ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ທະນາຄານປ່ຽນເລກບັນຊີລູກຄ້າ.

໑໖ ກະທູ້
໑໑໙ ໂພສ
ນັກການກະທູ້

ທະນາຄານປ່ຽນເລກຊີຂອງລູກຄ້າແຕ່ເຂົາບໍ່ຮູ້ດ້ອຍຊຳວ່າ ມັນເປັນຕົວເລກແນວໃດ.
ຖ້າທຸລະກິດຂອງເຂົາມີບັນຫາແລ້ວທະນາຄານຈະວ່າແນວໃດ?



[url= http://www.bcel.com.la/la/Popupfile/bcel.gif]Link[/url]

http://www.bcel.com.la/la/Popupfile/bcel.gif[/img]

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຳພໍວານນີ້ໄປກົດເງິນຢູ່ຕູ້ໃດກະວ່າບັດບໍ່ຖືກຕ້ອງ ໄຄແຕ່ມີບັດຂອງພັດທະນາໄປນຳບໍ່ຊັ້ນອົດກິນເຂົ້າເລີຍແລະຂ້ອຍ
ແມ່ນຢູ່ທະນາຄານວ່າມັນບໍ່ກະທົບຕໍ່ບັນຊີເງິນລູກຄ້າ ລະບໍ່ຄິດວ່າເລກບັນຊີເກົ່າຂອງຫົວໜ່ວຍທຸລະກິດຕ່າງໆທີ່ຂະເຈົ້າແຈກໃຫ້ລູກຄ້າ
ແລະຜູ້ສະໜອງທັງພາຍໃນແລະຕ່າງປະເທດ ຢາກຈະຖາມວ່າຄົນລາວມີບໍ່ຮອດ 7 ລ້ານຄົນລະມັນເກີນຄວາມຈຳເປັນບໍທີ່ຈະຕ້ອງເພີ້ມຂື້ນໄປອີກໃຫ້ມັນ
ຮອດ 18 ໂຕເລກ ໃນຄະນະທີ່ເລກໝາຍບັນຊີຂອງທະນາຄານປະເທດໄທບາງແຫ່ງມີພຽງແຕ່ 10 ໂຕເລກພົນລະເມືອງເຂົາ 60 ກ່ວາລ້ານຄົນແຫ່ງຫລາຍກ່ວາຕົວເອງເປັນ 100 ເທົ່າ ເຮັດແຕ່ແນວມັນຍາກລະອົດສາວ່າບໍລິການດີກະໄຄຫວຍແຕກຄືຫຍັງນິ



໗ ກະທູ້
໑໖໔ ໂພສ
ນັກການກະທູ້
ເລີ່ມມື້ໃດເປັນຕົ້ນໄປ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ppsinh199 ຂຽນວ່າ...
ເລີ່ມມື້ໃດເປັນຕົ້ນໄປ


ເລີ້ມລະເດ້


໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ກຳລັງເດີນຜິດທິດຜິດທາງແລ້ວບໍ່ ນາຍທະນາຄານ,ເຈົ້າອາດເຮັດດີຕາມເຈົ້າຄິດແຕ່ບໍ່ດີໃຫ້ລູກຄ້າຂອງເຈົ້າ,ເຂົາລະກ່ຽມໂອນເງີນໜີຈາກທະນາຄານແບບ
ຝຸງຄວາຍໜີສີງໂຕ ທີ່ ອາຟຣິກກາ ເທົ້ານັ້ນ.

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການປ່ຽນແປງຕ້ອງເຮັດແບບໃດແນ່ຄືບໍ່ແຈ້ງລະອຽດນໍ ພວກທີ່ຢູ່ຕ່າງປະເທດເດຈະເຮັດແນວໃດຊັນນະ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງໄດ້ໄປກວດລະເຮົາດ໋ຽວຂະເຈົ້າສິໂອນເງິນມາໃຫ້ບໍ່ໄດ້
ດ໋ຽວອົດ



໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ສຶກວ່າບໍມີຫຍັງປ່ຽນແປງ ເພິ່ນເພີ່ມໂຕເລກທາງໜ້າຕື່ມ ເພື່ອໃຫ້ໄດ້ຫລາຍເລກຂື້ນກວ່າເກົ່າ

