ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ມາຮອດລາວແລ້ວ

໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ
ອີງຕາມການລາຍງານຂອງສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ສປປ ລາວ ໄດ້ລາຍ
ງານພົບກໍລະນີທຳອິດ ຂອງຄົນເຈັບເປັນພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ໃນວັນອັງຄານທີ 16 ມິຖຸນາ 2009
ໄວໜຸ່ມຊາຍ ອາຍຸ 27 ປີ ຄົນຕ່າງປະເທດ ທີ່ມາເຮັດວຽກໂຄງການຢູ່ ສປປ ລາວ ເດີນທາງມາເຖິງນະຄອນຫຼວງວຽງຈັນ ວັນ
ທີ 11/6/2009 ແລ້ວໄດ້ມີອາການເຈັບ ວັນທີ 13/6/2009 ຈາກນັ້ນ ກໍໄດ້ສົ່ງໄປກວດສຸຂະພາບຄົນເຈັບ ທີ່ຕິດເຊື້ອດັ່ງກ່າວນີ້
ມີອາການສະແດງອອກແບບເບົາບາງ ຈຶ່ງບໍ່ຈຳເປັນຈະຕ້ອງປິ່ນປົວດ້ວຍຢາຕາມີຟຼູ (Tamiflu) ແລະ ບໍ່ໄດ້ຖືກສົ່ງເຂົ້ານອນ
ໂຮງໝໍ ມີແຕ່ໃຫ້ຕິດຕາມຢູ່ເຮືອນຂອງຕົນເອງ ເຊິ່ງກຳລັງຈະຫາຍດີຈາກພະຍາດດັ່ງກ່າວນີ້ແລ້ວ ຄົນເຈັບດັ່ງກ່່າວ ໄດ້ເດີນ
ທາງມາຈາກປະເທດທີ່ຢັ້ງຢືນວ່າ ມີການລະບາດຂອງພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ແຕ່ບໍ່ສາມາດເປີດເຜີຍ
ຂໍ້ມູນຂອງຄົນເຈັບດັ່ງກ່າວໄດ້ ບັນດາກຸ່ມຄົນທີ່ໃກ້ຊິດກັບຄົນເຈັບຜູ້ນີ້ ແມ່ນກຳລັງຖືກຕິດຕາມອາການຢ່າງໃກ້ຊິດ ເພື່ອຫຼຸດ
ຜ່ອນການແຜ່ກະຈາຍເຊື້ອພະຍາດດັ່ງກ່າວໃນຊຸມຊົນ.
ຕົວຢ່າງຂອງຄົນເຈັບໄດ້ຖືກສົ່ງໄປກວດຢູ່ສູນວິເຄາະ ແລະ ລະບາດວິທະຍາ ໃນຕອນແລງຂອງວັນຈັນ ທີ 15 ມິ
ຖຸນາ 2009 ຜົນການກວດທາງຫ້ອງວິເຄາະລະດັບໂມເລກຸນ ໃນວັນອັງຄານທີ 16 ມິຖຸນາ 2009 ໂດຍການນຳໃຊ້ວິທີການ
ກວດແບບຣຽວທາມ-ຟີຊີອາ (Real Time PCR) ທີ່ໃຊ້ສຳລັບກວດຫາເຊື້ອໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ໂດຍສະ
ເພາະເຄື່ອງກວດດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກສູນຄວບຄຸມພະຍາດຕິດຕໍ່ ຂອງສະຫະລັດອາເມລິກາ ປະຈຳລາວ
(USCDC) ຜົນການກວດໄດ້ຢັ້ງຢືນວ່າ ຜູ້ກ່ຽວໄດ້ຕິດເຊື້ອພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ດັ່ງນັ້ນ ລັດຖະມົນ ຕີ ກະຊວງສາທາລະນະສຸກ ພ້ອມ ດ້ວຍຄະນະ ແລະ ບຸກຄົນທີ່ສຳຄັນ ທີ່ກ່ຽວຂ້ອງ ຈຶ່ງໄດ້ຈັດກອງປະຊຸມ ດ່ວນຂຶ້ນດຣ. ປອນເມກ ດາລາລອຍ ລັດ ຖະມົນຕີວ່າການ ກະຊວງສາທາ ລະນະສຸກ ໄດ້ກ່າວວ່າ: ປະຊາຊົນ ແມ່ນມີບົດບາດສຳຄັນທີ່ສຸດໃນ ການຄວບຄຸມການຕິດເຊື້ອທີ່ຄ້າຍ ຄືພະຍາດໄຂ້ຫວັດໃຫຍ່ ເຊັ່ນວ່າ: ຄວນພັກຜ່ອນຢູ່ເຮືອນເວລາທີ່ ທ່ານເຈັບປ່ວຍ ອັດປາກ Œດັງໃນເວ ລາໄອ/ຈາມ ໜັ່ນລ້າງມືຂອງທ່ານ ເປັນປະຈຳ ດ້ວຍສະບູຢູ່ເລື້ອຍໆ.
