ຂຽນເມື່ອ ຫລາຍກວ່າ 12 ປີ ກ່ອນໜ້ານີ້
ບົດຝຶກຫັດ ວິຊາ ບັນຊີທະນາຄານ
ບົດທີ 3 ການບັນຊີກ່ຽວກັບເງິນຝາກ
ຕໍ່ໄປນີ້ເປັນລາຍການເຄືອນໄຫວບາງສວ່ນກ່ຽວກັບເງິນຝາກຢູ່ທະນາຄານແຫ່ງ ສປປລາວ ຂອງທະນາຄານທຸລະກິດ A:
ລາຍການທີ1: ທະນາຄານນຳເງິນສົດໄປຝາກເຂົ້າບັນຊີ ເງິນຝາກກະແສລາຍວັນຢູ່ທະນາຄານແຫ່ງ ສປປລາວ ຈຳນວນ 350.000.000 ກີບ ແລະ 200.000 ບາດ.
ລາຍການທີ 2 :ທະນາຄານຄິດໄລ່ຈຳນວນເງິນທີ່ຕ້ອງຝາກແຮບັງຄັບໄລຍະຮັກສາທີ 1 ຕາມຂໍ້ມູນລຸ່ມນີ້:
- ຍອດເຫລືອເງິນຝາກສະເລ່ຽຂອງລູກຄ້າ 850.000.000 ກີບ 2.540.000 ບາດແລະ 1.350.000 ໂດລາ.
- ອັດຕາສ່ວນເງິນແຮຝາກບັງຄັບ:ເງິນກີບ 5% ເງິນບາດ ແລະເງິນໂດລາ 10%.
ລາຍການທີ 3: ທະນາຄານຂຽນແຊັກ ເພື່ອຊຳລະດອກເບ້ຍຄ້າງຈ່າຍເງິນກູ້ຢືມຈາກທະນາຄານແຫ່ງ ສປປລາວ ຈຳນວນ 12.800.000 ກີບ
ລາຍການທີ 4: ທະນາຄານຂຽນແຊັກເພື່ອຖອນເງິນສົດ ຈຳນວນ 120.000.000 ກີບ.
ລາຍການທີ 5 ທະນາຄານນຳແຊັກໄປຝາກເຂົ້າບັນຊີເງິນຝາກກະແສລາຍວັນ 5 ສະບັບເປັນເງິນທັງໜົດ 22.000.000 ກີບ
ລາຍການທີ 6 ທະນາຄານຄິດໄລ່ຈຳນວນເງິນທີ່ຕ້ອງຝາກແຮບັງຄັບໄລຍະຮັກສາທີ 2 ຕາມຂໍ້ມູນລຸ່ມນີ້:
- ຍອດເຫລືອເງິນຝາກສະເລ່ຍຂອງລູກຄ້າ 1.200.000.000 ກີບ 2.130.000 ບາດ ແລະ 2.350.000 ໂດລາ.
- ອັດຕາສ່ວນເງິນແຮຝາກບັງຄັບ:ເງິນກີບ 5% ເງິນບາດ ແລະເງິນໂດລາ 10%.
ລາຍການທີ 7 :ທະນາຄານນຳເງິນສົດໄປຝາກ ເຂົ້າບັນຊີເງິນຝາກກະແສລາຍວັນ ຢູ່ທະນາຄານແຫ່ງ ສປປ ລາວ ຈຳນວນເງິນ 135.000.000 ກີບ ແລະ 250.300 ຢູໂຣ.
ລາຍການທີ 8 ທະນາຄານຂຽນແຊັກສັ່ງຈ່າຍເພື່ອຂໍຖອນເງິນສົດຈຳນວນ 35.000 ໂດລາ.
ລາຍການທີ 9 ທະນາຄານຄິດໄລ່ຈຳນວນເງິນທີ່ຕ້ອງຝາກແຮບັງຄັບ ໄລຍະຮັກສາທີ 3 ຕາມຂໍ້ມູນລຸ່ມນີ້:
- ຍອດເຫລືອເງິນຝາກສະເລ່ຍລູກຄ້າ 1.050.000.000 ກີບ ,2.040.000 ບາດ ແລະ 2.350.000 ໂດລາ
- ອັດຕາສ່ວນເງິນແຮຝາກບັງຄັບ:ເງິນກີບ 5% ເງິນບາດ ແລະເງິນໂດລາ 10%.
ລາຍການທີ 10: ທະນາຄານນຳຝາກດ້ວຍແຊັກທະນາຄານອື່ນ 1 ສະບັບ 65.000.000 ກີບ.
ວຽກໃຫ້ເຮັດ: ໃຫ້ບັນທືກບັນຊີລາຍການເຄື່ອນໄຫວຂ້າງເທີງໃນປື້ມປະຈຳວັນຂອງທະນາຄານ
(ບໍ່ໄດ້ ຮຽນ ກ່ຽວກັບບັນຊີ ທະນາຄານມາກ່ອນ ແຕ່ ວຽກງານພັດມີສວ່ນ ກ່ຽວຂອ້ງກັບວິຊານີ້ ກໍ່ເລີຍຈຳເປັນຕ້ອງສຶກສາ ຢາກຂໍຄຳແນະນຳ ຈາກຜູ້ ທີ່ ມີຄວາມຮູ້ ມີ ປະສົບການຫຼື ກຳລັງສຶກສາ ຮໍ່າຮຽນ ໃນດ້ານ ວິຊານີ້ ໃຫ້ ຊວ່ຍ ແນະ ນໍາໃຫ້ ແນ່ ຂອບໃຈ ລວງໜ້າ)
ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ
|