ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ວິທີ​ການ​ທ້ອນ​ເງິນ​ສຳລັບ​ຄົນທີ່​ອາ​ຍຸ 20 - 30 ປີ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້



ສຳລັບ​ຄົນທີ່​ອາ​ຍຸ 20 - 30 ປີ ຖື​ເປັນ​ໄວ​ເລີ່ມ​ຕົ້ນ​ການເຮັດວຽກງານ ຍັງ​ບໍ່​ມີ​ພາລະທີ່​ຕ້ອງ​ຮັບ​ຜິດຊອບ​ເທົ່າໃດ ແລະ​ຍັງ​ເປັນ​ໄວ​ທີ່​ຍັງ​ສາມາດ​ຫາ​ລາຍ​ໄດ້​ອີກ​ດົນ ໃນ​ອະນາຄົດ ຊ່ວງ​ອາ​ຍຸ​ຂະໜາດ​ນີ້​ຖື​ເປັນ​ໄວ​ທີ່​ໄດ້​ປຽບ​ໃນ​ການ​ລົງ​ທຶນ​ຫລາຍ​ທີ່ສຸດ ເພາະ​ສາມາດ​ຮັບ​ຄວາມ​ສ່ຽງ​ໄດ້​ຫລາຍກວ່າ ເພາະ​ເຖິງແມ່ນວ່າ​ຈະ​ມີ​ໂອ​ກາດ ທີ່​ຈະ​ສູນ ເສຍ​ເງິນ​ຕົ້ນ​ສູງ ຖ້າ​ເສຍ​ເງິນ​ໄປ​ຈິງ​ກໍ​ຍັງມີ​ເວລາ​ອີກ​ດົນ​ເພື່ອ​ຫາ​ລາຍ​ໄດ້​ມາ​ທົດ​ແທນ ທັງ​ຍັງ​ບໍ່​ມີ​ຄອບຄົວ​ທີ່​ຕ້ອງ​ເບິ່ງແຍງ

ໃຫ້​ໃຊ້​ສັດ​ສ່ວນ​ເປັນ 10:90 ເປີ​ເຊັນ

ໂດຍ 10% ເປັນ​ເງິນ​ຝາກ​ແລະ​ຕາ​ສານ​ໜີ້

90% ເປັນ​ຕາ​ສານ​ທຶນ


ຫຼາຍຄົນ​ອ່ານ​ບົດ​ນີ້​ແລ້ວ​ຈະ​ວ່າ​ບົດ​ຮຽນ​ນີ້​ໃຊ້​ບໍ່​ທັນ​ໄດ້​ໃນ​ບ້ານ​ເຮົາ ​ແຕ່​ຢ່າ​ລືມ​ວ່າ​ຕະຫຼາດຫຸ້ນ​ລາວ​ເກີດ​ຂຶ້ນ​ແລ້ວ​ເດີ ດັ່ງນັ້ນ ຕ້ອງ​ອ່ານ​ຕໍ່​ໃຫ້​ຈົບ


ສຳລັບ​ການ​ລົງ​ທຶນ​ຂອງ​ຄົນ​ອາ​ຍຸ 20 - 30 ປີ ອາດຈະ​ນຳ 90% ຂອງ​ເງິນທ້ອນ​ໄປ​ລົງ​ທຶນ​ໃນ​ຫຸ້ນ​ໄດ້ ແຕ່​ບໍ່​​ແມ່ນວ່າ​ຊື້​ຫຸ້ນ​ແບບ​ເກັງ​ກຳ​ໄລ ຫລື​ຊື້​ມາ​ຂາຍໄປ​ແຕ່​ເປັນ​ການ​ລົງ​ທຶນ​ຫຸ້ນ​​ໄລ​ຍະ​ຍາວ ເພາະ​ຈາ​ກສະ​ຖິ​ຕິ​ຂອງ​ຕ່າງ​ປະເທດ​ພົບ​ວ່າ ການ​ລົງ​ທຶນ​ໃນ​ຫຸ້ນ​ມີ​ອັດຕາ​ຜົນ​ຕອບ​ແທນ​ສະ​ເລ່ຍ​ສູງ​ທີ່ສຸດ ເຖິງວ່າ​ຈະ​ມີ​ຄວາມ​ຜັນ​​ແປຂຶ້ນໆ​ລົງໆ ແຕ່​ໃນ​​ໄລ​ຍະ​ຍາວ​ແລ້ວ ຫຸ້ນ​ຈະ​ມີ​ເສັ້ນ​ແນວ​ໂນ້ມ​ພຸ່ງຂຶ້ນ ຄືໄດ້ກຳ​ໄລ​ສະເໝີ

