ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ປືກສາເລື່ອງການລົງທຸນຮຸ້ນສ້າງຜົນກຳໄລ ໃຜຢາກລວຍມາຟັງໄວ

໖ ກະທູ້
໑໔໖ ໂພສ
ນັກການກະທູ້
ທ່ານໃນ ພັນລາວໃຜເຄີຍຫຼີ້ນຮຸ້ນແດ່ ເພາະປະຈຸບັນນີ້ບ້ານເຮົາມີຕະຫຼາດຮຸ້ນແລ້ວ
ຢາກຮູ້ໃຜເຄີຍຫຼືມີຄວາມຮູ່ກ່ຽວກັບເລື່ອງນີ້ແດ່ ຢາກຮູ້ເບື້ອງຕົ້ນ ຄວາມສ່ຽງ ແລະ ວິທີ ບໍລິຫານຈັດການຮຸ້ນ
ຄືສົນໃຈໃນເລື່ອງນີ້ນະ ຊ່ວຍໃຫ້ຕຳແນາະນຳແດ່

" ບໍ່ມີໃຜວາງແຜນເພື່ອໃຫ້ຊີວິດຫຼົມຈົມ"
.........."ມີແຕ່ຊີວິດຫຼົມຈົມເພາະບໍ່ໄດ້ວາງແຜນ"

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ມາເປີດສົດກະທູ້

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະບໍ່ເຄີຍຫຼິ້ນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍຫລີ້ນຄືກັນເພາະບ້ານເຮົາຫາກໍ່ມີ.......
ຄິດວ່າຖ້າຢາກຫລີ້ນແທ້ໆ ກະຕ້ອງປືກສານຳຜູ້ທີ່ເຄີຍຫລີ້ນມາ ທາງທີ່ດີຢ່າຟ້າວຕັດສິນໃຈໃນຕອນນີ້ຈະດີກວ່າ....
ຖ້າມີເງິນຄິດວ່າລົງທຶນໃນດ້ານອະສັງຫາລິມະຊັບໂດຍສະເພາະທີ່ດິນ ແລະສັງຫາລິມະຊັບໂດຍສະເພາະຄຳ ຈະດີກ່ວາ ເພາະມີແຕ່ຂື້ນກັບຂື້ນບໍ່ມີລົງ....


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການລົງທຶນມີຄວາມສ່ຽງ ກ່ອນຕັດສິນໃຈລົງທຶນຕ້ອງສຶກສາໄຕ່ຕອງຢ່າງຮອບຄອບເສຍກ່ອນ..


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ
ໄດ້ຟັງແຕ່ເຂົາວ່າ::ຫຸ້ນມີລາຄາຕຳ່ສຸດຢູ່ທີ່400-500 ແຕ່ບໍ່ແນ່ໃໃຈວ່າແທ້ຫຼືບໍ່ເພາະບໍ່ເຄີຍຫຼີ້ນ...ຖ້າລາຄາຕ່ຳກວ່ານີ້ທາງວິສາຫະກິດກໍ່ຈະຂາດທຶນ ແຕ່ຕ້ອງຫຼຸດລາຄາເພາະເປັນການຕະຫຼາດດຶງດູດເອົານັກລົງທຶນ...ດ້ວຍເຫດຜົນທີ່ຫຸ້ນມີການພັ່ນພວນຢູ່ຕະຫຼອດເວລາ ຈິ່ງຕ້ອງຄຳນຶງເຖິງຕົ້ນທຶນເວລາຊື້ວ່າສູງຫຼືຕ່ຳ ..ຖ້າຢູ່ໃນລະດັບສູງຫຼືແພງ ຫຸນກໍ່ມີໂອກາດຕົກຕ່ຳກວ່າຕົ້ນທຶນທີ່ເຮົາຊື້ໄດ້ ..ແຕ່ຖ້າມີຜູ່ຮ່ວມຮຸ້ນຈຳນວນຫຼາຍກໍ່ຈະເຮັດໃຫ້ລາຄາຫຸ້ນມີແນວໂນມສູງຂຶ້ນເລື້ອຍໆໆໆໆໆໆໆ..ຈົບຂ່າວ,,,,ເຂົາເວົ້າມາວ່າແນວນີ້ີ້ີ້ີ້ີ້,,,