ຄົນເຈັບຜູ້ນີ້ ແມ່ນຄົນເຈັບຜູ້ທຳ ອິດ ທີ່ຕິດເຊື້ອໄຂ້ຫວັດໃຫຍ່ສາຍ ພັນໃໜ່ A/H1N1 ທີ່ໄດ້ຖືກລາຍງານພົບຢູ່
ສປປ ລາວ ດຣ. ດົງອິລ ອານ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ຈຶ່ງໄດ້ເນັ້ນໜັກເລື່ອງເອົາໃຈໃສ່ການປິ່ນ
ປົວ ດູແລຮັກສາ ພ້ອມກັນນັ້ນ ຖ້າຫາກວ່າມີອາການ ໄຂ້ ໄອ ເຈັບຄໍ ນ້ຳມູກຍ້ອຍ ເຈັບປວດຕາມກ້າມຊີ້ນ ແລະ ຕາມຂໍ່ຕ່າງ
ຕ່າງ ຄວນໄປປຶກສາແພດໝໍ ແລະ ສ່ວນຫຼວງຫຼາຍ ຄົນເຈັບທີ່ເປັນພະຍາດໄຂ້ຫວັດໃຫຍ່ ສາຍພັນໃໝ່ A/H1N1 ຈະຫາຍດີ
ເອງ ໂດຍບໍ່ຕ້ອງປິ່ນປົວດ້ວຍຢາຕາມິລຟູ (Tamiflu).
ອົງການອະນາໄມໂລກ ໄດ້ກຽມພ້ອມທີ່ຈະຊ່ວຍເຫຼືອໃນການຕອບສະໜອງຢາປິ່ນປົວໃຫ້ພຽງພໍ ຕາມຄວາມຕ້ອງ
ການຂອງ ສປປ ລາວ ຊຶ່ງມື້ນີ້ ທາງອົງການອະນາໄມໂລກ ໄດ້ມອບຢາປິ່ນປົວຈຳນວນ 9.240 ໂດສ ໃຫ້ແກ່ເຈົ້າໜ້າທີ່ສາທາ
ລະນະສຸກຂອງ ສປປ ລາວ.
ມາຮອດວັນທີ 16 ເດືອນມິຖຸນາ 2009 ນີ້ທົ່ວໂລກມີຄົນເຈັບທັງໝົດ 35.928 ຄົນ ຕິດເຊື້ອພະຍາດໄຂ້ຫວັດໃຫຍ່
ສາຍພັນໃໝ່ A/H1N1 ພົບໃນ 76 ປະເທດ ໃນນັ້ນ ເສຍຊີວິດ 163 ຄົນ ອົງການອະນາໄມໂລກ (WHO) ໄດ້ຍົກລະດັບການ
ເຕືອນໄພຂອງການລະບາດໃຫຍ່ ຈາກລະດັບ 5 ມາເປັນລະດັບ 6 ໃນອາທິດແລ້ວນີ້ ເຊິ່ງເປັນລະດັບເຕືອນໄພສູງສຸດ ແລະ
ເປັນຕົວຊີ້ບອກວ່າ ການລະບາດຂະໜາດໃຫຍ່ ກຳລັງເກີດຂຶ້ນໃນທົ່ວໂລກ ລະດັບການເຕືອນໄພການລະບາດຂະໜາດໃຫຍ່
ຂອງອົງການອະນາໄມໂລກນີ້ ແມ່ນອີງໃສ່ການແຜ່ກະຈາຍຂອງເຊື້ອພະຍາດ ທີ່ປົກຄຸມໄປໃນຫຼາຍຂົງເຂດໃນໂລກ ແຕ່ບໍ່ໄດ້
ອີງໃສ່ຄວາມຮຸນແຮງຂອງພະຍາດ ເຊິ່ງປັດຈຸບັນນີ້ ຄວາມຮຸນແຮງຂອງການເປັນພະຍາດ ແມ່ນຈັດຢູ່ໃນລະດັບປານກາງ.
ປະຊາຊົນທ່ານໃດທີ່ມີຄຳຖາມ ຫຼື ຕ້ອງການລາຍງານຂໍ້ມູນກ່ຽວກັບພະຍາດທີ່ຄ້າຍຄືໄຂ້ຫວັດໃຫຍ່ນີ້ ກະລຸນາ
ຕິດຕໍ່ສາຍດ່ວນ 166 (NEIDCO) ໂດຍບໍ່ເສຍຄ່າໂທ.
ຕ້ອງການຂໍ້ມູນເພີ່ມເຕີມກ່ຽວກັບພະຍາດໄຂ້ຫວັດໃຫຍ່ສາຍພັນໃໝ່ A/H1N1 ກະລຸນາເຂົ້າໄປເບິ່ງເວບໄຊຂອງ
ອົງການອະນາໄມໂລກທີ່ www.who.Int ຫຼື ສອບຖາມເຈົ້າໜ້າທີ່ສາທາລະນະສຸກ ຫຼື ແພດປິ່ນປົວໃນສະຖານທີ່ຕ່າງໆ.
ຕໍ່ກັບສະພາບການລະບາດຂອງພະຍາດດັ່ງກ່າວນີ້ ປະຊາຊົນເຮົາບໍ່ຄວນແຕກຕື່ນ ມີແຕ່ເພີ່ມການເຝົ້າລະວັງ
ໃນການປ້ອງກັນຕົນເອງໃຫ້ຫຼາຍຂຶ້ນ ຖ້າມີອາການເຈັບສົງໄສ ກໍໃຫ້ລາຍງານໃຫ້ພາກສ່ວນກ່ຽວຂ້ອງ ແລະ ໄປພົບແພດທີ່ຢູ່
ໂຮງໝໍ.