<a href="http://img.laoupload.com/"><img src="http://img.laoupload.com/images/40392848981346713803.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>
ສາ​ເຫດ​ທີ່​ຄົນ​ອາ​ຍຸ​ນ້ອຍ​ສາມາດ​ລົງ​ທຶນ​ໃນ​ຫຸ້ນ​ໄດ້​ຫລາຍ ເພາະ​ມີ​ເວລາ​ທີ່​ຈະ​ລໍ​ຖ້າຮອບການ​ຜັນ​​ແປ​ຂຶ້ນໆ ລົງໆ ຂອງ​ຫຸ້ນ ຈຶ່ງ​ເໝາະ​ກັບ​ການ​ຊື້​ຫຸ້ນ​​ໄລ​ຍະ​ຍາວ ບໍ່​​ແມ່ນຊື້ເພື່ອ​ເກັງ​ກຳ​ໄລ​ສັ້ນໆ ໂດຍ​ເລືອກ​ຊື້​ຫຸ້ນ​ທີ່​ມີ​ປັດ​ໄຈ​ພື້ນ​ຖານ​ທີ່​ດີ ເລືອກ​ບໍລິສັດ​ທີ່​ເອົາ​ຕົວ​ລອດໄດ້ ແລ້ວ​ຊື້​ຖິ້ມ​ໄວ້ ຫລື ຊື້​ໄປ​ເລື້​ອຍໆ ຈະ​ມີ​ໂອ​ກາດ​ໄດ້​ກຳ​ໄລ​ສູງ​ຫລາຍ ເພາະ​ເວລາ​ຊ່ວຍຫລຸດ​ຄວາມ​ສ່ຽງ​ໃນ​ເລື່ອງ​ຫຸ້ນ ຂຶ້ນໆ ລົງໆ ໄດ້​ຫລາຍ


ສ່ວນ​ເງິນທ້ອນ​ທີ່​ເຫລືອ​ອີກ 10% ຄວນ​ເກັບ​ໄວ້​ໃນ​​ເງິນ​ຝາ​ກທະ​ນາ​ຄານ ແລະ​ຕາ​ສານໜີ້​ຕ່າງໆ ເຊັ່ນ ພັນ​ທະ​ບັດ​​ລັດຖະບານ ຫລື ຫຸ້ນ​ກູ້​ຕ່າງໆ ທີ່​ມີ​ຄວາມ​ປອດ​ໄພ​ຂອງ​ເງິນຕົ້ນ​ສູງ ໄດ້​ອັດຕາ​ດອກ​ເບ້ຍ​ທີ່​ແນ່ນອນ ເພື່ອ​ເປັນ​ຫລັກ​ປະ​ກັນ​ໃຫ້​ກັບ​ຕົວ​ເອງ.

ບໍມີວັນໄດ້ຮັກກັນ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ສົງໄສຕ້ອງນຳໄປປະຕິບັດຕົວຈິງແລ້ວ

ຊົ່ວຢ່າງສ້າງສັນ

໓ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ


໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ເປັນຄວາມຄິດທີ່ດີຫຼາຍແຕ່ຂໍເຕືອນຜູ້ສົນໃຈທັງຫຼາຍ
ການລົງທຶນອາດມີຄວາມສ່ຽງ ຜູ້ລົງທຶນຄວນສຶກສາກ່ອນລົງທຶນ


໒ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ເປັນຂໍ້ຄິດໄດ້ດີ...............