ຄິດວ່າບໍມີຜົນຫຍັງ ສາມດບອກຄົນອື່ນເລກເດີມໄດ້ ພວກທະນາຄານຕື່ມເອງ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມື້ກ່ອນໄປກົດບໍ່ໄດ້ຄືກັນ ອັນຕອນກົດບໍ່ໄດ້ຫັ້ນ ແທນທີ່ມັນຊິບອກວ່າເປັນນຳປ່ຽນລະບົບໂຕເລກໃໝ່ກໍບໍ່ໃດ ມັນບອກວ່າລະຫັດບໍ່ຖືກ -"-


໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ດຽວນີ້ກົດເອົາເງິນໃດ້ລະຫວາ ມື້ອື່ນວ່າຊິໄປກົດຢູ່ນິ ຊິກົດໃດ້ບໍ່ລະບາດນິ


໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ມື້ກ່ອນໄປກົດບໍ່ໄດ້ຄືກັນ ອັນຕອນກົດບໍ່ໄດ້ຫັ້ນ ແທນທີ່ມັນຊິບອກວ່າເປັນນຳປ່ຽນລະບົບໂຕເລກໃໝ່ກໍບໍ່ໃດ ມັນບອກວ່າລະຫັດບໍ່ຖືກ -"-



ເຄື່ອງຈັກທີ່ສະຫຼາດທີ່ສຸດຂອງທະນາຄານສວ່ນຫຼາຍມັກຖີ້ມໂທດໃສ່ລູກຄ້າສະເໝີ(ATM).

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ມື້ກ່ອນໄປກົດບໍ່ໄດ້ຄືກັນ ອັນຕອນກົດບໍ່ໄດ້ຫັ້ນ ແທນທີ່ມັນຊິບອກວ່າເປັນນຳປ່ຽນລະບົບໂຕເລກໃໝ່ກໍບໍ່ໃດ ມັນບອກວ່າລະຫັດບໍ່ຖືກ -"-


ຮ່າາາາາ ແມ່ນແລ້ວ ຂ້ອຍກະງົງ ລະຫັດກົດເກືອບທຸກມື້ລະເປັນຫຍັງວ່າາາາາາ ມັນຈຶ່ງບອກວ່າບໍ່ຖືກຕ້ອງ ໃນທີ່ສຸດກະໄດ້ຄຳຕອບຈາກຫມູ່ວ່າເຂົາປ່ຽນບັນຊີໃຫມ່


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ເພີ່ມສະຫັດ ມັນບໍ່ກ່ຽວກັບຈຳນວນປະຊາກ່ອນ ມັນອາດເປັນນຳລະບົບ ທີ່ຕ້ອງການຄວາມແນ່ນອນໃນການລົງລະຫັດກໍ່ເປັນໄດ້


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ເປັນຄືເບີໂທລະສັບນີ້ລະເພິ່ມຈຳນວນໂຕເລກ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຕູ້ເອທີເອັມຂອງການຄ້າບໍລິການບໍ່ໄດ້ເລື່ອງມີບັນຫາຕະຫລອດຂ້ອຍວ່າບໍ່ແມ່ນຕູ້ກົດເອົາເງິນດອກ, ແຕ່ແມ່ນຕູ້ໂຊຂ້າງທາງຕ່າງຫາກລະ


໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບໆ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີໆ ໄປຊົບພັດທະນາລາວ ກັບ ສົ່ງເສີມດີກ່ວາ ມີໝົດທຸກເມືອງ ທຸກຊຸມຊົນອີກຕູ້ ATM ກະມີລະ ເງິນກະເງິນເຮົາບ່ອນໃດຍາກກະເພັນໜີໂລດແລ້ວ


໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ວ່າຈັງໃດທະນາຄານ ບໍ່ອອກ ມາຊີ້ແຈ້ງເຫດຜົນເພີ່ມເຕີມແດ່ບໍ່.
ເຮົາຄາໃຈຢູ່,ບັນຊີລູກຄ້າຫຼາຍລາຍຂອງເຮົາຢູ່ກັບມື ບໍ່ທຳທຸລະກຳການເງິນ,ແຕ່ບໍ່ຢາກໄປພົບພວກເຂົາອີກນາ.