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ສຳຫລັບຂ້ອຍຖ້າຈະຫລິ້ນຫຸ້ນຂ້ອຍຈະຂໍຫລິ້ນຫຸ້ນ Forex (Foreign exchange)
ເຊິ່ງເປັນການຊື້-ຂາຍຫຸ້ນອັດຕາແລກປ່ຽນເງິນ ຊຶ່ງ ມີຄູ່ຂອງສະກຸນເງິນຕ່າງໃຫ້ເລືອກຊື້ຂາຍເຊັ່ນ :
USD/THB 30.2949 (ເງິນບາດ ໄທ ຊື້ເງິນໂດລ່າ ສະຫະລັດ, 30.2949 ບາດ = 1 ໂດລ່າ ສະຫະລັດ)
EUR/USD 1.4464
USD/JPY 80.2849
GBP/USD 1.64265
USD/CHF 0.83383
USD/CAD 0.97814
AUD/USD 1.07441
NZD/USD 0.81382
EUR/JPY 117.523
(ຂໍ້ມູນຂອງວັນທີ06,ມິຖຸນາ 2011)
ເຊິ່ງອັດຕາແລກປ່ຽນນີ້ ຈະມີການປ່ຽນແປງ ຂຶ້ນລົງທຸກໆວິນາທີໂດຍສະເພາະຫລັງຈຸດຂອງມັນ(ຕົວເລກຈະປ່ຽນແປງທຸກວິນາທີແບບ real time)
ການຊື້ຂາຍກໍ່ງ່າຍໆ ຖ້າຄາດວ່າມັນຈະຂຶ້ນ ກໍ່ໃຫ້ຄລິກປຸ່ມ BUY,ແຕ່ຖ້າຄາດວ່າມັນຈະລົງ ກໍ່ໃຫ້ຄລິກປຸ່ມ SELL ແລະເມື່ອຕ້ອງການປິດການຊື້ຂາຍ
ກໍ່ໃຫ້ຄລິກປຸ່ມ CLOSE
ລາຍໄດ້ ກໍ່ ຄິດເປັນປິບ(pip).ເຊັ່ນ:ຖ້າເຮົາຄາດວ່າ EUR/USD ຈະລົງຈາກປະຈຸບັນຢູ່ທີ່ 1.4464 ,ເຮົາກໍ່ຄລິກທີ່ປຸ່ມ SELL.
ພໍ10ນາທີຜ່ານໄປມັນລົງຈິງໆເປັນໄປຕາມຄາດ.
ສົມມຸດວ່າມັນລົງ34ຈຸດ ລາຄາກໍ່ຈະປ່ຽນລົງມາເປັນ EUR/USD 1.4430 ນັ້ນຫມາຍຄວາມວ່າເຮົາໄດ້ 34 pips.

ຫາກເຮົາເປີດການຂາຍ(SELL)
ໂດຍກຳນົດໃຫ້ 1ປິບ ມີມູນຄ່າ 1ໂດລ່າ,
ນັ້ນກໍ່ຫມາຍຄວາມວ່າ ເມື່ອລາຄາຕົກລົງຫນຶ່ງຈຸດ ບັນຊີເຮົາກໍ່ຈະຕິດບວກ1ໂດລ່າ,
ແຕ່ເມື່ອລາຄາແລ່ນຂຶ້ນ 1ຈຸດ ບັນຊີເຮົາກໍ່ຈະຕິດລົບ 1ໂດລ່າ ເຊັ່ນກັນ.
ເມື່ອເຮົາປິດການຂາຍ(close trade)ໃນເວລາທີ່ບັນຊີເຮົາກຳລັງຕິດບວກ ເຮົາກໍ່ຈະໄດ້ເງິນ.
ເມື່ອເຮົາປິດການຂາຍ(close trade)ໃນເວລາທີ່ບັນຊີເຮົາກຳລັງຕິດລົບ ເຮົາກໍ່ຈະເສຍເງິນ.

ຫາກເຮົາເປີດການຂາຍ(SELL)
ໂດຍກຳນົດໃຫ້ 1ປິບ ມີມູນຄ່າ 80ໂດລ່າ,
ນັ້ນກໍ່ຫມາຍຄວາມວ່າ ເມື່ອລາຄາຕົກລົງຫນຶ່ງຈຸດ ບັນຊີເຮົາກໍ່ຈະຕິດບວກ80ໂດລ່າ,
ແຕ່ເມື່ອລາຄາແລ່ນຂຶ້ນ 1ຈຸດ ບັນຊີເຮົາກໍ່ຈະຕິດລົບ 80ໂດລ່າ ເຊັ່ນກັນ.
ເມື່ອເຮົາປິດການຂາຍ(close trade)ໃນເວລາທີ່ບັນຊີເຮົາກຳລັງຕິດບວກ ເຮົາກໍ່ຈະໄດ້ເງິນ.
ເມື່ອເຮົາປິດການຂາຍ(close trade)ໃນເວລາທີ່ບັນຊີເຮົາກຳລັງຕິດລົບ ເຮົາກໍ່ຈະເສຍເງິນ.