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ຄົນລາວແຕ່ບູຮານມາ ມີວິທີເກັບຮັກສາ ແລະ ສະສົມເງິນຄຳທີ່ຫາມາໄດ້ນັ້ນ ດ້ວຍການແບ່ງອອກເປັນ ໔ ກຸ່ມ:
໑. ໃຊ້ຈ່າຍປະຈຳວັນ
໒. ແບ່ງສ່ວນໜຶ່ງໃຫ້ຜູ້ມີບຸນຄຸນ
໓. ລົງທຶນ ເພື່ອຕໍ່ຍອດ
໔. ເກັບຮັກສາ(ຝາກໄວ້)ເພື່ອໃຊ້ໃນຍາມຈຳເປັນ....
ມາຮອດປັດຈຸບັນ ຄິດວ່າຍັງໃຊ້ໄດ້ຢູ່ ສຳລັບອັດຕາສ່ວນສາມາດກຳນົດໄດ້ດ້ວຍຕົວເຮົາເອງ...


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ທ້ອນ ເພາະເງິນບໍ່ພໍໃຫ້ທ້ອນ ຮາໆໆໆໆໆ


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ບໍ່ທ້ອນ ເພາະເງິນບໍ່ພໍໃຫ້ທ້ອນ ຮາໆໆໆໆໆ


ບໍມີວັນໄດ້ຮັກກັນ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຝາກໄວ້ກັບແມ່

ລະກະບໍ່ໄດ້ຄືນ

ລາວເວົ້າວ່າ ກິນຢູ່ແຕ່ລະມື້ເດ່

ກະເລືຍຖຽງບໍ່ອອກ

ທ້າວທອງໃສ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຝາກໄວ້ກັບແມ່

ລະກະບໍ່ໄດ້ຄືນ

ລາວເວົ້າວ່າ ກິນຢູ່ແຕ່ລະມື້ເດ່

ກະເລືຍຖຽງບໍ່ອອກ

ບາດແຕ່ງເມຍລາວຄ່ອຍເອົາໃຫ້ຄືນ

ບໍມີວັນໄດ້ຮັກກັນ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bao1000lao ຂຽນວ່າ...



ສຳລັບ​ຄົນທີ່​ອາ​ຍຸ 20 - 30 ປີ ຖື​ເປັນ​ໄວ​ເລີ່ມ​ຕົ້ນ​ການເຮັດວຽກງານ ຍັງ​ບໍ່​ມີ​ພາລະທີ່​ຕ້ອງ​ຮັບ​ຜິດຊອບ​ເທົ່າໃດ ແລະ​ຍັງ​ເປັນ​ໄວ​ທີ່​ຍັງ​ສາມາດ​ຫາ​ລາຍ​ໄດ້​ອີກ​ດົນ ໃນ​ອະນາຄົດ ຊ່ວງ​ອາ​ຍຸ​ຂະໜາດ​ນີ້​ຖື​ເປັນ​ໄວ​ທີ່​ໄດ້​ປຽບ​ໃນ​ການ​ລົງ​ທຶນ​ຫລາຍ​ທີ່ສຸດ ເພາະ​ສາມາດ​ຮັບ​ຄວາມ​ສ່ຽງ​ໄດ້​ຫລາຍກວ່າ ເພາະ​ເຖິງແມ່ນວ່າ​ຈະ​ມີ​ໂອ​ກາດ ທີ່​ຈະ​ສູນ ເສຍ​ເງິນ​ຕົ້ນ​ສູງ ຖ້າ​ເສຍ​ເງິນ​ໄປ​ຈິງ​ກໍ​ຍັງມີ​ເວລາ​ອີກ​ດົນ​ເພື່ອ​ຫາ​ລາຍ​ໄດ້​ມາ​ທົດ​ແທນ ທັງ​ຍັງ​ບໍ່​ມີ​ຄອບຄົວ​ທີ່​ຕ້ອງ​ເບິ່ງແຍງ