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ບໍ່ຢາກໃຫ້ພາກັນແຕກຕື່ນຕົກໃຈກັນເກີນໄປ
ເນື່ອງຈາກ ທຄຕລ ປ່ຽນມານຳໃຊ້ລະບົບໃຫມ່ທີ່ທັນສະໄຫມ ຈິ່ງຕ້ອງເພີ່ມຈຳນວນຕົວເລກຂອງບັນຊີເງິນຝາກ ໃຫ້ແທດເຫມາະກັບລະບົບໃຫມ່
ເລກບັນຊີໃຫມ່ (18ຕົວ) ບໍ່ມີຜົນກະທົບຫຍັງຕໍ່ບັນຊີຂອງທ່ານເລີຍ ແລະ ທ່ານກໍ່ສາມາດດຳເນີນທຸລະກຳໄດ້ປົກກະຕິຕາມເລກບັນຊີເກົ່າ (13ຕົວ) ໃນໄລຍະນີ້ໄປກ່ອນ ຈົນກວ່າຈະລື້ງກັບເລກບັນຊີໃຫມ່ຈິ່ງປ່ຽນ (ຫມາຍວ່າ ທ່ານສາມາດນຳໃຊ້ພ້ອມໆກັນສອງເລກບັນຊີ ໃນບັນຊີດຽວໄດ້)


ເລກບັນຊີໃຫມ່ເຖິງວ່າຈະຍາວໄປແດ່ກໍ່ຕາມ ແຕ່ມັນກໍ່ຈະຊ່ວຍໃຫ້ທ່ານຈື່ ແລະ ເຂົ້າໃຈເລກບັນຊີຂອງຕົນງ່າຍຂື້ນ
ຕົວຢ່າງ:
xxx-xx-xx-xxxxxxxx-xxx

xxx ຫມາຍເຖິງລະຫັດສາຂາ
xx ຫມາຍເຖິງປະເພດບັນຊີເງິນຝາກ
xx ຫມາຍເຖິງສະກຸນເງິນ
xxxxxxxx ຫມາຍເຖິງລະຫັດຂອງທ່ານເອງ (ສຳຄັນ ເພາະມັນຈະມີໃນທຸກບັນຊີທີ່ທ່ານມີ)
xxx ຫມາຍເຖິງລຳດັບ ຫລື ຈຳນວນບັນຊີຂອງທ່ານໃນປະເພດບັນຊີ ແລະສະກຸນເງິນ


ເອົາເປັນວ່າພໍຮູ້ ແລະ ເຂົ້າໃຈແບບພື້ນໆເນາະ

ຫມາຍເຫດ: ຊ້ວງນີ້ລະບົບເອທີເອັມມັກມີບັນຫາ ກໍ່ຕ້ອງຂໍອະໄພນຳ ເນື່ອງຈາກຢູ່ໃນຊ້ວງປັບປ່ຽນລະບົບທະນາຄານໃຫມ່
ແລະ ຫລັງຈາກນີ້ບໍ່ດົນ ບັນດາທ່ານທີ່ເປັນລູກຄ້າ ທຄຕລ ກໍ່ຈະໄດ້ຮັບຄວາມສະດວກສະບາຍ ແລະ ວ່ອງໄວຫລາຍຂື້ນ
(ເຫັນໃຈກັນແນ່ເດີ້)

[img]null[/img]

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^^^ ອັນທັນສະໄໝທີ່ວ່ານີ້ມີຫຍັງແນ່? ຄັນມີ NFC ໄປພ້ອມຂ້ອຍວ່າເລີດເລີຍ... ລໍຖ້າຢູ່ວ່າເຈົ້າໃດຊິໃຫ້ບໍລິການລະບົບ NFC ກ່ອນໝູ່


໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ olloDKDollo ຂຽນວ່າ...
ບໍ່ຢາກໃຫ້ພາກັນແຕກຕື່ນຕົກໃຈກັນເກີນໄປ
ເນື່ອງຈາກ ທຄຕລ ປ່ຽນມານຳໃຊ້ລະບົບໃຫມ່ທີ່ທັນສະໄຫມ ຈິ່ງຕ້ອງເພີ່ມຈຳນວນຕົວເລກຂອງບັນຊີເງິນຝາກ ໃຫ້ແທດເຫມາະກັບລະບົບໃຫມ່
ເລກບັນຊີໃຫມ່ (18ຕົວ) ບໍ່ມີຜົນກະທົບຫຍັງຕໍ່ບັນຊີຂອງທ່ານເລີຍ ແລະ ທ່ານກໍ່ສາມາດດຳເນີນທຸລະກຳໄດ້ປົກກະຕິຕາມເລກບັນຊີເກົ່າ (13ຕົວ) ໃນໄລຍະນີ້ໄປກ່ອນ ຈົນກວ່າຈະລື້ງກັບເລກບັນຊີໃຫມ່ຈິ່ງປ່ຽນ (ຫມາຍວ່າ ທ່ານສາມາດນຳໃຊ້ພ້ອມໆກັນສອງເລກບັນຊີ ໃນບັນຊີດຽວໄດ້)


