ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຟິສິກ/ເຄມີ/ຊີວະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ຟິສິກ/ເຄມີ/ຊີວະ » ມາລອງແກ້ໂຈດເຄມີກັນສຳລັບນັກຮຽນມໍປາຍແລະນັກສຶກສາປີທີໜຶ່ງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ອາຊິດຟອກມິກ (HCOOH) ມີຄວາມເຂັ້ມຂຸ້ນ 0.01 mol/L ມີຄ່າຄົງທີ່ການແຕກຕົວ Ka=1.80x10-5. ຖາມວ່າ ຄວາມເຂັ້ມຂຸ້ນຂອງ [H3O+]=? ແລະທາດລະລາຍນີ້ມີ pH=?

2. ທາດລະລາຍ Zn(NO3)2 ເຂັ້ມຂຸ້ນ 35.0% ໂດຍມວນສານຕໍ່ບໍລິມາດ, density=1.3678 g/mL, ຖ້າຕ້ອງການ Zn(NO3)2 ຈຳນວນ 25.0 g .ຖາມວ່າ ຈະຕ້ອງດູດເອົາທາດລະລາຍນີ້ອອກມາຈັກ mL ?
ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Zn=65, N=14, O=16 )

3. ເອົາທາດແມກນີຊຽມ (Mg) ຈຳນວນ 6 g ທຳປະຕິກິລິຍາກັບ ຮາໂລເຈັນ (ພວກຮາໂລແຊນຈຸ VII A) ສົມມຸດວ່າ ຮາໂລເຈັນດັ່ງກ່າວນັ້ນມີສູດແມ່ນ X2, ຈະໄດ້ທາດປະສົມ MgX2 ເມື່ອນຳເອົາ MgX2 ທີ່ໄດ້ມາເກີດປະຕິກິລິຍາກັບ AgNO3 ທີ່ຫຼາຍເກີນພໍ, ຈະເກີດມີພຶກຂອງ AgX 117.5 g. ຖາມວ່າ X2 ແມ່ນທາດໃດໃນຈຸ VII A ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Mg=24, Ag=108, N=14, O=16)

4. ເພິ່ນວິເຄາະອົງຄະທາດຊະນິດໜຶ່ງພົບວ່າມັນປະກອບມີ C 66.66%, H 11.11% ແລະ O 22.22% . ຖາມວ່າ ສູດເຄມີຂອງທາດປະສົມອົງຄະທາດຊະນິດນີ້ແມ່ນແນວໃດ? ມີຊື່ຕາມລະບົບ (IUPAC) ວ່າແນວໃດ? (ຮູ້ວ່າ: ທາດປະສົມອົງຄະທາດຊະນິດນີ້ 3.2 g ຈະມີບໍລິມາດໃນເງື່ອນໄຂມາດຕະຖານແມ່ນ 0.995 L ແລະຮູ້ອີກວ່າ ຈຸເຄື່ອນໄຫວທາງເຄມີຂອງທາດປະສົມອົງຄະທາດຊະນິດນີ້ມີຢູ່ນຳອາຕອມຄາບອນທີສອງ).

5. ທາດລະລາຍ Na2SO4 ທີ່ມີຄວາມເຂັ້ມຂຸ້ນ 5.2% ໂດຍມວນສານຕໍ່ມວນສານ, ຖາມວ່າ ທາດລະລາຍດັ່ງກ່າວນີ້ຈະມີຄວາມເຂັ້ມຂຸ້ນເປັນເທົ່າໃດ molality ຫຼື mol/Kg?

ແລ້ວຄຳຖາມແບບນີ້ຈະມີມາອີກໃນສະບັບໜ້າ, ຂອບໃຈທຸກຄົນທີ່ຊ່ວຍແກ້ໂຈດຂ້າງເທິງນີ້

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາລອງແກ້ກັນໄດ້ເລີຍ ອາດຈະໄດ້ຟື້ນຄວາມຊົງຈຳຄືນ

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ປີ3ແລ້ວ ກາຍແລ້ວ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງໃດ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໐ ກະທູ້
໕໐ ໂພສ
ຂາປະຈຳເວັບບອດ
ngong loey ieie hien bor hod tuea na

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງ ອີ່ຫຍັງນໍ້ນິນ່າສາວpatjoub2

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Sam lup pai tee eong karn kae jod Chemistry sern dai lery

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Kheu wa bor hen mee phai ma kae lery noc

໔ ກະທູ້
໑໐໗ ໂພສ
ນັກການກະທູ້
ໂອ ມືດຕຶບເລີຍ

ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງໄຄແຕ່ເຮົາກາຍປີ1ແລ້ວ

ຄົນຄິດຮອດບ້ານ

໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ຮ່າໆລຶມໝົດແລ້ວຮຽນຈົບມາ 5 ປີກ່ອນ ພຸ້ນນາ ຈື່ໄດ້ແຕ່ອາເຊນອນ O2ອົກຊີແຊນ
ໃນສະໄໜນັ້ນດັງຂະໜາດເລີຍ

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
so easy...