ໃຫ້​ໃຊ້​ສັດ​ສ່ວນ​ເປັນ 10:90 ເປີ​ເຊັນ

ໂດຍ 10% ເປັນ​ເງິນ​ຝາກ​ແລະ​ຕາ​ສານ​ໜີ້

90% ເປັນ​ຕາ​ສານ​ທຶນ


ຫຼາຍຄົນ​ອ່ານ​ບົດ​ນີ້​ແລ້ວ​ຈະ​ວ່າ​ບົດ​ຮຽນ​ນີ້​ໃຊ້​ບໍ່​ທັນ​ໄດ້​ໃນ​ບ້ານ​ເຮົາ ​ແຕ່​ຢ່າ​ລືມ​ວ່າ​ຕະຫຼາດຫຸ້ນ​ລາວ​ເກີດ​ຂຶ້ນ​ແລ້ວ​ເດີ ດັ່ງນັ້ນ ຕ້ອງ​ອ່ານ​ຕໍ່​ໃຫ້​ຈົບ


ສຳລັບ​ການ​ລົງ​ທຶນ​ຂອງ​ຄົນ​ອາ​ຍຸ 20 - 30 ປີ ອາດຈະ​ນຳ 90% ຂອງ​ເງິນທ້ອນ​ໄປ​ລົງ​ທຶນ​ໃນ​ຫຸ້ນ​ໄດ້ ແຕ່​ບໍ່​​ແມ່ນວ່າ​ຊື້​ຫຸ້ນ​ແບບ​ເກັງ​ກຳ​ໄລ ຫລື​ຊື້​ມາ​ຂາຍໄປ​ແຕ່​ເປັນ​ການ​ລົງ​ທຶນ​ຫຸ້ນ​​ໄລ​ຍະ​ຍາວ ເພາະ​ຈາ​ກສະ​ຖິ​ຕິ​ຂອງ​ຕ່າງ​ປະເທດ​ພົບ​ວ່າ ການ​ລົງ​ທຶນ​ໃນ​ຫຸ້ນ​ມີ​ອັດຕາ​ຜົນ​ຕອບ​ແທນ​ສະ​ເລ່ຍ​ສູງ​ທີ່ສຸດ ເຖິງວ່າ​ຈະ​ມີ​ຄວາມ​ຜັນ​​ແປຂຶ້ນໆ​ລົງໆ ແຕ່​ໃນ​​ໄລ​ຍະ​ຍາວ​ແລ້ວ ຫຸ້ນ​ຈະ​ມີ​ເສັ້ນ​ແນວ​ໂນ້ມ​ພຸ່ງຂຶ້ນ ຄືໄດ້ກຳ​ໄລ​ສະເໝີ

<a href="http://img.laoupload.com/"><img src="http://img.laoupload.com/images/40392848981346713803.jpg" border="0" alt="img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!" /></a>
ສາ​ເຫດ​ທີ່​ຄົນ​ອາ​ຍຸ​ນ້ອຍ​ສາມາດ​ລົງ​ທຶນ​ໃນ​ຫຸ້ນ​ໄດ້​ຫລາຍ ເພາະ​ມີ​ເວລາ​ທີ່​ຈະ​ລໍ​ຖ້າຮອບການ​ຜັນ​​ແປ​ຂຶ້ນໆ ລົງໆ ຂອງ​ຫຸ້ນ ຈຶ່ງ​ເໝາະ​ກັບ​ການ​ຊື້​ຫຸ້ນ​​ໄລ​ຍະ​ຍາວ ບໍ່​​ແມ່ນຊື້ເພື່ອ​ເກັງ​ກຳ​ໄລ​ສັ້ນໆ ໂດຍ​ເລືອກ​ຊື້​ຫຸ້ນ​ທີ່​ມີ​ປັດ​ໄຈ​ພື້ນ​ຖານ​ທີ່​ດີ ເລືອກ​ບໍລິສັດ​ທີ່​ເອົາ​ຕົວ​ລອດໄດ້ ແລ້ວ​ຊື້​ຖິ້ມ​ໄວ້ ຫລື ຊື້​ໄປ​ເລື້​ອຍໆ ຈະ​ມີ​ໂອ​ກາດ​ໄດ້​ກຳ​ໄລ​ສູງ​ຫລາຍ ເພາະ​ເວລາ​ຊ່ວຍຫລຸດ​ຄວາມ​ສ່ຽງ​ໃນ​ເລື່ອງ​ຫຸ້ນ ຂຶ້ນໆ ລົງໆ ໄດ້​ຫລາຍ


