ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການຕະຫຼາດ/ບໍລິຫານ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການຕະຫຼາດ/ບໍລິຫານ/ທຸລະກິດ » ສາວໄຊທານີ ວຽງຈັນ ຖືກຕົ້ມໄປຂາຍໂຕ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ການໄປຊອກຫາວຽກເຮັດງານທຳຢູ່ຕ່າງປະເທດ ກໍຄວນໄປໃຫ້ຖືກຕ້ອງຕາມກົດໝາຍທີ່ກະຊວງແຮງງານ ສະຫວັດດີການ-ສັງຄົມ ວາງອອກ ປັດຈຸບັນ ຢູ່ລາວກໍມີຫຼາຍບໍລິສັດຈັດຫາວຽກທີ່ເອົາຄົນລາວໄປເຮັດວຽກຢູ່ຕ່າງປະເທດ ເຊິ່ງບໍລິສັດດັ່ງກ່າວ ຈະປົກປ້ອງແຮງງານລາວ ບໍ່ໃຫ້ຖືກກົດຂີ່ ຂູດຮີດແຮງງານຈາກນາຍໜ້າ ອີກບັນຫາໜຶ່ງ ຖ້າບໍ່ຢາກ ຕົກເປັນເຫຍື່ອຂອງການຄ້າມະນຸດ ກໍບໍ່ຕ້ອງເຊື່ອຄົນງ່າຍ ເພາະກຸ່ມຄົນບໍ່ດີເຫຼົ່ານີ້ຈະເວົ້າ ເກີນຄວາມເປັນຈິງ

ຍິງສາວລາວ ໄປເຮັດວຽກຢູ່ໄທ ຕົກເປັນເຫຍື້ອການຄ້າມະນຸດ

ວັນທີ 30 ຕຸລາ 2012

ນາງວັນ (ນາມສົມມຸດ) ອາຍຸ 21 ປີ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໜຶ່ງໃນຜູ້ເຄາະຮ້າຍທີ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ

ໄດ້ສັ່ງຟ້ອງຕໍ່ເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເພື່ອດຳເນີນຄະດີຕໍ່ນາງ ສອນສະໄໝ ຫຼື ຕີບ ຢູ່ບ້ານພະຂາວ ເມືອງ

ໄຊທານີ ນະຄອນຫຼວງວຽງຈັນ.

ຜູ້ເຄາະຮ້າຍເລົ່າສູ່ຟັງວ່າ: ໄດ້ຮູ້ຈັກກັບນາງ ສອນສະໄໝ ຫຼື ຕີບ ຊ່າງເສີມສວຍຢູ່ບ້ານພະຂາວ ຕອນທີ່ໄປໃຊ້ບໍລິການເສີມຄວາມງາມໃນຮ້ານ

ຂອງຜູ້ກ່ຽວ ແລະ ນາງ ຕີບ ໄດ້ຖາມຕົນເອງວ້່າ: ຕ້ອງການໄປເຮັດວຽກຢູ່ໄທ ນຳເອື້ອຍບໍ່? ເຮັດວຽກງ່າຍ ເງິນເດືອນສູງ ໄດ້ເດືອນລະ 4.000 ບາດ ບໍ່ລວມເງິນໄດ້ລາຍວັນ (ເງິນທິບ) ດີກວ່າເຮັດວຽກຢູ່ລາວ ເມື່ອໄດ້ຍິນແນວນັ້ນ ຕົນເອງກໍເກີດຄວາມສົນໃຈຈຶ່ງຕອບວ່າ: ຢາກໄປ ແຕ່ບໍ່ມີ ເງິນ ນາງ ຕີບ ຕອບວ່າ: ບໍ່ເປັນຫຍັງ ເອື້ອຍຈະອອກຄ່າໃຊ້ຈ່າຍໃຫ້ທັງໝົດ

ພາຍຫຼັງປະກອບເອກະສານເດີນໜ້າທາງສຳເລັດ ນາງ ຕີບ ໄດ້ພາ ຕົນກັບໝູ່ອີກ 1 ຄົນ ໄປສົ່ງຢູ່ໜອງຄາຍ ປະເທດໄທ ແລ້ວມີຜູ້ຍິງຄົນໜຶ່ງຊື່ ເຈ້ແມ໋ມ ມາຮັບເອົາ ແລະ ພາພວກຕົນໄປເມືອງແກ່ງຄອຍ ແຂວງ ສາລະບູລີ ພໍໄປຮອດສະຖານທີ່ເຮັດວຽກ ເຈົ້າຂອງຮ້ານໄດ້ບັງຄັບໃຫ້ຕົນຂາຍບໍລິການທາງເພດໃຫ້ແຂກທີ່ເຂົ້າມາຫຼິ້ນກິນຢູ່ຮ້ານ ໃນມື້ໜຶ່ງຮັບແຂກ ບໍ່ຊ້ຳໜ້າ ວັນລະຫຼາຍຊົ່ວໂມງ ເກືອບບໍ່ມີເວລາພັກຜ່ອນ ກິນເຂົ້າບໍ່ອີ່ມ ກິນມື້ລະຄາບ ເງິນທີ່ໄດ້ຈາກການຮັບແຂກ ເຈົ້າຂອງຮ້ານເປັນຜູ້ເອົາໝົດ

ຂ່າວຈາກຫນັງສືພິມວຽງຈັນໃຫມ່
ວຽງຈັນໃຫມ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ກັບບ້ານເທື່ອບໍ?

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ມີຄົນໄທຊ່ອຍ ເລີຍລັກອອກມາໄດ້ ແລະໄດ້ເມືອວຽງຈັນແລ້ວ ພ້ອມທັງໄດ້ໄປແຈ້ງຕໍ່ເຈົ້າຫນ້າທີ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຫຼາຍ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນບັນຫາປົກກະຕິທີ່ຕ້ອງແກ້ໄຂ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ກະດີກວ່າເຮັດນາມັນຮ້ອນ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ...

໕ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ກະດີກວ່າເຮັດນາມັນຮ້ອນ

ກະຍ້ອນຄິດໄດ້ຊ້ຳເຈົ້າຫັ່ນແລະຈັ່ງຖືກຕົວະໄປຈັ່ງຊັ້ນນະ

໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢ້ານເນາະ ແຕ່ຄົນລາວເຮົາເອງຍັງຕວະ ກັນໄດ້...

໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ກະດີກວ່າເຮັດນາມັນຮ້ອນ

Oho

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜບອກຢາກໄປ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ກະດີກວ່າເຮັດນາມັນຮ້ອນ

ຕາຢ້ານນໍ

ສອຍໆ ຄຸສອງໜ່ວຍ ເປັນຫາບ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ການໄປຮຽນ ແລະ ໄປຫາກິນ (ທັງໄປຮັບຈ້າງ ແລະ ໄປຕັ້ງທຸລະກິດ) ຫລືວ່າ ໄປເອົາຜົວ ເອົາເມຍ ຢູ່ຕ່າງປະເທດ ດຽວນີ້ ມັນເປັນຂອງທຳມະດາແລ້ວ.

ສະໄຫມນີ້ ເພິ່ນເອີ້ນວ່າ ໂລກາພິວັດ ຫລື ໂລການຸວັດ globalization. ກອງປະຊຸມ Asia-Europe Meeting (ASEM) ທີ່ວຽງຈັນ ກໍຫາກໍປິດລົງ ບໍ່ຮອດອາທິດໜຶ່່ງຊ້ຳ.

ການໄປຮັບຈ້າງ ຫລື ໄປຕັ້ງທຸລະກິດ ແລະ ອື່ນໆອີກຫລາຍແນວ ກໍ່ແມ່ນສ່ຽງ ແຕ່ວ່າຫລາຍນ້ອຍຕ່າງກັນ. ດັ່ງເຮົາຊິເຫັນວ່າ ນາຍບ້ານ ພະນັກງານລາວ ພາກັນເຮັດເອກະສານປອມ ຕົວະຕົ້ມເອົາເງິນຄົນກໍມີ.

ທາງການ ແລະ ຄົນລາງຄົນ ໃນລາງປະເທດ ເຂົາໄດ້ເອົາໃຈໃສ່ ຊ່ອຍມະນຸດດ້ວຍກັນ. ເຊັ່ນວ່າ ແມ່ຍິງທີ່ຖືກຕົ້ມໃນຂ່າວນີ້ ໄດ້ເອົາໂຕລອດເມືອປະເທດໂຕເອງໄດ້ ກໍຍ້ອນມີຄົນໄທຍ ໃຈດີຊ່ອຍ. ຜູ້ທຳອິດທີ່ຍົວະ ທີ່ຕົວະຕົ້ມໃຫ້ນາງນີ້ ຕ້ອງໄດ້ໄປທົນທຸກທໍລະມານ ກໍແມ່ນ ຄົນລາວເຮົານີ້ແລ້ວ.

