ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອາວພະນົມສິນມາຂຸດກະທູ້
ຫະຫະ ຕອນນັ້ນງົງ ຫາກະຮູ້ສະຖານທີ່ກັບທຳເລແມ່ນອັນດຽວກັນ

M99NOY

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ໂອ້ ພະນົມສິນ ເກັ່ງເນາະ ພໍດີເປັນອາຈານປະຈຳພັນລາວໄດ້ເລີຍ ຫຼືທີ່ປຶກສາດ້ານການຕະຫຼາດ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນການຂາຍຕິ


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ການຕະຫຼາດແມ່ນກົນລະຍຸດໃນການຊື້-ຂາຍສິນຄ້າຢ່າງມີລະບຽບແບບແຜນ ແລະ ວິທີການ ເພື່ອຮັກສາສ່ວນຄອງຫຼືສັດສ່ວນຕະຫຼາດທີ່ມີຢູ່ໃຫ້ໝັ້ນຄົງ ແລະ ຫາວິທີການຂະຫຍາຍສ່ວນຄອງຕະຫຼາດອອກໃຫ້ກວ້າງອອກໄປເທົ່າທີ່ເປັນໄປໄດ້


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ມັກປະໂຫຍກທີ່ອ້າຍພະນົມສິນວ່າ
ອ້າງເຖິງຂໍ້ຄວາມຈາກ pnomsin ຂຽນວ່າ...
ການຕະຫລາດ ແມ່ນ ສິລະປະໃນການຮັກສາໂຕໃຫ້ຢູ່ໃນຕະຫລາດໃຫ້ໄດ້ດົນ
[...] ເຈາະຕະຫລາດ ແປວ່າ ຫາວິທີເຂົ້າໄປຢູ່ໃນຕະຫລາດ ທີ່ມີຄູ່ແຂ່ງຫລາຍ
ຕີຕະຫລາດ ແປວ່າ ເຂົ້າໄປຢູ່ຕະຫລາດແລ້ວ ແຕ່ພະຍາຍາມໄລ່ຄູ່ແຂ່ງອອກໄປຈາກຕະຫລາດ ໃຫ້ໄດ້ຫລາຍທີ່ສຸດ


ການຕະຫຼາດທີ່ດີຕ້ອງເອົາໃຈໃສ່ເລື່ອງການສ້າງນະວັດຕະກຳຂອງສິນຄ້າ ແລະ ການບໍລິການເພື່ອດຶງດູູດລູກຄ້າ ຫ້າມມີອະຄະຕິຕໍ່ຄູ່ແຂ່ງຂັນ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊອກຫາຕະລາດເພື່ອການຄ້າ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ນັກການຕະຫລາດທັງນັ້ນຫວານິ...
ໄດ້ຄວາມຮູ້ເພິ່ມລະເຮົາ...




໗ ກະທູ້
໒໓໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ມັກປະໂຫຍກທີ່ອ້າຍພະນົມສິນວ່າ
ອ້າງເຖິງຂໍ້ຄວາມຈາກ pnomsin ຂຽນວ່າ...
ການຕະຫລາດ ແມ່ນ ສິລະປະໃນການຮັກສາໂຕໃຫ້ຢູ່ໃນຕະຫລາດໃຫ້ໄດ້ດົນ
[...] ເຈາະຕະຫລາດ ແປວ່າ ຫາວິທີເຂົ້າໄປຢູ່ໃນຕະຫລາດ ທີ່ມີຄູ່ແຂ່ງຫລາຍ
ຕີຕະຫລາດ ແປວ່າ ເຂົ້າໄປຢູ່ຕະຫລາດແລ້ວ ແຕ່ພະຍາຍາມໄລ່ຄູ່ແຂ່ງອອກໄປຈາກຕະຫລາດ ໃຫ້ໄດ້ຫລາຍທີ່ສຸດ