ສ່ວນ​ເງິນທ້ອນ​ທີ່​ເຫລືອ​ອີກ 10% ຄວນ​ເກັບ​ໄວ້​ໃນ​​ເງິນ​ຝາ​ກທະ​ນາ​ຄານ ແລະ​ຕາ​ສານໜີ້​ຕ່າງໆ ເຊັ່ນ ພັນ​ທະ​ບັດ​​ລັດຖະບານ ຫລື ຫຸ້ນ​ກູ້​ຕ່າງໆ ທີ່​ມີ​ຄວາມ​ປອດ​ໄພ​ຂອງ​ເງິນຕົ້ນ​ສູງ ໄດ້​ອັດຕາ​ດອກ​ເບ້ຍ​ທີ່​ແນ່ນອນ ເພື່ອ​ເປັນ​ຫລັກ​ປະ​ກັນ​ໃຫ້​ກັບ​ຕົວ​ເອງ.

ບົດຄວາມນີ້ເອົາມາຈາກ www.sansouk.com ຂໍຄຳຂອບໃຈແດ່ທ້ອນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫັ້ນລະບໍ່ໃສ່ທີ່ມາ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກລອງເບິ່ງຢູ່
ແຕ່ຕອນນີ້ ຍັງກຳຫົວບໍ່ເຫັນຫາງຢູ່


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ຮູ້ວິທີຫຼິ້ນຮຸ້ນ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somphet ຂຽນວ່າ...
ບໍ່ຮູ້ວິທີຫຼິ້ນຮຸ້ນ


ຫຸ້ນ ບໍ່ແມ່ນ ຮຸ້ນ

ຄິດດີ ເວົ້າດີ ເຮັດດີ

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ມີ 100%
ຊື້ຫຸ້ນໄວ້ກິນຍາວ 90%
ຝາກທະນາຄານ 10%

ແລ້ວແຕ່ລະມື້ຊິກິນຫຍັງ?

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ແຕ່ສືບມື້ສືບວັນ ໄປຊີ້ລະ
ກຳຫົວກະບໍເຫັນຫາງລະ

ຮັກແທ້ຄືແມ່

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ໄດ້ແຕ່ສືບມື້ສືບວັນ ໄປຊີ້ລະ
ກຳຫົວກະບໍເຫັນຫາງລະ




ຫາກະຮູ້ວ່າເຈົ້າມີຫາງ!!!! ຮະຮະຮຮະ

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້


ເປັນຄວາມຄິດທີ່ດີ ແຕ່ປະຕິບັດຍາກ


໑ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ຄົນລາວແຕ່ບູຮານມາ ມີວິທີເກັບຮັກສາ ແລະ ສະສົມເງິນຄຳທີ່ຫາມາໄດ້ນັ້ນ ດ້ວຍການແບ່ງອອກເປັນ ໔ ກຸ່ມ:
໑. ໃຊ້ຈ່າຍປະຈຳວັນ
໒. ແບ່ງສ່ວນໜຶ່ງໃຫ້ຜູ້ມີບຸນຄຸນ
໓. ລົງທຶນ ເພື່ອຕໍ່ຍອດ
໔. ເກັບຮັກສາ(ຝາກໄວ້)ເພື່ອໃຊ້ໃນຍາມຈຳເປັນ....
ມາຮອດປັດຈຸບັນ ຄິດວ່າຍັງໃຊ້ໄດ້ຢູ່ ສຳລັບອັດຕາສ່ວນສາມາດກຳນົດໄດ້ດ້ວຍຕົວເຮົາເອງ...




ເປັນແນວທາງທີດີຄືກັນ....