ຫາກເຮົາເປີດການຊື້(BUY)
ໂດຍກຳນົດໃຫ້ 1ປິບ ມີມູນຄ່າ 1ໂດລ່າ,
ນັ້ນກໍ່ຫມາຍຄວາມວ່າ ເມື່ອລາຄາໂດດຂຶ້ນຫນຶ່ງຈຸດ ບັນຊີເຮົາກໍ່ຈະຕິດບວກ1ໂດລ່າ,
ແຕ່ເມື່ອລາຄາຕົກລົງ 1ຈຸດ ບັນຊີເຮົາກໍ່ຈະຕິດລົບ 1ໂດລ່າ ເຊັ່ນກັນ.
ເມື່ອເຮົາປິດການຊື້(close trade)ໃນເວລາທີ່ບັນຊີເຮົາກຳລັງຕິດບວກ ເຮົາກໍ່ຈະໄດ້ເງິນ.
ເມື່ອເຮົາປິດການຊື້(close trade)ໃນເວລາທີ່ບັນຊີເຮົາກຳລັງຕິດລົບ ເຮົາກໍ່ຈະເສຍເງິນ.

ຈາກຂ້າງເທິງເຮົາໄດ້ເປີດການຂາຍ(SELL)ເອົາໄວ້ ເພາະເຮົາຄາດວ່າລາຄາຈະລົງ ແລ້ວຕອນນີ້ລາຄາກໍ່ລົງຈິງໆ
ຕອນທີ່ເຮົາເປີດການຂາຍ ລາຄາແມ່ນຢູ່ທີ່ 1.4464 ແຕ່ຕອນນີ້ລາຄາລົງມາຢູ່ທີ່ 1.4430 (ລົງມາ34 ຈຸດ), ບັນຊີຂອງເຮົາກຳລັງຕິດບວກ
ຫາກເຮົາປິດການຂາຍ(CLOSE)ໃນເວລານີ້ ເຮົາກໍ່ຈະໄດ້ເງິນ.

ການຊື້-ຂາຍ forex (trade forex) ແມ່ນທຳຜ່ານນາຍຫນ້າ( forex broker).
ເຊິ່ງກໍ່ມີຫລາຍເວັບທີ່ເປັນ brokerໃຫ້ບໍລິການ trade forex ໃນປະຈຸບັນ.ຈາກຂ້າງເທິງເຮົາໄດ້ທຳການເທຣດ(trade)ຄູ່ສະກຸນເງິນ EUR/USD
ແລະໄດ້ມາ 34 ປິບ ນາຍຫນ້າຈະເອົາ3ປິບ (spreads 3) ສະແດງວ່າ ທີ່ເຮົາຈະໄດ້ຈິງໆແມ່ນພຽງແຕ່ 31ປິບ.(ຄູ່ສະກຸນເງິນອື່ນໆນາຍຫນ້າອາດເອົາຫລາຍກົ່ວນີ້). ຫມາຍຄວາມວ່າ ເຮົາຈະຖືກຄິດ 3ຈຸດ ທັນທີທີ່ເຮົາເປີດການຊື້ຂາຍ.

ການເປີດບັນຊີກັບເວັບໄຊຕ໌ທີ່ເປັນຕົວແທນຄ້າ forex (forex broker) ນັ້ນແມ່ນເປີດບັນຊີສອງແບບຄື: practice account (demo account)ບັນຊີທົດລອງ ເຊິ່ງຈະມີເງິນປອມ(virtual money)ໃຫ້ຝຶກຝົນ ແລະ real account (live account) ບັນຊີຈິງ.
ການເທຣດ forex ແມ່ນ login ເຂົ້າເວັບໄຊຕ໌ທີ່ເຮົາໄດ້ທຳການເປີດບັນຊີນັ້ນ ແລ້ວ ທຳການ ເທຣດໄດ້ເລີຍ (ແຕ່ຕ້ອງເອົາເງິນເຂົ້າໄປກ່ອນໃດລະ)
ຫລືຈະເທຣດໂດຍຜ່ານໂປຣແກຣມ ຫລື ທີ່ເອີ້ນວ່າ platform ທີ່ທາງເວັບໄຊຕ໌ນັ້ນແຈກໃຫ້ດາວໂຫລດຟຣີນັ້ນກໍ່ໄດ້.
broker ສ່ວນໃຫຍ່ແມ່ນໃຊ້ platform MT4 (Mata Trader 4) ແຕ່ມີບາງ broker ທີ່ນຳເອົາ MT5 ອອກມາໃຊ້ກັນແລ້ວ
(ເຊັ່ນ : LiteForex).
ຢາກລອງເທຣດ forex ຫລິ້ນມ່ວນໆ ກໍ່ລອງທຳການສະຫມັກກັບ ໂບຣກເກີ LiteForex, ສະຫມັກຄລິກທີ່ນີ້ແລ້ວ ດາວໂຫລດ platform ຄລິກທີ່ນີ້ ມີເງິນປອມໃຫ້ ເປັນແສນ

