ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃຜໄປທ່ຽວວັດພູຈຳປາສັກ ບໍ່ວ່າໃນຍາມໃດຫາກບໍ່ເຫັນຕົ້ນຈຳປາຫຼາຍຕົ້ນທີ່ບັນໃດທາງ ຂຶ້ນ ໄປປາສາດປະທານນັ້ນແລ້ວ ເທົ່າກັບບໍ່ໄດ້ໄປເຫັນວັດພູເລີຍ. ນອກຈາກໂຮງຊາວສອງໂຮງຊ້າຍ-ຂວາ ກ່ອນຈະຂຶ້ນສູ່ປະສາດປະທານແລ້ວ ຖືໄດ້ວ່າຕົ້ນ ຈໍາປາທັງຫຼາຍເຫຼົ່່ານັ້ນເປັນສັນຍາລັກ ຂອງປາສາດຫີນວັດພູໂດຍແທ້ ເພາະມັນເກີດຢູ່ຂັ້ນໄດ ທາງຂຶ້ນສູ່ປະສາດປະທານຢ່າງເໝາະສົມ. ຕົ້ນຈຳປາຫຼາຍຕົ້ນນີ້ ເບິ່ງຕາມລັກສະນະສັນຖານທີ່ຕັ້ງແລ້ວ ບໍ່ແມ່ນເກີດຂຶ້ນໂດຍທໍາມະ ຊາດເລີຍ, ຫາກແມ່ນເກີດດ້ວຍນໍ້າມືມະນຸດເປັນຕົນປູກມັນຂຶ້ນມາ, ຫາກເປັນເຊັ່ນນັ້ນແລ້ວແມ່ນໃຜລະເປັນຜູ້ປູກມັນຂຶ້ນມາ, ປູກເມື່ອໃດ ? ຄຳຖາມສອງປະໂຫຍກນີ້ ມັນຈະຕ້ອງເຮັດໃຫ້ທ່ານຜູ້ອ່ານ ຕ້ອງຕອບເປັນສຽງດຽວວ່າ “ບໍ່ຮູ້”. ເມື່ອທ່ານທັງຫຼາຍບໍ່ຮູ້ ຜູ້ຂຽນຈະຫາຄໍາຕອບມາໃຫ້, ຂໍໃຫ້ທ່ານເບິ່ງທີ່ຕັ້ງຂອງຕົ້ນຈຳປາ ແລະລັກສະນະຊາກສະຫຼັກຫັກພັງຂອງປາສາດປະທານວັດພູທັງສອງຂ້າງໄວ້ໃຫ້ດີ, ທ່ານຜູ້ໄປ ທ່ຽວວັດພູຈຳປາສັກແລ້ວຄົງຈະນຶກອອກ ຜູ້ທີ່ບໍ່ທັນໄດ້ໄປກໍໃຫ້ເບິ່ງຕາມຮູບປະກອບນີ້. ທັງສອງຂ້າງຂອງຕົ້ນຈຳປານັ້ນ ມັນແມ່ນຊາກສະຫຼັກຫັກພັງຂອງປາສາດປະທານ ເຊິ່ງ ທັບຖົມກັນຈົນເປັນເປິີ້ນພູ ຫາກມີການຂຸດຄົ້ນທັງສອງຂ້າງເຮົາຈະພົບວ່າ ເປີ້ນພູນັ້ນປະກອບໄປ ດ້ວຍຕົວອາຄານຫີນ ແລະສີລາແຣງ ທີ່ທັບຖົມກັບຢູ່ ບາງຄັ້ງອາດພົບສົມບັດ ແລະຊາກມະນຸດສາດ້ວຍຊໍ້າ. ກົງກາງລະຫວ່າງຕົ້ນຈຳປາທັງສອງຂ້າງເປັນຂັ້ນໃດຂຶ້ນ ເປັນຊັ້ນ ທັງຊັນຂື້່ນສູ່ຕົວປະສາດປະທານ ລຸ່ມຕົ້ນຈຳປາລົງມາກໍແມ່ນເດິ່ນກວ້າງຊັ້ນທີສອງ ກ່ອນຈະລົງໄປເດີ່ນຊັ້ນທີ ໑ ບ່ອນປະ ດິດສະຖານຮູບສະຫຼັກຫີນພຣະຍາກົມມະທາ, ຕົ້ນຈຳປານັ້ນກໍເກີດທີ່ຫົວຂັ້ນໃດພໍດິບພໍດີ,ດ້ວຍ ເຫດນີ້ ຕົ້ນຈຳປານີ້ ຈຶ່ງບໍ່ແມ່ນຮ່າວມາເກີດເອງໂດຍທໍາມະຊາດ ແຕ່ຫາກແມ່ນຄົນຈົງໃຈປູກໄວ້. ບາດນີ້ ເຮົາມາສຶກສາເບິ່ງວ່າ ຕົ້ນຈຳປານີ້ໃຜປູກ ປູກຂຶ້ນຕອນໃດ ? ເຮົາມາພ້ອມກັນຮູ້ ກ່ຽວກັບປະຫວັດປະສາດວັດພູຈຳປາສັກໂດຍຫຍໍ້ພ້ອມໆກັນ. ນັກປະວັດສາດ ແລະບູຮານຄະດີ ລົງຄວາມເຫັນຢ່າງເປັນເອກະສັນວ່າ ເມືອງ ແລະປາ ສາດນີ້ ອາດສ້າງຂຶ້ນເມື່ອປາຍຄິດຕະສະຕະວັດທີ ໕ ດັ່ງປາກົດຫຼັກຖານໃນສີລາຈາຣືກຫຼັກໜຶ່ງຂອງກະສັດຊົງພຣະນາມວ່າ ເທວະນິກະ ພົບທີ່ບໍຣິເວນບ້ານພຣະນອນເໜືອ ໃນພື້ນທີ່ດຽວ ກັນຍັງໄດ້ພົບສີລາຈາຣືກອີກ ໒ ແຜ່ນ ເປັນຫຼັກຖານອ້າງອິງວ່າ ນັບແຕ່ຄິດຕະສະຕະວັດທີ ໖ ເປັນຕົ້ນມາ, ດິນແດນນະຄອນຈຳປາສັກ ເປັນນະຄອນຫຼວງຂອງພຣະເຈົ້າມະເຫທະຣະວໍຣະ ມັນ ເຊິ່ງຕໍ່ມາພຣະອົງໄດ້ຍ້າຍໄປປົກຄອງຊຳປໍໄປຣກຸກ ຢູ່ຫາງຈາກວັດພູຈຳປາສັກ ໄປທາງທິດຕາ ເວັນຕົກສ່ຽງໃຕ້ ໒໔໐ ກິໂລແມັດ ນັກຄົ້ນຄວ້າຫຼາຍທ່ານ ໂດຍສະເພາະແມ່ນ ມະຫາຄຳ ຈຳປາ ແກ້ວມະນີ, ໄດ້ສັນນິຖານ ໃນໜັງສືປະຫວັດພຸດທະສາສນາໃນລາວ ວ່ານະຄອນແຫ່ງນີ້ນາມວ່າ ເສດຖາປຸຣະ, ເຊິ່ງເສັຍບົດບາດ ຄວາມສຳຄັນການເປັນສູນກາງທາງການເມືອງ ເພາະບັນ ດາຣາຊະວົງຂະຫຍາຍອານາເຂດລົງໄປທາງທິດໃຕ້ ນັກປະຫວັດສາດບາງທ່ານ ຍັງສັນນິດຖານ ວ່າ ນະຄອນເຖດຖາປຸຣະອາດເສັຍເສື່ອມລົງ ເພາະການຂະຫຍາຍຕົວຂອງຊົນຊາດອື່ນ ເຂົ້າຮຸກ ຮານ ຫຼືບໍ່ກໍແມ່ນຍ້ອນການພັງທະລາຍຂອງຕົວຜາສາດ, ຈຶ່ງໃຫ້ຂອມຍ້າຍນະຄອນຫຼວງໄປສ້າງ ເມືອງພະນະຄອນຂຶ້ນ ເປັນຣາຊະທານີຂອມມີການສ້າງອັງກໍທົມ ແລະອັງກໍວັດຂຶ້ນໄລຍະຍະຕໍ່ ມາ ມີການສຳຫຼວດ ທາງອາກາດປາກົດວ່າເຫັນເສັ້ນທາງຊື່ເນັ່ງຈາກຈຳປາສັກເຖິງອັງກໍວັດ ນັບ ຈາກນັ້ນມາຂອມຈຶ່ງໄດ້ຂະຫຍາຍອຳນາດຂອງຕົນຂຶ້ນມາທາງເໜືອອີກຄັ້ງໜຶ່ງ ໂດຍມີອານາເຂດ ກວາມເອົາພາກອີສານຂອງໄທຍ໌ປັດຈຸບັນ ຈົນຮອດຊາຍແດນຂອງພວກອ້າຍລາວທາງນ່ານເຈົ້າ, ຈາກຄິດສະຕະວັດທີ ໕ ຈົນເຖິງສະຕະວັດທີ ໑໒ (ສະໄໝພຣະເຈົ້າໄຊຍະວໍຣະມັນທີ ໗ ເປັນ ກະສັດອົງສຸດທ້າຍ)ນັ້ນ, ປາດສາດຫິນແຫ່ງນີ້ ທຸກໆຣັດຊະການຂອງຂອມ ປາກົດວ່າໄດ້ຮັບ ພຣະຣາຊະທານຊັບມາສ້ອມແປງເນື່ອງໆເປັນປົກກະຕິ ຫຼັກຖານທີ່ຜູ້ຂຽນພົບໃນໂຮງຊາວ ເມື່ອ ປີ ໒໐໐໔ ນັ້ນໄດ້ສະໜັບສະໜູນວ່າ ຜາສາດຫີນວັດພູຈຳປາສັກນັ້ນ ມີການສ້ອມແຊມຈິງ ເນື່ອງ ຈາກພົບວ່າ ໃນບາງຊ່ວງຂອງຜາສາດຫີນມາການແຊມດ້ວຍດິນຈີ່ເປັນແຫ່ງໆ. ນັບຈາກສະຕະວັດທີ ໑໒ ເປັນຕົ້ນມາ ຫຼັງຈາກພຣະເຈົ້າໄຊຍະວໍຣະມັນໄດ້ປ່ຽນເອົາພຸດ ທະສາສນາ ມາປ່ຽນແທນສາສນາພຣາມຮິນດູແລ້ວ, ປາສາດຫີນວັດພູຈຳປາສັກ ກໍໄດ້ປ່ຽນຈາກ ສາສນາສະຖານຮີນດູ ກາຍມາເປັນພຸດທະສະຖານ ແລະຖືກໃຊ້ເປັນພຸດທະສາສນາອາຄານສືບ ຕໍ່ມາຈົນເຖິງປັດຈຸບັນ. ໂດຍສະເພາະໃນຕົວປາສາດນັ້ນ ພຸດທະສາສນິກຊົນສ້າງພຣະພຸດທະຮູບໄວ້ດ້ານໃນປາ ສາດ ແທນສີວະລິງ ເບິ່ງຄ້າຍສິມ ແລະມີພຣະສົງປະຕິບັດທັມຢູ່ເທິງພູນັ້ນເລື້ອຍມາ ບໍຣິເວນ ທັງໝົດຈຶ່ງຖືກຮຽກວ່າ “ວັດພູ” ເພາະເປັນວັດທີ່ຕັ້ງຢູ່ເທິງພູນັ້ນເອງ. ທ່ານບຸນຮົ່ມ ຈັນທະມາດ ແລະທ່ານວຽງແກ້ວ ສຸກສະຫວັດດີ (໒໐໐໐.໒໘) ໄດ້ກ່າວ ເຖິງປາສາດຫີນວັດພູ ໃນງານຂຽນຊື່ “ໄຂຄວາມລຶດລັບເກົ່າແກ່ຂອງວັດພູຈຳປາສັກ” ວ່າ ຈາກ ຫຼັກຖານສີລາຈາຣືກ ເມື່ອສະຕະວັດທີ ໕-໖ ໄດ້ກ່າວເຖິງສະຖານທີ່ແຫ່ງໜຶ່ງ ເຊິ່ງຕັ້ງຢູ່ເທິງພູວ່າ ມີອາຍຸຮ່ວມສະໄໝດຽວກັບເມືອງບູຮານ ແຕ່ວ່າເທວະສະຖານໄດ້ພັງທະລາຍໄປໝົດແລ້ວ ຕໍ່ ມາໄດ້ມີການສ້າງເທວະສະຖານຂະໜາດໃຫຍ່ທັບໃສ່ເທວະສະຖານເດີມ ແລະມີການຕໍ່ເຕີມ ເສີມເຂົາເລື້ອຍໆ ຈຶ່ງກ່າວໄດ້ວ່າ ໄລຍະການກໍ່ສ້າງປາສາດຫີນວັດພູນັ້ນ ໄດ້ສຳເຣັດແຕ່ສະຕະວັດ ທີ ໓ ແລະຄົງໄດ້ໃຊ້ ແລະປະຕິສັງຂອນມາເລື້ອຍໆ ຈົນເຖິງສະຕະວັດທີ ໑໓ ເປັນຄັງສຸດທ້າຍ. ຈາກຂໍ້ມູນການສ້າງ ແລະນຳໃຊ້ວັດພູຈຳປາສັກ ຕັງແຕ່ຕົ້ນແມ່ນສ້າງເປັນເທວະສະຖານ ສາສນາພຣາມຮິນດູ ຈົນມາເສື່ອມຕໍ່ໃສ່ພຸດທະສາສນາສະຖານ, ໃນສະຕະວັດທີ ໑໓ ເຊິ່ງເປັນ ຍຸກຂອງຊົນຊາດອ້າຍລາວຂະຫຍາຍຕົວໃນສະໄໝ ພຣະເຈົ້າຟ້າງຸ່ມ ຂະຫຍາຍອານາຈັກລ້ານ ຊ້າງໄປຈົນເຖິງຫຼີຜີ, ຈາກນັ້ນ ວັດພູຈຳປາສັກ ກໍຖືກລະລືມໄປໃນໜ້າປະຫວັດສາດລາວ ແລະ ຂະເໝນ. ສະນັ້ນ, ຕົ້ນຈຳປາທີ່ປາກົດ ໃນທາງຂຶ້ນຜາສາດຫີນວັດພູນັ້ນ ເບິ່ງຕາມເນື້ອທີ່ການປູກ ແລະສະພາບແວດລ້ອມນັ້ນ ຄົງຈະປູກມາພ້ອມກັບການສ້າງຜາສາດ ຫຼືບໍ່ກໍນັບແຕ່ສະໄໝ ພຸດ ທະສາສນາເຂົ້າມີບົດບາດໃນວັດພູຈຳປາສັກແຫ່ງນີ້ ຢ່າງນ້ອຍ ໘໐໐ ປີ ຈົນຮອດ ໑໐໐໐ ປີແລ້ວ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
khod ngram
ຊີວິດລິຂິດເອງ noOK
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເມືອງລາວ ມີທີ່ງາມໆ ຫຼາຍຫາກຮູ້ຈັກເຜີຍແຜ່ ແລະພັດທະນາກໍຈັກມີປະໂຫຍດ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໄປມາແລ້ວ, ແນ່ນອນ ຕົ້ນຈຳປາເຫລົ່ານັ້ນເກີດຈາກການປູກຂອງມະນຸດບໍ່ແມ່ນ ຈາກທຳມະຊາດ ແຕ່ຖາມວ່າໃຜເປັນຄົນປູກ ເປັນໄປໄດ້ຫລາຍທີ່ຈະແມ່ນຄົນສ້າງ ວັດພູ. ຄິດວ່າຈ່າງຊັ້ນ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ຮອດພັນປີ... ເຮົາຖາມລຸງຄົນສວນຢູ່ຫັ້ນແລ້ວ ລາວວ່າ " ມີຄົນມາສຳຫຼວດແລ້ວ ປະກົດວ່າຕົ້ນຕານຢູ່ບ່ອນນັ້ນມີອາຍຸປະມານ 600ປີ ແລະ ຕົ້ນຕາດຄູ່ຢູ່ຕໍ່ໜ້າທາງເຂົ້າຫັ້ນມີອາຍຸ 20ປີ"
sTUpId....!!!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ babizzzz953 ຂຽນວ່າ... ບໍ່ຮອດພັນປີ... ເຮົາຖາມລຸງຄົນສວນຢູ່ຫັ້ນແລ້ວ ລາວວ່າ " ມີຄົນມາສຳຫຼວດແລ້ວ ປະກົດວ່າຕົ້ນຕານຢູ່ບ່ອນນັ້ນມີອາຍຸປະມານ 600ປີ ແລະ ຕົ້ນຕາດຄູ່ຢູ່ຕໍ່ໜ້າທາງເຂົ້າຫັ້ນມີອາຍຸ 20ປີ"ແຕ່ຕົ້ນຈຳປານັ້ນ ມັນຕ່າງຈາກຕົ້ນຕານ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ວ້າວ ໆ ໆ ຄືມາຍາວແທ້ ຕິດໝີ້ໄວ້ມື້ໝ້າມາອ່ານຕໍ່ ຫາກໍ່ໄດ້ເຄີ່ງດຽວ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບົດລາຍງານການຄົ້ນຄວ້າ ຈະຍາວທຸກຄັ້ງ ອ່ານໄວ້ໄດ້ປະໂຫຍດ ຂອງແທ້ເລີຍບໍ່ຕ້ອງຫ່ວງເຣື່ອງຂໍ້ມູນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ... ບົດລາຍງານການຄົ້ນຄວ້າ ຈະຍາວທຸກຄັ້ງ ອ່ານໄວ້ໄດ້ປະໂຫຍດ ຂອງແທ້ເລີຍບໍ່ຕ້ອງຫ່ວງເຣື່ອງຂໍ້ມູນແຣະ ໆ ດຽວໄປຫາຄົນອ່ານໃຫ້ຟັງກ່ອນຊ້ານນະ ໄດ້ປະໂຫຍດທັງຄົນອ່ານລະກາຄົນຟັງ ດີໆຄວາມຄິດດີ ແຣະເຣົານີ້
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ... ບົດລາຍງານການຄົ້ນຄວ້າ ຈະຍາວທຸກຄັ້ງ ອ່ານໄວ້ໄດ້ປະໂຫຍດ ຂອງແທ້ເລີຍບໍ່ຕ້ອງຫ່ວງເຣື່ອງຂໍ້ມູນແຣະ ໆ ດຽວໄປຫາຄົນອ່ານໃຫ້ຟັງກ່ອນຊ້ານນະ ໄດ້ປະໂຫຍດທັງຄົນອ່ານລະກາຄົນຟັງ ດີໆຄວາມຄິດດີ ແຣະເຣົານີ້ ດິມາ ມີຄົນອ່ານໃຫ້ຟັງ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຍັງບໍ່ ເຄີຍໄປ ກັບ ໄປ ຈະໄປ ເບີງ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
too long and confusing |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອືມ໌ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ງາມເນາະຢາກໄປຢາກໄປ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໄປເບິ່ງຍາມນີ້ຍິ່ງງາມ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຍັງຫາຄົນມາອ່ານໃຫ້ ບໍ່ທັນມີຊ້ຳ
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອືມ໌...............ໄປຊອກຫາໃຫ້ໄດ້ເດີ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຍູ່ນີ້ນິເອງ
ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຕ້ອງອ່ານເອົາແທ້ໆໆໆ ຢ່າພຽງໃຊ້ເປັນທາງຜ່ານ (ອ່ານຜ່ານໆ) ອິໆໆໆ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ພ້ອມປະຫວັດເລີຍ ອິອິ
ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ປະຫວັດນັ້ນຂອງແທ້ເລີຍ |