໑໘ ກະທູ້
໒໙໙ ໂພສ
ຊຳນານການເວັບບອດ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຫວັງວ່າຄືຊິບໍ່ມີຫຍັງຮ້າຍແຮງໄປກວ່ານີ້


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
โฮฮ้


໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ແມ່ນວ່າ ຫາກະໄດ້ຍິນໄດນີ້

ຄົນໄກບ້ານ........ຍາກກັບບ້ານເດ່

໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເຫັນ ກະເຈົ້າ forward sms ມາ ຄິດວ່າຢອກກັນຫຼິ້ນໆ

ທີ່ແທ້ແມ່ນ ຄວາມຈິງ!

ໜ້າຈະມີການເຜີຍແຜ່ເລື່ອງປ້ອງກັນຫຍັງໃຫ້ພໍ່ແມ່ພີ່ນ້ອງຫຍັງຫຼາຍກວ່ານີ້ໄດ໊


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ອ່າວມາຮອດລະຫວານິ ຕາຍໆ ເຮັດຈັງໃດດີ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ໃຜເຮັດ visa ໃຫ້ພະຍາດນີ້

ຄັນບໍ່ມີ visa ມັນກະມາລາວບໍ່ໄດ້ແລະ ແນວນີ້ຕ້ອງມີຄົນໜູນຫຼັງ 555+

M99NOY

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຂະເຈົ້າວ່າ ຄົນຕ່າງປະເທດບໍ່ແມ່ນຄົນລາວ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ໃຄແຕ່ບໍ່ແມ່ນຄົນລາວ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ meenoy ຂຽນວ່າ...
ໃຜເຮັດ visa ໃຫ້ພະຍາດນີ້
ຄັນບໍ່ມີ visa ມັນກະມາລາວບໍ່ໄດ້ແລະ ແນວນີ້ຕ້ອງມີຄົນໜູນຫຼັງ 555+



ສົງສັຍແມ່ນເຈົ້າຂອງຜູ້ຜລິດຢາ ແກ້ພຍາດຕິເບາະ! ຢາກລອງ ວ່າ ຢູ່ລາວກະ ເຄັ່ງຄັດພໍພຽງໃດ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງໃດກະພາກັນຣະວັງໄວ້ເດິພີ່ນ້ອງ ຄັນເຈັບເປັນຈັ່ງມາແກ້ນີ້ ມັນຍາກ ດີບໍ່ດີ ຕາຍ ລ້າ ໃດ໋!


໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ມາຈົນໄດ້ ເປັນຕາຢ້ານເດ

何よりも真実を貴ぶ

໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຂ້ອຍຫາກໍ່ຈະເຊົາ ມື້ວານນີ້


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນທີ່ສຸດມັນກະມາຮອດເນາະ..! ແລ້ວຜູ້ທີ່ນັ່ງຂ້າງໆຂີ່ຍົນມານຳກັນຈັກຊິມີອາການແນວໃດແລ້ວເນາະຕອນນີ້ ?

ຈັ່ງໃດກະລະວັງແດ່ເດີພີ່ນ້ອງ...

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນຂ່າວຈົນຕົກໃຈ

strawberry

໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
dee jai num der


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນມາແລ້ວວວວ

ທ້າວທອງໃສ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຍລະ ສິເຣັດແນວດາຍດີລະ ບາດນີ້

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒ ກະທູ້
໙໙ ໂພສ
ນັກການກະທູ້
ມັນກະບໍ່ມີຫຍັງດອກພີ່ນ້ອງ ບໍ່ຕ້ອງພາກັນຕົກໃຈຫຍັງດອກ ສຳຄັນເຮົາມີສຸຂະພາບແຂງແຮງ ມັນກະບໍ່ເປັນຫຍັງ ເຖິງຕິດກໍເຊົາໄປເອງຄືໄຂ້ຫວັດນິລະ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ່.....

<-----ຄົນໃຈດີແຟນຄລັບ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະຍາດນີ້ດູດທັງເງີນ ແລະ ທັງຊິວິດເນາະ !
ແຕ່ບໍ່ຕ້ອງຍ້ານເດີພີ່ນ້ອງ ເຮົາຕ້ອງອອກກຳລັງກາຍເປັນປະຈຳ
ຫຼື ຫຼີ້ນກິລາຕ້ານໄດ້ຫຼາຍຢ່າງ ຕ້ານທັງພະຍາດ ແລະ ຕ້ານທັງຢາເສບຕິດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້