ເລກບັນຊີໃຫມ່ເຖິງວ່າຈະຍາວໄປແດ່ກໍ່ຕາມ ແຕ່ມັນກໍ່ຈະຊ່ວຍໃຫ້ທ່ານຈື່ ແລະ ເຂົ້າໃຈເລກບັນຊີຂອງຕົນງ່າຍຂື້ນ
ຕົວຢ່າງ:
xxx-xx-xx-xxxxxxxx-xxx

xxx ຫມາຍເຖິງລະຫັດສາຂາ
xx ຫມາຍເຖິງປະເພດບັນຊີເງິນຝາກ
xx ຫມາຍເຖິງສະກຸນເງິນ
xxxxxxxx ຫມາຍເຖິງລະຫັດຂອງທ່ານເອງ (ສຳຄັນ ເພາະມັນຈະມີໃນທຸກບັນຊີທີ່ທ່ານມີ)
xxx ຫມາຍເຖິງລຳດັບ ຫລື ຈຳນວນບັນຊີຂອງທ່ານໃນປະເພດບັນຊີ ແລະສະກຸນເງິນ


ເອົາເປັນວ່າພໍຮູ້ ແລະ ເຂົ້າໃຈແບບພື້ນໆເນາະ

ຫມາຍເຫດ: ຊ້ວງນີ້ລະບົບເອທີເອັມມັກມີບັນຫາ ກໍ່ຕ້ອງຂໍອະໄພນຳ ເນື່ອງຈາກຢູ່ໃນຊ້ວງປັບປ່ຽນລະບົບທະນາຄານໃຫມ່
ແລະ ຫລັງຈາກນີ້ບໍ່ດົນ ບັນດາທ່ານທີ່ເປັນລູກຄ້າ ທຄຕລ ກໍ່ຈະໄດ້ຮັບຄວາມສະດວກສະບາຍ ແລະ ວ່ອງໄວຫລາຍຂື້ນ
(ເຫັນໃຈກັນແນ່ເດີ້)



ເອີ ແບບນີ້ກໍໄຄແນ່,ໃຊ້ໄດ້ຜົນເລີຍ,ລູກຄ້າບໍ່ຕ້ອງການຮູ້ເຕັກໂນໂລຊີມາກມາຍແຕ່ເຂົາຕ້ອງການສີ່ງທີ່ໃຊ້ໄດ້ຜົນກັບທຸລະຂອງເຂົາທັນທີ່ເທົ້ານັ້ນ.

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໘ ກະທູ້
໒໘໕ ໂພສ
ນັກການກະທູ້
ທຸກສິ່ງຢ່າງທີ່ີ ທຄຕລ ສ້າງຂື້ນມາກໍ່ເພື່ອຄວາມສະດວກສະບາຍ ແລະ ຄວາມທັນສະໄຫມ ແກ່ ພີ່ນ້ອງຊາວລາວທຸກຄົນນີ້ລະ

[img]null[/img]

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ການທີ່ປ່ຽນເລກບັນຊີຈາກ 13 ຕົວເລກ ມາເປັນ 18 ຕົວເລກນັ້ນມັນບໍ່ມີຜົນກະທົບປານໃດດອກມັນຍິ່ງເຮັດໃຫ້ເຮົາສະດວກຂື້ນຕື່ມອີກ
ປ່ຽນແຕ່ຕອນນີ້ກະຍັງດີກວ່າປ່ຽນທີຫຼັງອີກຕໍ່ໄປການເຮັດທຸລະກິດຍິ່ງເພີ່ມຂື້ນຫຼາຍຖ້າຫາກປ່ຽນຕອນນັ້ນລະເເຮ່ງມີຜົນກະທົບຫຼາຍກວ່ານີ້ອີກ
ທາງຜູ້ບໍລິຫານຈັດການທະນາຄານເປັນຄົນທີ່ມີວິໄສທັດທີ່ກວ້າງໄກດີ ສົມແລ້ວທີ່ເປັນຜູ້ບໍລິຫານຂອງທະນາຄານທີ່ມີຊື່ສຽງຂອງລາວ
ແລະ ເຮັດເພື່ອຮອງຮັບການຂະຫຍາຍທຸລະກິດໃນພາຍໜ້າ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ຂ້ອຍເຄີຍຖາມທະນາຄານ ສາເຫດທີ່ເລກບັນຊີເພີ່ມເປັນສິບແປດຕົວເລກແມ່ນຍ້ອນ ເພິ່ນເຮັດລະບົບໃຫມ່ ທຽບເທົ່າກັບສາກົນ ວ່າຊັ້ນ ລະບົບຈະໃໝ່ຈະໃຊ້ງານໄດ້ເລກບັນຊີຕ້ອງເພີ່ມໃຫ້ຄືກັບສາກົນ ງົງນ້ອຍໜຶ່ງ ສະແດງວ່າຕ່າງປະເທດສ່ວນໃຫຍ່ກໍ່ໃຊ້ ສິບແປດຕົວເລກຕິເບາະ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ EPi ຂຽນວ່າ...