ບໍ່ວ່າແຕ່ຄົນລາວ, ຄົນໄທຍ ຄົນຟິລິປິນ ກະເຄີຍເປັນຂ່າວ ຖືກຕົວະ ຖືກຕົ້ມ ໄປເຮັດວຽກຢູ່ຕ່າງປະເທດຫລາຍຢູ່. ຄົນໃນສັງຄົມເຂົາ ປະເທດເຂົາ ກໍໄດ້ ພະຍາຍາມ ເຜີຍແຜ່ຂໍ້ມູນສຳຄັນ ກ່ຽວກັບການໄປຫາກິນ ໄປຮຽນ ແລະ ໄປເອົາຜົວຢູ່ປະເທດອື່ນ.

ຖ້າຄົນລາວເຮົາເປັນຄົນຈະເລີນທາງຈິດໃຈແທ້ ດັ່ງຄົນຕ່າງປະເທດລາງຄົນຍ້ອງຍໍ, ເຮົາກໍບໍ່ຄວນໄປເວົ້າຊ້ຳຕື່ມ ຜູ້ເຄາະຮ້າຍ ແມ່ນບໍ່?

໒ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ຂ້ອຍກະຢູ່ໄຊທານີແຕ່ບໍ່ຮູ້ເລື່ອງ

ສາຍນ້ຳບໍ່ຄອຍປາ ເວລາບໍ່ຄອຍຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້! ຍັງມີແບບນີ້ຫຼາຍຢູ່ເນາະ .

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸພາສິດເພີ່ນຍັງວ່າເດ : ສິບສະລືງຢູ່ຟາກນໍ້າ..............ຢ່າໄດ້ອ່າວຄະນີງຫາ
ສອງສະລືງຢູ່ໃນມື................ໃຫ້ຮີບກຳເອົາໄວ້
ອັນນີ້ກະເປັນອຸທະຫອນສອນໃຈໃຫ້ເຮົາທຸກຄົນຢ່າຫລົງເຊື່ອຟັງຄົນອື່ນໆງ່າຍບໍ່ມີຫຍັງໃນໂລກນີ້ດອກວ່າເຮັດງ່າຍສະບາຍແລ້ວຈະໄດ້ຫລາຍ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໔ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ຢູ່ບ້ານເຮົາກະບໍ່ອືດວຽກເຮັດ ແລະ ບໍ່ມີຄົນບັງຄັບ.... ເປັນຫຍັງຄືມາຢາກໃຫ້ຄົນອື່ນບັງຄັບແທ້? ອາຊິບທີ່ຫາເງິນງ່າຍ ແລະ ບໍ່ຕາກແດດມີບໍ່ອືດຢູ່ເມືອງລາວ ເຊັ່ນ:
1. ຊ່າງຕັດຜົມ ຍິງ-ຊາຍ
2. ຄູລ້ຽງເດັກອານຸບານ
3. ຮັບຈ້າງຊັກເຄື່ອງ-ອະນາໄມເຮືອນ
4. ຂາຍເລກ
5. ພະນັກງານຍາມ ....
6. ຊ່າງຕັດເຄື່ອງ ຫຼື ຫຍິບເຄື່ອງ....
7. ອື່ນໆ

ຄຳເຕືອນ: ບໍ່ຮູ້ຢ່າເຮັດ ... ຕ້ອງຮຽນຮູ້ກ່ອນ, ຢ່າເຊື່ອຄົນອື່ນໄວຫຼາຍ ໃຫ້ສັງເກດຄົນທີ່ຊວນກ່ອນວ່າ ມີປະຫວັດດີບໍ່ ແລະ ມີຄວາມສຳເລັດໃນຊີວິດບໍ່ ....

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຂາຍເລກເປັນລາຍໄດ້ທີ່ດີ ເປັນຫຍັງບໍ່ພາກັນຂາຍເນາະ,ພັດໄປຂາຍຕົວຢູ່ຕ່າງປະເທດ ມັນຄັກຫວາຂອງຕ່າງປະເທດນາ?