(ຕະຫລາດຫຸ້ນ ເປີດທຳການແຕ່ ວັນ ຈັນ-ສຸກ, ຄື: ເວລາ 4ຫລື5 ໂມງເຊົ້າຂອງວັນຈັນ ເຖິງ 4ຫລື5 ໂມງເຊົ້າຂອງວັນເສົາ
ອີງຕາມລະດູການ ເຊັກເບິ່ງເວລາ ຄລິກ)

ຫລືຄົນທີ່ລົງທຶນ ແລະເທຣດບໍ່ເກັ່ງກໍ່ຫາຊື້ພວກໂປຣແກຣມຊ່ວຍເທຣດແບບອັດຕະໂນມັດ(forex robot) ຄືໂປຣແກຣມມັນຈະຕັດສິນໃຈຊື້-ຂາຍແທນເຮົາເອງ,
ໂດຍທີ່ເຮົາບໍ່ຕ້ອງມາວິເຄາະຕະຫລາດ ຫລືຄອຍຕິດຕາມຂ່າວສານໃດໆເລີຍ (ບໍ່ຕ້ອງມີຄວາມຮູ້ກ່ຽວກັບຫຸ້ນກໍ່ເຮັດໄດ້)
ເຊິ່ງມັນກໍ່ມີການຮັບປະກັນສິນຄ້າ60ວັນບໍ່ພໍໃຈຄືນເງິນເຕັມຈຳນວນ ແລະສາມາດເອົາໂປຣແກຣມດັ່ງກ່າວໄປທົດລອງຫລິ້ນກັບເງິນປອມໄດ້.
ໂປຣແກຣມທີ່ເອົາມາແນະນຳນີ້ມີຊື່ວ່າ fapturbo(ແຟັບເທີໂບ) ມັນສາມາດເທຣດໄດ້ຫລາຍຄູ່ສະກຸນເງິນພ້ອມໆກັນ ແລະຮອງຮັບ MT4
ເວັບໄຊຕ໌http://anteedee.fapturbo.hop.clickbank.net ຫລືຄລິກ
ທີ່ນີ້

ຫລືຫາກທ່ານຢາກເອົາເງິນໄປຝາກໃຫ້ທີມເກັ່ງໆຫລິ້ນໃຫ້(ລົງທຶນກັບ hyip) ແລ້ວລໍກິນດອກເບ້ຍສູງໆຕໍ່ວັນ ກໍ່ລອງມາເບິ່ງທີ່ blogger ຂອງຂ້ອຍອາດມີປະໂຫຍດ
ເຊິ່ງຂ້ອຍໄດ້ເລືອກໄວ້ເວັບຫນຶ່ງທີ່ເຊື່ອຖືໄດ້ມາແນະນຳ
ເຂົ້າ blogger ຂອງຂ້ອຍຄລິກທີ່ນີ້
ຫລືຈະເຂົ້າໄປເບິ່ງເວັບແນະນຳໂດຍກົງກໍ່ຄລິກທີ່ນີ້


ເຊັກເບິ່ງສະຖານະການຈ່າຍ ຂອງ safedepositary ໄດ້ທີ່ນີ້
(safedepositary.com ມີປັນຫາ ເລີ່ມບໍ່ຈ່າຍແລ້ວ ພີ່ນ້ອງ)


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ການຊື້ຂາຍ forex ແມ່ນເປັນການຊື້ຂາຍຄ່າເງິນ,ໃນຄະນະທີ່ເຮົາຊື້ສະກຸນເງິນຫນຶ່ງ ກໍ່ເປັນການຂາຍອີກສະກຸນເງິນຫນຶ່ງອອກໄປນັ້ນເອງ ເຊັ່ນ :
ເຮົາຊື້ສະກຸນເງິນ EUR ເຮົາກໍ່ເລືອກຊື້ຄູ່ສະກຸນເງິນທີ່ມີ EUR ນຳຫນ້າ ເຊັ່ນ EUR/USD .