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ເຮັດວຽກກັບເອກະຊົນເງີນເດືອນລ້ານປາຍຂີ່ລົດຈັກບໍ່ພໍກີນ.ເຮັດວຽກກັບ ເງີນເດືອນຫ້າແສນປາຍຂີ່ລົດເບັ້ນ


ເຊື່ອຫຍັງກະເຊື່ອໄດ້ ເຊື່ອບໍ່ໄດ້ແຕ່ໃຈຄົນ

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ yaya ຂຽນວ່າ...
ເຮັດວຽກກັບເອກະຊົນເງີນເດືອນລ້ານປາຍຂີ່ລົດຈັກບໍ່ພໍກີນ.ເຮັດວຽກກັບ ເງີນເດືອນຫ້າແສນປາຍຂີ່ລົດເບັ້ນ



ນ້ອງເອີຍ!! ອັນລົດເບ້ນຫັ້ນ ແມ່ນຂະເຈົ້າຖືກຫວຍພັດທະນາ... ຫວຍນີ້ຊື້ສະເພາະແຕ່ຜູ້ມີເງື່ອນໄຂ.... ຊື້ແລ້ວຖືກທຸກຄົນ, ຂາຍແບບລັບໆໆ ແລະ ອອກຕາມໃຈຜູ້ຊື້!!!

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Challenge ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ yaya ຂຽນວ່າ...
ເຮັດວຽກກັບເອກະຊົນເງີນເດືອນລ້ານປາຍຂີ່ລົດຈັກບໍ່ພໍກີນ.ເຮັດວຽກກັບ ເງີນເດືອນຫ້າແສນປາຍຂີ່ລົດເບັ້ນ



ນ້ອງເອີຍ!! ອັນລົດເບ້ນຫັ້ນ ແມ່ນຂະເຈົ້າຖືກຫວຍພັດທະນາ... ຫວຍນີ້ຊື້ສະເພາະແຕ່ຜູ້ມີເງື່ອນໄຂ.... ຊື້ແລ້ວຖືກທຸກຄົນ, ຂາຍແບບລັບໆໆ ແລະ ອອກຕາມໃຈຜູ້ຊື້!!!

ໂຫ໊!!! ເປັນຕາຖືກຢູ້ ຂ້ອຍກ່າມັກຫຼີ້ນເລກ ຢາກຖືກແບບເຂົາເດ...

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໕ ກະທູ້
໙ ໂພສ
ຂາປະຈຳເວັບບອດ
morseng


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຢາກເຮັດໄດ້ຢູ່ແຕ່ພະຍາຍາມເທື່ອໃດ ພັດໄປເຫັນເສື້ອຜ້າງາມໆລະອົດໃຈບໍ່ຊືບໍ່ໄດ້ ເລີຍໝົດໄປແຕ່ນຳເສື້ອຜ້າ

"no one is perfect"

໒ ກະທູ້
໑໓໘ ໂພສ
ນັກການກະທູ້
ແຮແຮ ງົງນໍ ຖ້າບໍ່ຫລິ້ນຫຸ້ນເດລະ?

ALWAYS KEEP THE FAITH

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
thon hai tae e u harn mod..............5555555555555


໖ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ໄວລຸ້ນລາວປະຈຸບັນສ່ວນໃຫຍ່ເກືອບ99%ຂ້ອຍຄິດວ່າຄືຊິຍັງບໍ່ທັນຄິດໄກຮອດປານນິຊຳສະນັ້ນການທ້ອນເງີນຊື້ຫຸ້ນຄືຊິເປັນໄປໄດ້ຍາກ ທ້ອນໄວ້ຊື້ເບຍຫັ້ນແມ່ນຢູ່ ຫຼັກການ ການທ້ອນເງີນແບບງ່າຍສຳລັບຜູ້ຢາກທ້ອນຄື ຫັກເງີນຈາກລາຍໄດ້ເກັບໄວ້ໂລດແລ້ວຈຶ່ງນຳເງີນທີ່ເຫຼືອໄປໃຊ້ຈ່າຍໃນຊີວິດປະຈຳວັນບໍ່ແມ່ນເຫຼືອຈາກໃຊ້ຈ່າຍແລ້ວຈຶ່ງມາເກັບ


໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ບໍ່ໄດ້ທ້ອນ ເພາະເງິນບໍ່ພໍໃຫ້ທ້ອນ ຮາໆໆ

..........................................................................
..........................................................................

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>