ຊູມຊົນຄົນຮັກສາຍຂອງ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...
ຢູ່ບ້ານເຮົາກະບໍ່ອືດວຽກເຮັດ ແລະ ບໍ່ມີຄົນບັງຄັບ.... ເປັນຫຍັງຄືມາຢາກໃຫ້ຄົນອື່ນບັງຄັບແທ້? ອາຊິບທີ່ຫາເງິນງ່າຍ ແລະ ບໍ່ຕາກແດດມີບໍ່ອືດຢູ່ເມືອງລາວ ເຊັ່ນ:
1. ຊ່າງຕັດຜົມ ຍິງ-ຊາຍ
2. ຄູລ້ຽງເດັກອານຸບານ
3. ຮັບຈ້າງຊັກເຄື່ອງ-ອະນາໄມເຮືອນ
4. ຂາຍເລກ
5. ພະນັກງານຍາມ ....
6. ຊ່າງຕັດເຄື່ອງ ຫຼື ຫຍິບເຄື່ອງ....
7. ອື່ນໆ

ຄຳເຕືອນ: ບໍ່ຮູ້ຢ່າເຮັດ ... ຕ້ອງຮຽນຮູ້ກ່ອນ, ຢ່າເຊື່ອຄົນອື່ນໄວຫຼາຍ ໃຫ້ສັງເກດຄົນທີ່ຊວນກ່ອນວ່າ ມີປະຫວັດດີບໍ່ ແລະ ມີຄວາມສຳເລັດໃນຊີວິດບໍ່ ....

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ແບບນີ້ແຫລະທີ່ເຂົາວ່າ ຫລົງໄຫລກັບຄຳຕົວະຍົວະ ແບບວ່າເຊື່ອເຂົາງ່າຍເກີນໄປ....

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...
ຢູ່ບ້ານເຮົາກະບໍ່ອືດວຽກເຮັດ ແລະ ບໍ່ມີຄົນບັງຄັບ.... ເປັນຫຍັງຄືມາຢາກໃຫ້ຄົນອື່ນບັງຄັບແທ້? ອາຊິບທີ່ຫາເງິນງ່າຍ ແລະ ບໍ່ຕາກແດດມີບໍ່ອືດຢູ່ເມືອງລາວ ເຊັ່ນ:
1. ຊ່າງຕັດຜົມ ຍິງ-ຊາຍ
2. ຄູລ້ຽງເດັກອານຸບານ
3. ຮັບຈ້າງຊັກເຄື່ອງ-ອະນາໄມເຮືອນ
4. ຂາຍເລກ
5. ພະນັກງານຍາມ ....
6. ຊ່າງຕັດເຄື່ອງ ຫຼື ຫຍິບເຄື່ອງ....

ຂອບໃຈເດີ ທີ່ເອົາຂໍ້ມູນດີໆມາເຜີຍແຜ່. ຂ້ອຍດີໃຈທີ່ຮູ້ວ່າເມືອງລາວເຮົາມີວຽກບໍ່ອຶດບໍ່ຢາກ.

ວຽກແຕ່ລະຢ່າງທາງເທິງນີ້ ຢູ່ວຽງຈັນ ລາຍໄດ້ປະມານເດືອນລະຈັກກີບ?
ຊິໄປຊອກຖາມຫາສະໝັກເຮັດວຽກເຫລົ່ານີ້ ແນວໃດ? ຢູ່ໃສ? ຖ້າຊິບໍ່ໄດ້ຄຳຕອບເໝິດທັງ 6 ວຽກ, ເອົາຈັກ 2 - 3 ວຽກກໍໄດ້ເດີ.

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ta999999 ຂຽນວ່າ...
ຂາຍເລກເປັນລາຍໄດ້ທີ່ດີ ເປັນຫຍັງບໍ່ພາກັນຂາຍເນາະ,ພັດໄປຂາຍຕົວຢູ່ຕ່າງປະເທດ ມັນຄັກຫວາຂອງຕ່າງປະເທດນາ?

ຄຳເວົ້າບາງຕອນໃນຂ່າວ:

ນາງວັນ (ນາມສົມມຸດ) ອາຍຸ 21 ປີ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໜຶ່ງໃນຜູ້ເຄາະຮ້າຍ ທີ່ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸດ.

