແວດລ້ອມ...................................ເມືອງໄຜ່ໜາມໄວ້ທຸກທາງ ຕັ້ງຫາກຫຼາຍວັນມື້.....................................ທະຫານເກີກ້າແກ່ນ ພະຍາເພົາສັ່ງຫ້າມ....................................ບໍ່ຍອມສູ້ອອກເສິກ ເຈົ້າຟ້າອ້ອມແດນໄວ້.................................ຫຼາຍວັນຄອງຢູ່ ກໍບໍ່ໄດ້ຮົບສູ້............................................ກໍເລີຍໄດ້ຍົກທັບຖອຍ ກັບມາຍັງວັງວຽງກວ້າງ...............................ນະຄອນຫຼວງຈັນທະຣາຊ ເໝືອນກັບບໍ່ສູ້..........................................ຖອຍມາຢັ້ງຢູ່ນະຄອນ ຫຼັງຈາກນັ້ນພຣະອົງໄດ້...............................ຕັດສັ່ງເສນາ ໃຫ້ໄຂໂຮງພຣະຄັງຫຼວງ...............................ຫຼໍ່ສອນຄຳໄວ້ ແລ້ວເອົາໄປຍິງເຂົ້າ.................,,..................ໃນກຳແພງກໍໄຜ່ ຊາວເມືອງອອກມາເຫັນແລ້ວຢາກໄດ້................ກໍຖາງເຂົ້າເອົາສອນ ບໍ່ພໍເທົ່າໃດມື້............................................ຕົ້ນໄມ້ໄຜ່ກໍແຫ້ງຕາຍ ໄດ້ຣືກງາມຍາມດີ......................................ພຣະອົງຊົງຕັດໃຫ້ ທະຫານເອົາໄຟເຂົ້າ....................................ສຸມກຳແພງໄມ້ໄຜ່ ໄຟກໍໄໝ້ຈົນມອດມ້ວຍ................................ກຳແພງກ້ຽງເປົ່າແປນ ນັບແຕ່ນັ້ນ ອັນວ່າພຣະເຈົ້າຟ້າ...........................ກໍສະເດັດສູງວຽງໄຜ່ໜາມ ປ່ຽນນາມເປັນເມືອງວຽງຄຳ.............................ຕັ້ງແຕ່ຄາວບັດນັ້ນ ອັນວ່າວຽງຄຳນີ້............................................ຢູ່ແຂວງວຽງຈັນແຄມນ້ຳງື່ມ ຈາກວຽງຈັນເຈັດສິບກິໂລແມັດຖ້ວນ....................ຄວນໄປສ້າງສືບສວນ ທ່ານເອີຍ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບ້ານ ໝູ່ ຊາຕານ ງາມງາມ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
|