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TOoooOOOOO ຂຽນວ່າ...
so easy...

Man la man bor dai yark dok poc wa mun man Question sam lap high school

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ງົງ ເລີຍ ຊິລອງ ເຮັດ ລະ ຊິເອົາມາສົງເດີ້

♡ເເມ່ລູກອ໋ອນ♡

.

໓໖ ກະທູ້
໘໙໒ ໂພສ
ຊຳນານການເວັບບອດ
ເອົາເເບບນີ້ ມາສອນຫລາຍໆ ເເນ່ເດີ້

♡ເເມ່ລູກອ໋ອນ♡

.

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ງົງ ເລີຍ ຊິລອງ ເຮັດ ລະ ຊິເອົາມາສົງເດີ້

Doi doi leo si ma kuard hai ner

໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ katai ຂຽນວ່າ...
ງົງ ເລີຍ ຊິລອງ ເຮັດ ລະ ຊິເອົາມາສົງເດີ້

Doi doi leo si ma kuard hai ner

ຕັ້ງໃຈຮຽນດີເນາະນາງກະຕ່າຍ

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
sao ka tai, tha kham top yoo ner eeeeeee

໖ ກະທູ້
໒໑໙ ໂພສ
ນັກການກະທູ້
ເຄີຍເກັ່ງວິຊາເຄມີຕອນຢູ່ ມ5 - ມ6 ບາດຈົບລະສົ່ງຄວາມຮູ້ຄືນໃຫ້ອາຈານເກືອບໝົດ ຍັງແຕ່ອ່ານໄດ້ໜ້ອຍດຽວ

ຂາປະຈຳພັນລາວ² + ກ່ອງສົນທະນາ + ໂຫຼດ-ອັບເດດເພງເກົາຫຼີ
ເຈິຄົນແປກໜ້າ ດີກວ່າເຈິຄົນໜ້າແປກ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Oh song mot lery

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
diaw ja long bg..

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
3. ເອົາທາດແມກນີຊຽມ (Mg) ຈຳນວນ 6 g ທຳປະຕິກິລິຍາກັບ ຮາໂລເຈັນ (ພວກຮາໂລແຊນຈຸ VII A) ສົມມຸດວ່າ ຮາໂລເຈັນດັ່ງກ່າວນັ້ນມີສູດແມ່ນ X2, ຈະໄດ້ທາດປະສົມ MgX2 ເມື່ອນຳເອົາ MgX2 ທີ່ໄດ້ມາເກີດປະຕິກິລິຍາກັບ AgNO3 ທີ່ຫຼາຍເກີນພໍ, ຈະເກີດມີພຶກຂອງ AgX 117.5 g. ຖາມວ່າ X2 ແມ່ນທາດໃດໃນຈຸ VII A ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Mg=24, Ag=108, N=14, O=16)

ເຮົາຄົບກັນສອງປີແລ້ວ.. ^_^

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
khor 1.. 2..4.. arn bor kao jai phoc hao khei hian pen pha sa Franc.. lei bor hu wa pha sa lao phern ern e yung pen e yung..

Khor 5 kham tob man 152,65mol/ kg bor?

khor 3 hun.. man At.. tae wa.. AgX = 117,5g nun phid dah..

Hao lai hun bor dai dueng ao AgX ma lai.. hao dueng MgX2 ma lai.. kham tob khong X jing thao gub 210g lue wa man Masse atomique khong At..

Tha hao dueng AgX ma lai man lek ja ork ma bor thuek.. mun ja ork pen 300 paiy phoun..

Un t jing pian toe lek dae gah d dah.. phu uen jing gae thuek.. AgX = 104,5g..

PS: hao gah bor hu dork wa hao lai thuek bor.. hao gah job dai 3 pi leo.. pa ju ban gah hian vi sa t bor giow gub Chimie lei.. phid phard pa garn daih khor r phai..

ຂໍ້ 5 ຄືວ່າ ອອກຫຼ່າຍແທ້ນໍ, ຄຳຖາມທຸກໆຂໍ້ແມ່ນຖືກໝົດແລ້ວບໍ່ມີຕົວເລກໃດຜິດເລີຍ ລອງແກ້ຄືນໃໝ່ເບິ່ງອີກເທື່ອໜຶ່ງເນີ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
leo ja hai kae kr dai la ne lairy kr tae2 br mi vara na ao vai okart mai ja ma kae dr tar mi kr diew

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
1. ອາຊິດຟອກມິກ (HCOOH) ມີຄວາມເຂັ້ມຂຸ້ນ 0.01 mol/L ມີຄ່າຄົງທີ່ການແຕກຕົວ Ka=1.80 x 10-5. ຖາມວ່າ ຄວາມເຂັ້ມຂຸ້ນຂອງ [H3O+] = ? ແລະທາດລະລາຍນີ້ມີ pH = ?

