ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ເປັນຫຍັງລາຄາສິນຄ້າຢູ່ບ້ານເຮົາຈິ່ງບໍ່ສະເໝີພາບກັນ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາຄາສິນຄ້າບໍ່ຄືກັນເລີຍ ຫຼື ເປັນຍ້ອນ:

ຄ່າເຊົາຮ້ານຂາຍເຄື່ອງແພງ, ຫຼືອ້າງວ່າຄຸນນະພາບສິນຄ້າດີກວ່າ.....

ຕົວຢ່າງງ່າຍໆ: ເຝີ, ເຂົ້າປຽກ ມີແຕ່ລາຄາ 8000 - 20.000

ເຂົາວ່າ: ໄດ້ໜ້ອຍໄດ້ຫຼາຍຕ່າງກັນ, ແຊບ ແລະ ບໍ່ແຊບຕ່າງກັນ, ໃສ່ວັດຖຸດິບລາຄາບໍ່ຄືກັນ....

ບັນດາທ່ານມີຄຳເຫັນແນວໃດແດ່ກ່ຽວກັບບັນຫານີ້?



໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ຜູ້ບໍລິຫານບ້ານເມືອງອ່ອນແອ ໄຮ້ປະສິດຕິພາບ!
ຈົບ!


໖ ກະທູ້
໙໗ ໂພສ
ນັກການກະທູ້
ຍ້ອນບໍ່ມີການກວດສອບ,ພາກສ່ວນທີ່ກ່ຽວຂ້ອງບໍ່ເອົາໃຈໃສ່,
ສິນຄ້າສ່ວນຫລາຍແມ່ນນຳເຂົ້າຈາກຕ່າງປະເທດ, ພາຍໃນປະເທດຂາການສົ່ງເສີມ
ພື້ນທີ່ກະກະສິກຳຖຶກຮຸກຮານຈາກນັກລົງທືນ, ຍ້ອນການອະນຸມັດໃຫ້ສຳປະທານທີ່ດິນ
ຍົກຕົວຢ່າງຫາດຕອນຈັນໃນເມື່ອກອນສາມາດສະຫນອງພືດພັກໃຫ້ແກ່ຕະຫລາດໃນນະຄອນຫລວງ
ແຕ່ມາບາດນີ້ຫອມປ້ອມກາຍັງນຳເຂົ້າຈກໄທລະຫວຽດນາມ
ນີ້ຄືຄວາມມັກງ່າຍຂອງຄົນລາວເວົ້າລວມເວົ້າສະເພາະແມ່ນພາກສ່ວນທີ່ກ່ຽວຂ້ອງ
ທີ່ເຮັດວຽກຢ່າງຂາດການວາງແຜນຂາດການກວດກາເຮັດວຽກພໍໃຫ້ແລ້ວວຽກ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອັນເຝີ,ເຂົ້າປຽກ ສັ່ງແບບພິເສດ ສັ່ງແບບທຳມະດາ ລາຄາກໍ່ຕ່າງກັນລະເນາະສາວເອີຍ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັ້ງຄຳຖາມເຮັດຫຍັງກະຮູ້ຢູ່ວ່າບໍ່ມີສິດຮັບຮູ້!ເພິ່ນເຮັດຖືກຕ້ອງແລ້ວ!
ແພງກໍ່ຊື້ຖືກກໍ່ຊື້!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Cupcake ຂຽນວ່າ...
ອັນເຝີ,ເຂົ້າປຽກ ສັ່ງແບບພິເສດ ສັ່ງແບບທຳມະດາ ລາຄາກໍ່ຕ່າງກັນລະເນາະສາວເອີຍ




໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ພະນັກງານກວດກາຂອງລັດເຮັດວຽກບໍ່ມີຄຸນນະພາບ ອີກດ້ານໜຶ່ງ ປຊຊລ ບໍ່ມືສິດປັດທ້ວງ ອຳນາດຂື້ນກັບລັດ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຂາດມາດຕະຖານຂອງລາຄາສິນຄ້າ, ເລີຍບໍ່ມີບ່ອນອິງຊິຕັ້ງລາທໍໃດກະເລີຍຂື້ນກັບອາລົມຂອງຜູ້ຂາຍ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຍ້ອນຄົນຈັງໄຮ ຕ່າງກັນຄົນລະແບບ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຜູ້ບໍລິຫານບ້ານເມືອງອ່ອນແອ ໄຮ້ປະສິດຕິພາບ!

