ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຟິສິກ/ເຄມີ/ຊີວະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
pai hiem perm korn ................


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ເຄມີຂ້ອຍບໍ່ເກັ່ງນະຂ້ອຍມາເບິ່ງຄິດວ່າມັນໂຕງ່າຍ ຍາກແບບນີ້ຂໍໂທດທີ່ແກ້ຊ່ວຍບໍ່ໄດ້



໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
ຄຳຖາມແລະຄຳຕອບຂອງຕອນທີ 1 ກົດເບິ່ງໄດ້ຈາກບ່ອນນີ້
ຄຳຖາມຕອນທີ່ 2

1. ທາດລະລາຍ HCl ມີຄວາມເຂັ້ມຂຸ້ນ 0.092 mol/L ມີບໍລິມາດ 10 cm3 ເມື່ອນຳມາເກີດປະຕິກິລິຍາຈາວກັບທາດລະລາຍ NaOH ທີ່ມີຄວາມເຂັ້ມຂຸ້ນ 0.09 mol/L ມີບໍລິມາດ 10 cm3. ຖາມວ່າຫຼັງຈາກປະຕິກິລິຍາສຳເລັດແລ້ວທາດລະລາຍທີ່ໄດ້ຈະມີ pH ເປັນເທົ່າໃດ?

2. Alcohol ອີ່ມຕົວຊະນິດໜຶ່ງບັນຈຸອອກຊີເຈັນ (O2) ຢູ່ 26.7% ທາງດ້ານມວນສານ. ຖາມວ່າ:
ກ. ສູດໂມເລກຸນຂອງ Alcohol ອີ່ມຕົວຊະນິດນີ້ແມ່ນແນວໃດ?
ຂ. ສູດໂຄງສ້າງທີ່ເປັນໄປໄດ້ທັງໝົດຂອງ Alcohol ອີ່ມຕົວຊະນິດນີ້, ພ້ອມທັງອ່ານຊື່ຕາມລະບົບ IUPAC.

3. ໃນຂະບວນການເອເລັກໂຕຣລີເຊີຂອງເກືອ NaNO3 ດ້ວຍກະແສໄຟຟ້າ 4A ເປັນໄລຍະເວລາ 2 ຊົ່ວໂມງ. ຖາມວ່າຢູ່ທີ່ຂົ້ວໄຟຟ້າຈະເກີດມີໂລຫະ Na ທີ່ຖືກປົດປ່ອຍອອກມາຈັກກຼາມ?

4. ທາດປະສົມຮີໂດຣກາກບົວ (Hydrocarbon) ຊະນິດໜຶ່ງປະກອບມີ C 64.86%, H 13.5%, ແລະສ່ວນທີ່ເຫຼືອແມ່ນອອກຊີເຈນ. (ຮູ້ວ່າ: ທາດປະສົມນີ້ 2 g ມີບໍລິມາດ 0.3306 L ພາຍໃຕ້ຄວາມດັນ 2atm ແລະອຸນຫະພູມ 298K, ກຳນົດໃຫ້: R = 0.0821 L atm mol-1 K-1). ຖາມວ່າ:
ກ. ສູດໂມເລກຸນຂອງທາດນີ້ແມ່ນແນວໃດ?
ຂ. ຂຽນສູດໂຄງສ້າງພ້ອມທັງອ່ານຊື່ທາດປະສົມດັ່ງກ່າວຕາມລະບົບ IUPAC (ເຊິ່ງທາດປະສົມດັ່ງກ່າວນີ້ແມ່ນມີຈຸກຳນົດແມ່ນ OH)

5. ນັກຮຽນຄົນໜຶ່ງໄດ້ນຳເອົາໂລຫະ Mg ຈຳນວນ 6g ມາປະຕິກິລິຍາກັບທາດລະລາຍອາຊິດຊຸນຟູຣິກ H2SO4 ທີ່ເຂັ້ມຂຸ້ນ 6.25 mol/L ຈຳນວນ 20 cm3 ຕາມສົມຜົນຂ້າງລຸ່ມນີ້:
Mg + H2SO4 = MgSO4 + H2
ຖາມວ່າ:
ກ. ມີທາດໃດເຫຼືອຫຼັງຈາກປະຕິກິລິຍາສິ້ນສຸດລົງ, ແລະເຫຼືອເທົ່າໃດ?
ຂ. ທາດໃດເປັນຕົວກຳນົດປະຕິກິລິຍາ?
ຄ. ເກືອທີ່ໄດ້ຮັບພາຍຫຼັງຈາກປະຕິກິລິຍາສິ້ນສຸດລົງຈະມີຈັກ g?
ງ. ບໍລິມາດທາດອາຍ H2 ທີ່ໄດ້ຮັບໃນເງື່ອນໄຂມາດຕະຖານຈະມີຈັກ dm3 ພາຍຫຼັງຈາກປະຕິກິລິຍາສິ້ນສຸດລົງ?

6. ນັກຮຽນຜູ່ໜຶ່ງຕ້ອງການທາດລະລາຍອາຊິດນີຕຣິກ HNO3 ທີ່ມີຄວາມເຂັ້ມຂຸ້ນ 0.5 mol/L ຈຳນວນ 150 mL ເພື່ອໃຊ້ໃນການທົດລອງຂອງລາວ, ແຕ່ຢູ່ໃນຫ້ອງທົດລອງປະກົດວ່າມີຂວດອາຊິດນີຕຣິກທີ່ມີສະຫຼາກຕິດບອກໄວ້ວ່າອາຊິດມີຄວາມເຂັ້ມຂຸ້ນ 6 mol/L. ຖາມວ່າ: ຖ້າເຈົ້າເປັນໝູ່ຂອງລາວ, ພວກເຈົ້າຈະເຮັດແນວໃດເພື່ອໃຫ້ໄດ້ລະລາຍອາຊິດນີຕຣິກຕາມທີ່ຕ້ອງການເພື່ອໃຊ້ໃນການທົດລອງ?

ແລ້ວຄຳຖາມແບບນີ້ຈະມີມາອີກໃນສະບັບໜ້າ, ຂອບໃຈທຸກຄົນທີ່ຊ່ວຍເຂົ້າມາແກ້ໂຈດຂ້າງເທິງນີ້


ເຈົ້າຂອງກະທູ້ນີ້ ເອົາວິທີແກ້ມາໃຫ້ເບິ່ງແດ່ດູ້? ມັນຖຶກວິທີແກ້ກັບຂອງຂ້ອຍບໍ່? ໄວໆເດີ້

ຂໍຖາມເພື່ອນພັນລາວທຸກໆຄົນຊ່ວຍແນະນຳແດ່ດີ້
ໃນwindow 7ທີ່ຄີຍໃຊ້ມາເລື້ອຍໆ ຕາມປົກກະຕິ, ແຕ່ຍົກເລີກແລ້ວກັບມາ
ໃຊ້ຄືນ ມັນຜິດປົກກະຕິຄືວ່າ
ເຫດຜົນທີ່ຕິດຕັ້ງໂປຣແກຣມ mesenger window LIVE ບໍ່ໄດ້ຄືເກົ່າມັນຜິດບ່ອນໃດ? ຊ່ວຍຕອບແດ່ເດີ້!

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>