2. ທາດລະລາຍ Zn(NO3)2 ເຂັ້ມຂຸ້ນ 35.0% ໂດຍມວນສານຕໍ່ບໍລິມາດ, density=1.3678 g/mL, ຖ້າຕ້ອງການ Zn(NO3)2 ຈຳນວນ 25.0 g .ຖາມວ່າ ຈະຕ້ອງດູດເອົາທາດລະລາຍນີ້ອອກມາຈັກ mL ?
ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Zn=65, N=14, O=16 )

3. ເອົາທາດແມກນີຊຽມ (Mg) ຈຳນວນ 6 g ທຳປະຕິກິລິຍາກັບ ຮາໂລເຈັນ (ພວກຮາໂລແຊນຈຸ VII A) ສົມມຸດວ່າ ຮາໂລເຈັນດັ່ງກ່າວນັ້ນມີສູດແມ່ນ X2, ຈະໄດ້ທາດປະສົມ MgX2 ເມື່ອນຳເອົາ MgX2 ທີ່ໄດ້ມາເກີດປະຕິກິລິຍາກັບ AgNO3 ທີ່ຫຼາຍເກີນພໍ, ຈະເກີດມີພຶກຂອງ AgX 117.5 g. ຖາມວ່າ X2 ແມ່ນທາດໃດໃນຈຸ VII A ? ຮູ້ວ່າ: ມວນສານໂມເລກຸນຂອງແຕ່ລະທາດແມ່ນ (Mg=24, Ag=108, N=14, O=16)

4. ເພິ່ນວິເຄາະອົງຄະທາດຊະນິດໜຶ່ງພົບວ່າມັນປະກອບມີ C 66.66%, H 11.11% ແລະ O 22.22% . ຖາມວ່າ ສູດເຄມີຂອງທາດປະສົມອົງຄະທາດຊະນິດນີ້ແມ່ນແນວໃດ? ມີຊື່ຕາມລະບົບ (IUPAC) ວ່າແນວໃດ? (ຮູ້ວ່າ: ທາດປະສົມອົງຄະທາດຊະນິດນີ້ 3.2 g ຈະມີບໍລິມາດໃນເງື່ອນໄຂມາດຕະຖານແມ່ນ 0.995 L ແລະຮູ້ອີກວ່າຈຸເຄື່ອນໄຫວທາງເຄມີຂອງທາດປະສົມອົງຄະທາດຊະນິດນີ້ມີຢູ່
ນຳອາຕອມຄາບອນທີສອງ).

5. ທາດລະລາຍ Na2SO4 ທີ່ມີຄວາມເຂັ້ມຂຸ້ນ 5.2% ໂດຍມວນສານຕໍ່ມວນສານ, ຖາມວ່າ ທາດລະລາຍດັ່ງກ່າວນີ້ຈະມີຄວາມເຂັ້ມຂຸ້ນເປັນເທົ່າໃດ molality ຫຼື mol/Kg?

ຄຳຕອບ

1.
Ca = 0.01 mol/L
Ka = 1.80 x 10-5
[H3O+] = ?
pH = ?
ຈາກ: [H3O+]2 = Ka x Ca
[H3O+]2 = 1.80 x 10-5 x 0.01 mol/L
[H3O+] = 4.24 x 10-4 mol/L
ຈາກ: pH = -log[H3O+]
pH = -log(4.24 x 10-4)
pH = 3.37
ທາດລະລາຍນີ້ມີ pH = 3.37

2.
X = 35.0%
d = 1.3678 g/mL
m = 25.0 g
V = ?
M = 189 g/mol (Zn(NO3)2)

ຈາກ: C = 10dX / M
C = 10 x 1.3678 x 35 / 189
C = 2.53 mol/L
ຈາກ: m / M = C x V / 1000
V = m x 1000 / M x C
V = 25.0 x 1000 / 189 x 2.53
V = 52.2 mL
ຖ້າຕ້ອງການ Zn(NO3)2 ຈຳນວນ 25.0 g ຈະຕ້ອງປິແປັດເອົາທາດລະລາຍນີ້ອອກມາ 52.2 mL.

