ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ໃຜມີ《ຄະຕີເຕືອນໃຈ》》ຫຼື《ຄຳຄົມ》ເຂົ້າມາຮ່ວມແຊກັນເດີ。。。

ໜ້າທີ່ 5 ຈາກທັງໝົດ 5 ໜ້າ <<<12345>>>


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ດອກໄມ້ຈະມີຄວາມງົດງາມ ກໍ່ຕໍ່ເມື່ອມັນຢູ່ໃນຕົ້ນຂອງມັນ
ແຕ່ຖ້າເຮົາເດັດມັນມາ ມັນກໍ່ຈະຫ່ຽວແຫ້ງ ແລະ ສູນສິ້ນຄວາມງາມ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໑ ກະທູ້
໑໔໕ ໂພສ
ນັກການກະທູ້


໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ບໍ່ມີມືງກູເຫງົາ(ຂາ).....ບໍ່ມີເຂົາກູຢູ່ບໍ່ໄດ້(ຂາ)....ບໍ່ມີໄພ້ຕາຍໝົດທຸກຂາເລີຍ ກ໊າກກກກກ!!!


໑໓ ກະທູ້
໑໕໙ ໂພສ
ນັກການກະທູ້
ຈົ່ງເຮັດໃນສິ່ງທີ່ທ່ານຮັກ ແລະ ຮັກໃນສິ່ງທີ່ທ່ານເຮັດ ( Do what you love, love what you do )


໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ຂ້ອຍອາດຈະຍ່າງຊ້າ, ແຕ່ຂ້ອຍບໍ່ຍ່າງກັບຫຼັງ. ລິນຄອນ
ແມວຈະເປັນສີໃດກໍ່ຊ່າງທະແນັມຈັບແມວໄດ້. ເຕີ່ງສ່ຽວຜ່ຽວ.
ຖ້າຂ້ອຍຍັງພະຍາຍາມຢູ່ຄັ້ງນັ້ນຂ້ອຍອາດຈະເຮັດໄດ້, ແຕ່ຖ້າຂ້ອຍເຊົາເຮັດ ມັນຈະບໍ່ສຳເລັດເລີຍ. (ແຕ່ງເອງ). ຈາກແນວຄິດຂອງ ນິກ
ມີກົດຢູ່2ຂໍ້ກ່ຽວກັບການລົງທຶນ: 1-ຮັກສາຕົ້ນທຶນໃຫ້ດີ, 2-ເບີ່ງຢູ່ຂໍ້ທີ1 - ວໍເລັກ ບັບເຟດ
ຂ້ອຍຈະບໍ່ພະຍາຍາມເຕັ້ນຂ້າມຮາວ2ແມັດ, ແຕ່ຂ້ອຍຈະຊອກຫາບ່ອນທີມັນ. (ບໍ່ຈື່ເຈົ້າຂອງສົງສັຍແມ່ນຂອງ ວໍເລນ
ຄົນເບີ່ງໂລກໃນແງ່ຮ້າຍເຫັນບັນຫາໃນທຸກໂອກາດ, ຄົນເບີ່ງໂລກໃນແງ່ດີເຫັນໂອກາດໃນທຸກບັນຫາ.
ຄົນເບີ່ງໂລກໃນແງ່ຮ້າຍຕໍ່ວ່າກັບແຮງລົມ, ຄົນເບີ່ງໂລກໃນແງ່ດີ ດຽວລົມອາດຈະປ່ຽນທິດ, ຄົນເບີ່ງໂລກໃນຄວາມເປັນຈີງ ແມ່ນ ປັບໃບໃຫ້ແທດເໝາະ.
ຖ້າຢາກໃຫ້ວຽກງານເດີນ. ຕ້ອງເຊົາລົມກັນ ແລ້ວ ບໍ່ເຮັດວຽກ . ວໍດິດສະນີ.
ປະຫວັດສາດຈື່ແຕ່ຊື່ລາຊາ, ບໍ່ໄດ້ຈື່ຊື່ທະຫານ. ຈາກໜັງ ທຣອຍ.
ຄົນເວົ້າຄວາມຈີງບໍ່ຈຳເປັນຕ້ອງຄິດຫາຄວາມຕົວະເພື່ອມາເວົ້າ.
ເຈົ້າອາດຈະຕົວະຂ້ອຍໄດ້1ຄັ້ງ, ເຈົ້າອາດຈະຕົວບາງຄົນໄດ້ບາງຄັ້ງ. ແຕ່ເຈົ້າບໍ່ສາມາດຕົວະທຸກຄົນໄດ້ຕະຫລອດ. ລິນຄອນ.
.... ເທົ່ານີ້ກ່ອນນໍ....

Que sera sera

໕ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ເຮົາເປັນຄົນລາວເຮົາຕ້ອງໃຊ້ພາສາຂອງລາວ


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ສຳນຶກດີ ກະທຳດີ ຄືຜູ້ມີວັດທະນະທຳ....


ໜ້າທີ່ 5 ຈາກທັງໝົດ 5 ໜ້າ <<<12345>>>