ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ຕ້ອງການໂອນກຳມະສິດທີ່ດິນ ບ. ໂນນທອງ 4,779 ຕມ, 1,000 ບາດ/m

໑ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຕ້ອງການໂອນກຳມະສິດທີ່ດິນ ຕັ້ງຢູ່ບ້ານ ໂນນທອງ ຕິດກັບວັັດ, ດິນຖົມແລ້ວ
ທີ່ດິນເນື້ອທີ່ 4,779 ຕາແມັດ, ລາຄາ 1,000 baht/ຕາແມັດ

ຮູບຕາມລິ້ງນີ້

http://www.facebook.com/media/set/?set=a.119592404857433.24539.100004200221262&type=1[img]null[/img][img]D:\\Bay\\land\\ori[/img]


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນໂນນທອງນີ່ ມັນຢູ່ໃສ
ຂໍໃຫ້ບັນດາສະມາຊິກພັນລາວ ຮ່ວມກັນ ລົນນະລົງຢູ່ເມືອງລາວໃຊ້ແຕ່ເງິນກີບແດ່ ການຕັ້ງລາຄາສິນຄ້າ ຄວນໃຫ້ຕັ້ງເປັນເງິນກີບ
ຂພຈ ຍອມຮັບວ່າສິນຄ້າສ່ວນຫຼາຍຢູ່ລາວນີ່ແມ່ນນຳເຂົ້າຈາກໄທຍ ຈື່ງເຮັດໃຫ້ ເອີ້ນສິນຄ້າເປັນສະກຸນເງິນໄທຍ
ແຕ່ ດິນນີ່ນ່າ ເຮົາບໍ່ໄດ້ນຳເຂົ້າ ແຕ່ຕາມສັງເກດນີ່ ດິນນີ່ຖືກເອີ້ນເປັນເງິນໄທຍ ເງິນດອນ ຕະຫຼອດ
ຢູ່ເມືອງລາວໃຊ້ແຕ່ເງິນກີບ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂນນທອງ ຢູ່ ນະຄອນຫລວງ ເບາະ ຫລື ຢູ່ ບ່ອນໃດຂອງປະເທດລາວ ລະທ່ານ????

ເງິນຕາ ຂອງຊາດລາວ ແມ່ນ ສະກຸນກີບ ເດີ LAK
ຕິດເປັນສະກຸນເງິນຕຣາ ຕ່າງປະເທດ ແບບນີ້ ລະວັງ ຖຶກ ປັບໄຫມ ເດີ
ເງິນກີບຄືກຽດສັກສີ ຂອງຄົນລາວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
7 ຕຸລາ ວັນສ້າງຕັ້ງ ທະນາຄານແຫ່ງ ສປປລາວ ຄົບຮອບ 44 ປີ
7 ຕຸລາ 1968- 7 ຕຸລາ 2012

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂດຍເຂົ້າໃຈແລ້ວ ຫລົງພິມເປັນເງິນບາດ ເພາະເຄີຍຊິນກັບຄຳເວົ້າຂອງແມ່ຄ້າ ຄິດວ່າສົນໃຈດິນ ທີ່ແທ້ເຂົ້າມາຈັບຜິດການຂຽນ ບໍ່ຮູ້ວ່າຜູ້ຂຽນເຮັດໄດ້ຄືທີ່ຂຽນບໍ່ລະ (ຖາມຊື່ໆບໍ່ຕ້ອງຕອບກາໄດ້) ຈັກໜ້ອຍກາຍເປັນກະທູ້ອື່ນໄປ ແຕ່ທຸກຄົນປະຕິບັດໄດ້ກໍດີຫລາຍ ຫຼືວ່າສິຕັ້ງເປັນກະທູ້ໃໝ່ຂື້ນມາເລີຍ ບໍ່ຢາກໃຫ້ມັນປົນກັບການຊື້-ຂາຍນີ້ ທຸກຄົນທີ່ເຂົ້າໄປອ່ານຫາກສິຮູ້ເອງວ່າຕົວເອງຂຽນຫຍັງແດ່, ບໍ່ຕ້ອງມາປ່ຽນກະທູ້ຂອງຄົນອື່ນ.

ດິນນີ້ຢູ່ບ້ານໂນນທອງ ເມືອງ ໄຊທານີ ນະຄອນຫລວງວຽງຈັນ 4,779 ຕາແມັດ ຂາຍໝົດຕອນ ລາຄາ 1,228 ລ້ານກີບ ເປັນດິນຖົມແລ້ວ
ເວົ້າເປັນເງິນກີບແຕ່ຂໍເປັນເງິນບາດ ຫຼື ດອນໄດ້ບໍ່ (ເວົ້າຫຼີ້ນຊື່ໆ) ຢ່າໃຈຮ້າຍເດີ້.


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ມີເຈດຕະນາປ່ຽນແປງກະທູ້ ແຄ່ຢາກຊ່ວຍກັນລົນນະລົງ ເງິນກີບຊື່ໆໆຜູ້ພິມນີ່ກະແຫ່ງມັກ ແຫລະ ເງິນ ນະ ຢ່າວ່າແຕ່ດອນກັບບາດ ເງິນທົ່ວໂລກຂ້ອຍເອົາໝົດ
ວ່າແຕ່ ຖ້າຢາກໄດ້ບ້ານພ້ອມທີ່ດິນເດ້ ມີຂໍ້ມູນບໍ່
ພໍດີມີເງື່ນໄຂຢາກແຍກ ອອກມາຢູ່ສະເພາະຄອບຄົວເຮົາເອງໃຫ້ເປັນສ່ວນົຕວ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ຢູ່ເມືອງລາວໃຊ້ແຕ່ເງິນກີບ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