ທະນາຄານປ່ຽນເລກຊີຂອງລູກຄ້າແຕ່ເຂົາບໍ່ຮູ້ດ້ອຍຊຳວ່າ ມັນເປັນຕົວເລກແນວໃດ.
ຖ້າທຸລະກິດຂອງເຂົາມີບັນຫາແລ້ວທະນາຄານຈະວ່າແນວໃດ?



[url= http://www.bcel.com.la/la/Popupfile/bcel.gif]Link[/url]

http://www.bcel.com.la/la/Popupfile/bcel.gif[/img]



ງົງນຳເດ ? ຕັ້ງໃຈອ່ານດົນເຕີບ
ບໍ່ ແມ່ນເພີ່ນປ່ຽນ ແຕ່ ເພິ່ນເພີ່ມ ຫມາຍເລກບັນຊີ ລູກຄ້າ ຂື້ນ ຊື່ໆ
ບໍມີບັນຫາຫັຍງກັບການເຮັດທຸລະກຳ ທາງການເງີນ ຂອງລູກຄ້າດອກ
ຫາກລູກຄ້າທ່ານໃດ ຢາກຮູ້ ເລກບນຊີ ຂອງຕົວເອງວ່າ ແມ່ນ ແນວ ໃດນັ້ນ ກໍ່ເອົາ ປື້ມບັນຊີ ໄປ ອັບເດດ ຫລື ສອບ ຖາມເລກບັນຊີ ຫມ່ນຳ ເພິ່ນກໍ່ ໄດ້ ເພື່ອຄວາມສະດວກ ໃນການດຳເນິນ ທຸລະກິດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ສຳພໍວານນີ້ໄປກົດເງິນຢູ່ຕູ້ໃດກະວ່າບັດບໍ່ຖືກຕ້ອງ ໄຄແຕ່ມີບັດຂອງພັດທະນາໄປນຳບໍ່ຊັ້ນອົດກິນເຂົ້າເລີຍແລະຂ້ອຍ
ແມ່ນຢູ່ທະນາຄານວ່າມັນບໍ່ກະທົບຕໍ່ບັນຊີເງິນລູກຄ້າ ລະບໍ່ຄິດວ່າເລກບັນຊີເກົ່າຂອງຫົວໜ່ວຍທຸລະກິດຕ່າງໆທີ່ຂະເຈົ້າແຈກໃຫ້ລູກຄ້າ
ແລະຜູ້ສະໜອງທັງພາຍໃນແລະຕ່າງປະເທດ ຢາກຈະຖາມວ່າຄົນລາວມີບໍ່ຮອດ 7 ລ້ານຄົນລະມັນເກີນຄວາມຈຳເປັນບໍທີ່ຈະຕ້ອງເພີ້ມຂື້ນໄປອີກໃຫ້ມັນ
ຮອດ 18 ໂຕເລກ ໃນຄະນະທີ່ເລກໝາຍບັນຊີຂອງທະນາຄານປະເທດໄທບາງແຫ່ງມີພຽງແຕ່ 10 ໂຕເລກພົນລະເມືອງເຂົາ 60 ກ່ວາລ້ານຄົນແຫ່ງຫລາຍກ່ວາຕົວເອງເປັນ 100 ເທົ່າ ເຮັດແຕ່ແນວມັນຍາກລະອົດສາວ່າບໍລິການດີກະໄຄຫວຍແຕກຄືຫຍັງນິ







ຊັດເຈນ ຫາຍສົງໄສ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