ການຕະຫຼາດທີ່ດີຕ້ອງເອົາໃຈໃສ່ເລື່ອງການສ້າງນະວັດຕະກຳຂອງສິນຄ້າ ແລະ ການບໍລິການເພື່ອດຶງດູູດລູກຄ້າ ຫ້າມມີອະຄະຕິຕໍ່ຄູ່ແຂ່ງຂັນ

...................ໂດຍອີງໃສ່ 4ps ເດີ້ພີ່ນ້ອງເອີ້ຍຍຍຍຍຍຍຍຍຍຍຍຍຍຍຍຍ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອບແລ້ວ


໑ ກະທູ້
໒໔໐ ໂພສ
ນັກການກະທູ້
4P Placeຖ້າແປພາສາອັງກິດຕາມຕົງແມ່ນສະຖານທີ່,ທຳເລ
ແຕ່ຂ້ອຍບໍ່ຮູ້ຄືກັນວ່າຢູ່ລາວສອນແບບໃດ, ເທົ່າທີ່ຂ້ອຍກຳລັງສຶກສາຢູ່ Placeແມ່ນທີ່ຕັ້ງຂອງສິນຄ້າກ່ອນເຖິງມືຂອງຜູ້ບໍລິໂພກ ບໍ່ໄດ້ຫມາຍຄວາມເຖິງພຽງທີ່ຕັ້ງ ທຳເລຂອງຮ້ານຄ້າພຽງຢ່າງດຽວ
ຍັງຫມາຍເຖິງວິທີ ເທັກນິກການກະຈາຍສິນຄ້າຈາກຜູ້ຜະລິດເຖິງຜູ້ບໍລິໂພກ ໂດຍທາງກົງຫລືທາງອ້ອມ
ແລະການຈັດການຄວບຄຸມຄັງສິນຄ້າອີກນຳດ້ວຍ ແລະອື່ນຯອີກ
ຢ້ານຄົນເຂົ້າໃຈຜິດວ່າ 4P Place ເປັນພຽງທຳເລຊື່ຯ ແຕ່ຢາກໃຫ້ເຂົ້າໃຈນຳກັນວ່າມັນມີຄວາມຫມາຍຫລາຍກວ່ານັ້ນ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຈະເວົ້າຄວາມໝາຍຂອງການຕະຫລາດອອກມາຈົນໝົດມັນຈະຍາວ ທີ່ນີ້ຂໍເວົ້າແບບກວມລວມ ການຕະຫລາດໝາຍເຖິງການຂາຍ,ການຈໍລະຈອນສິນຄ້າລະຫວ່າງຜູ້ຂາຍກັບຜູ້ຊື້ ໃຫ້ມີຄວາມເພີ່ງພໍໃຈໃນສິນຄ້າ, ລາຄາ ແລະການບໍລິການ ມີເປົ້າໝາຍສູງສຸດຄືໃຫ້ສິນຄ້າເປັນທີ່ຣູ້ຈັກໃນສັງຄົມ ເພື່ອໃຫ້ໄດ້ມາເປັນກຳໄລ.


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮີຮີຮີ


໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ໂອ້

ຕາມໃດໂລກຍັງໝູນອ້ອມຕົວມັນເອງຈະບໍ່ມີຄໍາວ່າບໍ່ແນ່ນອນ

໗ ກະທູ້
໒໓໒ ໂພສ
ນັກການກະທູ້
ຫາກບາງກໍລະນີກະຕ້ອງໄດ້ອີງໃສ່ 7Ps ພຸ້ນໃດລະ :
1 ຜະລິດຕະພັນ PRODUCT
2 ລາຄາ PRICE
3 ຊ່ອງທາງການຈັດຈຳຫນ່າຍ PLACE
4 ການສົ່ງເສີມການຕະຫລາດ PROMOTION
5 ບຸກຄະລາກອນ ຫລື ພະນັກງານ PEOPLE
6 ຂະບວນການໃຫ້ບໍລິການ PROCESS
7 ສິ່ງແວດລ້ອມທາງກາຍະພາບ PHYSICAL EVIDENCE..........................


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນການຊື້ການຂາຍ


ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>