BID = ລາຄາຂາຍ
ASK = ລາຄາຊື້

SYMBOL BID / ASK

AUD/USD 1.074 / 1.0743
EUR/USD 1.4643 / 1.4646
GBP/USD 1.6421 / 1.6424
NZD/USD 0.8156 / 0.8159
USD/CAD 0.9806 / 0.9809
USD/CHF 0.8341 / 0.8344
USD/JPY 80.32 / 80.35
AUD/CAD 1.0529 / 1.0538


໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຈັກລະເດີ......ຂ້ອຍລະເຮັດວຽກກໍ່ສ້າງບໍ່ຮູ້ເລື້ອງນີ້ປານໄດ ຊື້ແຕ່ຮຸ້ນໄຟຟ້າລາວໃວ້ 10 ຮຸ້ນ ຈັກຊິເປັນຈັ່ງໄດບຸຫັ່ນ

ນາງຟ້າໃຫ້ນັ່ງໜ້າລົດ ສ່ວນແມ່ມົດໃຫ້ທັງລົດທັງບ້ານ

໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຮຸ້ນສ່ວນ ຫົວໃຈມີຂາຍເບາະຢູ່ຕະຫຼາດຮຸ້ນນະ

ນາງຟ້າໃຫ້ນັ່ງໜ້າລົດ ສ່ວນແມ່ມົດໃຫ້ທັງລົດທັງບ້ານ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕະຫຼາດຫຸ້ນເດີ້ ບໍ່ແມ່ນຮຸ້ນ

ຄິດດີ ເວົ້າດີ ເຮັດດີ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ໂບຣກເກີແນະນຳແມ່ນ ໂບຣກເກີ LiteForex
ສະຫມັກ AlertPay ເພື່ອເອົາໄວ້ເປັນບັນຊີກາງໃນັການຮັຍຈ່າຍເງິນ ສະຫມັກຟຣີ ຄລິກເລີຍ


໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ




ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ຕະຫຼາດຫຸ້ນເດີ້ ບໍ່ແມ່ນຮຸ້ນ






໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ta lard zaow der kai zin aow kiew kun u wa..........55555555555


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂພຈ ເຄີຍຫຼິ້ນແລະກໍໄດ້ກຳໄລສອງເທົ່າຕົວ ມັນສົມກັບຄຳທີ່ຂົາວ່າ high risk high return


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ ແນະນຳໃຫ້ໄປ ບໍລິສັດ ຮ່ວມມືການລົງທຶນໃກ້ທາດຫຼວງ ຢູ່4ແຍກໜອງບອນ ຕໍ່ໜ້າບໍລິສັດຊີມັງ, ເຂົາເຈົ້າມີການຮຽນຟີທຸກໆ ຈັນ ຄານ ພຸດ ໄປຮຽນໂລດ ຫຼື ສະໝັກເຮັດວຽກນຳເຂົາເຈົ້າກໍ່ຮັບຕະຫຼອດບໍ່ຈຳກັດ ເຮັດວຽກແລ້ວກໍ່ເຮັດເປັນວຽກເພີ່ມໄດ້ ເຮັດຢູ່ເຮືອນກໍ່ໄດ້


໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ຖ້າຄິດຈະຫລິ້ນຫຸ້ນ ຕ້ອງສຶກສາຂໍ້ມູນໃຫ້ດີ......... ແລະກໍ່ຕ້ອງໄດ້ຕິດຕາມຂ່າວສານຕະຫລອດ.........

liverpool you"ll never walk alone

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ ຢູ່ ວ່າ ເປັນ ແນວໄດ່ ເລື່ອງ ນີ້ ຮ່າໆໆ ເພື່ອ ບາງ ທີ່ ໄດ້ ລວຍ ໂດຍ ບໍ່ ຮູ້ ຕົວ ຮ່າໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອບໍ່ເຄີຍຫຼີ້ນຫຸ້ນມີແຕ່ຫຼີ້ນຫວຍ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໍ່ເຂົ້າໃຈການຫຼິ້ນຫຸ້ນອະຫຼີ ກະມື້ນິລະ
ມີຄົນໂພສໄວ້ເທິງບັກຍາວໆເລີຍ ອິອິ


ເສຍດາຍນ່າ ຢູ່ລາວຍັງບໍ່ທັນເປີດກວ້າງ ເຮົາລະເຫັນເດັກນ້ອຍເກົາຫຼີຢູ່ປະຖົມ ມີເງິນບໍ່ພໍທໍ່ໃດວອນກະຫຼິ້ນໄດ້
ບັດບ້ານເຮົາລະຕ້ອງກະເປົາໜັກ ຈຶ່ງຫຼິ້ນໄດ້

I believe in the IMPOSSIBLE