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ພະນັກງານກວດກາຂອງລັດເຮັດວຽກບໍ່ມີຄຸນນະພາບ ອີກດ້ານໜຶ່ງ ປຊຊລ ບໍ່ມືສິດປັດທ້ວງ ອຳນາດຂື້ນກັບລັດ ພະເດັດການ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ຍ້ອນທຸກຄົນບໍ່ເອົາໃຈໃສ່ນຳກັນນີ້ແລະ ເຫັນສິນຄ້າແພງກະຊື້ ຖືກກະຊື້ແມ່ຄ້າຜູ້ຂາຍກະແຮງໄດ້ໃຈ ບ່ອນໃດໄດ້ຂາຍດີເຮັດຂື້ລາຄາອີກ

ຄືຮ້ານຂ້ອຍໄປຊື້ເຂົ້າກ໋ອງນິ ກ໋ອງ1/10.000ກີບ ໄປຊື້ແຕ່ລະມື້ນິອາຫານໃສ່ໃຫ້ໜ້ອຍລົງໜ້ອຍລົງ ເວົ້າກະເຂົາກະເຂົາບໍ່ໄດ້ແຄ່ເຈົ້າ ລູກຄ້າຄົນອື່ນເຂົາເຈົ້າພັດບໍ່ໄດ້ວ່າຫຍັງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ leenaaaa ຂຽນວ່າ...
ຍ້ອນທຸກຄົນບໍ່ເອົາໃຈໃສ່ນຳກັນນີ້ແລະ ເຫັນສິນຄ້າແພງກະຊື້ ຖືກກະຊື້ແມ່ຄ້າຜູ້ຂາຍກະແຮງໄດ້ໃຈ ບ່ອນໃດໄດ້ຂາຍດີເຮັດຂື້ລາຄາອີກ

ຄືຮ້ານຂ້ອຍໄປຊື້ເຂົ້າກ໋ອງນິ ກ໋ອງ1/10.000ກີບ ໄປຊື້ແຕ່ລະມື້ນິອາຫານໃສ່ໃຫ້ໜ້ອຍລົງໜ້ອຍລົງ ເວົ້າກະເຂົາກະເຂົາບໍ່ໄດ້ແຄ່ເຈົ້າ ລູກຄ້າຄົນອື່ນເຂົາເຈົ້າພັດບໍ່ໄດ້ວ່າຫຍັງ


ເປັນຕາຊັງເນາະ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຝີແຖວດົງໂດງ 2 ປີກ່ອນ 8,000 ດຽວນີ້ 10,000
ໃນເມືອງ 2 ປີກ່ອນ 12,000 ດຽວນີ້ 15,000.

ອີກ 2 ປີ :
ດົງໂດງ 12,000 ໃນເມືອງ 18,000

ແຕ່ເງິນເດືອນ: ຊຳເກົ່າ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ເຝີແຖວດົງໂດງ 2 ປີກ່ອນ 8,000 ດຽວນີ້ 10,000
ໃນເມືອງ 2 ປີກ່ອນ 12,000 ດຽວນີ້ 15,000.

ອີກ 2 ປີ :
ດົງໂດງ 12,000 ໃນເມືອງ 18,000

ແຕ່ເງິນເດືອນ: ຊຳເກົ່າ


ຢູ່ແຖວຂ້ອຍເຮັດວຽກ ບາງຮ້ານ 12ພັນ, ບາງຮ້ານ 15ພັນ, ບາງຮ້ານ 18ພັນ, ບາງຮ້ານ 20ພັນ. ແຕ່ກິນອັນໃດກໍ່ອີ່ມໝົດ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຶ້ນກັບສະຖານທີ່ ຄວາມແຊບ ຄວາມເຫັນແກ່ຕົວຂອງເຈົ້າຂອງຮ້ານໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