໔ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...
ຢູ່ບ້ານເຮົາກະບໍ່ອືດວຽກເຮັດ ແລະ ບໍ່ມີຄົນບັງຄັບ.... ເປັນຫຍັງຄືມາຢາກໃຫ້ຄົນອື່ນບັງຄັບແທ້? ອາຊິບທີ່ຫາເງິນງ່າຍ ແລະ ບໍ່ຕາກແດດມີບໍ່ອືດຢູ່ເມືອງລາວ ເຊັ່ນ:
1. ຊ່າງຕັດຜົມ ຍິງ-ຊາຍ
2. ຄູລ້ຽງເດັກອານຸບານ
3. ຮັບຈ້າງຊັກເຄື່ອງ-ອະນາໄມເຮືອນ
4. ຂາຍເລກ
5. ພະນັກງານຍາມ ....
6. ຊ່າງຕັດເຄື່ອງ ຫຼື ຫຍິບເຄື່ອງ....

ຂອບໃຈເດີ ທີ່ເອົາຂໍ້ມູນດີໆມາເຜີຍແຜ່. ຂ້ອຍດີໃຈທີ່ຮູ້ວ່າເມືອງລາວເຮົາມີວຽກບໍ່ອຶດບໍ່ຢາກ.

ວຽກແຕ່ລະຢ່າງທາງເທິງນີ້ ຢູ່ວຽງຈັນ ລາຍໄດ້ປະມານເດືອນລະຈັກກີບ?
ຊິໄປຊອກຖາມຫາສະໝັກເຮັດວຽກເຫລົ່ານີ້ ແນວໃດ? ຢູ່ໃສ? ຖ້າຊິບໍ່ໄດ້ຄຳຕອບເໝິດທັງ 6 ວຽກ, ເອົາຈັກ 2 - 3 ວຽກກໍໄດ້ເດີ.

[ຖ້າຫຼາຍທ່ານສົນໃຈອາຊິບທີ່ວ່ານີ້ ວ່າມີລາຍໄດ້ຫຼາຍປານໃດ ແລະ ຈະໄປສະມັກຢູ່ໃສ, ຂໍແນະນຳແບບນີ້:
1. ເປັນອາຊີບອິດສະຫຼະ ຄື ບໍ່ມີນາຍຈ້າງ
2. ລາຍໄດ້ຂອງຊ່າງຕັດຜົມ: 1ຄົນ x 12,000ກີບ x20ຄົນ/ມື້ : 240,000 ກີບ/ມື້ ຫຼື 7,000,000 ກີບ/ເດືອນ ]
3. ລາຍໄດ້ຂອງວຽກອະນາໄມ (ຮັບຕັດຫຍ້າ: 1ໄຣ່ x 150,000ກີບ/ເທື່ອ x 10ໄຣ່/ເດືອນ: 1,500,000 ກີບ/ເດືອນ
ແຕ່ລະອາຊີບກໍລົງທຶນບໍ່ເກີນ 1,500,000 ກີບ, ຄິດວ່າທຸກຄົນຊອກເງິນມາລົງທຶນໄດ້. ອ້າຍນ້ອງ ຊາວຫວຽດນາມ ຈຳນວນຫຼາຍກໍຍັງມາຫາກິນຢູ່ບ້ານເຮົາ ແລະ ເຮັດອາຊີບທີ່ລັດສະຫງວນໄວ້ໃຫ້ຄົນລາວນີ້ແລະ.

ຖ້າຢາກໄດ້ຄຳແນະນຳຕື່ມກະບອກມາເດີ....ຍິນດີສະເໝີ

ດີໆ ດີຫລາຍທີ່ທ່ານເອົາຂໍ້ມູນຈັ່ງຊີ້ມາລົງ.
ເງິນເດືອນຄູສອນ ມັດທະຍົມ ຕ່ຳສຸດ ທໍ່ໃດ? ແລະ ສູງສຸດ ທໍ່ໃດ?
ເງິນເດືອນ ຕຳຫລວດຈາລາຈອນ ທໍ່ໃດ?

ແລະຢາກຂໍໃຫ້ອະທິບາຍປະໂຫຍກນີ້ຕື່ມອີກແດ່ "ອາຊີບທີ່ລັດສະຫງວນໄວ້ໃຫ້ຄົນລາວນີ້ແລະ"

໔ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...