3.
Mg + X2 = MgX2
MgX2 + 2 AgNO3 ທີ່ຫຼາຍເກີນພໍ = Mg(NO3)2 + 2 AgX
ເມື່ອລວມທັງສອງສົມຜົນເຂົ້າໃສ່ກັນຈະໄດ້ວ່າ:
Mg + X2 + 2 AgNO3 ທີ່ຫຼາຍເກີນພໍ = Mg(NO3)2 + 2 AgX
(ເຊິ່ງວາງໃຫ້ y ແມ່ນມວນສານໂມເລກຸນຂອງ X) ຈະໄດ້:
Mg 6 g ຈະເຮັດໃຫ້ໄດ້ AgX 117 g
ຕາມສົມຜົນ: Mg 24 g ຈະໄດ້ AgX [ 2 x (108 + y) ] g
6 x [ 2 x (108 + y) ] = 117 x 24
6 x ( 216 + 2y ) = 2820
1296 + 12y = 2820
12y = 1524
y = 127
ເຊິ່ງເມື່ອທຽບກັບມວນສານໂມເລກຸນຂອງທາດມູນໃນຈຸ VII A ຕາມຕາຕະລາງທາດມູນເຄມີແລ້ວເຫັນວ່າເທົ່າກັນກັບທາດ ໄອໂອດີນ (I2)
ສະແດງວ່າ X2 ແມ່ນທາດ ໄອໂອດີນ (I2) ນັ້ນເອງ.

4.
C 66.66%, H 11.11% ແລະ O 22.22%
m = 3.2 g
v = 0.995 L
M = ?
ສ້າງອັດຕາສ່ວນໂດຍມວນສານຈະໄດ້ວ່າ:
C : H : O
66.66 / 12 : 11.11 / 1 : 22.22 / 16
5.55 : 11.11 : 1.38
5.55 / 1.38 : 11.11 / 1.38 : 1.38 / 1.38
4 : 8 : 1
ສູດງ່າຍດາຍແມ່ນ: C4H8O

ຈາກ: m / M = v / 22.4 L/mol
M = m x 22.4 / v
M = 3.2 x 22.4 / 0.995
M = 72 g/mol
ສູດແທ້ຈິງ = ( ສູດງ່າຍດາຍ)n
72 = ( C4H8O )n
72 = [( 12 x 4) + ( 1x 8) + 16 ]n
72 = 72n
n = 1
ສະແດງວ່າສູດງ່າຍດາຍແລະສູດແທ້ຈິງແມ່ນອັນດຽວກັນຄື: C4H8O
ຮູ້ອີກວ່າທາດນີ້ມີຈຸເຄື່ອນໄຫວເຄມີຢູ່ນຳອາຕອມຄາບອນທີສອງ, ນັ້ນກໍ່ສະແດງວ່າທາດນີ້ແມ່ນມີຈຸກຳນົດຂອງເຊຕອນ (Ketone)
ເຊິ່ງທາດນີ້ມີສູດໂຄງສ້າງແມ່ນ: CH3-CO-CH2-CH3
ແລະມີຊື່ຕາມແບບIUPACວ່າ: 2-ບູຕານອນ ຫຼື 2-butanone

5. ທາດລະລາຍ Na2SO4 ທີ່ມີຄວາມເຂັ້ມຂຸ້ນ 5.2% ໂດຍມວນສານຕໍ່ມວນສານ ໝາຍຄວາມວ່າ ໃນທາດລະລາຍດັ່ງກ່າວ 100 g ໃດຈະມີເກືອ Na2SO4 ລະລາຍຢູ່ 5.2 g ດັ່ງນັ້ນມວນສານຂອງທາດພາລະລາຍແມ່ນ:
ມວນສານທາດລະລາຍລວມ = ມວນສານທາດພາລະລາຍ + ມວນສານທາດຖືກລະລາຍ
ມວນສານທາດພາລະລາຍ = ມວນສານທາດລະລາຍລວມ - ມວນສານທາດຖືກລະລາຍ
100 g - 5.2 g = 94.8 g
ມວນສານທາດພາລະລາຍ = 94.8 g
ຈາກ: m = m1 x 1000 / m2 x M
M = 142 g/mol (Na2SO4)
m1 = 5.2 g (ມວນສານທາດຖືກລະລາຍ)
m2 = 94.8 g (ມວນສານທາດພາລະລາຍ)
m = 5.2 x 1000 / 94.8 x 142
m = 0.386 mol/Kg
ທາດລະລາຍດັ່ງກ່າວນີ້ຈະມີຄວາມເຂັ້ມຂຸ້ນເປັນ 0.386 molality ຫຼື mol/Kg.

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄຳຕອບມາແລ້ວ

໒ ກະທູ້
໒໒໒ ໂພສ
ນັກການກະທູ້
ຂ້ອຍບໍ່ເກັ່ງເລື້ອງຢ່າງວ່າ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເປັນຫຍັງດອກບໍ່ເກັ່ງກໍ່ສາມາດເຂົ້າມາເບິ່ງໄດ້

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>