[ຖ້າຫຼາຍທ່ານສົນໃຈອາຊິບທີ່ວ່ານີ້ ວ່າມີລາຍໄດ້ຫຼາຍປານໃດ ແລະ ຈະໄປສະມັກຢູ່ໃສ, ຂໍແນະນຳແບບນີ້:
1. ເປັນອາຊີບອິດສະຫຼະ ຄື ບໍ່ມີນາຍຈ້າງ
2. ລາຍໄດ້ຂອງຊ່າງຕັດຜົມ: 1ຄົນ x 12,000ກີບ x20ຄົນ/ມື້ : 240,000 ກີບ/ມື້ ຫຼື 7,000,000 ກີບ/ເດືອນ ]
3. ລາຍໄດ້ຂອງວຽກອະນາໄມ (ຮັບຕັດຫຍ້າ: 1ໄຣ່ x 150,000ກີບ/ເທື່ອ x 10ໄຣ່/ເດືອນ: 1,500,000 ກີບ/ເດືອນ
ແຕ່ລະອາຊີບກໍລົງທຶນບໍ່ເກີນ 1,500,000 ກີບ, ຄິດວ່າທຸກຄົນຊອກເງິນມາລົງທຶນໄດ້. ອ້າຍນ້ອງ ຊາວຫວຽດນາມ ຈຳນວນຫຼາຍກໍຍັງມາຫາກິນຢູ່ບ້ານເຮົາ ແລະ ເຮັດອາຊີບທີ່ລັດສະຫງວນໄວ້ໃຫ້ຄົນລາວນີ້ແລະ.

ຖ້າຢາກໄດ້ຄຳແນະນຳຕື່ມກະບອກມາເດີ....ຍິນດີສະເໝີ

ດີໆ ດີຫລາຍທີ່ທ່ານເອົາຂໍ້ມູນຈັ່ງຊີ້ມາລົງ.
ເງິນເດືອນຄູສອນ ມັດທະຍົມ ຕ່ຳສຸດ ທໍ່ໃດ? ແລະ ສູງສຸດ ທໍ່ໃດ?
ເງິນເດືອນ ຕຳຫລວດຈາລາຈອນ ທໍ່ໃດ?

ແລະຢາກຂໍໃຫ້ອະທິບາຍປະໂຫຍກນີ້ຕື່ມອີກແດ່ "ອາຊີບທີ່ລັດສະຫງວນໄວ້ໃຫ້ຄົນລາວນີ້ແລະ"[color=red]
[ສ່ວນອັດຕາເງິນເດືອນຂອງພະນັກງານລັດຖະກອນ ແມ່ນ ກະຊວງພາຍໃນ ເປັນຜູ້ຄົ້ນຄວ້າ ແລະ ກຳນົດອອກ ແລະ ຄິດໄລ່ຕາມດັດສະນີເງິນເດືອນ (ປີການ, ລະກັບການສຶກສາ, ຕຳແໜ່ງ ແລະ ອື່ນ...., ແຕ່ເງິນເດືອນຄູ ຈະປະຕິບັດຕາມນະໂຍບາຍພິເສດ]

ອາຊີບທີ່ລັດສະຫງວນໃຫ້ຄົນລາວ: ໝາຍເຖິງອາຊີບທີ່ທາງກະຊວງແຮງງານ ໄດ້ກຳນົດໄວ້ ແລະ ຫ້າມບໍ່ໃຫ້ຕ່າງດ່າວ ມາເຮັດເດັດຂາດ ... ຖ້າຢາກຮູ້ມີອາຊີບໃດ ກໍຖາມພາກສ່ວນກ່ຽວຂ້ອງເອງເດີ.... ຂອບໃຈ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Xailao ຂຽນວ່າ...
ຢູ່ບ້ານເຮົາກະບໍ່ອືດວຽກເຮັດ ແລະ ບໍ່ມີຄົນບັງຄັບ.... ເປັນຫຍັງຄືມາຢາກໃຫ້ຄົນອື່ນບັງຄັບແທ້? ອາຊິບທີ່ຫາເງິນງ່າຍ ແລະ ບໍ່ຕາກແດດມີບໍ່ອືດຢູ່ເມືອງລາວ ເຊັ່ນ:
1. ຊ່າງຕັດຜົມ ຍິງ-ຊາຍ
2. ຄູລ້ຽງເດັກອານຸບານ
3. ຮັບຈ້າງຊັກເຄື່ອງ-ອະນາໄມເຮືອນ
4. ຂາຍເລກ
5. ພະນັກງານຍາມ ....
6. ຊ່າງຕັດເຄື່ອງ ຫຼື ຫຍິບເຄື່ອງ....

ຂອບໃຈເດີ ທີ່ເອົາຂໍ້ມູນດີໆມາເຜີຍແຜ່. ຂ້ອຍດີໃຈທີ່ຮູ້ວ່າເມືອງລາວເຮົາມີວຽກບໍ່ອຶດບໍ່ຢາກ.

ວຽກແຕ່ລະຢ່າງທາງເທິງນີ້ ຢູ່ວຽງຈັນ ລາຍໄດ້ປະມານເດືອນລະຈັກກີບ?
ຊິໄປຊອກຖາມຫາສະໝັກເຮັດວຽກເຫລົ່ານີ້ ແນວໃດ? ຢູ່ໃສ? ຖ້າຊິບໍ່ໄດ້ຄຳຕອບເໝິດທັງ 6 ວຽກ, ເອົາຈັກ 2 - 3 ວຽກກໍໄດ້ເດີ.

[ຖ້າຫຼາຍທ່ານສົນໃຈອາຊິບທີ່ວ່ານີ້ ວ່າມີລາຍໄດ້ຫຼາຍປານໃດ ແລະ ຈະໄປສະມັກຢູ່ໃສ, ຂໍແນະນຳແບບນີ້:
1. ເປັນອາຊີບອິດສະຫຼະ ຄື ບໍ່ມີນາຍຈ້າງ
2. ລາຍໄດ້ຂອງຊ່າງຕັດຜົມ: 1ຄົນ x 12,000ກີບ x20ຄົນ/ມື້ : 240,000 ກີບ/ມື້ ຫຼື 7,000,000 ກີບ/ເດືອນ ]
3. ລາຍໄດ້ຂອງວຽກອະນາໄມ (ຮັບຕັດຫຍ້າ: 1ໄຣ່ x 150,000ກີບ/ເທື່ອ x 10ໄຣ່/ເດືອນ: 1,500,000 ກີບ/ເດືອນ
ແຕ່ລະອາຊີບກໍລົງທຶນບໍ່ເກີນ 1,500,000 ກີບ, ຄິດວ່າທຸກຄົນຊອກເງິນມາລົງທຶນໄດ້. ອ້າຍນ້ອງ ຊາວຫວຽດນາມ ຈຳນວນຫຼາຍກໍຍັງມາຫາກິນຢູ່ບ້ານເຮົາ ແລະ ເຮັດອາຊີບທີ່ລັດສະຫງວນໄວ້ໃຫ້ຄົນລາວນີ້ແລະ.

ຖ້າຢາກໄດ້ຄຳແນະນຳຕື່ມກະບອກມາເດີ....ຍິນດີສະເໝີ

ອ້າຍນ້ອງ ຊາວຫວຽດນາມ ຈຳນວນຫຼາຍກໍຍັງມາຫາກິນຢູ່ບ້ານເຮົາ ແລະ ເຮັດອາຊີບທີ່ລັດສະຫງວນໄວ້ໃຫ້ຄົນລາວນີ້ແລະ.

ອ່ານແລ້ວງົງງງງງງງ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ta999999 ຂຽນວ່າ...
ຂາຍເລກເປັນລາຍໄດ້ທີ່ດີ ເປັນຫຍັງບໍ່ພາກັນຂາຍເນາະ,ພັດໄປຂາຍຕົວຢູ່ຕ່າງປະເທດ ມັນຄັກຫວາຂອງຕ່າງປະເທດນາ?

ມັນຄືຊິຄັກກວ່າລະຕີ້ ເພາະບາງຄົນສ່ວນຫຼາຍກໍສະໝັກໃຈໄປໄດ໋ລະ ສ່ວນຜູ້ທີ່ຖືກຫຼອກຍັງອ່ອນຕໍ່ໂລກຫຼາຍແລະຫຼົງໄຫລນຳວັດຖຸຫຼາຍກວ່າເຂົາຕົວະແນວໃດກະເຊື່ອຮູ້ກໍຮູ້ຢູ່ວ່າບ້ານອື່ນໃດໃສຈະສຸກສ່ຳບ້ານເຮົາ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>